ບັນດາຄອບຄົວພິເສດຂອງນ້ຳໃຈມິດຕະພາບ ຫວຽດນາມ -ລາວ

(VOVWORLD) - ຮັບໜູນຊ່ວຍ, ຊ່ວຍເຫຼືອນັກສຶກສາ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແມ່ນໜຶ່ງໃນ 5 ໂຄງການເຄື່ອນໄຫວຂອງວຽກງານພົວພັນຕ່າງປະເທດປະຊາຊົນໂດຍສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເງະອານ ຜັນຂະຫຍາຍ. ມາຮອດປະຈຸບັນ, ພາຍຫຼັງເວລາເກືອບ 5 ປີ, ໂຄງການນີ້ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ. ບົດຂຽນ “ບັນດາຄອບຄົວພິເສດຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ” ຂອງ ກວກແຄ໋ງ, ນັກຂ່າວ VOV.

ບັນດາຄອບຄົວພິເສດຂອງນ້ຳໃຈມິດຕະພາບ ຫວຽດນາມ -ລາວ - ảnh 1 ນັກສຶກສາ ລາວ ມາຮ່ຳຮຽນຢູ່ ຫວຽດນາມ

(ພາບປະກອບ)

ຕາມປົກກະຕິແລ້ວ, ວັນເສົາ, ວັນອາທິດແຕ່ລະສັບປະດາ, ຄອບຄົວຂອງທ່ານ ວີໂຕ໋ດິ້ງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ເງະອານ ຢູ່ໜ່ວຍທີ 16, ຕາແສງ ເຈື່ອງທີ, ນະຄອນ ວີງ ໄດ້ເຕົ້າໂຮມນັກສຶກສາລາວຫຼາຍຄົນ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ ວີງ ມາລະຫຼິ້ນ, ກິນເຂົ້ານຳຄອບຄົວ. ແຕ່ລະປີ, ເມື່ອມີນັກສຶກສາສຶກສາລາວຮຽນຈົບ, ຄອບຄົວຂອງທ່ານລ້ວນແຕ່ຈັດງານລ້ຽງອຳລາ, ສ່ວນມີນັກສຶກສາລາວມາໃໝ່, ຄອບຄົວທ່ານກໍ່ຕ້ອນຮັບຄືວ່າສະມາຊິກໃໝ່ໃນຄອບຄົວ, ຫຼັງຈາກນັ້ນ ກໍ່ໄດ້ຈັດພິທີມັດຂັນ ເພື່ອຮັບເປັນລູກລ້ຽງ. ປະຈຸບັນ, ຄອບຄົວຂອງທ່ານໄດ້ຮັບລ້ຽງດູນັກສຶກສາ 5 ຄົນທີ່ມາຈາກແຂວງ ຊຽງຂວາງ ແລະ ຫົວພັນ, ປະເທດລາວ. ທ່ານ ວີໂຕ໋ດິ້ງ, ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດ, ຂ້າພະເຈົ້າຢາກມີການພົວພັນແລກປ່ຽນເພື່ອເພີ່ມທະວີຄວາມສາມາດເວົ້າພາສາ ຫວຽດ ໃຫ້ພວກຫຼານ. ພວກຫຼານກໍ່ໄດ້ແນະນຳບັນດາແບບແຜນການດຳລົງຊີວິດ, ບັນດາຮີດຄອງປະເພນີ, ວັດທະນະທຳຂອງຄົນລາວ ໃຫ້ພວກຂ້າພະເຈົ້າ ແລະ ຫວນຄືນບັນດາມູນເຊື້ອຂອງລຸ່ນພໍ່ລຸ້ນອ້າຍໃນເມື່ອກ່ອນ, ຍ້ອນວ່າພວກຫຼານລ້ວນແຕ່ແມ່ນລູກຫຼານຂອງພະນັກງານ ຫຼື ບັນດານັກຮົບເກົ່າ ຫຼື ເປັນປະຊາຊົນລາວຜູ້ຮັກຊາດ, ມີຄວາມຮັກແພງຕໍ່ປະເທດ ຫວຽດນາມ.”

        ໃນຈຳນວນນັກສຶກສາ 5 ຄົນທີ່ທ່ານ ວີໂຕ໋ດິ້ງ ຮັບລ້ຽງດູນັ້ນ, ມີນ້ອງ ນາໄລວັນ, ນັກສຶກສາການແພດ ນະຄອນວີງ, ໄດ້ທ່ານ ດິ້ງ ຖືວ່າຄືດັ່ງລູກຄີງ. ທ່ານ ວີໂຕ໋ດິ້ງ ໄດ້ມອບລົດຖີບໄຟຟ້າ, ອຸປະກອນນຳໃຊ້ໃນການຮຽນ ແລະ Laptop ເພື່ອນຳໃຊ້ໃນເວລາຮຽນ 6 ປີຢູ່ ຫວຽດນາມ. ນ້ອງ ນາໄລວັນ ໄດ້ແບ່ງປັນວ່າ:

“ເມື່ອມາ ຫວຽດນາມ ຮ່ຳຮຽນ, ເພີ່ນກໍ່ຄືພໍ່ຢູ່ທາງບ້ານ. ເພີ່ນໄດ້ຊ່ວຍເຫຼືອທຸກຢ່າງມ ເພີ່ນກໍ່ຄືຄອບຄົວຂອງເຮົາ. ມີຫຍັງກໍ່ພົວພັນກັບເພີ່ນ, ເພີ່ນກໍ່ບອກເຮົາໝົດ. ເມື່ອຮອດຍາມບຸນ, ຍາມກິນຈຽງ ເຮົາບໍ່ໄດ້ໄປ ເພີ່ນກໍ່ແຕ່ງເຂົ້າ, ຈັດງານຢູ່ເຮືອນ ແລະ ບອກເຮົາກິນເຂົ້ານຳເພີ່ນ. ຮູ້ສຶກຄືວ່າຄອບຄົວເຮົາເລີຍ.”

       ໃນເວລາເກືອບ 5 ປີທີ່ປະຕິບັດໂຄງການແຮກສ່ຽວກັບນັກສຶກສາ ລາວ, ມີຄອບຄົວສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ວີງ ໄດ້ຮັບລ້ຽງດູ ແລະ ແຮກສ່ຽວກັບນັກສຶກສາລາວ 150 ຄົນ. ພິເສດ, ມີຄອບຄົວໄດ້ຮັບຊ່ວຍເຫຼືອນັກສຶກສາ 20 ຄົນຄືຄອບຄົວຂອງທ່ານ ບັກ ຢູ່ ຕາແສງ ໂດ້ຍກູງ, ຫຼື ຄອບຄົວຂອງທ່ານ ວີໝີ້ເຊີນ ຢູ່ຕາແສງ ເຈື່ອງທີ, ຊ່ວຍເຫຼືອນັກສຶກສາລາວ 30 ຄົນ. ຄອບຄົວຂອງທ່ານ ເລືອງກວາງກີ່ງ ໄດ້ຊ່ວຍເຫຼືອ 4 ຄົນ. ປະຈຸບັນ, ມີນັກສຶກສາລາວໄດ້ຮຽນຈົບ, ໄດ້ດຳລົງຕຳແໜ່ງທີ່ສຳຄັນໃນກົງຈັກອຳນາດການປົກຄອງ ກໍ່ຄືບັນດາຂົງເຂດເສດຖະກິດ ສັງຄົມຂອງລາວ. ເຖິງວ່າຢູ່ຫ່າງໄກກັນກໍ່ຕາມ, ແຕ່ພວກນ້ອງຍັງໄດ້ຕິດຕໍ່ພົວພັນກັບພໍ່ລ້ຽງແມ່ລ້ຽງຢູ່ນະຄອນ ວີງ ແລະ ຮູ້ບຸນຄຸນຂອງພໍ່ແມ່ລ້ຽງ ທີ່ໄດ້ອຸ້ມສູ່ຊ່ວຍເຫຼືອໃນເວລາຮ່ຳຮຽນຢູ່ ຫວຽດນາມ ຢູ່. ນ້ອງ ສີວອນ ບຸນທະວີ, ຫົວໜ້າຄະນະນັກສຶກສາລາວ ພວມຮ່ຳຮຽນຢູ່ເງະອານ, ໄດ້ໃຫ້ຮູ້ວ່າ:

ໃນໄລຍະເວລາທີ່ເຂົ້າຮ່ວມເງື່ອນໄຂໃນຄອບຄົວຂອງປະຊາຊົນຊາວ ຫວຽດນາມ, ເວລາເຈັບໄຂ້, ເຈັບເປັນ ກໍ່ມີພໍ່ຮັກແມ່ຮັກອ້າຍຮັກເອື້ອຍແພງ ກໍ່ໄດ້ເບິ່ງແຍງດູແລ, ພາໄປໂຮງໝໍ, ຊື້ຢຸກຊື້ຢາ, ລ້ຽງດູເກື້ອກູນ ຍາມເຈັບຍາມໄຂ້. ນອກຈາກນັ້ນ ເມື່ອມີບັນດາໃນທຸກວຽກງານ, ຂາດວັດຖຸ ແລະ ຈິດໃຈເພີ່ນກໍ່ໄດ້ຊ່ວຍໝົດ.”

        ແຕ່ລະປີ, ແຂວງ ເງະອານ ໄດ້ຕ້ອນຮັບນັກສຶກສາລາວ ມາຮຽນແຕ່ 400 ຫາ 600 ຄົນເຂົ້າມາຮຽນຢູ່ບັນດາໂຮງຮຽນ: ມະຫາວິທະຍາໄລ ວີງ, ມະຫາວິທະຍາໄລການແພດ ວີງ, ວິທະຍາໄລສ້າງຄູ ແລະ ມະຫາວິທະຍາໄລເສດຖະກິດ ເງະອານ. ການແຮກສ່ຽງລະຫວ່າງໂຮງຮຽນ ແລະ ຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ໄດ້ຊ່ວຍໃຫ້ນັກສຶກສາລາວ ຫຼາຍຄົນບັນລຸຜົນງານການຮຽນເປັນຢ່າງດີ. ໃນໂອກາດວັນບຸນ, ສະເຫຼີມສະຫຼອງເຫດການການເມືອງຕ່າງໆ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ເງະອານ ໄດ້ສົມທົບກັບໂຮງຮຽນຕ່າງໆມອບໃບຍ້ອງຍໍ, ທຶນສຶກສາ, ລະດົມກຳລັງໃຈຂອງໃຫ້ແກ່ພວກນ້ອງເພື່ອໃຫ້ພວກນ້ອງສູ້ຊົນໃນການຮຽນຕື່ມອີກ. ຮອງສາດສະດາຈານ, ປອ ໂງດິ່ງເຟືອງ, ຮອງອະທິການບໍດີມະຫາວິທະຍາໄລ ວີງ, ໃຫ້ຮູ້ວ່າ:

        “ແຕ່ລະປີ, ພວກຂ້າພະເຈົ້າໄດ້ເຮັດວຽກກັບສະມາຄົມມິດຕະພາບ ຫວຽດນາມ -ລາວ, ຕາມລຳດັບແລ້ວ, ພວກລຸງທີ່ເປັນສະມາຊິກສະມາຄົມ ໄດ້ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະ ແຕ່ລະປີມີປະມານແຕ່ 20 -30 ຄອບຄົວໄດ້ຮັບພວກນ້ອງເປັນລູກຮັກ, ອີງໃສ່ເງື່ອນໄຂການດຳລົງຊີວິດຂອງຄອບຄົວ, ພວກນ້ອງໄດ້ດຳລົງຊີວິດໃນຄອບຄົວຄືດັ່ງລູກຫຼານຄີງ.”

        ຂະບວນການແຮກສ່ຽວ, ເບິ່ງແຍງດູແລນັກສຶກສາລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງເງະອານ ໄດ້ປະກອບສ່ວນເພີ່ມພູນຄູນສ້າງພາບພົດອັນດີງາມກ່ຽວກັບການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ພິເສດແມ່ນໃນສະພາບການປີ 2017 ສອງປະເທດໄດ້ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ