(VOVWORLD) - ນັບແຕ່ເມື່ອ UNESCO ຮັບຮອງເອົາຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ແຂວງ ຝູເທາະ ໄດ້ຜັນຂະຫຍາຍບັນດາໂຄງການເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍປະເພດຂັບຊວານນີ້.
ຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງແຂວງ ຝູເທາະ ໂດຍ UNESCO ຮັບຮອງເອົາໃນເດືອນ ທັນວາ 2017. ຕົ້ນກຳເນີດຂອງຂັບຊວານ ໄດ້ຕິດພັນກັບສະໄໝເຈົ້າຊີວິດຮຸ່ງໃນການສ້າງບ້ານແປງເມືອງ, ສະນັ້ນ ເນື່ອງໃນໂອກາດງານບຸນວິຫານຮຸ່ງ - ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ 10/03 (ໄລ່ຕາມຈັນທະປະຕິທິນ), ຍາມໃດກໍ່ໄດ້ດຳເນີນລາຍການສະແດງຂັບຊວານ ແລະ ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງບັນພະບູລຸດຂອງຊາດ ຫວຽດນາມ.
ຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ |
ໂດຍແມ່ນມໍລະດົກຂຶ້ນກັບປະເພດສິລະປະການສະແດງ, ຂັບຊວານຂອງແຂວງ ຝູເທາະ ລວມມີການຂັບລຳ, ຟ້ອນ, ເຄາະກອງ ແລະ ເຄາະໄມ້. ຂັບຊວານຕິດພັນກັບການໄຫວ້ບູຊາເຈົ້າຊີວິດຮຸ່ງ, ແມ່ນການເຫລື້ອມໃສມີຕົ້ນກຳເນີດມາຈາກການໄຫວ້ບູຊາບັນພະບູລຸດຂອງຊາວ ຫວຽດນາມ. ເມື່ອຮອດລະດູງານບຸນວິຫານຮຸ່ງໃນແຕ່ລະປີ, ບັນດາເມືອງຢູ່ອ້ອມແອ້ມວິຫານຮຸ່ງພັດໄດ້ຈັດຕັ້ງການຝຶກແອບຂັບຮ້ອງບັນດາບົດເພງ, ລາຍການສະແດງເພື່ອໄປສະແດງຢູ່ງານບຸນ ແລະ ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ມີຄວາມຄຶກຄື້ນມ່ວນຊື່ນ.
ເພືຶ່ອກະກຽມໃຫ້ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2019, ທຸກໆວັນ, ແມ່ຕູ້ ຟານທິກ໊ຽມ ຢູ່ບ້ານກິມດ໊າຍ, ຕາແສງ ກິມດຶກ, ນະຄອນ ຫວຽດຈີ່, ກໍ່ເອົາແພຄຽນຫົວ, ນຸ່ງຊຸດເສື້ອຍາວ ແລະ ຖືກລູກຫລານໄປສົ່ງຢູ່ເດີ່ນສາລາບ້ານແຕ່ເຊົ້າ. ປີນີ້ ແມ່ຕູ້ ຟານທິກ໊ຽມ ມີອາຍຸໄດ້ 110 ປີແລ້ວ ແຕ່ລາວຂັບຊວານຍັງມ່ວນຢູ່. ແມ່ຕູ້ ຟານທິກ໊ຽມ ແມ່ນໜຶ່ງໃນ 17 ນັກສິລະປະການຂັບຊວານ ຝູເທາະ ຊຸດທຳອິດ ໄດ້ຮັບນາມມະຍົດ “ນັກສິລະປະການດີເດັ່ນ” ໂດຍປະທານປະເທດມອບໃຫ້.
“ບັນດາໂອກາດຄືແນວນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ມ່ວນຊື່ນຫລາຍ. ພຽງແຕ່ຢາກມີຊີວິດໄດ້ 2 - 3 ປີຕື່ມອີກ ເພື່ອໃຫ້ໄດ້ຂັບຊວານ.”
ນັ່ງຮຽນຂັບຊວານກັບບັນດາພໍ່ຕູ້ແມ່ຕູ້ຢູ່ສາລາບ້ານ ກິມດ໊າຍ ຍັງມີຫຼານນ້ອຍ 2 ຄົນແມ່ນ ເລທິທູຮ່າ ແລະ ໂງກວ໊ກເກື່ອງ. ເຖິງວ່າຍັງນ້ອຍຢູ່ກໍ່ຕາມ ແຕ່ຫຼານນ້ອຍ 2 ຄົນນັ້ນ ພັດສະແດງໄດ້ “ນ້ຳສຽງອ່ອນຫວານ” ໃນການຂັບຊວານ “ປູກຝ້າຍ, ເຮັດໜານປູກໝາກຖົ່ວ”
“ຫຼານມັກຮຽນຂັບຊວານ ຍ້ອນວ່າຂັບຊວານມ່ວນທີ່ສຸດ ແລະ ມັນກໍ່ເປັນມໍລະດົກວັດທະນະທຳ ຫວຽດນາມ.”
“ຫຼານຮຽນຂັບຊວານຕັ້ງແຕ່ຕອນຮຽນຢູ່ຫ້ອງ ປ1. ຫຼານມັກບົດຂັບຊວານນີ້ ຍ້ອນວ່າມີຈັງຫວະມ່ວນດີ. ເມື່ອຮຽນຂັບບົດດັ່ງກ່າວ ຫຼານບໍ່ຮູ້ສຶກຍາກຈັກໜ້ອຍເລີຍ ເພາະວ່າ ຫຼານຂັບມາແຕ່ຕອນໂຮງຮຽນມີງານບຸນສະແດງສິລະປະ.”
ຢູ່ບັນດາຫ້ອງຮຽນ, ສຳລັບຜູ້ທີ່ມີອາຍຸສູງ, ນັກສິລະປະການດີເດັ່ນ ເລຊວນຫງູ ຢູ່ບ້ານ ຊວານຟູ່ດຶກ, ຕາແສງ ກິມດຶກ, ນະຄອນ ຫວຽດຈີ່, ພວມເມົາມົວຖ່າຍທອດການຂັບຊວານໃຫ້ລຸ້ນໜຸ່ມແບ່ງປັນວ່າ:
“ພວກຂ້າພະເຈົ້າຝຶກແອບໃຫ້ພວກຫຼານຮຽນຂັບ ເກືອດີ່ງ ໃນເມື່ອກ່ອນຕາມ 3 ພິທີກຳ. ບອກສອນພວກຫຼານໃຫ້ຮູ້ຈັກວິທີການສະແດງຢູ່ໃນສາລາ, ຫໍບູຊາ ແລະ ຕ້ອງຈື່ບັນດາພິທີກຳສັກສິດນັ້ນ ແມ່ນພິທີບູຊາບັນດາເຈົ້າຊີວິດຮຸ່ງ.”
ຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ |
ນັບແຕ່ເມື່ອ UNESCO ຮັບຮອງເອົາຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ແຂວງ ຝູເທາະ ໄດ້ຜັນຂະຫຍາຍບັນດາໂຄງການເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍປະເພດຂັບຊວານນີ້. ໃນນັ້ນ, ສຸມໃສ່ລົງທຶນແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຖັນແຖວນັກສິລະປີນສືບທອດ. ທຳອິດ, ມີນັກສິລະປະການພຽງແຕ່ 7 ຄົນເທົ່ານັ້ນ ທີ່ມີຄວາມສາມາດຖ່ອຍທອດຂັບຊວານໄດ້, ມາຮອດປັດຈຸບັນ ມີນັກສິລະປະການເກືອບ 70 ຄົນແລ້ວ. ປັດຈຸບັນ, ຂັບຊວານມີຢູ່ 18 ຕາແສງຂອງ 2 ແຂວງ ຝູເທາະ ແລະ ຫວີງຟຸກ, ໃນນັ້ນ ມີ 15 ຕາແສງຂຶ້ນກັບນະຄອນ ຫວຽດຈີ່. ໃນບໍລິເວນແຂວງ ຝູເທາະ, ປັດຈຸບັນມີ 4 ກຸ່ມບ້ານຂັບຊວານໄດ້ຮັບການສ້າງຕັ້ງ ແລະ ພວມເຄື່ອນໄຫວຢູ່ນະຄອນ ຫວຽດຈີ່, ນັ້ນແມ່ນກຸ່ມບ້ານ ຊວານອານທ໊າຍ, ກຸ່ມບ້ານ ຊວານແທ໊ດ, ກຸ່ມບ້ານ ຊວານຟູ໋ດຶກ ແລະ ກຸ່ມບ້ານ ຊວານກິມດ໊າຍ.
ນັກດົນຕີ, ນັກຄົ້ນຄວ້າດົນຕີ ດັ້ງຮ່ວາງລວານ ຖືວ່າ: ຂັບຊວານແມ່ນປະເພດຂັບພື້ນເມືອງກ່ຽວກັບພິທີການ, ຮີດຄອງປະເພນີ, ຕິດພັນກັບບັນດາຮີດຄອງປະເພນີ ແລະ ຂັບຢູ່ຕາມສາລາ, ວັດວາອາຮາມ…ເພື່ອຮັບໃຊ້ຄວາມຕ້ອງການໃນການເຫລື້ອມໃສຂອງວົງຄະນະຍາດ. ຍ້ອນເຫດນັ້ນ ຄວນຮັກສາການເຫລື້ອມໃສວັດທະນະທຳນີ້ໄວ້ ເພື່ອພັດທະນາຂັບຊວານ ແລະ ສະຖານທີ່ເພື່ອແນະນຳປະເພດວັດທະນະທຳນີ້ໃຫ້ມະຫາຊົນຢູ່ພາຍໃນປະເທດກໍ່ຄືສາກົນ.
“ອະນຸລັກຮັກສາການເຫລື້ອມໃສແບບດັ້ງເດີມໄວ້. ຖ້າຫາກພັດທະນາຢູ່ສາລາບ້ານ 30 ແຫ່ງທີ່ມີປະເພນີຂັບຊວານນັ້ນ ຄວນປະຕິບັດຢ່າງຂ້ຽວຂາດກ່ວາ. ທີ 2 ແມ່ນສາມາດແນະນຳສິລະປະຂັບຊວານ, ດົນຕີຂັບຊວານອອກສູ່ຊີວິດສັງຄົມໃນການດຳເນີນຊີວິດຂອງປະຊາຄົມ. ແຂວງ ຝູເທາະ ຄວນປະຕິບັດຢ່າງລະມັດລະວັງ, ປະຕິບັດການທົດລອງ, ຄົ້ນຄວ້າ ແລະ ມີຄຳເຫັນແລກປ່ຽນຂອງບັນດານັກວິທະຍາສາດ.”
ເພື່ອຊ່ວຍໃຫ້ແຂກທ່ອງທ່ຽວໄດ້ເຂົ້າຮ່ວມ ກ່ຽວກັບຄວາມງາມວັດທະນະທຳຂອງດິນແດນແຫ່ງບັນພະບູລຸດໃຫ້ຫລາຍຕື່ມອີກ, ໃນໂອກາດງານບຸນວິຫານຮຸ່ງ, ຂັບຊວານ ຈະໄດ້ສະແດງຢູ່ບັນດາສະຖານທີ່ໃນເຂດປູຊະນີຍະສະຖານ. ພິເສດ ຫລາຍປີຜ່ານມາ, ແຂວງ ຝູເທາະ ໄດ້ສ້າງຜະລິດຕະພັນ “ຂັບຊວານບ້ານບູຮານ” ຢູ່ບັນດາໝູ່ບ້ານດັ້ງເດີມ. ດ້ວຍບັນດາການປະຕິບັດລະອຽດ ແລະ ແທດຈິງ, ຂະແໜງການທ່ອງທ່ຽວແຂວງ ຝູເທາະ ໄດ້ສ້າງຂັບຊວານ ໃຫ້ກາຍເປັນອາຫານທາງດ້ານຈິດໃຈ, ເປັນຜະລິດຕະພັນທ່ອງທ່ຽວທີ່ມີສີສັນ, ເປັນເອກະລັກສະເພາະ, ຊຶ່ງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນບໍ່ອາດພາດໂອກາດໄດ້. ສິ່ງດັ່ງກ່າວ ຈະຊ່ວຍໃຫ້ຂັບຊວານ ຝູເທາະ ໄດ້ຖ່າຍທອດ ແລະ ໂຄສະນາອອກສູ່ໂລກຢ່າງກ້ວາງຂວາງກ່ວາອີກ./.