(vovworld)- ພາບແຕ້ມດ້ວຍຂີ້ຊາຍແມ່ນພາບແຕ້ມປະເພດຫນຶ່ງທີ່ນຳໃຊ້ຂີ້ຊາຍເພື່ອເລົ່າບັນດາເລື່ອງລາວທີ່ແຕກຕ່າງກັນ. ໃນລາຍການສາລະຄະດີພາກນີ້ ເຊີນທ່ານຕິດຕາມການແຕ້ມພາບດ້ວຍຂີ້ຊາຍ ໃນພິທີອວຍພອນອາຍຸຍືນ ທີ່ຈັດຕັ້ງຢູ່ ຮ່າໂນ້ຍ ໂດຍນັກສິລະປີນບູ່ຍຢູງ, ຜູ້ອຳນວຍການບໍລິສັດບໍລິການບັນເທິງດົນຕີ ຈຳກັດ ບູ່ຍຢູງ, ເຊິ່ງແມ່ນຫນຶ່ງໃນບັນດາຜູ້ນຳຫນ້າໃນຂະບວນການແຕ້ມພາບເໜັງຕີງດ້ວຍຂີ້ຊາຍ ໃນ ເຫດການຕ່າງໆຢູ່ນະຄອນ ໂຮ່ຈິມີນເປັນຜູ້ແຕ້ມ ເພື່ອເຂົ້າໃຈຕື່ມອີກຄວາມດູດດື່ມຊື່ງພາບແຕ້ມປະເພດນີ້ນຳມາໃຫ້ ຜ່ານບົດຂຽນຂອງນັກຂ່າວ ຢ້ຽວຮົ່ງ.
ທ່ານ ບຸ່ຍຢູ໋ງ ກຳລັງແຕ້ມພາບດ້ວຍຂີ້ຂາຍ |
ເມື່ອເຂົ້າພັດທະຄານຫນຶ່ງຢູ່ນະຄອນຫລວງ ຮ່າໂນ້ຍ, ສິ່ງທຳອິດທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈ ນັ້ນແມ່ນທຳນອງເພງ “ບັນທຶກປະຈຳວັນຂອງແມ່” ແລະ ຮູບພາບ 10 ນີ້ວມື ຂອງນັກສິລະປິນທີ່ພວມເຄື່ອນເໜັງຄືດັ່ງກຳລັງຟ້ອນເທິງໂຕະແກ້ວຫນ່ວຍຫນຶ່ງທີ່ກວ້າງປະມານ 1 ຕາແມັດ. ຢູ່ກ້ອງໂຕະຫນ່ວຍນີ້ຕິດຕັ້ງດອກໄຟ, ເທິງໜ້າໂຕະຖືກປົກຄຸມດ້ວຍຊັ້ນຂີ້ຊາຍທັງບາງ ແລະ ກ້ຽງສະເຫມີ. ການເຄື່ອນເໜັງທັງໝົດຂອງນັກສິລະປິນຢູ່ເທິງຫນ້າໂຕະນັ້ນ ລ້ວນແຕ່ຖືກສາຍຂຶ້ນຫນ້າຈໍໃຫຍ່ເພື່ອໃຫ້ຜູ້ຊົມສັງເກດ. ເນື້ອໃນທັງໝົດຂອງບົດເພງນັ້ນ, ລ້ວນແຕ່ສະແດງອອກດ້ວຍຮູບພາບ ຜ່ານສີມືອັນຄ່ອງແຄ້ວຂອງນັກສິລະປິນ, ນັບແຕ່ໄລຍະຜູ້ເປັນແມ່ຖືພາຕະຫລອດຮອດເວລາເກີດລູກ, ລ້ຽງລູກ, ເບິ່ງແຍງດູແລລູກໃຫ້ເຕີບໃຫຍ່. ນັກສິລະປິນ ບູ່ຍຢູງ ແບ່ງປັນວ່າ:
“ຂີ້ຊາຍທີ່ນຳໃຊ້ເພື່ອແຕ້ມພາບແມ່ນຂີ້ຊາຍເມັດນ້ອຍ, ກ້ຽງສະເຫມີ. ຂີ້ຊາຍປະເພດນີ້ຂ້າພະເຈົ້າໄດ້ເຂິງເອົາເອງຈາກຂີ້ຊາຍທະເລ ຫາກບໍ່ມີບ່ອນໃດຂາຍໃຫ້. ພາຍຫລັງເຂິງເອົາຂີ້ຊາຍແລ້ວ ຕ້ອງລ້າງໃຫ້ສະອາດ ແລ້ວຂາງໃຫ້ແຫ້ງ. ຂີ້ຊາຍປະເພດນີ້ສາມາດນຳໃຊ້ໃນຫລາຍປີໄດ້.”
ສິລະປະແຕ້ມພາບດ້ວຍຂີ້ຊາຍໄດ້ເລີ່ມມາຈາກບາງຊົນເຜົ່າໃນໂລກ ແລະ ໄດ້ນຳເຂົ້າ ຫວຽດນາມ ເມື່ອປີ 1997. ແຕ່ຮອດຕົ້ນຊຸມປີ 2000, ອ້າຍບູ່ຍຢູງ, ນັກສຶກສາຂະແຫນງພາບສີຂັດມັນ ບັງເອີນໄດ້ຊົມວີດີໂອກ່ຽວກັບພາບແຕ້ມດ້ວຍຂີ້ຊາຍທາງອີນເຕີເນັດ ແລະ ສິລະປະປະເພດນີ້ໄດ້ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ລາວ. ຮອດປີ 2003, ລາວໄດ້ຕັດສິນໃຈຍ້າຍເຂົ້ານະຄອນ ໂຮ່ຈີມິນ ສ້າງອາຊີບ ດ້ວຍຄວາມຮູ້ພື້ນຖານແມ່ນແຕ້ມພາບດ້ວຍຂີ້ຊາຍ:
“ກ່ອນນີ້ ຂ້າພະເຈົ້າແຕ້ມພາບດ້ວຍຂີ້ຊາຍ ກໍແມ່ນເພື່ອຫາເງິນລ້ຽງຊີບ ແຕ່ສິລະປະນີ້ໄດ້ເຮັດໃຫ້ຂ້າພະເຈົ້ານັບມື້ນັບນິຍົມ, ຍ້ອນວ່າດ້ວຍຫົວຄິດປະດິດສ້າງຂອງນັກສິລະປິນ ໄດ້ຈະເຮັດໃຫ້ບັນດາເມັດຂີ້ຊາຍນ້ອຍໆກາຍເປັນພາບແຕ້ມທີ່ມີຄວາມໝາຍ. ເມື່ອມີແນວຄວາມຄິດຮຽນວິທີແຕ້ມພາບດ້ວຍຂີ້ຊາຍ ຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພາະໃນໄລຍະນັ້ນ, ຜູ້ທີ່ຮູ້ຈັກເຖິງວິຊາສິລະປະນີ້ບໍ່ມີຫລາຍ, ສະນັ້ນ ຕົນເອງຕ້ອງຮຽນຜ່ານອິນເຕີແນັດ. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຍັງມີຄວາມສະດວກ ຍ້ອນເຄີຍຮຽນສິລະປະແລ້ວ ສະນັ້ນເມື່ອຫັນມາຮຽນວິທີແຕ້ມພາບດ້ວຍຂີ້ຊາຍ ກໍວ່ອງໄວ ພຽງໃນເວລາຫນຶ່ງເດືອນເທົ່ານັ້ນ, ຂ້າພະເຈົ້າໄດ້ມີບັນດາທັກສະພື້ນຖານກ່ຽວກັບການແຕ້ມພາບດ້ວຍຂີ້ຊາຍແລ້ວ.”
ໄລຍະຕົ້ນເມື່ອຫາກໍເຂົ້າເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ອ້າຍຢູ້ງໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜູ້ມີຄວາມຮູ້ຈັກເຖິງພາບແຕ້ມປະເພດນີ້ບໍ່ມີຫຼາຍ, ຄວາມຕ້ອງການແຕ້ມພາບດ້ວຍຂີ້ຊາຍກໍບໍ່ຫລາຍ. ວຽກງານນີ້ເລີ່ມພັດທະນານັບແຕ່ກ່ອນນີ້ 10 ປີ, ເມື່ອອ້າຍສ້າງຕັ້ງບໍລິສັດບໍລິການບັນເທິງດົນດີ ບູ່ຍຢູງ ຈຳກັດ. ເພື່ອນ ເລີມທັງຮ່າ, ພາລະກອນຫນຸ່ມກວ່າໝູ່ໃນບໍລິສັດ ແຕ່ພັດມີທັກສະດີສົມຄວນໃນການແຕ້ມພາບດ້ວຍຂີ້ຊາຍແບ່ງປັນວ່າ:
“ຂ້າພະເຈົ້າເຄີຍຮຽນວິຈິດສິນ, ແຕ່ເມື່ອໄດ້ຮັບເຂົ້າເຮັດວຽກໃນບໍລິສັດ ແລະ ໄດ້ຮັບການແນະນຳ, ສິດສອນວິທີແຕ້ມພາບຈາກອ້າຍຢູງ ແລະ ພວກອ້າຍເອື້ອຍໃນບໍລິສັດ ໃນເວລາພຽງກວ່າ 1 ເດືອນ, ຂ້າພະເຈົ້າກໍ່ເລີີ່ມໄປແຕ້ມໄດ້ແລ້ວ. ແຕ້ມພາບດ້ວຍຂີ້ຊາຍບໍ່ຍາກ ແຕ່ສິ່ງສຳຄັນແມ່ນຕ້ອງແຕ້ມໄວ ແລະ ຕາມເນື້ອໃນຂອງຜູ້ຕ້ອງການ. ພິເສດ ແມ່ນຕ້ອງຄັດເລືອກບັນດາບົດເພງມ່ວນຈຶ່ງສ້າງຄວາມດຶງດູດຜູ້ຊົມໄດ້.”
ອ້າຍຫາຍ, ຊື່ງແມ່ນຜູ້ເຊົ່າບໍລິສັດ ອ້າຍບູ່ຍຢູງ ແຕ້ມພາບດ້ວຍຂີ້ຊາຍເນື່ອງໃນໂອກາດວັນອວຍພອນອາຍຸຍືນຂອງແມ່ ຄົບຮອບ 70 ປີ ພວມຕັ້ງໃຈຕິດຕາມນັກສິລະປິນ ບູ່ຍຢູງ ແຕ້ມພາບ ດ້ວຍຄວາມພຶງພໍໃຈ. ເພ່ືອເຊົ່ານັກສິລະປິນຈາກພາກໃຕ້ມາຮ່າໂນ້ຍ ແຕ້ມພາບ, ອ້າຍຕ້ອງເສຍເງິນບໍ່ແມ່ນຫນ້ອຍ.
“ຂ້າພະເຈົ້າຕ້ອງຈ່າຍຈຳນວນເງິນເກືອບ 20 ລ້ານ (ປະມານ 8 ລ້ານກີບ)ເພື່ອເຊົ່າ ບໍລິສັດບູ່ຍຢູງ ແຕ້ມພາບດ້ວຍຂີ້ຊາຍເນື່ອງໃນໂອກາດອວຍພອນອາຍຸຍືນ ຂອງແມ່ຕົນໃນເວລາເກືອບ 20 ນາທີ. ຂ້າພະເຈົ້າຮູ້ຈັກເຖິງບໍລິສັດນີ້ຜ່ານ ອິນເຕີແນັດ, ຂ້າພະເຈົ້າມີຄວາມພຶງພໍໃຈຕໍ່ການສະແດງຂອງນັກສິລະປິນ. ນີ້ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ຮັບຊົມແຕ້ມພາບດ້ວຍຂີ້ຊາຍໂດຍກົງ ແລະ ຮູ້ສຶກນິຍົມທີ່ສຸດ.”
ການແຕ້ມພາບດ້ວຍຂີ້ຊາຍສຳເລັດ, ກໍ່ແມ່ນຈຸດເວລາທີ່ສຽງດົນຕີຢຸດຕິລົງ. ຮູບພາບຜູ້ເປັນລູກທີ່ໄດ້ເຕີບໃຫຍ່ພວມກົ້ມຫົວໃສ່ເອີກຜູ້ເປັນແມ່ ໄດ້ເຮັດໃຫ້ຜູ້ຊົມຕ່າງກໍ່ຮູ້ສຶກຕືນຕັ້ນໃຈ. ຈາກເມັດຂີ້ຊາຍນ້ອຍໆ ແຕ່ໄດ້ສ້າງຄວາມຮູ້ສຶກຫລາຍຢ່າງໃຫ້ແກ່ຜູ້ຊົມ ນັ້ນກໍແມ່ນຄວາມປາດຖະຫນາຂອງ ອ້າຍບູ່ຍຢູງ. ນັກສິລະປິນບູ່ຍຢູງ ຫວັງວ່າ ຈະເປີດ ບໍລິສັດສາຂາຢູ່ ຮ່າໂນ້ຍຕື່ມອີກ ເພື່ອແນະນຳສິລະປະນີ້ເຖິງຜູ້ຊົມໃຫ້ຫລາຍກວ່າ. ຫວັງວ່າ ຄວາມໄຝ່ຝັນຂອງ ອ້າຍບູ່ຍຢູງ ຈະປະກົດຜົນເປັນຈິງໂດຍໄວໃນອະນາຄົດໃກ້ໆນີ້.