(vovworld) – “ພວກຂ້າພະເຈົ້າຢາກນຳເອົາສີສັນວັດທະນະທຳໃໝ່ມາໃຫ້ປະຊາຊົນນະຄອນຫຼວງຮ່າໂນ້ຍ. ຢູ່ທີ່ນີ້, ທຸກຄົນບໍ່ພຽງແຕ່ໄດ້ຢ້ຽມຊົມບັນດາຮ້ານສິນຄ້າ, ໄດ້ເຫັນປະຈັກຕາວິທີຂາຍສິນຄ້າຂອງຊາວເຜົ່າເຂດພູດອຍຊາປາ ເທົ່ານັ້ນ, ຫາກຍັງຊື້ໄດ້ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າເພື່ອຮັບໃຊ້ຄວາມຕ້ອງ ການຂອງຕົນໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ອີກດ້ວຍ.. ເອື້ອຍແທງຮັ່ງ, ຫົວໜ້າຄະນະຄຸ້ມຄອງງານຕະຫຼາດນັດໄດ້ແບ່ງປັນຄືດັ່ງກ່າວ ກ່ຽວກັບຈຸດປະສົງຂອງການຈັດຕັ້ງ “ຕະຫຼາດນັດເຂດພູດອຍ” ທີ່ດຳເນີນຢູ່ເຂດວາງສະແດງເວິນໂຮ່, ຮ່າໂນ້ຍ ແຕ່ວັນທີ 6 – 15/2. ເຊີນທ່ານພ້ອມກັບຢ້ຽວຮົ່ງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມຄົ້ນຫາຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດນີ້.
ພາບປະກອບ
|
ໃນບໍລິເວນຕົ້ນຕໍຢູ່ເຂດວາງສະແດງເວິນໂຮ່ ກວ້າງປະມານ 300 ຕາແມັດ, ມີຮ້ານວາງສະແດງ 7- 8 ຮ້ານ, ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ຫຼັງຄາມຸ້ງດ້ວຍໃບຄໍ້. ລ້ວນແຕ່ເຕັມແຂກມາຊົມ.
ໃນເຂດອາຫານການກິນ. ໝໍ້ຖັ໋ງໂກ໋ເທິງເຕົາໄຟພວມຟົດເດືອດຍັງເຫຼືອພຽງເຄິ່ງໝໍ້ເທົ່ານັ້ນ. ຢູ່ໃກ້ນັ້ນວາງຂາຍເຂົ້າໜຽວ 5 ສີ ແລະ ເຂົ້າຕົ້ມດຳໃນທົ່ວຂຽວ, ຊີ້ນໝູ… ຢູ່ໃຈກາງເຂດອາຫານການກິນ, ເອື້ອຍງາ, ນັກສິລະປະການຕົ້ມເຝີສົ້ມ, ໃນຊຸດອາພອນຂອງຊົນເຜົ່ານຸ່ງ, ທັງຖອກເສັ້ນເຝີ, ທັງຂາຍເຝີໃຫ້ແຂກ, ເອື້ອຍງາ ເວົ້າວ່າ:
“ເຝີຢູ່ເຂດພູສູງຕ່າງກັນກັບເຟີຮ່າໂນ້ຍ, ເພາະວ່າ, ມັນປຸງແຕ່ງດ້ວຍຊີ້ນໝູ. ສ່ວນເສັ້ນເຝີເຮັດດ້ວຍເຂົ້າໄຮ່ດັ່ງນັ້ນບໍ່ຂາວປານໃດ. ແຕ່ລະມື້ຂາຍເຝີໄດ້ຫຼາຍສຸດແມ່ນ 80 ກິໂລກຼາມ, ນອກຈາກກິນເຝີຢູ່ກັບທີ່, ແຂກເຂົ້າຊົມຍັງຊື້ເສັ້ນເຝີມາແຕ່ງເອງອີກດ້ວຍ, ພວກຂ້າພະເຈົ້າກໍ່ແນະນຳວິທີປຸງແຕ່ງເຝີສົ້ມໃຫ້ແຂກຮູ້.”
ລຸງ ງວານ, ແຂກກິນເຝີໃນຮ້ານ, ເວົ້າວ່າ:
“ກິນເຝີນີ້ຮູ້ສຶກແປກໆ, ລົດສົ້ມຂອງມັນເຮັດໃຫ້ເຮົາບໍ່ເບື່ອ, ມີກິ່ນຫອມ, ມັນຂອງຖົ່ວເຫຼືອງ, ຖົ່ວດິນອີກດ້ວຍ. ລຸງມັກກິນເພັດດັ່ງນັ້ນຈຶ່ງໃສ່ຊອດໝາກເພັດຕື່ມອີກໃຫ້ມັນແຊບກ່ວາ.”
ຮ້ານຂາຍຢາພື້ນເມືອງນັ້ນຂອງປ້າ ແຈ່ວສືໄໝ
|
ທີ່ຮ້ານຂາຍບັນດາເຄື່ອງແຫ້ງ ແລະ ຢາພື້ນເມືອງນັ້ນ, ປ້າ ແຈ່ວສືໄໝໃນຊຸດອາພອນຂອງຊາວເຜົ່າຢາວແດງ, ຫົວພັນຜ້າ, ໂສ້ງເສື້ອສີຄາມປະດັບດ້ວຍລວດລາຍສີແດງ ແລະ ແຖວກະດູມດ້ວຍເງິນທີ່ສວຍງາມພວມແນະນຳໃຫ້ແຂກກ່ຽວກັບຜົນປະໂຫຍດຂອງຢາແຕ່ລະປະເພດ. ປ້າ ແຈ່ວສືໄໝ, ໄດ້ຮັບການຮັບຮອງຈາກແຂວງ ລາວກາຍ ວ່າແມ່ນໝໍຢາພື້ນເມືອງ. ນີ້ແມ່ນຄັ້ງທຳອິດທີ່ປ້ານຳຢາພື້ນເມືອງຂອງຕົນໄປຂາຍຢູ່ແຂວງອື່ນ. ສ່ວນຫຼາຍແມ່ນຮັບໃຊ້ໃຫ້ປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວ.
“ຢາພື້ນເມືອງນີ້ສ່ວນຫຼາຍໂດຍເອື້ອຍນ້ອງໃນສະໂມສອນຫາຢູ່ໃນປາດົງດິບ. ຢາທີ່ແຂກມາຊື້ຫຼາຍສຸດແມ່ນຢາປົວພະຍາດປະດົງ, ຢາແຊ່ຕີນ, ຢາເພື່ອອາບ… ພວກຂ້າພະເຈົ້າຍັງຕົ້ມນ້ຳຢາເພື່ອໃຫ້ແຂກແຊ່ຕີນຢູ່ກັບທີ່, ດ້ວຍລາຄາ 50.000ດົ່ງ/ເທື່ອ, ຖ້າຜູ້ໃດຊື້ຢາຫຼາຍຈະໃຫ້ແຊ່ຕີນໂດຍບໍ່ເສຍຄ່າ.”
ປ້າ ລືວ ຊື້ຢາຢູ່ຮ້ານນີ້ສອງເທື່ອແລ້ວ, ແບ່ງປັນວ່າ:
“ຂ້າພະເຈົ້າຊື້ຢາປົວພະຍາດປະດົງ. ເມື່ອໂອ້ລົມກັບເອື້ອຍຢູ່ຮຶງອຽນ ກ່ຽວກັບຢາປະເພດນີ້ລາວມັກຫຼາຍຈຶ່ງບອກຊື້ຊ່ວຍ. ຂ້າພະເຈົ້າຫາກໍ່ກິນຢາໄດ້ມື້ໜຶ່ງບໍ່ທັນຮູ້ປະໂຫຍດຂອງມັນເທື່ອ, ດັ່ງນັ້ນຈະກິນຕໍ່, ຖ້າເຫັນວ່າມີປະໂຫຍດດີຈະໄປ ຊາປາ ຊື້ຕື່ມອີກ.”
ຕາມເອື້ອຍ ແທງຮັ່ງ, ຫົວໜ້າຄະນະຄຸ້ມຄອງ ງານຕະຫຼາດນັດແລ້ວ, ນັບແຕ່ມື້ເປີດປະຕູ, ແຕ່ລະມື້ຕະຫຼາດນັດດຶງດູດຜູ້ມາຊົມເກືອບ 400 ເທື່ອຄົນ. ເມື່ອກັບເມືອຜູ້ໃດກໍ່ຊື້ໄດ້ເຄື່ອງຂອງໃດໜຶ່ງ:
“ນີ້ແມ່ນວິທີເພື່ອໃຫ້ພໍ່ແມ່ປະຊາຊົນຊົນເຜົ່າ ແນະນຳບັນດາຜະລິດຕະພັນຂອງຕົນເຖິງຊາວນະຄອນຫຼວງ, ຖ້າຜູ້ໃດບໍ່ທັນໄປຕະຫຼາດນັດຢູ່ເຂດພູດອຍ ສາມາດມາແຫ່ງນີ້, ທ່ານຈະໄດ້ເຫັນປະຈັກຕາຕະຫຼາດນັດເຂດພູດອຍ ແລະ ຊື້ໄດ້ຜະລິດຕະພັນທີ່ຮັບປະກັນດ້ານຄຸນນະພາບ, ດັ່ງນັ້ນແຂກມາຢ້ຽມຊົນຜູ້ໃດກໍ່ຊື້ເຄື່ອງຂອງບໍ່ຫຼາຍກໍ່ໜ້ອຍໃຫ້ແກ່ຕົນ.”
ເພື່ອນແຫ້ງ, ນັກສຶກສາມະຫາວິທະຍາໄລຊັບພະວິຊາ ຢູ່ຮ່າໂນ້ຍ ມີຈຸດປະສົງມາຊົມຊື່ໆເທົ່ານັ້ນ, ແຕ່ໃນເວລາພຽງ 1 ຊົ່ວໂມງນາງກໍ່ຊື້ໄດ້ເຄື່ອງຂອງບາງຢ່າງ:
“ນ້ອງໄດ້ພັກຮຽນແລ້ວ, ມື້ອື່ນຈະກັບເມືອບ້ານ, ດັ່ງນັ້ນກໍ່ຢາກຊື້ເຄື່ອງຂອງໃດໜຶ່ງເພື່ອເປັນຂອງຂວັນໃຫ້ຄອບຄົວ. ແຕ່ຫາກໍມາບໍ່ຮອດຊົ່ວໂມງກໍ່ຊື້ໄດ້ຫຼາຍພໍສົມຄວນ: ເຂົ້າໜຽວໄຮ່, ຊີ້ຄວາຍ, ເຫັດຫູໜູແຫ້ງ…ນ້ອງດີໃຈຫຼາຍ”
ກ່ອນຈະກັບເມືອບ້ານ, ກໍ່ເຊັ່ນດຽວກັບແຂກມາຢາມຕະຫຼາດນັດຫຼາຍຄົນ, ແຫ້ງບໍ່ລືມຖ່າຍຮູບຢູ່ຂ້າງດອກຄາຍທີ່ພວມບັ່ງບານ ເພື່ອເປັນທີ່ລະນຶກກ່ຽວກັບຕະຫຼາດເຂດພູດອຍຢູ່ໃຈກາງນະຄອນຫຼວງ./.