60 ປີໄດ້ຜ່ານພົ້ນໄປນັບແຕ່ໄຊຊະນະ ດ້ຽນບຽນຝູປີ 1954, ແຕ່ຄວາມ ຊົງຈຳຂອງນັກຮົບດ້ຽນບຽນຝູ ເມື່ອກ່ອນນີ້ຍັງຄົງເໝືອນເດີມ. ການບຸກໂຈມຕີ ແຕ່ລະຄັ້ງຍັງເປັນຂີດໝາຍຕ່່າງຫາກ, ໃນນັ້ນມີການສູ້ຮົບຢູ່ນ່າໜອງຊຶ່ງແມ່ນທີ່ໝັ້ນແຫ່ງໜຶ່ງຕັ້ງຢູ່ຫ່າງຈາກຂຸມບັນຊາຂອງນາຍພົນ De Castries 300 ແມດ ແມ່ນໜຶ່ງໃນບັນດາບັ້ນສູ້ຮົບທີ່ສຳຄັນ ປະກອບສ່ວນເຂົ້າໃນໄຊຊະນະ ດ້ຽນບຽນຝູທີ່ຍິ່ງໃຫຍ່.
ພັນເອກ ເລຢິວຕື ຜູ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ
|
ທ່ານພັນເອກ ເຢືອງນຽດ ແລະ ພັນເອກ ເລຢິວຕື ປີນີ້ມີອາຍຸ 80 ປີແລ້ວ, ເຖິງວ່າຜົມໄດ້ຫງອກ ແລະ ສຸ້ຂະພາບໄດ້ອ່ອນເພຍແລ້ວກໍຕາມ, ແຕ່ເມື່ອເລົ່າເຖິງບັ້ນຮົບດ້ຽນບຽນຝູນັ້ນ, ສຽງເວົ້າຂອງພວກເພິ່ນພັດແຂງແຮງຂຶ້ນຢູ່. ສິ່ງທີ່ປະທັບໃຈຢ່າງເລິກເຊິ່ງໃນບັ້ນຮົບຢູ່ດ້ຽນບຽນຝູ, ນັ້ນແມ່ນການສູ້ຮົບຢູ່ນ່າໜອງ. ໃນແຜນທີ່ບັ້ນຮົບດ້ຽນບຽນຝູ, ນ່າໜອງແມ່ນທີ່ໝັ້ນ 310, ຝະລັ່ງໄດ້ຕັ້ງຊື່ວ່າ Claudine 5 . ນ່າໜອງແມ່ນໂນນຕ່ຳດ້ວຍລະບົບຂຸມຄອງຖືກກໍ່ສ້າງແບບຖາວອນ. ກຳລັງໃນທີ່ໝັ້ນແຫ່ງນີ້ ທັງໝົດແມ່ນທະຫານຝະລັ່ງ, ລ້ອນແຕ່ໄດ້ຮັບການປະກອບອາວຸດທັນສະໄໝທີ່ສຸດໃນຄາວນັ້ນຄື: ເຮືອບິນ B29 ບັນທຸກທະຫານໂດດຈ້ອງ, ປືນໃຫຍ່ 105 ມີລີແມດ ແລະ ປືນໂຄກ 120 ມີລີແມດ. ເພື່ອດັບສູນກອງບັນຊາການທະການກຸ່ມທີ່ໝັ້ນຝະລັ່ງນັ້ນ, ກ່ອນອື່ນໝົດແມ່ນຕ້ອງດັບສູນທີ່ໝັ້ນແຫ່ງນີ້ເສຍກ່ອນ. ພັນເອກເລຢິວຕື ເລົ່າຄືນສູ່ຟັງວ່າ :
“ ຕອນເຊົ້າວັນທີ 6/5/1954, ກອງທັບເຮົາໄດ້ເຕົ້າໂຮມກຳລັງ ຊຶ່ງມີທັງກອງປືນໃຫຍ່ ແລະ ທັງລູສອນໄຟ Kstusa ເພື່ອຍິງໃສ່ບັນດາທີ່ໝັ້ນຂອງສັດຕູ ອັນໄດ້ເຮັດໃຫ້ພວກມັນຖືກເປັ້ຍລອຍ. ແຜນສູ້ຮົບນີ້ແມ່ນປະຕິບັດຕາມຍຸດທະວິທີຂອງພົນເອກຫວໍງວຽນຢາບຄື : ບຽດ-ບຸກຕີ-ດັບສູນ. ກຳລັງຂອງເຮົາໄດ້ປິດລ້ອມບັນດາທີ່ໝັ້ນຂອງສັດຕູ, ຕັດເສັ້ນທາງລຳລຽງຂົນສົ່ງທະຫານ, ອາວຸດ ແລະ ເຄື່ອງຂອງຕ່າງໆຂອງສັດຕູ, ອັນໄດ້ເຮັດໃຫ້ສັດຕູຖືກຕົກສະທ້ານຢ້ານກົວທີ່ສຸດ”
ເວລາປະມານ 13 ໂມງວັນທີ 6/5/1954, ຢູ່ຮົ່ງເລັກ ຕັ້ງຢູ່ກາງປ່າທາງກ້ຳຕາເວັນຕົກເມື່ອງແທງ, ຂັ້ນເທິງໄດ້ເຜີຍແຜ່ແຜນສູ້ຮົບ ແລະ ຈັດແບ່ງວຽກງານໜ້າທີ່ໃຫ້ແຕ່ລະກົມກອງທະຫານເພື່ອດັບສູນທີ່ໝັ້ນແຕ່ລະແຫ່ງຂອງສັດຕູ. ພັນເອກເຢືອງນຽດເລົ່າຄືນສູ່ຟັງວ່າ :
“ເວລາປະມານ 17 ໂມງວັນທີ 6/5/1954, ທັງກອງຮ້ອຍໄດ້ເຄື່ອນທັບໄປຮອດທາງແຄມປ່າ. ນ້ຳ ແລະ ຂີ້ຕົມໃນຂຸມຄອງໄດ້ຂຶ້ນຮອດແອວ, ແຕ່ອ້າຍນ້ອງເຮົາໄດ້ຜ່ານຜ່າຄວາມລຳບາກ, ເຄື່ອນມຸ່ງໜ້າສູ່ນ່າໜອງ. ພວກສັດຕູໄດ້ຍິງປືນໃຫຍ່ຢ່າງບໍ່ຂາດ, ແຕ່ລະບົບຂຸມຄອງໄດ້ຮັບປະກັນໃຫ້ການເຄື່ອນທັບຂອງກົມກອງໄປຮອດທີ່ໝັ້ນດ້ວຍຄວາມປອດໄພ ແລະ ສາມາດຮັກສາໄດ້ຄວາມລັບ. ຮອດເວລາປະມານ 19 ໂມງ 30 ນາທີວັນທີ 6/5/1954 ພວກເຮົາສາມາດຢຶດຄອງໄດ້ສະໜາມຮົບ, ດັກສະກັດຢູ່ນີ້, ລໍຖ້າຄຳສັ່ງບຸກໂຈມຕີ ”
ຄຳສັ່ງບຸກໂຈມຕີຂອງທົ່ວສະໜາມຮົບໃນຄ່ຳຄືນວັນນັ້ນ ແມ່ນຕົກລົງປະຕິບັດຕາມສຽງລະເບີດແຕກທີ່ຫ້າງໄວ້ໃຕ້ໂນນ A1. ພວກນັກຮົບເຮົາຢູ່ບັນດາລະບົບຂຸມຄອງໄດ້ກຽມພ້ອມ ລໍຖ້າສຽງລະເບີດດັ່ງຂຶ້ນ. ແຕ່ຖ້າດົນໆ, ບໍ່ໄດ້ຍິນສຽງລະເບີດແຕກ. ຕາມການຊີ້ນຳຈາກກອງບັນຊາການ, ເວລາ 20 ໂມງ 30 ນາທີ ປືນໃຫຍ່ຂອງເຮົາໄດ້ພ້ອມກັນຍິງໃສ່ທີ່ໝັ້ນ. ພວກສັດຕູພາກັນໂຮຮ້ອງ ແລະ ພ້ອມກັນຖອດຕົວເຂົ້າໃນຂຸມ. . ພັນເອກເຢືອງນຽດເລົ່າຄືນສູ່ຟັງອີກວ່າ :
“ ເມື່ອປືນໃຫຍ່ຢຸດຍິງ, ພວກຂ້າພະເຈົ້າໄດ້ບຸກເຂົ້າລະບົບຂຸມຄອງຂອງສັດຕູ. ເມື່ອເຫັນພວກເຮົາ, ພວກສັດຕູທັງໝົດພ້ອມກັນຖອດຕົວເຂົ້າໃນຂຸມເພື່ອຈັ້ງທ່າປ້ອງກັນ ແລ້ວກໍໄດ້ຍິງກວາດໃສ່ຝ່າຍພວກເຮົາ. ການສູ້ຮົບແມ່ນດຸເດືອດໃນຂຸມຄອງແຕ່ລະແມດ”
ພັນເອກ ເຢືອງນຽດ ຜູ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ
|
ພັນເອກເຢືອງນຽດເວົ້າຕໍ່ໄປວ່າ :
“ ເມື່ອຄົ້ນພົບວ່າ ໃນຂຸມຍັງມີທະຫານຝະລັ່ງພວມຈັ້ງທ່າປ້ອງກັນ, ພວກນັກຮົບເຮົາມີເຈດຈຳນົງແກວງລະເບີດມືໃສ່, ຖ້າຫາກລະເບີດມືຕົກໃສ່ທາງໃນຂຸມນັ້ນ, ພວກສັດຕູທັງໝົດໃນຂຸມຈະຖືກດັບສູນ, ແຕ່ຖ້າຫາກລະເບີດມືຕົກຢູ່ທາງນອກຂຸມນັ້ນ, ກໍຈະເຮັດໃຫ້ທະຫານເຮົາຖືກບາດເຈັບ. ໃນທັນທີ່ ກໍໄດ້ມີຄຳເຫັນຖືກຍົກອອກມາ ນັ້ນແມ່ນປະກາດຮຽກຮ້ອງໃຫ້ທະຫານຝະລັ່ງອອກຍອມຈຳນົນດ້ວຍພາສາຝະລັ່ງ. ແລະ ຄຳເຫັນນີ້ໄດ້ປະກົດຜົນເປັນຈິງ, ພວກທະຫານຝະລັ່ງທີ່ຍັງເຫຼືອໃນຂຸມໄດ້ຍ່າງອອກຈາກຂຸມ, ຍົກມືຂຶ້ນຍອມຈຳນົນ”
ການສູ້ຮົບຢູ່ນ່າໜອງ ກໍແມ່ນການສູ້ຮົບຄັ້ງສຸດທ້າຍຂອງກອງພັນ 18 ຢູ່ດ້ຽນບຽນ. ປະຈຸບັນນັກຮົບເກົ່າໃນກອງພັນເມື່ອກ່ອນຍັງເຫຼືອພຽງ 2-3 ຄົນໄດ້ເຖົ້າແກ່ແລ້ວເທົ່ານັ້ນ. ຮອດວັນທີ 6/5 ແຕ່ລະປີ, ບັນດານັກຮົບເກົ່າໃນກອງພັນໄດ້ຈັດຕັ້ງການພົບປະສ້າງສັນເພື່ອທົບທວນຄືນວິລະກຳທີ່ລືຊາຜາກົດໃນບັ້ນຮົບດ້ຽນບຽນຝູ.