ການບັນລະຍາຍທີ່ມີຊື່ວ່າ : “ ປະຫວັດສາດດົນຕີຂອງວິທະຍຸກະຈາຍສຽງຫວຽດນາມ” ຂອງ ປ.ອ ລໍນານ ໂອເບີແຣນ ສັງກັດມະຫາວິທະຍາໄລ ໂນຕິງຮາມຂອງອັງກິດ ຫາກໍຖືກຈັດຂຶ້ນຮ່າໂນ້ຍ. ເພື່ອກະກຽມໃຫ້ແກ່ການບັນລະຍາຍ, ທ່ານໄດ້ຄົ້ນຄ້ວາ, ເຮັດວຽກ ແລະ ສຳພາດນັກດົນຕີ, ພະນັກງານວິທະຍຸກະຈາຍສຽງຫວຽດນາມຫຼາຍຄົນໃນໄລຍະຍາວນານ.
ທ່ານ ປ.ອ ລໍນານ ໂອເບີແຣນ |
ບົດເພງ “ ດັບສູນຟາດຊິດ” ຊຶ່ງແມ່ນສຽງດົນຕີຂຶ້ນຕົ້ນລາຍການປະຈຳວັນຂອງວິທະຍຸກະຈາຍສຽງຫວຽດນາມ, ຊຶ່ງແມ່ນໜຶ່ງໃນບັນດາບົດເພງຖືກອອກອາກາດທີ່ການບັນລະຍາຍ. ນະທີ່ນີ້, ທ່ານ ປ.ອ ລໍນານ ໂອເບີແຣນ ໄດ້ແນະນຳບັນດາການຄົ້ນຄ້ວາຂອງທ່ານກ່ຽວກັບໄລຍະທາງແຫ່ງປະຫວັດສາດດົນຕີຜ່ານຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມນັບແຕ່ເວລາມີຖະແຫຼງການປະກາດເອກະລາດເມື່ອປີ 1945 ຫາຊຸມປີ 1950. ວຽກງານກະກຽມຂອງບັນດານັກຂ່າວ, ນັກເຕັກນິກລຸ່ນທຳອິດຂອງ ວິທະຍຸກະຈາຍສຽງຫວຽດນາມໃຫ້ແກ່ລາຍການອອກອາກາດ ຖະແຫຼງການປະກາດເອກະລາດເມື່ອວັນທີ 7/9/1945 ກໍຄືວິທີເລືອກເຟັ້ນເອົາບົດດົນຕີຂຶ້ນຕົ້ນລາຍການໄດ້ຮັບການແບ່ງປັນກັບຜູ້ຟັງທັງຫຼາຍ. ປ.ອ ລໍນານ ໂອເບີແຣນແບ່ງປັນວ່າ ເມື່ອກ່ອນນີ້, ການເວົ້າຜ່ານໄມ ແມ່ນພຽງຮັບໃຊ້ຜູ້ຟັງແຕ່ 40-50 ຄົນເທົ່ານັ້ນ, ແຕ່ຍ້ອນມີຄື້ນກະຈາຍສຽງນັ້ນ, ບັນດາສານໃນໄລຍະຕໍ່ຕ້ານກໍຖືກສົ່ງໄປໄກກ່ວາ. ບົດ ຖະແຫຼງການປະກາດເອກະລາດຂອງປະທານໂຮ່ຈິມິນ ກໍແມ່ນຕົວຢ່າງໜຶ່ງ.
ໃນໄລຍະສົງຄາມອິນໂດຈິນ(1946-1954), ມີພຽງແຕ່ການອອກອາກາດສຽງດົນຕີຜ່ານ ຄື້ນກະຈາຍສຽງຫວຽດນາມ, ນັ້ນແມ່ນເປີດບັນດາຈານດົນຕີທີ່ໄດ້ອັດສຽງກ່ອນ, ທີ່ 2 ແມ່ນຂັບຮ້ອງສົດເລີຍ. ປ.ອ ລໍນານ ໂອເບີແຣນ ໃຫ້ຮູ້ວ່າ :
“ ອາດຈະເປີດຈານດົນຕີເກົ່າຄືດົນຕີເອີລົບ, ດົນຕີຫວຽດນາມຄື ຂັບແຈວ, ຂັບຕວງ, ຂັບກາຍເລື່ອງ…ມີຫຼາຍປະເພດດົນຕີ, ໃນນັ້ນມີດົນຕີພື້ນເມືອງຂອງຫວຽດນາມຖືກອັດໃສ່ຈານດົນຕີ ແລະ ວິທະຍຸກະຈາຍສຽງຫວຽດນາມໄດ້ນຳໃຊ້ຈານດົນຕີເຫຼົ່ານັ້ນ. ນອກຈາກລາຍການທີ່ອັດລ່ວງໜ້ານັ້ນ, ກໍມີການເສບດົນຕີສົດເລີຍ”
ນັບແຕ່ພາຍຫຼັງສັນຍາເຊີແນວ, ບາງອົງການລົງເລີກກ່ຽວກັບພາຫະນະສື່ສານດົນຕີ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຮ່າໂນ້ຍ. ຕາມການຄົ້ນຄ້ວາຂອງ ປ.ອ ລໍນານ ໂອເບີແຣນ ແລ້ວ, ໃນໄລຍະນີ້, ບັນດານັກເສບເຄື່ອງດົນຕີ, ນັກດົນຕີ ແລະ ຜູ້ຜະລິດສາມາດອັດສຽງບົດເພງກ່ອນ, ນຳໃຊ້ລະບົບອັດສຽງ, ຫຼາຍລາຍການດົນຕີໄດ້ຮັບການຜະລິດ. ວິທີນຳໃຊ້ດົນຕີກໍຄ່ອຍໆໄດ້ຮັບການປົວແປງ. ປ.ອ ລໍນານ ໂອເບີແຣນ ໃຫ້ຮູ້ຕື່ມອີກວ່າ :
“ ດ້ວຍບັນດາເປົ້າໝາຍທີ່ມີລັກສະນະຍຸດທະສາດ ແລະ ນຳໃຊ້ດົນຕີເພື່ອເປີດກ້ວາງ, ເພີ່ມທະວີບັນດາລາຍການກະຈາຍສຽງ, ນຳໃຊ້ສຽງດົນຕີເພື່ອທົດແທນໃຫ້ແກ່ສຽງອື່ນໆ. ເພື່ອເຊື່ອມຕໍ່ລະຫວ່າງບັນດາລາຍການ, ສຽງດົນຕີສັ້ນ ກໍອາດຈະນຳໃຊ້ສຽງດົນຕີຂອງເຄື່ອງດົນຕີປະເພດຕ່າງໆ ”
ສຳຄັນກ່ວານັ້ນ, ຄື້ນຂອງວິທະຍຸກະຈາຍສຽງຫວຽດນາມເກືອບຄືວ່າ ໄດ້ກາຍເປັນສະຖານທີ່ພຽງແຫ່ງດຽວເພື່ອເຜີຍແຜ່ດົນຕີຢ່າງວ່ອງໄວ ແລະ ກ້ວາງເລິກ. ນາງ ຫງວຽນທິຮ່ຽນ ຢູ່ເມືອງຮ່ວານກ໋ຽມ, ຮ່າໂນ້ຍ ແບ່ງປັນວ່າ :
“ ຂ້າພະເຈົ້າເຫັນວ່າ ການບັນລະຍາຍນີ້ ມ່ວນຫຼາຍ. ຜ່ານນັ້ນ, ຂ້າພະເຈົ້າສາມາດເຂົ້າໃຈກ່ຽວກັບປະຫວັດສາດດົນຕີຂອງ ວິທະຍຸກະຈາຍສຽງຫວຽດນາມຫຼາຍກ່ວາເກົ່າ ”
ເມື່ອສັງເກດປະຫວັດສາດົນຕີຜ່ານຄື້ນກະຈາຍສຽງ, ປ.ອ ລໍນານ ໂອເບີແຣນ ຍັງຄົງຢືນຢັນວ່າ : “ດົນຕີແມ່ນການເຊື່ອມຕໍ່ລະຫວ່າງຜູ້ຟັງກັບລາຍການກະຈາຍສຽງຢ່າງໄວທີ່ສຸດ ”. ເພື່ອແກ່ດຶງຜູ້ຟັງຮັບຟັງລາຍການກະຈາຍສຽງນັ້ນ, ດົນຕີກໍມີບົດບາດສຳຄັນ.