ນັກສິລະປິນທີ່ເມົາມົວກັບສິລະປະຂັບເສິມ


(vovworld) – ​ເມື່ອ​ໄປ​ຕະຫຼາດ​ດົ່ງ​ຊວນ (ຮ່າ​ໂນ້ຍ) ​ໃນຍາມ​ກາງຄືນວັນ​ເສົາ​ ​ແລະ ວັນ​ອາທິດແຕ່ລະສັບປະດາ, ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ຈະ​ຖືກ​ດຶງ​ດູດ​ດ້ວຍ​ເວທີ​ສະ​ແດງ​ນ້ອຍໆ​ຢູ່​ກາງ​ແຈ້ງ​ຂອງ​ກອງ​ຂັບ​ເສິມ. ນັ້ນ​ແມ່ນກອງ​ຂັບ​ເສິມ ​ໂດຍ​ນັກ​ດົນຕີ ທາວ​ຢາງ ​ເປັນ​ຫົວໜ້າ. ຍ້ອນນິຍົມ ​ແລະ ​ເມົາ​ມົວ​ກັບ​ສິລະປະ​ຂັບ​ເສິມ, ທ່ານ​ໄດ້​ມີ​ຄວາມ​ມານະພະຍາຍາມ​ກັບ​ວຽກ​ງານ​ຟື້ນ​ຟູ​ສິລະ​ປະ​ນີ້​ໄວ້ ຜ່ານ​ການ​​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ສິດສອນ, ຈັດ​ຕັ້ງ​ການສະ​ແດງ​ຂັບ​ເສິມ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ທີ່​ໄປ​ຕະຫຼາດ​ດົ່ງ​ຊວນ ​ໃນ​ແຕ່​ລະ​ສັບປະດາ.

ນັກສິລະປິນທີ່ເມົາມົວກັບສິລະປະຂັບເສິມ - ảnh 1

ນັກ​ດົນຕີ ທາວ​ຢາງ​

ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ສຽງ​ຂັບ​ເສິມ​ຂອງ​ນັກ​ສິລະ​ປິນ ທາວ​ຢາງ. ນີ້​ແມ່ນ​ທຳນອງ​ເພງ​ທີ່​ທ່ານ​ເຄີຍ​ຂັບ​ຮ້ອງ​ຢູ່​ເວທີ​ສະ​ແດງ​ຕໍ່ໜ້າ​ຕະຫຼາດ​ດົ່ງ​ຊວນ. ​ເຖິງ​ວ່າ​ອາຍຸ​ເກືອບ 70 ປີ ​ແລ້ວ​ກໍ່ຕາມ, ​ແຕ່​ສຽງ​ເພງ​ຂອງ​ທ່ານ​ຍັງ​ມ່ວນ​ຢູ່. ​ເວລາ​ຍັງ​ນ້ອຍ, ທ່ານ​ເຄີຍ​ໄປ​ຮຽນ​ດ້ວຍ​ລົດ​​ລາງ (​ແລ່ນ​ດ້ວຍ​ໄຟຟ້າ) ບັນດາ​ຄຳ​ຮ້ອງ ​ແລະ ທຳນອງ​ຂັບ​ເສິມ​ທີ່​ທ່ານ​ເຄີຍ​ຮັບຟັງ​​ເທິງ​ລົດ​ລາງ​​ໄດ້​ຊືມ​ເລິກ​​ໃນ​ໃຈ​ຂອງ​ທ່ານນັບ​ແຕ່ເວລາ​ນັ້ນ. ປີ 1958, ທ່ານ​ໄດ້​ເຂົ້າ​ຮຽນ​ຢູ່​ສະ​ຖາ​ບັນ​ດົນຕີ​ຮ່າ​ໂນ້ຍ (ປະຈຸ​ບັນ​ແມ່ນ​ສະ​ຖາ​ບັນ​ດົນຕີ​ຫວຽດນາມ) ​ແລະ ​ໄດ້​ກາຍ​ເປັນ​ອາຈານ​ສອນ​ຢູ່​ສະ​ຖາ​ບັນ​ນີ້. ສຳລັບ​ທ່ານ​ແລ້ວ, ສິລະ​ປະພື້ນ​ເມືອງ​ມີ​ຄວາມ​ດຶງ​ດູດ​ທີ່​ສຸດ.

ສິລະ​ປະ​ດົນຕີ​ປະ​ເພດ​ໃດ​ຂ້າພະ​ເຈົ້າ​ກໍ່​ນິຍົມ. ​ພິ​ເສດ​ແມ່ນຂັບ​ເສິມ, ຂັບ​ເສິມ​ທັງ​ແມ່ນ​ຄວາມ​ນິຍົມ, ທັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂ້າພະ​ເຈົ້າ​ທີ່​ມີ​ຕໍ່​ສິລະ​ປະ​ປະ​ເພດ​ນີ້. ຂ້າພະ​ເຈົ້າ​ຢາກ​ເຮັດ​ໃຫ້​ຊາວ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ນິຍົມ​ທຳນອງ​ຂັບ​ເສິມ​ນີ້“.

​ເມື່ອ​ເຫັນ​ວ່າ, ຂັບ​ເສິມພວມ​ຖືກ​ຫຼົງ​ລືມ​ໄປ. ​ນັບ​ແຕ່​ປີ 1980, ນັກ​ດົນຕີ ທາວ​ຢາງ​ ກໍ່​ລົງມື​​ຊອກ​ຫາ, ຮຽບຮຽງ ​ເພື່ອ​ຮັກສາ, ຟື້ນ​ຟູ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຮ່າ​ໂນ້ຍ​ ໃນ​ເມື່ອ​ກ່ອນ​ໄວ້. ​ເພື່ອ​ເຮັດ​ວຽກ​ງານ​ດັ່ງກ່າວ​ໃຫ້​ໄດ້​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ, ​ເພາະວ່າ​ຜູ້​ຮູ້​ຂັບ​ເສິມ​ລ້ວນ​ແຕ່​ມີ​ອາຍຸ​ເຖົ້າ​ແກ່​ຊະລາ ​ແລະ ​ຫຼາຍ​ຄົນໄດ້​ເສຍ​ຊີວິດ​ໄປ​ແລ້ວ. ທ່ານ​ເວົ້າ​ວ່າ:

ຂ້າພະ​ເຈົ້າ​ຮຽນ​ນຳ​ບັນດາ​ນັກ​ສິລະ​ປິນ, ​ໃນ​ເມື່ອ​ກ່ອນ​ບໍ່​ມີ​ເຄື່ອງ​ອັດ​ສຽງ, ຂ້າພະ​ເຈົ້າ​ຕ້ອງ​ຮຽນ​ໂດຍ​ກົງ ​ແລະ​ ເຫັນ​ວ່າ​ທຳນອງ​ໃດ​ກໍ່​ມ່ວນ. ຍິ່ງ​ຮຽນ​ຂ້າພະ​ເຈົ້າ​ຍິ່ງ​ນິຍົມ​ສິລະ​ປະ​ຂັບ​​ເສິມ​ນີ້​ກວ່າ“.

ດ້ວຍ​ຄວາມ​ປາຖະໜາ​ຢາກ​ຟື້ນ​ຟູ​ທຳນອງ​ຂັບ​ເສິມ​ໄວ້. ປີ 2005, ນັກ​ດົນຕີ ທາວ​ຢາງ ພ້ອມ​ກັບ​ສາ​ສະ​ດາ​ຈານ, ຄູປະຊາຊົນ ຟ້າ​ມມິ​ງຄາງ ​ໄດ້​ສ້າງ​ຕັ້ງ​ສູນ​ສິລະ​ປະ ວັດທະນະທຳດົນຕີ​ຫວຽດນາມ. ສູນ​ດັ່ງກ່າວ​ເຄື່ອນ​ໄຫວ​ດ້ວຍ 3 ຈຸດໝາຍ​ຕົ້ນ​ຕໍ່​ນັ້ນ​ແມ່ນ: ສະ​ສົມ - ຄົ້ນ​ຄ້ວາ, ສືບ​ທອດ - ບຳລຸງ​ສ້າງ ​ແລະ ສະ​ແດງ​ສິລະ​ປະ​ຂັບ​ເສິມ. ປະຈຸ​ບັນ​ນັກ​ສິລະ​ປິນ ທາວ​ຢາງ ​ແມ່ນ​ຮອງ​ຜູ້ອຳນວຍການ​ຂອງ​ສູນ​ດັ່ງກ່າວ

ນັກສິລະປິນທີ່ເມົາມົວກັບສິລະປະຂັບເສິມ - ảnh 2

ນັກສິລະປິນທາວ​ຢາງພວມສອນນັກຮຽນຂັບເສິມ

​ປະຈຸ​ບັນ, ນັກ​ສິລະ​ປິນ ທາວ​ຢາງ ​ພວມບຳລຸງ​ສ້າງ​ນັກ​ສິລະ​ປິນໜຸ່ມ​ລຸ້ນໜຶ່ງ​ທີ່​ນິຍົມ​ຂັບ​ເສິມ, ​ໃນ​ນັ້ນ​ມີ​ທັງນັກ​ສຶກສາ​ທີ່​ຮຽນ​ໃນ​ສະ​ຖາ​ບັນ​ດົນຕີ​ຮ່າ​ໂນ້ຍ ​ແລະ ວິທະຍາ​ໄລ​ສິລະ​ປະ-ວັດທະນະທຳຮ່າ​ໂນ້ຍອີກ. ຫວູດຶກ​ຮູ​ຍ, ຜູ້​ທີ່​ຮຽນ​ຂັບ​ເສິມ​ໃນ​ສູນ​ດັ່ງກ່າວ​ເປັນ​ເວລາ 5 ​ປີ​, ​ແບ່ງປັນ​ວ່າ:

ຂ້າພະ​ເຈົ້າ​ນັບຖື​ອາຈານ ທາວ​ຢາງ​ ຫຼາຍ. ​ເຖິງ​ວ່າ​ອາຍຸ​ເກືອບ 70 ປີ​ແລ້ວ ​ແຕ່​ເພິ່ນ​ຍັງ​ຄົງ​ຄົ້ນ​ຄ້ວາ, ສິດສອນ​ໃຫ້​ພວກ​ຂ້າພະ​ເຈົ້າ​ຢ່າງສຸດ​ຈິດ​ສຸດ​ໃຈ, ອາຈານ​ໄດ້ອຸທິດ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ພື້ນຖານ​ວັດທະນະທຳ​ຂອງ​ຊາດ.

ສຳລັບບັນດາ​ນັກ​ຄົ້ນ​ຄ້ວາ​​ທຳນອງ​ເພງ​ພື້ນ​ເມືອງ​ແລ້ວ, ຊື່​ສຽງ​ຂອງ ນັກ​ສິລະ​ປິນ ທາວ​ຢາງ ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ສິລະ​ປະ​ຂັບ​ເສິມ. ນັກ​ດົນຕີ ຫງວຽນ​ກວາງ​ວິ​ງ, ຜູ້​ທີ່​ຮ່ວມ​ງານ​ກັບ ນັກ​ສິລະ​ປິນ ທາວ​ຢາງ ມາ​ເປັນ​ເວລາ​ຫຼາຍ​ປີ​ໃຫ້​ຮູ້​ວ່າ:

“ນັກ​ສິລະ​ປິນ ທາວ​ຢາງ ​ແມ່ນ​ຜູ້​ທີ່​ມີ​ຄວາມ​ປີ​ຊາ​ສາມາດ. ທ່ານ​ໄດ້​ປະດິດ​ແຕ່ງ​ດົນຕີ​ພື້ນ​ເມືອງ​ຫຼາຍ​ບົດ, ​ແລະ ສາມາດ​ເສບ​ດົນຕີ​ພື້ນ​ເມືອງ​ໄດ້​ຫຼາຍ​ປະ​ເພດ. ທ່ານ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​​ເສີມ​ຂະຫຍາຍ ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ຫວຽດນາມ“.

ດ້ວຍຄວາມ​ເມົາ​ມົວ​ຂັບ​ເສິມ​ຂອງຕົນ, ນັກ​ສິລະ​ປິນ ທາວ​ຢາງ ຄາດ​ຄະ​ເນ​ວ່າ​ຈະ​ພ້ອມ​ກັບ​ຜູ້​ນິຍົມ​ສິລະ​ປະ​ປະ​ເພດ​ນີ້​ເປີດ​ສະ​ໂມ​ສອນ​ດົນຕີ​ມໍລະດົກ ດ້ວຍ​ຄວາມ​ຫວັງ​​ ​ເຮັດໃຫ້​ລຸ້ນໜູ່ມສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄູນ​ຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ