ການຕ້ອນຮັບບຸນເຕັດຄັ້ງທຳອິດຂອງຊາວ ຫວຽດນາມ ເຊື້ອຊາດ ລາວ

(VOVWORLD) - ສຳລັບຄົນ ລາວ 20 ຄົນ ທີ່ພວມດຳລົງຊີວິດຢູ່ລຽບຕາມຊາຍແດນຢູ່ 2 ເມືອງເຂດພູສູງ ໄຕຢາງ ແລະ ນາມຢາງ, ແຂວງ ກວາງນາມ, ຈຸດເວລາທ້າຍປີ 2019 ແມ່ນຈຸດເວລາທີ່ເຂົາເຈົ້າໄດ້ເຂົ້າເປັນສັນຊາດ ຫວຽດນາມ ແລະ ແມ່ນຈຸດເວລາຍາກທີ່ຈະລືມໄດ້ສຳລັບເຂົາເຈົ້າ.

ຈັບຂໍ້ຕົກລົງໃນມື, ຫລາຍຄົນນ້ຳຕາຕົກ ຍ້ອນຄວາມດີໃຈ, ຕື້ນຕັນໃຈ ແລະ ມີຄວາມສຸກ. ບົດຂຽນຂອງ ຮ່ວາຍນາມ, ນັກຂ່າວ VOV.

ບ້ານ ອາຕູ 1, ຕາແສງ ເຈີເອີມ, ເມືອງ ໄຕຢາງ, ແຂວງ ກວາງນາມ ຕັ້ງຢູ່ທາມກາງພູສູງທັງສີ່ທິດ. ແຕ່ນີ້ຍ່າງທາງປ່າໄປຫາບ້ານ ໂຕໂມ, ຕາວ່າງ, ເມືອງ ກະລຶມ, ແຂວງ ເຊກອງ, ປະເທດ ລາວ ແມ່ນຕ້ອງເສຍເວລາພຽງແຕ່ 3 ຊົ່ວໂມງເທົ່ານັ້ນ. ໃນຊຸມວັນບຸນເຕັດ ຫຼື ງານບຸນລະດູບານໃໝ່, ບ່າວສາວ 2 ຝ່າຍເຄີຍໄປມາຫາສູ່ກັນ, ຮັກແພງກັນ        ເພື່ອສ້າງຄວາມຮັກອັນດີງາມລະຫວ່າງ 2 ຟາກຊາຍແດນ.

ການຕ້ອນຮັບບຸນເຕັດຄັ້ງທຳອິດຂອງຊາວ ຫວຽດນາມ ເຊື້ອຊາດ ລາວ - ảnh 1 ຈຸດເວລາທ້າຍປີ 2019 ແມ່ນຈຸດເວລາທີ່ແມ່ຍິງລາວ ໄດ້ເຂົ້າເປັນສັນຊາດ ຫວຽດນາມ

ປີນັ້ນ, ພາຍຫລັງໄດ້ພົບປະ 2 – 3 ຄັ້ງ, ນາງສາວລາວ ເປີລອງທິຊ໊ອບ, ອາໄສຢູ່ບ້ານ ອາໂວນ, ເມືອງ ກະລຶມ, ແຂວງ ເຊກອງ ໄດ້ປົງໃຈຮັກຜູ້ບ່າວຊາວ ເກີຕູ ເຕີງໍຍົງ ຢູ່ຕາແສງ ເຈີເອີມ, ເມືອງ ໄຕຢາງ, ແຂວງ ກວາງນາມ. ພາຍຫລັງ 2 – 3 ເດືອນ, ເຂົາເຈົ້າໄດ້ແຕ່ງງານນຳກັນ. ເຕີງໍຍົງ ໄດ້ໄປຢູ່ນຳຄອບຄົວທາງເມຍ, ເປັນເຂີຍ ຢູ່ຂອງບ້ານ ອາໂວນ, ເມືອງ ກະລຶມ, ແຂວງ ເຊກອງ, ປະເທດລາວ.

ຄວາມຮັກອັນດີງາມລະຫວ່າງບາວສາວອີກຄູ່ໜຶ່ງລະຫວ່າງ 2 ຟາກຊາຍແດນ ກໍ່ໄດ້ກາຍເປັນຄູ່ຜົວເມຍກັນ. ນັ້ນແມ່ນຄວາມຮັກລະຫວ່າງອ້າຍ ບລິງດົງ, ຊົນເຜົ່າ ເກີຕູ ກັບນາງສາວລາວ ແມ່ນເອື້ອຍ ເຊີເຣິມນາ. 2 ຄົນໄດ້ມັກຮັກນຳກັນແລ້ວກໍ່ແຕ່ງງານກັນ. ຍ້ອນບໍ່ມີຊັນສິນເງິນຄຳ ເພື່ອຮັບເອົາເມຍມາຢູ່ ຫວຽດນາມ, ອ້າຍ ບລິງດົງ ຕ້ອງເປັນເຂີຍຢູ່ນຳເຮືອນຂອງຄອບຄົວນາງ ເຊີເຣິມນາ. ປີ 2012, ເມື່ອມີເງື່ອນໄຂຮັບເອົາເມຍມາຢູ່ນຳ, ຕາມຮີດຄອງປະເພນີຂອງປະຊາຊົນໃນບ້ານ ຕາວ່າງ, ອ້າຍ ບລິງດົງ ຈຶ່ງພາເມຍມາດຳລົງຊີວິດຢູ່ບ້ານ ອາຕູ 1. ອຳນາດການປົກຄອງ ແລະ ປະຊາຊົນເຜົ່າ ເກີຕູ ໄດ້ສະໜອງໃຫ້ອ້າຍ ບລິງດົງ ທີ່ດິນຕອນນ້ອຍໜຶ່ງ ເພື່ອໃຫ້ 2 ຜົວເມຍຕັ້ງເຮືອນຢູ່.

 “ຕອນແຕ່ງງານກ່ອນໜ້ານີ້, ຍ້ອນຂ້າພະເຈົ້າຍັງເຮັດລະບຽບການບໍ່ຄົບຖ້ວນ. ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ລູກກົກຂອງຂ້າພະເຈົ້າບໍ່ໄດ້ເຂົ້າໂຮງຮຽນ. ແຕ່ມາດຽວນີ້, ເມື່ອມີເອກະສານຄົບຖ້ວນ, ລູກຂອງຂ້າພະເຈົ້າຈຶ່ງໄດ້ເຂົ້າໂຮງຮຽນ.

ການຕ້ອນຮັບບຸນເຕັດຄັ້ງທຳອິດຂອງຊາວ ຫວຽດນາມ ເຊື້ອຊາດ ລາວ - ảnh 2ຄອບຄົວອ້າຍ ບລິງດົງ

ຄົນລາວ 20 ຄົນໄດ້ເຂົ້າເປັນສັນຊາດ ຫວຽດນາມ ໃນທ້າຍປີ 2019, ເກືອບທັງໝົດແມ່ນແມ່ຍິງໄປຢູ່ນຳຜົວ. ມີຫລາຍຄົນໄດ້ຕັ້ງຖິ່ນຖານດຳລົງຊີວິດຢູ່ບັນດາໝູ່ບ້ານເຂດພູສູງຂອງ 2 ເມືອງ ໄຕຢາງ ແລະ ນາມຢາງ, ແຂວງ ກວາງນາມ ມາເປັນເວລາຫລາຍສິບປີ ແຕ່ຍັງບໍ່ທັນໄດ້ຮັບການຢັ້ງຢືນເປັນຊາວ ຫວຽດນາມ ເທື່ອ. ໃນຊຸມປີກ່ອນນີ້, ຂະບວນການອົບພະຍົບໂດຍເສລີຢູ່ລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກໍ່ຄວາມຫຍຸ້ງຍາກໃນການຄຸ້ມຄອງສຳມະໂນຄົວ. ບັນດາຄອບຄົວທີ່ມີພໍ່ເປັນຊາວ ຫວຽດນາມ, ແມ່ເປັນຊາວ ລາວ ຫຼື ພໍ່ເປັນຊາວ ລາວ, ແມ່ເປັນຊາວ ຫວຽດນາມ ລ້ວນແຕ່ບໍ່ໄດ້ຮັບບັນດາບ້ວງເງິນອຸດໜູນນະໂຍບາຍສັງຄົມຂອງລັດ ຫວຽດນາມ ທີ່ສະຫງວນໃຫ້ພໍ່ແມ່ປະຊາຊົນເຂດພູດອຍ. ຜົວເມຍແຕ່ງດອງບໍ່ມີໃບທະບຽນສົມລົດ, ເມື່ອເກີດລູກ ກໍ່ບໍ່ສາມາດເຮັດໃບແຈ້ງເກີດໃຫ້ລູກໄດ້, ບໍ່ສາມາດເຮັດລະບຽບການໃຫ້ລູກໄປເຂົ້າໂຮງຮຽນ. ທ່ານ ອາລັງເຣັ໊ບ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຈີເອີມ, ເມືອງ ໄຕຢາງ, ແຂວງ ກວ໋າງນາມ ໃຫ້ຮູ້ວ່າ: ແມ່ຍິງ ລາວ ມາເປັນໃພ້ຢູ່ບັນດາໝູ່ບ້ານຂອງຊົນເຜົ່າ ເກີຕູ ໄດ້ຮັບຄວາມອຸ້ມຊູຊ່ວຍເຫຼືອຈາກປະຊາຊົນປະຈຳຖິ່ນ. ບັນດາເຈົ້າກົກເຈົ້າເຫຼົ່າໄດ້ພິຈາລະນາກັບປະຊາຊົນໃນບ້ານ ເພື່ອຈັດແບ່ງເຂົ້າ, ທີ່ດິນ, ຊ່ວຍໃຫ້ເຂົາເຈົ້າສ້າງຊີວິດການເປັນຢູ່ເປັນປົກກະຕິ ແຕ່ຄວາມຫຍຸ້ງຍາກທີ່ສຸດ ແມ່ນແກ້ໄຂບັນດາລະບຽບການທີ່ກ່ຽວຂ້ອງເຖິງດ້ານລະບຽບກົດໝາຍ. ຕາມທ່ານ ອາລັງເຣັ໊ບ ແລ້ວ, ໃນບໍລິເວນຂອງຕາແສງ, 3 ກໍລະນີມີພໍ່ເປັນຊາວ ຫວຽດນາມ, ແມ່ເປັນຊາວ ລາວ ຫາກໍ່ໄດ້ເຂົ້າເປັນສັນຊາດ ຫວຽດນາມ.

 “ແຕ່ກ່ອນ, ຄົນ ລາວ ມາກິນກຸດຢູ່ ຫວຽດນາມ ເປັນຈຳນວນຫລວງຫລາຍ, ຜ່ານນັ້ນ, ເຂົາເຈົ້າໄດ້ຊອກຮູ້ເຊິ່ງກັນແລະກັນ ແລະ ເຂົາເຈົ້າກໍ່ແຕ່ງງານກັນ. ແມ່ຍິງລາວມາເປັນໃພ້ຢູ່ຕາແສງນີ້ ກໍ່ແຈ້ງໃຫ້ອົງການເຈົ້າໜ້າທີ່ຮັບຊາບ ເພື່ອຮັບປະກັນໃຫ້ເຂົາເຈົ້າທັງໄດ້ເຂົ້າເປັນສັນຊາດ ຫວຽດນາມ, ທັງມີບ່ອນພັກພາອາໄສເປັນປົກກະຕິ. ເມື່ອເຂົາເຈົ້າອາໄສຢູ່ນີ້, ພວກຂ້າພະເຈົ້າເຫັນວ່າ ເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ພໍ່ແມ່ປະຊາຊົນຈຶ່ງໄດ້ຊ່ວຍເຂົາເຈົ້າປຸກສ້າງເຮືອນຢູ່.”

ແຂວງ ກວ໋າງນາມ ມີເສັ້ນຊາຍແດນຕິດກັບ ລາວ ດ້ວຍຄວາມຍາວກ່ວາ 155 ກິໂລແມັດ. ຢູ່ບັນດາໝູ່ບ້ານຕິດກັບ ລາວ, ມີຫລາຍຄົນໄດ້ຊອກຫາວິທີມາດຳລົງຊີວິດຢູ່ ຫວຽດນາມ. ທ່ານ ອາລັງມາຍ, ປະທານຄະນະກຳມະການປະຊາຊົນເມືອງ ນາມຢາງ, ແຂວງ ກວ໋າງນາມ ຖືວ່າ: ຊາວ ລາວ ມາດຳລົງຊີວິດຢູ່ ຫວຽດນາມ ເຖິງວ່າອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນອຸ້ມຊູຊ່ວຍເຫຼືອກໍ່ຕາມ ແຕ່ຄວາມຄາດຫວັງຂອງເຂົາເຈົ້າແມ່ນໄດ້ເຂົ້າເປັນສັນຊາດ ຫວຽດນາມ. ປີ 2017, ອຳນາດການປົກຄອງແຂວງ ກວ໋າງນາມ ແລະ ແຂວງ ເຊກອງ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງ 2 ລັດຖະບານ ຫວຽດນາມ - ລາວ. ບົດບັນທຶກຊ່ວຍຈຳດັ່ງກ່າວ ກໍ່ໄດ້ລະບຸກ່ຽວກັບການໜູນຊ່ວຍ ເຮັດລະບຽບການພົນລະເມືອງໃຫ້ຜູ້ທີ່ອົບພະຍົບໂດຍເສລີ, ການສົມລົດຢ່າງຜິດກົດໝາຍຢູ່ລຽບຕາມເສັ້ນຊາຍແດນ 2 ປະເທດ. ທ່ານ ອາລັງມາຍ ໃຫ້ຮູ້ວ່າ:

ກ່ອນນີ້, ເຂົາເຈົ້າອົບພະຍົບ, ເມື່ອສ້າງຄອບຄົວ, ເຮົາຖືເຂົາເຈົ້າຄືດັ່ງລູກຫຼານ, ເປັນພົນລະເມືອງຂອງປະເທດເຮົາ. ໃນໂອກາດບຸນເຕັດ, ບັນດານະໂຍບາຍໜູນຊ່ວຍຂອງລັດຖະບານຄື: ບຸນເຕັດໃຫ້ແກ່ຄົນທຸກຍາກ, ໜູນຊ່ວຍໃຫ້ແກ່ເປົ້າໝາຍນະໂຍບາຍ ແລະ ທຸກໆປີ, ງົບປະມານຂອງເມືອງໄດ້ໃຊ້ຈ່າຍເຂົ້າໃນການໜູນຊ່ວຍບຸນເຕັດວົງຄະນະຍາດໃຫ້ແກ່ບັນດາບ້ານຕ່າງໆນັ້ນ ບັນດາເປົ້າໝາຍ ເຊິ່ງໃນປັດຈຸບັນແມ່ນຊາວ ຫວຽດນາມ ເສື້ອຊາດ ລາວ ທີ່ພວມຕັ້ງຖິ່ນຖານຢູ່ ຫວຽດນາມ, ຢູ່ບັນດາຕາແສງຊາຍແດນນັ້ນ ກໍ່ໄດ້ຮັບການໜູນຊ່ວຍຄືກັນ.

ວັນທີ 03 ກໍລະກົດ 2019, ປະທານປະເທດ ຫວຽດນາມ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮັບເອົາຄົນລາວ 20 ຄົນ ທີ່ພວມອາໄສຢູ່ແຂວງ ກວ໋າງນາມ ເຂົ້າເປັນສັນຊາດ ຫວຽດນາມ. ບຸນເຕັດປີຊວດ - 2020 ຜ່ານມາ ແມ່ນບຸນເຕັດຄັ້ງທຳອິດຂອງຊາວ ຫວຽດນາມ ເສື້ອຊາດ ລາວ ເຊິ່ງໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດກັບພໍ່ແມ່ປະຊາຊົນຢູ່ເຂດພູສູງ 2 ເມືອງ ໄຕຢາງ ແລະ ນາມຢາງ, ແຂວງ ກວ໋າງນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ