(vovworld) – ຊາວ ຮ່າໂນ້ຍ ມີຄຳເວົ້າວ່າ “ເຄື່ອງປັ້ນດິນເຜົ່າຢູ່ບາດຈ່າງ, ເງິນ ດິ້ງກົງ, ທອງ ຫງູຊ໋າ”. ໃນນັ້ນ, ອາຊີບຕີເງິນຕີຄຳ ຢູ່ດິ້ງກົງ ມີປະຫວັດມາແຕ່ດົນນານແລ້ວ. ເພື່ອແນໃສ່ອະນຸລັກຮັກສາ ແລະ ພັດທະນາອາຊີບຕີເງິນທີ່ເປັນມູນເຊື້ອຂອງໝູ່ບ້ານ ດິ້ງກົງໄວ້, ນັກສິລະປະການປະຊາຊົນ ແກ້ວກວັນຫຽວ ໄດ້ ແລະ ພວມພະຍາຍາມຮັກສາຂະແໜງອາຊີບສິລະປະຫັດຖະກຳໂດຍລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ບົດຂຽນຂອງ ຖູຍຕຽນ - ແທງງາ, ນັກຂ່າວ VOV.
ບັນດານັກສິລະປະການ ເມົາມົວກັນ ອາຊີບຕີເງິນ
|
ເມື່ອພົບປະກັບນັກສິລະປະການ ແກ້ວກວັນຫຽວ ຢູ່ຮ້ານແນະນຳຜະລິດຕະພັນເຮັດດ້ວຍເງິນ ດິ້ງກົງ ເຊິ່ງຕັ້ງຢູ່ຮ່ອມ 18, ຖະໜົນ ດິ້ງກົງເທື້ອງ, ພວກຂ້າພະເຈົ້າໄດ້ມີໂອກາດຮັບຟັງຄຳໃນໃຈຂອງລຸງກ່ຽວກັບອາຊີບດັ່ງກ່າວ.
ພ້ອມກັບຄວາມສຸດຈິດສຸດໃຈ ແລະ ຄວາມເມົາມົວກັບອາຊີບຕີເງິນ, ໃນຄອບຄົວຂອງນັກສິລະປະການຍັງບໍ່ທັນມີຍາມໃດທີ່ຈະຫ່ຽວແຫ້ງສຳລັບລຸງ ຫຽວ ແລະ ເມຍແລ້ວ, ເລື່ອງສືບທອດ ແລະ ຮັກສາອາຊີບແມ່ນເລື່ອງທີ່ແນ່ນອນຢູ່ແລ້ວ:
“ໝູ່ບ້ານ ດິ້ງກົງ ມີມູນເຊື້ອຕີເງິນມາເປັນເວລາປະມານ 800 ປີ. ພໍ່ແມ່, ປູ່ຍ່າຕາຍາຍ ຍັງປະກອບອາຊີບນີ້ຢູ່, ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າກໍ່ໄດ້້ເຮັດວຽກຊ່ວຍພໍ່ແມ່. ນັ້ນແມ່ນຄວາມເມົາມົວ, ນັບຕັ້ງແຕ່ແລກເກີດກໍ່ມີຍີນຂອງຄອບຄົວທີ່ເຮັດອາຊີບຕີເງິນຫັດຖະກຳຢູ່ແລ້ວ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດລູກຊາຍກົກກໍ່ສືບທອດອາຊີບນີ້. ພ້ອມກັບທັງສອງຜົວເມຍນັບທັງລູກຊາຍຜູ້ທີສອງທີ່ເປັນລັດຖະກອນ ແຕ່ວ່າຕອນຄ່ຳກໍ່ຍັງໄດ້ຊ່ວຍພໍ່ແມ່ຢູ່.”
“ນັບແຕ່ມີແຕ່ງງານກັບອ້າຍຫຽວ, ຂ້າພະເຈົ້າເຫັນວ່າລາວໄດ້ສຸດຈິດສຸດໃຈ, ເມົາມົວກັບອາຊີບທີ່ປູຍ່າຕາຍາຍປະໄວ້ໃຫ້”
ຍາມໃດລຸງ ຫຽວ ກໍ່ຄິດເຖິງເລື່ອງ, ເຮັດແນວໃດເພື່ອໃຫ້ບັນດາຜະລິດຕະພັນຂອງຄອບຄົວຕົນ ກໍ່ຄືບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ທີ່ໄດ້ບັນລຸໃນເຄື່ອງເງິນດັ່ງກ່າວເພື່ອໃຫ້ຫຼາຍຄົນໄດ້ຮູ້ຈັກເຖິງ:
“ອາຊີບຂອງຕົນພັດແມ່ນອາຊີບທີ່ເປັນເອກະລັກສະເພາະ, ມີຄວາມລະມັດລະວັງ ແລະ ລະອຽດລະອໍ. ເມື່ອຜະລິດຕະພັນຖືກນຳໄປຈຳໜ່າຍຮອດໃສເຂົາເຈົ້າກໍ່ມັກ, ກໍ່ນິຍົມ ແລະ ຊົມເຊີຍຄວາມຍອດຍິ່ງຂອງຜະລິດຕະພັນຫັດຖະກຳເງິນນີ້ທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຍັງມີຫຼາຍຄົນບໍ່ທັນຮູ້ຈັກເຖິງຜະລິດຕະພັນດັ່ງກ່າວນີ້ເທື່ອ, ດັ່ງນັ້ນຂ້າພະເຈົ້າຕ້ອງອີງໃສ່ເສດຖະກິດຕະຫຼາດ ແລະ ຄວາມຕ້ອງການຂອງລູກຄ້າທີ່ຢູ່ອ້ອມແອ້ມ, ບວກກັບຫົວຄິດປະດິດສ້າງ ແລະ ສີມືທີ່ມີຢູ່ແລ້ວເພື່ອພັດທະນາບັນດາຜະລິດຕະພັນແບບໃໝ່”
ບັນດາຜະລິດຕະພັນເຮັດດ້ວຍເງິນ
|
ດ້ວຍຄວາມປະຖະໜາຢາກໃຫ້ບັນດາຄວາມຮູ້ ແລະ ເຕັກນິກຂອງອາຊີບຕີເງິນ ໄດ້ຮັບການເປີດກ້ວາງ, ເຖິງໄວໜຸ່ມ, ລຸງ ຫຽວ ໄດ້ຖ່າຍທອດອາຊີບນີ້ໃຫ້ນາຍຊ່າງເກືອບ 170 ຄົນ, ໃນນັ້ນມີຫຼາຍຄົນລຸງໄດ້ສອນໃຫ້ໂດຍບໍ່ເກັບເງິນ:
“ໃນເມື່ອກ່ອນ, ຄືສະໄໝລ່າເມືອງຂຶ້ນ ຝຣັ່ງ ຄອບຄອງມີຄອບຄົວທີ່ເຮັດອາຊີບມູນເຊື້ອນີ້ໃນໝູ່ບ້ານເຖິງ 50 – 60%. ພາຍຫຼັງສັນຕິພາບໄດ້ກັບຕ່າວຄືນມາ ຍ້ອນເຫດຜົນທີ່ເງິນຄຳ ແລະ ເຄື່ອງເອ້ຢ້ອງຖືກຮັດແຄບເຂົ້າ, ສະນັ້ນອາຊີບນີ້ຖືກສູນຫາຍໄປ. ຊາວໜຸ່ມໃນໝູ່ບ້ານເຕີບໃຫຍ່ຂຶ້ນໂດຍປາສະຈາກມີຄວາມສຳນຶກ ກ່ຽວກັບອາຊີບຫັດຖະກຳທີ່ເປັນມູນເຊື້ອ. ຢາກໃຫ້ມີຄວາມຄົງຕົວ, ມີການຮັກສາ ແລະ ພັດທະນາຕ້ອງມີການຮ່ວມມືກັບສຳພັນທະພາບສະຫະກອນ ແລະ ສຳພັນທະພາບຊາວໜຸ່ມໃນບ້ານ, ໃນເມືອງ. ບໍ່ພຽງແຕ່ໃນຄອບຄົວຂ້າພະເຈົ້າເທົ່ານັ້ນ ຫາກເພື່ອນມິດຂອງຂ້າພະເຈົ້າກໍ່ຢາກເປີດກ້ວາງ ເພື່ອຮັກສາ ແລະ ພັດທະນາອາຊີບ.”
ມີນາງຊ່າງເກືອບ 170 ຄົນໄດ້ຮຽນອາຊີບຕີເງິນຈາກນັກສິປະລະການ ຫຽວ, ແຕ່ຍ້ອນສາຍເຫດຫຼາຍຢ່າງ ແລະ ການດຳລົງຊີວິດດັ່ງນັ້ນຈຶ່ງມີຫຼາຍຄົນບໍ່ໄດ້ຜູກພັນກັບອາຊີບດັ່ງກ່າວ. ເອື້ອຍ ເວືອງທິລານ, ເຊິ່ງແມ່ນໜຶ່ງໃນບັນດາຜູ້ໄດ້ຮຽນອາຊີບຕີເງິນຈາກລຸງ ຫຽວ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຮຽນອາຊີບຕີເງິນຈາກລຸງຫຽວ ໃນຊ່ວງເວລາໃດໜຶ່ງຫຼັງຈາກນັ້ນແມ່ນໄດ້ຮຽນນຳລູກຊາຍຂອງລຸງ ເປັນເວລາກ່ວາ 1 ປີມານີ້. ໃນເວລາຮຽນນຳລຸງ, ລຸງໄດ້ບອກສອນຢ່າງສຸດຈິດສຸດໃຈນັບແຕ່ບັນດາສິ່ງທີ່ນ້ອຍທີ່ສຸດ, ສິ່ງທີ່ຕົນເອງຍັງບໍ່ທັນເຮັດໄດ້ລຸງກໍ່ໄດ້ສອນໃຫ້ຢ່າງລະອຽດທີ່ສຸດເພື່ອໃຫ້ຕົນເອງກຳໄດ້.”
ນັກສິລະປະການ ແກ້ວກວັນຫຽວ ຍາມໃດກໍ່ປາດຖະໜາຢາກຮັກສາອາຊີບຕີເງິນໄດ້ເພື່ອໃຫ້ອາຊີບທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ ບໍ່ຖືກສູນເສຍໄປ. ພາຍຫຼັງເປັນເວລາເກືອບ 50 ປີທີ່ໄດ້ເຮັດອາຊີບນີ້, ບັນດາການປະກອບສ່ວນ ແລະ ຄວາມມານະພະຍາຍາມຂອງນັກສິລະປະການ ແກ້ວກວັນຫຽວ ໄດ້ຮັບການຮັບຮູ້ຈາກລັດ ແລະ ນະຄອນ. ບັນດາຜະລິດຕະພັນຂອງລຸງແມ່ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຈາກປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.