(ພາບ: gdtd.vn)
ເມືອງ ບາດຊາດ, ແມ່ນໜຶ່ງໃນບັນດາເມືອງຂອງແຂວງ ລາວກາຍ ທີ່ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນເຊັ່ນ: ເຜົ່າມົ້ງ, ຊີລາ, ໄຕ, ຈີນ, ແຕ່ລະເຜົ່າຢູ່ທີ່ນີ້ລ້ວນແຕ່ມີພາສາສະເພາະ. ດັ່ງນັ້ນ, ໃນການຮ່ຳຮຽນ, ຮັບເອົາຄວາມຮູ້ໃໝ່, ນັກຮຽນຊາວຊົນເຜົ່າໄດ້ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ຍ້ອນບໍ່ຮູ້ພາສາກິງ (ໝາຍເຖິງພາສາຫວຽດ). ເພື່ອຊ່ວຍໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ, ຫວ່າງແລ້ວນີ້ລັດຖະບານ ຫວຽດນາມ ແລະ ກອງທຶນເຍົາວະຊົນສະຫະປະຊາຊາດປະຈຳຫວຽດ ນາມ ໄດ້ຈັດລາຍການສຶກສາດ້ວຍ 2 ພາສາພ້ອມກັນໃຫ້ແກ່ເດັກນ້ອຍຊົນເຜົ່າຢູ່ໂຮງຮຽນປະຖົມ ບາດຊາດ. ພາຍຫຼັງ 3 ປີ ແຫ່ງການຜັນຂະຫຍາຍ, ມາຮອດປະຈຸບັນລາຍການໄດ້ນຳມາເຊິ່ງໝາກຜົນພໍສົມຄວນ.
ນັບແຕ່ປີ 2008, ແຂວງ ລາວກາຍ ໄດ້ລົງທຶນກວ່າ 3 ຕຶ້ດົ່ງເພື່ອກໍ່ສ້າງທົດລອງໂຮງຮຽນປະຖົມໃຫ້ລູກຫຼານຊົນເຜົ່າສ່ວນໜ້ອຍ, ດ້ວຍພາ ຫະນະອຸປະກອນສິດສອນ, ປື້ມຕຳລາຮຽນເປັນ 2 ພາສາ… ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສິດສອນ ແລະ ຮ່ຳຮຽນສອງພາສາພ້ອມກັນຢູ່ໂຮງຮຽນປະຖົມ ບາດຊາດ. ມາຮອດປະຈຸບັນ, ບັນດາຊົ່ວໂມງຮຽນ 2 ພາສາໄດ້ຮັບການສະໜັບສະໜູນຈາກພວກນ້ອງນັກຮຽນ ແລະ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ.
" ນ້ອງຊື່ວ່າ ຫູ່ໂກ໋ເລີ້ຍ, ຮຽນຫ້ອງ ປໍ2 ໂຮງຮຽນປະຖົມ ບາດຊາດ, ແຂວງ ລາວກາຍ. ນອກຈາກໄດ້ຮຽນດ້ວຍພາສາມົ້ງຂອງຊົນເຜົ່າຕົນແລ້ວ, ປະຈຸບັນນ້ອງຍັງໄດ້ຮຽນດ້ວຍພາສາຫວຽດພ້ອມກັນ. ເມື່ອເຕີບໃຫຍ່ນ້ອງຈະມີໂອກາດໄປເຮັດວຽກຢູ່ເຂດທົ່ງພຽງ."
ຫູ່ໂກ໋ເລີ້ຍ ໃຫ້ຮູ້ວ່າ ຄອບຄົວຂອງນ້ອງຢູ່ເມືອງ ຈູ່ຟູ໋, ຫ່າງຈາກໂຮງຮຽນ 5 ກ.ມ. ເຖິງວ່າທາງໄປໂຮງຮຽນຈະໄກ ແລະ ຕ້ອງຍ່າງໄປກໍ່ຕາມ, ແຕ່ນ້ອງຍັງມັກໄປຮຽນທີ່ສຸດ.
" ຢູ່ໂຮງຮຽນນ້ອງໄດ້ຮຽນໜັງສື, ຕົວເລກ, ແລະຂັບຮ້ອງບັນດາບົດເພງມ່ວນໆດ້ວຍພາສາຫວຽດ. ນ້ອງມັກໄປຮຽນຫຼາຍ. ນ້ອງມີອ້າຍ 2 ຄົນ, ເຂົາເຈົ້າລ້ວນແຕ່ໄປຮຽນ ແລະເວົ້າພາສາຫວຽດໄດ້. "
ໂດຍຕ່າງກັບ ຫູ່ໂກ໋ເລີ້ຍ, ລີ່ຈ່າອິກ ພຽງແຕ່ໄດ້ຮຽນສອງພາສາພ້ອມກັນຂະນະທີ່ພວມຮຽນຫ້ອງ 5, ແຕ່ພາຍຫຼັງ 1 ປີ, ລີ່ຈ່າອິກ ສາ ມາດເວົ້າ ແລະ ຂຽນພາສາກິງໄດ້ດີ. ລີ່ຈ່າອິກ ໃຫ້ຮູ້ວ່າ ຢູ່ບ້ານຂອງນ້ອງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ບໍ່ມີໄຟຟ້າ, ໂທລະສັບກໍ່ບໍ່ທັນມີ, ແຕ່ຊາວເຜົ່າມົ້ງພັດມີຄວາມເຂົ້າໃຈກ່ຽວກັບຜົນປະໂຫຍດຂອງການຮ່ຳ ຮຽນ.
" ນ້ອງໄປຮຽນເພື່ອໃຫ້ຊີວິດ ແລະອະນາຄົດຂອງຕົນເປັນປົກກະຕິ ແລະ ມີຄວາມຜາສຸກກວ່າ. ປະຈຸບັນນ້ອງຫວັງວ່າຈະໄດ້ຮ່ຳຮຽນ, ກາຍເປັນຄູສອນເພື່ອຮັບໃຊ້ພໍ່ແມ່ປະຊາຊົນໃນໝູ່ບ້ານຂອງຕົນ."
ດ້ວຍການພັດທະນາຂອງສັງຄົມ, ນັບມື້ນັບມີຄົນເຜົ່າມົ້ງ ຫຼາຍຄົນ ຢາກຮູ້ພາສາຫວຽດ ເພື່ອສາມາດພົວພັນແລກປ່ຽນກັບຄົນຢູ່ບ່ອນອື່ນ. ນາງ ວີຮ່ວາງລຽນ, ສັງກັດຫ້ອງການສຶກສາເມືອງ ບາດຊາດ ໃຫ້ຮູ້ວ່າ. ປະຈຸບັນປື້ມຕຳລາຮຽນຂອງໂຮງຮຽນປະຖົມ ບາດຊາດ ໄດ້ຮັບການຮຽບຮຽງຕາມຄວາມຕ້ອງການຕົວຈິງຂອງນັກຮຽນ ທັງສອນດ້ວຍພາສາມົ້ງ, ທັງສອນດ້ວຍພາສາກິງ.
" ດ້ວຍປື້ມຕຳລາ 4 ຫົວ ທີ່ໄດ້ຮັບການຮຽບຮຽງດ້ວຍພາສາ ມົ້ງ ແລະພາສາຫວຽດ, ເລື່ອງສິດສອນແລະ ຮຽນຂອງຄູສອນ ແລະ ນັກຮຽນຢູ່ທີ່ນີ້ກໍ່ສະດວກສະບາຍກວ່າ, ດັ່ງນັ້ນຈຶ່ງບໍ່ມີສະພາບນັກຮຽນປະຮຽນ, ເບື່ອໜ່າຍການຮຽນ ຫຼື ຢ້ານຮຽນອີກ."
ການຮຽນສອງພາສາພ້ອມກັນບໍ່ພຽງແຕ່ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ນັກຮຽນເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນໃນທ້ອງຖີ່ນເຫັນໄດ້ຄວາມຕ້ອງການທີ່ແທດຈິງຂອງພາສາຫວຽດໃນຊີວິດປະຈຳວັນອີກດ້ວຍ. ນາງ ໂດ໋ທິແທງງວານ, ອຳນວຍການໂຮງຮຽນປະຖົມ ບາດຊາດ ໃຫ້ຮູ້ວ່າ:
" ປະຈຸບັນ, ຄວາມຮັບຮູ້ຂອງພວກນ້ອງໄດ້ມີຄວາມກ້າວໜ້າກວ່າ. ພວກນ້ອງເວົ້າພາສາຫວຽດໄດ້ດີກວ່າຊຸມປີກ່ອນ ແລະ ມີສະຕິຮ່ຳຮຽນຢ່າງຈະແຈ້ງ. ສ່ວນພໍ່ແມ່ນັກຮຽນກໍ່ຊື້ປື້ມສໍ, ໂສ້ງເສື້ອໃຫ້ລູກຫຼານໄປຮຽນ."
ໂດຍມີວິທີສອນສອງພາສາພ້ອມກັນໃຫ້ແກ່ນັກຮຽນຊົນເຜົ່ານັ້ນ ໄດ້ຊ່ວຍໃຫ້ເດັກນ້ອຍຊົນເຜົ່າສຳພັດກັບຄວາມຮູ້ສັງຄົມທີ່ກວ້າງໃຫຍ່ກວ່າ ດ້ວຍຫຼາຍສິງຫຼາຍຢ່າງທີ່ດີງາມ. ສິ່ງສຳຄັນກວ່ານັ້ນແມ່ນເລື່ອງສອນພາ ສາຫວຽດພ້ອມກັບພາສາຊົນເຜົ່ານັ້ນ ໄດ້ປະກອບສ່ວນອະນຸລັກຮັກສາ ວັດທະນະທຳຫຼາຍພາສາທີ່ເປັນມູນເຊື້ອຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ທີ່ນີ້.
ຮັ່ງ