(VOVWORLD) - ພາຍຫລັງໂລກບັນລຸໄດ້ຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມາເປັນເວລາ 3 ປີ, ສະຫະປະຊາຊາດ ແລະ ບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ເພື່ອຫັນບັນດາຄຳໝັ້ນສັນຍາຂອງຂໍ້ຕົກລົງປະຫວັດສາດນີ້ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP 24) ພວມດຳເນີນໄປຢູ່ ໂປໂລຍ ໄດ້ຮັບຖືວ່າ: ແມ່ນກາລະໂອກາດທີ່ຫາຍາກ ເພື່ອໃຫ້ບັນດາປະເທດພ້ອມກັບສະຫະປະຊາຊາດສ້າງຊຸດມາດຕະຖານແນະນຳການປະຕິບັດຂໍ້ຕົກລົງ Paris ຢ່າງຄົບຖ້ວນ ແຕ່ເບິ່ງຄືວ່າ ເປົ້າໝາຍນີ້ ບໍ່ສາມາດບັນລຸໄດ້ຢ່າງງ່າຍດາຍ.
ເກືອບ 200 ປະເທດໄດ້ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງ Paris 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ມີເວລາ 2 ອາທິດ (ແຕ່ວັນທີ 2 – 14 ທັນວາ), ຢູ່ Katowice (ໂປໂລຍ) ເພື່ອສ້າງຊຸດມາດຕະຖານໃຫ້ສຳເລັດ ແນໃສ່ຈຳກັດສະພາບອຸ່ນຂຶ້ນຂອງໜ່ວຍໂລກໃຫ້ຢູ່ໃນລະດັບຕ່ຳກ່ວາ 2 ອົງສາ C ເມື່ອທຽບໃສ່ກ່ອນຍຸກອຸດສາຫະກຳ, ແລະ ສືບຕໍ່ມານະພະຍາຍາມ ເພື່ອຈຳກັດເພີ່ມຄວາມອຸ່ນຂຶ້ນ 1,5 ອົງສາ C. ເຖິງຢ່າງໃດກໍ່ຕາມ, ສະພາບການປ່ຽນແປງຂອງດິນຟ້າອາກາດພວມດຳເນີນໄປຢ່າງໄວວາ ເມື່ອທຽບໃສ່ມາດຕະການຮັບມືຂອງມວນມະນຸດ.
COP 24 ແມ່ນກາລະໂອກາດທີ່ຫາຍາກ
ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 ຢູ່ ໂປ ໂລຍ ແມ່ນໜຶ່ງໃນສອງກອງປະຊຸມສຸດທ້າຍ ກ່ອນທີ່ກ້າວເຂົ້າສູ່ປີ 2020 ເມື່ອຂໍ້ຕົກລົງ Paris ມີຜົນສັກສິດຢ່າງເປັນທາງການ. ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້, ຍັງບໍ່ທັນມີການກະທຳຫລາຍປານໃດຂອງບັນດາປະເທດ ເພື່ອສະກັດກັ້ນບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຍ້ອນສະພາບຕົວຈິງໃນ 3 ປີຜ່ານມາ, ປະກົດການ ດິນຟ້າອາກາດມີການຜັນແປຮ້າຍແຮງໃນໜ່ວຍພິພົບຍັງຄົງນັບມື້ນັບເພີ່ມຂຶ້ນຄື: ບັນດາເຫດໄຟໄໝ້ປ່າເກີດຂຶ້ນເຮັດໃຫ້ຫລາຍຄົນເສຍຊີວິດ, ແດດຮ້ອນແຮງດ້ວຍອຸນຫະພູມສູງກ່ວາ 40 ອົງສາ C ຢູ່ຫລາຍປະເທດ ແລະ ໄພແຫ້ງແລ້ງແກ່ຍາວໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ ແລະ ການຜະລິດກະສິກຳ. ບັນດາເຫດແຜ່ນດິນໄຫວ, ຄື້ນຟອງຍັກ, ພະຍຸນັບມື້ນັບທຳລາຍຢ່າງຮ້າຍແຮງ ແລະ ລະດັບນ້ຳທະເລນັບມື້ນັບຢືນຂຶ້ນສູງ ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມຢູ່ຫລາຍປະເທດ.
ສາຍເຫດທີ່ພາໃຫ້ເກີດປະກົດການທຳມະຊາດຮ້າຍແຮງ ຕົ້ນຕໍແມ່ນ ຍ້ອນໜ່ວຍໂລກອຸ່ນຂຶ້ນເຊິ່ງບໍ່ສາມາດຄວບຄຸມໄດ້. ການເຕືອນໄພທີ່ເປັນໜ້າວິຕົກກັງວົນຂອງບັນດາອົງການອຸຕຸນິຍົມ ແລະ ສິ່ງແວດລ້ອມຂອງສະຫະປະຊາຊາດ ແມ່ນອຸນຫະພູມໜ່ວຍໂລກພວມສືບຕໍ່ເພີ່ມຂຶ້ນ ແລະ ອາດຈະເພີ່ມຂຶ້ນຕື່ມແຕ່ 3 – 5 ອົງສາ C ໃນສະຕະວັດນີ້, ລື່ນກາຍເມື່ອທຽບໃສ່ຄາດໝາຍຈຳກັດລະດັບເພີ່ມຂຶ້ນແຕ່ 1,5 – 2 ອົງສາ C ເຊິ່ງໄດ້ລະບຸໃນຂໍ້ຕົກລົງ Paris.
ໃນສະພາບການດັ່ງກ່າວ, ກອງປະຊຸມ COP 24 ຢູ່ ໂປໂລຍ, ມີ 2 ໜ້າທີ່ຕົ້ນຕໍ: ນັ້ນແມ່ນ ຍົກອອກຊຸດມາດຕະຖານດ້ວຍບັນດາເນື້ອໃນລະອຽດ ເພື່ອຫັນສັນຍາ Paris ໃຫ້ປະກົດຜົນເປັນຈິງ ພາຍຫລັງ ອາເມລິກາ ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ ແລະ ໜ້າທີ່ທີ 2 ແມ່ນໃຫ້ຄຳໝັ້ນສັນຍາດ້ານການເມືອງຢ່າງຈະແຈ້ງ ແລະ ສ້າງແຜນການດຳເນີນງານໃຫ້ແກ່ເປົ້າໝາຍລວມໃນປີ 2020. ນີ້ແມ່ນໂອກາດທີ່ດີທີ່ສຸດ ເພື່ອລະດົມບັນດາປະເທດຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງການຮ່ວມມືບໍ່ງ່າຍດາຍຄືແນວນັ້ນ.
ຍາກທີ່ຈະບັນລຸໄດ້ຄາດໝາຍ
ຜູ້ຕາງໜ້າບັນດາສະມາຊິກສະຫະປະຊາຊາດລ້ວນແຕ່ເຂົ້າຮ່ວມ COP 24 ຢ່າງຄົບໜ້າຄົບຕາ. ຖ້າຫາກຕີລາຄາກ່ຽວກັບຕົວເລກນີ້ ໃຜໆກໍ່ຕ້ອງເຊື່ອໝັ້ນຕໍ່ໝາກຜົນຕັ້ງໜ້າຂອງກອງປະຊຸມ. ແຕ່ເປັນໜ້າເສຍດາຍ ແມ່ນບັນດາການນຳຫຼັກແຫຼ່ງໃນໂລກລ້ວນແຕ່ບໍ່ເຂົ້າຮ່ວມ, ແທນທີ່ນັ້ນແມ່ນຜູ້ຕາງໜ້າຂັ້ນຕ່ຳກ່ວາ. ເວົ້າອີກຢ່າງໜຶ່ງ, ບັນດາຜູ້ແທນເຂົ້າຮ່ວມ COP 24 ມີຫລາຍຮູບແບບ ຍາກທີ່ຊອກໄດ້ບຸກຄົນທີ່ມີອິດທິພົນຊື່ສຽງ. ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງ Paris ນັບແຕ່ປີ 2017. ສ່ວນທ່ານນາຍົກລັດຖະມົນຕີ ຝຣັ່ງ Edouard Philippe ເຊິ່ງໄດ້ຮັບຖືວ່າເປັນນັກການເມືອງສຳຄັນກ່ຽວກັບເຫດການນີ້ ພັດໄດ້ຍົກເລີກການເດີນທາງໄປ ໂປໂລຍ ຍ້ອນມີການແຫ່ຂະບວນປະທ້ວງເກີດຂຶ້ນພາຍໃນປະເທດ. ບັນດາປະເທດ ເອີຣົບ ສ່ວນຫລາຍ ລ້ວນແຕ່ສົ່ງຜູ້ຕາງໜ້າຂັ້ນລັດຖະມົນຕີເຂົ້າຮ່ວມ. ໃນຂະນະນັ້ນ, ມີພຽງແຕ່ມີທະວີບ ອາຟຣິກກາ ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມຄື: ປະທານາທິບໍດີ ນີເຊເນຍ, ເບນິນ, ເຊເນການ, ບົດສະວານາ, ໂມລິຕານີ ຫຼື ກົງໂກ ເທົ່ານັ້ນ.
ກ່ອນທີ່ດຳເນີນ COP 24, ລັດຖະບານໃໝ່ຂອງ ບຣາຊີນ ໄດ້ຖະແຫຼງຖອນຂໍ້ສະເໜີເປັນປະເທດຈັດຕັ້ງ COP 25 ໃນປີໜ້າ. ກ່ອນໜ້ານັ້ນ, ໃນບັ້ນຫາສຽງເລືອກຕັ້ງ, ທ່ານປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ ບຣາຊີນ Jair Bolsonaro ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະ “ເດີນຕາມ” ອາເມລິກາ, ຖອນ ບຣາຊີນ ອອກຈາກຂໍ້ຕົກລົງ Paris ຍ້ອນບໍ່ເຫັນດີຕໍ່ບັນດາມາດຕະການຮັກສາປ່າ Amazon.
ນັ້ນແມ່ນຍັງບໍ່ທັນນັບເຖິງການແບ່ງແຍກພາຍໃນບັນດາປະເທດສະຫະພາບ ເອີຣົບ, ຄວາມເຄັ່ງຕຶງດ້ານການຄ້າ ອາເມລິກາ - ຈີນ ກໍ່ສົ່ງຜົນສະທ້ອນເຖິງນະໂຍບາຍການປ່ຽນແປງຂອງດິນຟ້າອາກາດ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຄຳໝັ້ນສັນຍາຂອງຂໍ້ຕົກລົງ Paris ກ່ຽວກັບເລື່ອງບັນດາປະເທດພັດທະນາອຸປະຖຳ 100 ຕື້ USD/ປີ ນັບແຕ່ນີ້ຮອດປີ 2020 ໃຫ້ແກ່ນະໂຍບາຍດິນຟ້າອາກາດຂອງບັນດາປະເທດທຸກຍາກ ເບິ່ງຄືວ່າຍັງຄືເກົ່າ. ຄວາມຈິງແລ້ວ, ພາຍຫລັງບັນລຸໄດ້ຂໍ້ຕົກລົງ Paris ມາເປັນເວລາ 3 ປີ, ຈຳນວນເງິນລະດົມໄດ້ຈາກ “ກອງທຶນ 100 ຕື້ USD/ປີ” ປັດຈຸບັນພຽງແຕ່ບັນລຸໄດ້ 10 ຕື້ USD ເທົ່ານັ້ນ.
ເປັນທີ່ຈະແຈ້ງແລ້ວວ່າ ໂລກພວມຊັກຊ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. COP 24 ຫາກໍ່ດຳເນີນກອງປະຊຸມໃນຊຸມວັນທຳອິດ. ວົງການນັກຊ່ຽວຊານ, ບັນດານັກຄົ້ນຄວ້າມີຄວາມຄາດຫວັງກ່ຽວກັບເຫດການນີ້ ແມ່ນບັນດາປະເທດຈະບັນລຸໄດ້ຄວາມເຫັນດີເປັນເອກະສັນໂດຍຈຳເປັນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ຄວາມຄາດຫວັງແມ່ນເລື່ອງໜຶ່ງ, ສ່ວນວ່າເລື່ອງບັນລຸໄດເປົ້າໝາຍພັດອີງໃສ່ເລື່ອງບັນດາປະເທດ ອາດສາມາດຜ່ານຜ່າຜົນປະໂຫຍດສ່ວນຕົວໄດ້ຫຼືບໍ່.?.