ທ້າຍປີ 1953, ພວກລ່າເມືອງຂຶ້ນຝະລັ່ງໄດ້ຖືກຕົກສະໜົມຢ່າງໜັກ ຢູ່ສະໜາມຮົບອິນດູຈີນ. ເພື່ອຊອກຫາວິທີການແກ້ໄຂ ໃຫ້ດຳເນີນການເຈລະຈາ, ເຮນຣີນາວາ ໄດ້ຮັບແຕ່ງຕັ້ງເປັນຜູ້ບັນຊາການໃຫຍ່ກອງກຳລັງທະຫານຝະລັ່ງຢູ່ອິນດູຈີນ. ວັນທີ 20 ພະຈີກ ປີ 1953, ກອງທັບຝະລັ່ງໄດ້ເລີ່ມຈັດສົ່ງກຳລັງໂດດຈ້ອງລົງ ດ້ຽນບຽນຝູ ແລະ ໄດ້ກໍ່ສ້າງແຫ່ງນີ້ກາຍເປັນຖານທີ່ໝັ້ນ ທີ່ບໍ່ອາດລ່ວງລ້ຳໄດ້. ຝະລັ່ງໄດ້ເຊື່ອໝັ້ນຕໍ່ເລື່ອງຫວຽດມິງວ່າ ດ້ວຍວິທີການບຸກໂຈມຕີແບບເກົ່າ ແລະ ປະສົບກັບຄວາມຫຍຸ້ງຍາກທາງດ້ານອາວຸດ ແລະ ເປັນຕົ້ນແມ່ນທາງດ້ານພະລາທິການ ແມ່ນອາດຈະຖືກປະລາໄຊຢ່າງງ່າຍດາຍ. ສ່ວນທາງຝ່າຍຫວຽດນາມ, ເຖິງວ່າໄດ້ເຫັນມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ກໍ່ໄດ້ກຳນົດວ່າ ດ້ຽນບຽບຝູ ແມ່ນກາລະໂອກາດໃຫຍ່ ເຊິ່ງຈະເປັນການສ້າງບາດລ້ຽວຍຸດທະສາດ, ຈາກນັ້ນກໍ່ຢຸດຕິການຕໍ່ຕ້ານຍາວນານໄດ້, ດັ່ງນັ້ນໃນປີ 1954, ປະທານ ໂຮ່ຈີມິນ ພອ້ມກັບຄະນະປະຈຳສູນກາງພັກ ໄດ້ຕັດສິນດຳເນີນບັ້ນຮົບດ້ຽນບຽບຝູ. ໃນວັນທີ 13 ມີນາ, ບັ້ນຮົບດ້ຽນບຽນຝູ ໄດ້ເລີ່ມດຳເນີນ ແລະ ແກ່ຍາວເປັນເວລາ 56 ວັນ ແລະ ຄືນ. ການສູ້ຮົບໄດ້ເກີດຂຶ້ນດ້ວຍກຳລັງຂອງຝ່າຍທີ່ຜິດດ່ຽງກັນ, ລະຫວ່າງປະເທດໜຶ່ງທີ່ມີພື້ນຖານກະສິກຳຫຼ້າຫຼັງ ກັບປະເທດໜຶ່ງພັດທະນາ; ລະຫວ່າງອຳນາດການປົກຄອງໜຶ່ງ ແລະ ກອງທັບຫາກໍໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງຖືກປະກອບອາວຸດແບບປະຖົມປະຖານ ເພື່ອຕ້ານຄືນກອງກຳລັງທະຫານຮຸກຮານທີ່ເປັນກຳລັງຫຼວງແລະທັນສະໄໝ. 65 ປີພາຍຫຼັງວັນໄຊຊະນະ ປະຫວັດສາດ ດ້ຽນບຽນຝູ, ແຕ່ຄວາມຊົງຈຳກ່ຽວກັບຊຸມວັນເດືອນແຫ່ງການສູ້ຮົບທີ່ລຳບາກກາກກຳ ຍັງຄົງຝັງເລິກໃນຈິດໃຈຂອງບັນດາຜູ້ເຂົ້າຮ່ວມການສູ້ຮົບຄື ລຸງ ຟ້າມດັກກື, ລຸງ ໂບ້ຍວັນແທັງ, ລຸງ ຟ້າມຟູບັງ.
“ພວກຂ້າພະເຈົ້າໄດ້ຮັບຄຳສັ່ງແກ່ປືນໃຫຍ່ຂຶ້ນພູ, ກ້າວເດີນບົນເສັ້ນທາງຍາວໄລຍະໜຶ່ງຈາກ ຕວຽນກວາງ ເຖິງ ດ້ຽນບຽນຝູ. ໄລຍະຕໍ່ຕ້ານຕ້ານຝະລັ່ງນັ້ນ ເສັ້ນທາງເດີນກໍ່ຄັບແຄບ, ຂົວກໍ່ຖືກເຮັດດ້ວຍຕົ້ນໄມ້ຕັ້ງຂ້າມຊົ່ວຄາວ, ໃນຂະນະນັ້ນປືນໃຫຍ່ກໍ່ໜັກທີ່ສຸດ, ຂຶ້ນເຖິງ 2,4 ໂຕນ… ເມື່ອເດີນຮອດດ້ຽນບຽນ, ຫ່າງຈາກກຸ່ມທີ່ໝັ້ນ 15 ຫາ 18 ກິໂລເມັດ, ພວກຂ້າພະເຈົ້າກໍ່ໄດ້ຮັບຄຳສັ່ງຕ້ອງມ້າງປືນໃຫຍ່ ແລະ ລົດອອກຕ່າງຫາກ, ເຊື່ອງລົດໄປ ແລະ ແກ່ປືນໃຫຍ່ດ້ວຍແຮງຂອງຄົນ. ໄລຍະທາງນີ້ແມ່ນລຳບາກທີ່ສຸດ. ຄາວນັ້ນພວກຂ້າພະເຈົ້າແກ່ປືນໃຫຍ່ຮອດສະຖານທີ່ຫ່າງຈາກໂນນ ດົກເລິບ 400 ເມັດ, ພວກຂ້າພະເຈົ້າໄດ້ຢຶດຄອງສະໜາມຮົບຢູ່ທີ່ນີ້. ສັດຕູຢູ່ໃນໂນນ ດົກເລິບ ແຕ່ພວກເຂົາບໍ່ຮູ້ຫຍັງເລີຍ, ນີ້ແມ່ນເລື່ອງລາວທີ່ໜ້າມະຫັດສະຈັນ”.
ທະຫານຫວຽດນາມ ແກ່ປືນເຂົ້າສະໜາມຮົບດ້ຽນບຽນຝູ |
“ເມື່ອຈັດຕັ້ງສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູໃນແຕ່ລະເທື່ອ, ກໍ່ໄດ້ຄິດເຖິງຊຸມວັນເດືອນປີແຫ່ງຄວາມລຳບາກກາກຳຢູ່ ດ້ຽນບຽນ. ເມື່ອເຄື່ອນທັບແຕ່ ຖາຍງວຽນ ຂຶ້ນ ດ້ຽນບຽນກໍ່ຕ້ອງເສຍເວລາປະມານເດືອນໜຶ່ງ. ຂຶ້ນກິ່ວ ຟາດິນ ກໍ່ລ້ວນແຕ່ເປັນທາງດິນ. ຕ້ອງເສຍສອງຄືນຈຶ່ງສາມາດຜ່ານໄດ້. ເມື່ອນາຍພົນ ເດີກາດຕຣີ ອອກຍອມຈຳນົນ, ນັກຮົບທຸກຄົນຢູ່ຂຸມຄອງກໍ່ລ້ວນແຕ່ຂຶ້ນໜ້າດິນ, ເຂົາເຈົ້າດີໃຈຫຼາຍ”.
ໃນບັ້ນຮົບດ້ຽນບຽນຝູ ຊາວຝະລັ່ງກໍ່ໄດ້ຕົກສະເງິຕໍ່ໜ້າການບຸກໂຈມຕີຂອງ ຫວຽດມິງ. ບໍ່ສາມາດຄາດຄະເນໄດ້ວ່າຢູ່ທີ່ເຂດດິນທີ່ທຸລະກັນດານ ແລະ ຫ່າງໄກສອກຫຼີກຄື ດ້ຽນບຽນຝູ, ກອງທັບຫວຽດນາມພັດມີປືນໃຫຍ່, ປືນຄົກ, ປືນປ້ອງກັນອາກາດນັບສິບກະບອກ, ນອກຈາກອາວຸດນີ້ແລ້ວ, ກອງກຳລັງຫວຽດມິງຍັງມີທະຫານນັບໝື່ນຄົນ ເຊິ່ງບໍ່ໄລ່ເຖິງທະຫານທ້ອງຖິ່ນ ແລະ ຊາວໜຸ່ມຕະລຸມບອນ. ຄວາມຈິງນີ້ມີຄວາມແຕກຕ່າງກັນຫຼາຍກັບຂໍ້ສັງເກດ ໃນເບື້ອງຕົ້ນຂອງບັນດານາຍພົນຝະລັ່ງວ່າ ດ້ວຍກອງທັບບົກ, ກອງທັບອາກາດ, ກຳລັງປືນໃຫຍ່ນັ້ນ, ກອງທັບຝະລັ່ງສາມາດຕີເອົາຊະນະຕໍ່ຄູ່ຕໍ່ສູ້. ແລະ ຄວາມຈິງນັ້ນກໍ່ໄດ້ລົບລ້າງຄວາມໃຝ່ຝັນຕີເອົາຊະນະຕໍ່ຫວຽດມິງຢູ່ ດ້ຽນບຽນຝູເພື່ອເປີດກວ້າງສົງຄາມອອກສູ່ທົ່ວອິນດູຈີນ ຂອງທາງການກຳອຳນາດຝະລັ່ງໃນຄາວນັ້ນ. ເພື່ອສ້າງໃຫ້ມີໄຊຊະນະດັ່ງກ່າວ, ເຮັດໃຫ້ສະພາບການຢູ່ສະໜາມຮົບປ່ຽນແປງໄປ, ນັ້ນກໍ່ຍ້ອນມີການປະສານສົມທົບຂອງຫຼາຍປັດໄຈ, ໃນນັ້ນມີພູມປັນຍາ, ຄຸນນະທາດຂອງພັກຄອມມູນິດຫວຽດນາມ, ຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນ.
“ບົດບາດນຳພາຂອງພັກ ແລະ ຂອງປະທານ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນແຈ້ງຜ່ານການເຮັດໃຫ້ກຳລັງຂອງສັດຕູກະຈາຍໄປ. ເມື່ອພວກລ່າເມືອງຂຶ້ນຝະລັ່ງເຕົ້າໂຮມກຳລັງຢູ່ທົ່ງພຽງພາກເໜືອນັ້ນ. ກຳລັງຕໍ່ຕ້ານກໍ່ໄດ້ເຮັດໃຫ້ກຳລັງຂອງສັດຕູກະຈາຍໄປຫຼາຍທິດຄື ເຂດເຕິຍບັກ,ພາກເໜືອ ແລະ ພາກໃຕ້ຂອງລາວ… ນີ້ກໍ່ແມ່ນລັດຖະນະໂຍບາຍຂອງພັກ ແລະ ຂອງປະທານ ໂຮ່ຈີມິນ”.
“ປ່ຽນແປງທິດນຳການຮົບແມ່ນການຕັດສິນທີ່ດີເລີດ ຂອງທ່ານພົນເອກ ຫວໍງວຽນຢາບ. ເພິ່ນແມ່ນຜູ້ໄດ້ເຫັນວ່າລັກສະນະສ່ຽງໄພຂອງວິທີຕີໄວນັບຕັ້ງແຕ່ຫົວທີ ແລະ ຢຶດໝັ້ນແຜນນະໂຍບາຍຕີໜັກແໜ້ນ. ສິ່ງສຳຄັນກໍ່ແມ່ນວ່າ ດ້ວຍຄວາມເກັ່ງກ້າສາມາດທຸກຢ່າງຂອງຕົນ ທ່ານໄດ້ຫັນປ່ຽນຈາກແຜນນະໂຍບາຍຕີໄວ ໄປສູ່ແຜນນະໂຍາຍຕີໜັກແໜ້ນຢ່າງຖືກຕ້ອງ”.
“ໄຊຊະນະຂອງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ຂອງປະຊາຊົນຫວຽດນາມ ເຊິ່ງຈຸດສຸມແມ່ນໄຊຊະນະ ດ້ຽນບຽນຝູ ກໍ່ແມ່ນພະຍານຫຼັກຖານຂອງກຸ່ມກ້ອນມະຫາສາມັກຄີທັງຊາດ ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍການຊ່ວຍເຫຼືອອັນລ້ຳຄ່າ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ແມ່ນການສົມທົບໃນຂຸມຄອງດຽວກັນຂອງປະຊາຊົນລາວ ແລະ ກຳປູເຈຍ”.
ຄຳເຫັນຂອງຮອງສາສະດາຈານ ປອ ຫງວຽນຈ້ອງຟຸກ, ອະດີດ ສາສະດາຈານປະຫວັດສາດ ຟານຮິວເລ ແລະ ອະດີດຮອງນາຍົກລັດຖະມົນຕີ ຟ້າມຢາຄຽມ ທີ່ບັນດາທ່ານຫາກໍ່ຟັງຜ່ານໄປ ໄດ້ເປັນການອະທິບາຍກ່ຽວກັບສາຍເຫດ ທີ່ພາໄປເຖິງໄຊຊະນະຂອງບັ້ນຮົບ ດ້ຽນບຽນຝູ ຂອງກອງທັບ ແລະ ປະຊາຊົນຫວຽດນາມ.
65 ປີໄດ້ຜ່ານພົ້ນໄປ ແຕ່ຄວາມໝາຍທີ່ຍິ່ງໃຫຍ່ຂອງໄຊຊະນະ ດ້ຽນບຽນຝູ ຍາມໃດກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ. ໃນແຕ່ລະປີຮອດຊຸມວັນຕົ້ນເດືອນ ພຶດສະພາ ດ້ຽນບຽນ ໄດ້ກາຍເປັນສະຖານທີ່ແດງ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ. ຕໍ່ໄປນີ້ຂໍເຊີນທ່ານຮັບຟັງບົດສາລະຄະດີທີ່ພາດຫົວຂໍ້ວ່າ “ກັບເມືອຢາມສະໜາມຮົບເກົ່າ” ຂອງນັກຂ່າວ ລານເຟືອງ.
ເມື່ອໄດ້ຮັບຟັງບັນດາເລື່ອງລາວກ່ຽວກັບບັ້ນຮົບປະຫວັດສາດ ນັກຮົບໜຸ່ມ ລໍ່ວັນຄວາ ຊາວເຜົ່າຜູ້ໄທໄດ້ມີຄວາມເອກອ້າງທະນົງໃຈ ຕໍ່ວິລະກຳອັນລືຊາຜາກົດຂອງຄົນລຸ້ນກ່ອນໆ.
“ນ້ອງໄດ້ມານີ້ເພື່ອຊອກຮູ້ກ່ຽວກັບປະຫວັດສາດເມື່ອກ່ອນນີ້. ນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈກ່ຽວກັບໄລຍະກ່ອນນີ້, ກ່ຽວກັບຄົນລຸ້ນກ່ອນໆທີ່ມີຈິດໃຈຕໍ່ສູ້ບໍ່ຍອມຈຳນົນ, ກ້າຫານ ຍອມເສຍສະຫຼະຊີວິດ ເພື່ອປົກປັກຮັກສາປະເທດຊາດ”.
ເມື່ອເຫັນບັນດາວັດຖຸພັນ ເອກະສານທີ່ມີຄຸນຄ່າປະຫວັດສາດ ສ່ອງແສງເຖິງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງກອງທັບ ແລະ ປະຊາຊົນ ຫວຽດນາມ, ລຸງ ບຸ່ຍດຶກເຖາະ ໄດ້ຖືວ່າ:
“ຄົນລຸ້ນກ່ອນໆໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ອາວຸດກໍ່ນຳໃຊ້ແບບປະຖົມປະຖານ ແຕ່ກໍ່ສາມາດຕີເອົາໄຊຊະນະຕໍ່ຝະລັ່ງທີ່ປະກອບອາວຸດທັນສະໄໝ. ໄຊຊະນະນີ້ ກໍ່ຕ້ອງມີການຊີ້ນຳນຳພາຢ່າງຖືກຕ້ອງຂອງພັກ, ຂອງປະທານ ໂຮ່ຈີມິນ ແລະ ຂອງທ່ານພົນເອກ ຫວໍວງຽນຢາບ”.
ໃນທ່າມກາງຂະບວນຄົນທີ່ມາຢ້ຽມຢາມສະໜາມຮົບເກົ່າ ດ້ຽນບຽນຝູ ນັ້ນ, ໄດ້ມີແຂກທ່ອງທ່ຽວຕ່າງປະເທດຈຳນວນບໍ່ໜ້ອຍ, ເຊິ່ງສ່ວນຫຼາຍແມ່ນແຂກທ່ອງທ່ຽວ ຊາວຝລັ່ງ. ເຂົາເຈົ້າມາແຫ່ງນີ້ເພື່ອຊອກຮູ້ວ່າ ເປັນຫຍັງ ພວກລ່າເມືອງຂຶ້ນ ຝລັ່ງ ພັດປະລາໄຊຢູ່ທີ່ນີ້ ແລະ ເພື່ອເຫັນໄດ້ເຖິງຄວາມອົງອາດກ້າແກ່ນ, ນ້ຳໃຈສາມັກຄີຂອງກອງທັບ ແລະ ປະຊາຊົນຫວຽດນາມ. ທ່ານ Bernard Farjounel ເຊິ່ງເປັນແຂກທ່ອງທ່ຽວຊາວ ຝລັ່ງ ມາຢ້ຽມຢາມດ້ຽນບຽນຝູ ກົງກັບໂອກາດ ຫວຽດນາມ ຈັດຕັ້ງການສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ ແບ່ງປັນວ່າ:
“ຂ້າພະເຈົ້າມາທ່ອງທ່ຽວ ແລະ ຊອກຮູ້ກ່ຽວກັບບັນດາວັດຖຸພັນຢູ່ຫໍພິພິທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ. ຂ້າພະເຂົ້າຈຶ່ງເຂົ້າໃຈໄດ້ວ່າ ທຸກສິ່ງທຸກຢ່າງຢູ່ທີ່ນີ້ ແມ່ນປະຫວັດສາດສ່ວນໜຶ່ງຂອງ ຝລັ່ງ ຢູ່ ອິນດູຈີນ ແລະ ຢູ່ຫວຽດນາມ. ແລະ ນີ້ກໍແມ່ນສະຖານທີ່ມີຄວາມຜູກພັນກັບພົນເອກ ຫວໍງວຽນຢາບ ຜູ້ມີຄວາມເກັ່ງກ້າສາມາດ. ສົງຄາມໄດ້ຜ່ານພົ້ນໄປ ແລະ ກາຍເປັນອະດີດ. ຫວຽດນາມ ມີຄວາມອິດສະຫຼະພາບ ແລະ ເປີດຍຸກສະໄໝທີ່ສວຍງາມ. ນັ້ນບໍ່ແມ່ນແມ່ນເລື່ອງງ່າຍດາຍ ແຕ່ພວກເພື່ອນກໍ່ປະຕິບັດໄດ້”.
ເຖິງວ່າ 65 ປີໄດ້ຜ່ານພົ້ນໄປກໍຕາມ ແຕ່ບັ້ນຮົບ ດ້ຽນບຽນຝູ ແລະ ບັນດາຮ່ອງຮອຍທີ່ເຫຼືອໄວ້ນັ້ນ ຍັງຄົງສ້າງຄວາມປະທັບໃຈຢ່າງແຮງ ບໍ່ພຽງແຕ່ສຳລັບປະຊາຊົນຫວຽນາມ ລຸ້ນຕ່າງໆເທົ່ານັ້ນ ຫາກຍັງສຳລັບເພື່ອນມິດສາກົນອີກດ້ວຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໝາຍອັນຍິ່ງໃຫຍ່ ແລະ ສຳຄັນຂອງບັ້ນຮົບດັ່ງກ່າວ.
ຄືດັ່ງຄໍາເວົ້າຂອງແຂກທ່ອງທ່ຽວຊາວຝລັ່ງ Bernard Farjounel ຫາກໍກ່າວມານັ້ນ, ສົງຄາມໄດ້ຜ່ານພົ້ນໄປ ແລະ ກາຍເປັນອະດີດ. ປັດຈຸບັນ, ໃນດິນແດນ ດ້ຽນບຽນຝູ ພວມຄ່ອຍໆມີການປ່ຽນແປງໃໝ່ ເພື່ອກາຍເປັນສູນທ່ອງທ່ຽວທີ່ດູດດື່ມທີ່ສຸດ, ກາຍເປັນສູນເສດຖະກິດຂອງທັງເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ. ຕໍ່ໄປນີ້ ເຊີນທ່ານຮັບຟັງບົດຂຽນທີ່ພາດຫົວຂໍ້ວ່າ “ດ້ຽນບຽນ ປ່ຽນແປງໃໝ່” ຂອງນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ.
ປັດຈຸບັນ, ດ້ຽນບຽນ ພວມມີພະລັງຊີວິດໃໝ່ໃນຕົວເອງ, ຕິດພັນກັບຮູບພາບສະຖານທີ່ທ່ອງທ່ຽວ. ພັດທະນາການທ່ອງທ່ຽວ ເຊິ່ງຈຸດສຸມແມ່ນການທ່ອງທ່ຽວປະຫວັດສາດ ທີ່ໄດ້ຮັບຖືວ່າ ແມ່ນຂະແໜງເສດຖະກິດປາຍແຫຼມຂອງແຂວງ.
ໃນຊຸມປີມໍ່ໆມານີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ບັນດາສະຖານທີ່ທ່ອງທ່ຽວປະຫວັດສາດ ທີ່ນອນໃນກຸ່ມເຂດປູສະນີຍະສະຖານປະຫວັດສາດລະດັບຊາດ ສະໜາມຮົບດ້ຽນບຽນຝູ ລ້ວນແຕ່ເພີ່ມຂຶ້ນ 2 ຕົວເລກ. ປີ 2018 ແມ່ນປະມານ 700.000 ເທື່ອຄົນ. ປີ 2019, ດ້ຽນບຽນຝູ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວປະມານ 850.000 ເທື່ອຄົນ, ຍອດລາຍຮັບທີ່ເກັບມາໄດ້ຈາກການເຄື່ອນໄຫວທ່ອງທ່ຽວບັນລຸກວ່າ 58 ລ້ານ USD.
ເພື່ອໃຫ້ເປົ້າໝາຍດັ່ງກ່າວ ປະກົດຜົນເປັນຈິງ, ແຂວງດ້ຽນບຽນ ໄດ້ກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຈັດຕັ້ງການເຊື່ອມຕໍ່ລະຫວ່າງບັນດາລາຍການທ່ອງທ່ຽວ ແລະ ໂຄສະນາການທ່ອງທ່ຽວ ດ້ຽນບຽນ. ທາງແຂວງກໍຕັ້ງໜ້າໜູນຊ່ວຍວິສາຫະກິດສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຄື ຈັດຕັ້ງງານບຸນດອກບານດ້ຽນບຽນ 5 ຄັ້ງຜ່ານມາ. ທ່ານ ມົ່ວ ອາເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ງານບຸນດອກບານ ແມ່ນຜະລິດຕະພັນຂອງ ດ້ຽນບຽນ ແຕ່ມັນກໍມີຈຸດທີ່ເປັນເອກະລັກສະເພາະຂອງເຂດ. ພວກຂ້າພະເຈົ້າຄິດວ່າ ໃນຍາວນານຕ້ອງຮ່ວມສຳພັນກັນ ເພື່ອມີລະບົບທ່ອງທ່ຽວດອກບານ ຈາກ ເຊີນລາ - ດ້ຽນບຽນ - ລາຍເຈົາ ກັບມາ ຮ່າໂນ້ຍ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍເຫັນວ່າ ຕ້ອງຮ່ວມສຳພັນງານບຸນດັ່ງກ່າວ ກັບບາງແຂວງຊາຍແດນ ແລະ ສາກົນ ເຊິ່ງແມ່ນບັນດາແຂວງບ້ານໃກ້ເຮືອນຄຽງຂອງ ລາວ. ແນ່ນອນວ່າ ການເຄື່ອນໄຫວທ່ອງທ່ຽວ ຈະຕອບສະໜອງໄດ້ຕາມເປົ້າໝາຍທີ່ວາງອອກ”.
ດ້ຽນບຽນ ກໍມີແຜນການສົ່ງເສີມພັດທະນາການທ່ອງທ່ຽວເຂດຊຸມຊົນ ຢູ່ຊົນນະບົດ, ບັນດາກຸ້ມບ້ານຊົນເຜົ່າ ແລະ ຕາມເສັ້ນຊາຍແດນ; ເຊື່ອມຕໍ່ ກັບບັນດາສູນທ່ອງທ່ຽວໃຫຍ່ຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ຮ່ວມມືກັບບັນດາຕະຫຼາດ ຢູ່ທາງພາກເໜືອຂອງ ລາວ, ທາງພາກເໜືອຂອງໄທ... ໄປຄຽງຄູ່ກັນນັ້ນ, ທາງແຂວງກໍເປັນເຈົ້າການກ່ຽວກັບແຫຼ່ງຊັບພະຍາກອນມະນຸດໃນຂົງເຂດການທ່ອງທ່ຽວ. ທ່ານ ຟ້າມຫວຽດຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ທາງແຂວງໄດ້ປຸກລະດົມ, ບຳລຸງສ້າງແຫຼ່ງກຳລັງຢູ່ກັບບ່ອນ; ພິເສດແມ່ນລົງເລິກເຂົ້າໃນຂົງເຂດທ່ອງທ່ຽວເຂດຊຸມຊົນ ແລະ ຂົນຂວາຍບັນດາວິສາຫະກິດ ຮ່ວມແຮງຮ່ວມໃຈ ເພື່ອອອກງົບປະມານ ແລະ ແຫຼ່ງກຳລັງ ໃນການບຳລຸງສ້າງ. ທາງແຂວງກໍໄດ້ຮຽກຮ້ອງໃຫ້ບຸກຄົນທີ່ໄດ້ຮັບການບຳລຸງສ້າງຂັ້ນຮາກຖານທີ່ມີຄຸນນະພາບສູງຈາກບັນດາໂຮງຮຽນ ແລະ ແຂວງຕ່າງໆ ມາຊ່ວຍເຫຼືອ ດ້ຽນບຽນ ແລະ ປະຕິບັດງານຢູ່ ດ້ຽນບຽນ.”
ບໍ່ພຽງແຕ່ສູ້ຊົນໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມເທົ່ານັ້ນ, ໃນປັດຈຸບັນ ດ້ຽນບຽນພວມກາຍເປັນສູນເສດຖະກິດຂອງເຂດໄຕບັກ (ຕາເວັນຕົກສ່ຽງເໜືອ) ເທື່ອລະກ້າວ ຜ່ານການເປັນເຈົ້າພາບຈັດຕັ້ງຫຼາຍເຫດການເສດຖະກິດທີ່ມີຂອບຂະໜາດລະດັບພາກພື້ນ ແລະ ສາກົນ, ແລະ ງານຕະຫຼາດນັດການຄ້າສາກົນເຂດໄຕບັກ ດ້ຽນບຽນ ປີ 2019 ແມ່ນຕົວຢ່າງໜຶ່ງ. ທ່ານ ຫວູຮົ່ງເຊີນ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະດຶງດູດບັນດານັກລົງທຶນ ເຂົ້າມາລົງທຶນຢູ່ ດ້ຽນບຽນ, ພິເສດໃນຂົງເຂດອຸດສາຫະກຳ, ການຄ້າ ເຮັດແນວໃດເພື່ອຊຸກຍູ້ເສດຖະກິດພັດທະນາການຜະລິດຂອງດ້ຽນບຽນ ໃຫ້ນັບມື້ນັບຂະຫຍາຍຕົວ. ພ້ອມກັນນັ້ນ ແມ່ນແນະນຳບັນດາຜະລິດຕະພັນທີ່ເປັນທ່າແຮງບົ່ມຊ້ອນຂອງ ດ້ຽນບຽນ ເຊິ່ງສາມາດສົ່ງອອກໄປຍັງບັນດາຕະຫຼາດພາຍໃນ ແລະ ຕ່າງປະເທດ”.
ໃນເມື່ອກ່ອນ ດ້ຽນບຽນ ໄດ້ເປັນສະຖານທີ່ຮູ້ຈັກກັນດີ ດ້ວຍຊື່ເອີ້ນຂອງໄຊນະນະອັນລືຊາຜາກົດ. ແລະ ປັດຈຸບັນ, ແຫ່ງນີ້ພວມຄ່ອຍໆໄດ້ກາຍເປັນສູນເສດຖະກິດ, ທ່ອງທ່ຽວຂອງທັງເຂດ ໄຕບັກ.