ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມົ້ງ​ຢູ່​ບັກ​ຮ່າ ແລະ ສີ​ມາ​ກາຍ

(VOVWORLD) - ເມືອງບັກຮ່າແລະສີມາກາຍ, ແຂວງລາວກາຍ, ເຊິ່ງແມ່ນບ່ອນດຳລົງຊີວິດຂອງຫຼາຍຊົນເຜົ່າ, ເປັນຕົ້ນແມ່ນພໍ່ແມ່ປະຊາຊົນເຜົ່າມົ້ງ, ດ້ວຍວັນບຸນຕ່າງໆເປັນຈຳນວນຫຼາຍ, ການດຳລົງຊີວິດທາງດ້ານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ພ້ອມກັບບັນດານການຂັບລຳທຳເພງ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ຍັງມີບັນດາວາດຟ້ອນທີ່ເປັນເອກະລັກສະເພາະຕິດພັນກັບການດຳລົງຊີວິດທາງດ້ານຈິດໃຈຂອງຊາວເຜົ່າມົ້ງຢູ່ທີ່ນີ້ອີກດ້ວຍ.

ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມົ້ງ​ຢູ່​ບັກ​ຮ່າ ແລະ ສີ​ມາ​ກາຍ - ảnh 1ນັກສິລະປິນສະແດງການຟ້ອນແຄນເພື່ອຮັບໃຊ້ແຂກທ່ອງທ່ຽວ (ພາບ: ຢ່າງອາຫ໋າຍ)

ໜຶ່ງໃນບັນດາວາດຟ້ອນທີ່ແຜ່ຫຼາຍຂອງຊາວເຜົ່າມົ້ງຢູ່ ບັກຮ່າ - ສີມາກາຍ ເວົ້າສະເພາະ ແລະ ຊາວເຜົ່າມົ້ງຢູ່ສະຖານທີ່ອື່ນໆເວົ້າລວມ ນັ້ນແມ່ນການຟ້ອນແຄນ. ສິລະປະຟ້ອນແຄນບັນຈຸບັນດາປັດໄຈທີ່ປະດິດຄິດສ້າງທີ່ເປັນເອກະລັກສະເພາະ, ໄດ້ສະແດງອອກຜ່ານຈັງຫວະທີ່ຫຼາກຫຼາຍ, ມີການປ່ຽນຈັງຫວະເມື່ອເປົ່າແຄນສົມທົບກັບການຟ້ອນທີ່ອ່ອນຊ້ອຍ. ທ່ານຫຼີກວາງຢິນ ຮອງຫົວໜ້າຫ້ອງການບັນດາເຜົ່າຢູ່ເມືອງ ສີມາກາຍ ຖືວ່າ ການຟ້ອນແຄນໄດ້ຊ່ວຍປະຊາຊົນມີຄວາມສະໜິດຕິດພັນກ່ວາ, ນຳບັນຍາກາດທີ່ອົບອຸ່ນ, ເບີກບານມ່ວນຊື່ນມາໃຫ້ໝູ່ບ້ານເຂດພູສູງ ເມື່ອວັນບຸນ ຫຼື ລະດູບານໃໝ່ວຽນມາ:

ສຳລັບມູນເຊື້ອຟ້ອນແຄນ, ແຕ່ກີ້ແຕ່ກ່ອນແມ່ນຟ້ອນໃນງານສົບ. ແຕ່ປັດຈຸບັນ, ຟ້ອນແຄນແມ່ນໜຶ່ງໃນບັນດາການສະແດງສິລະປະຂອງປະຊາຄົມໂດຍຄົນລຸ້ນພໍ່ລຸ້ນອ້າຍຖ່າຍທອດໃຫ້ຄົນລຸ້ນໜຸ່ມ ນັບແຕ່ການເຮັດແຄນຈົນຮອດການເປົ່າແຄນ ແລະ ຟ້ອນແຄນ.

ຈັງຫວະໃນການຟ້ອນແຄນມີຄວາມອຸດົມສົມບູນຄື: ຟ້ອນຍົກຂາ, ປິ່ນປ່ຽນບ່ອນ, ປິ່ນຢູ່ກັບທີ່ຕາມທ່ານ ຢາງອາຍຫ໋າຍ, ພະນັກງານຫ້ອງການວັດທະນະທຳຂໍ້ມູນຂ່າສານ ເມືອງ ບັກຮ່າແລ້ວ, ຜູ້ໃດຢາກເປົ່າແຄນ ແລະ ຟ້ອນແຄນໄດ້ດີ ຕ້ອງໄດ້ຜ່ານການຝືກແອບ:

ເພື່ອສະແດງໄດ້ນັ້ນ, ກໍຮຽກຮ້ອງຕ້ອງການມີຄວາມມັກ ແລະ ພອນສະຫວັນ ເຂົາເຈົ້າຈຶ່ງຮຽນໄດ້ ແລະ ຕ້ອງເສຍເວລາປະມານ 1ປີຈຶ່ງສາມາດເຮັດເປັນບັນດາຈັງຫວະໂດຍພື້ນຖານໄດ້. ຮຽກຮ້ອງນັກຟ້ອນຕ້ອງມີຈັງຫວະທີ່ອ່ອນຊ້ອຍ ແລະ ຄ່ອງແຄ້ວ. ເມື່ອເຂົາເຈົ້າສະແດງ, ສົມທົບກັນລະຫວ່າງມື, ຂາ ແລະ ການເປົ່າແຄນ ຢ່າງກົມກຽວ ເຂົາເຈົ້າຕ້ອງເປັນຜູ້ທີ່ມີຄວາມເຂົ້າໃຈຢ່າງລະອຽດ.

ໃນຊຸມວັນບຸນ ຫຼືການສະແດງສິລະປະ, ພວກເຮົາອາດຈະເຫັນນັກຟ້ອນແຄນກັບບັນດາບາດຟ້ອນຫຼື ທັງກອດແຄນສ້າງເປັນວາດຟ້ອນທີ່ງາມຕາ. ທ່ານຢາງອາຫ໋າຍໃຫ້ຮູ້ຕື່ມອີກວ່າ:

ຕ້ອງເວົ້າວ່າ ນີ້ແມ່ນບັນດານັກສິລະປິນທີ່ອ່ອນຊ້ອຍ ແລະ ຄ່ອງແຄ້ວຫຼາຍຈຶ່ງສາມາດປະສົມປະສານລະຫວ່າງການເປົ່າແຄນ ແລະ ການຟ້ອນຢ່າງຄ່ອງແຄ້ວໄດ້ ຍ້ອນວ່າເມື່ອເປົ່າແຄນຕ້ອງປະສົມປະສານບັນດາຈັງຫວະຂອງການປິ່ນຟ້ອນ ກັບຈັງຫວະຂອງການເປົ່າແຄນຢ່າງກົມກຽວໄດ້. ເພາະສະນັ້ນ, ນີ້ແມ່ນເລື່ອງທີ່ຍາກ ແລະ ສັບສົນ. ເມື່ອແຂກທ່ອງທ່ຽວເຫັນອາດຈະເຫັນໄດ້ເຖິງການເຄື່ອນຍ້າຍຂອງນັກສິລະປິນທີ່ມີຄວາມອ່ອນຊ້ອຍ, ມີໄຫວພິບ ແຕ່ຄົນທີ່ຫາກໍ່ເປົ່າແຄນໃໝ່ຈະຮູ້ສຶກວ່ານີ້ແມ່ນວຽກງານທີ່ຍາກພໍສົມຄວນ.

ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມົ້ງ​ຢູ່​ບັກ​ຮ່າ ແລະ ສີ​ມາ​ກາຍ - ảnh 2ນັກສິລະປິນຢາງອາຄາຍ (ພາບ: VOV4)

ການຟ້ອນແຄນອງຊາວມົ້ງຊ້ອນແຝງຮ່ອຮອຍປະຫວັດສາດຂອງເຜົ່າມົ້ງ.ເຖິງວ່າຜ່ານການຜັນປ່ຽນທີ່ໃຫຍ່ຫຼວງຫຼາຍຢ່າງກໍ່າມ ແຕ່ພໍ່ແມ່ປະຊາຊົນເຜົ່າມົ້ງຍັງອະນຸລັກກຮັກສາ ແລະ ຖ່າຍທອຈັງຫວະເປົ່າແຄນ ແລະ ວາດຟ້ອນທີ່ເປັນມູນເຊື້ອເປັນຈຳນວນຫຼາຍໃຫ້ແກ່ຄົນລຸ້ນໜຸ່ມ ນັ້ນແມ່ນຊັບສິນອັນລ້ຳຄ່າ, ປະກອບສ່ວນເຮັດໃຫ້ວັດທະນະທຳຂອງຊາວເຜົ່າມົ້ງມີຄວາມອຸດົມສົມບູນຍິ່ງໆຂຶ້ນ.

ພ້ອມກັບການຟ້ອນແຄນ, ການຟ້ອນໄມ້ຕຽນ(ເຮັດຈາກໄມ້ໄຜ່) ກໍ່ໄດ້ຮັບຄວາມນິຍົມຈາກຊາວເຜົ່າມົ້ງ. ຕາມທ່ານ ຢາງອາຫ໋າຍແລ້ວ, ຕົ້ນກຳເນີດຂອງໄມ້ຕຽນ ແມ່ນມາຈາກຊຸດອາວຸດຂອງຊາວເຜົ່າມົ້ງ ນຳໃຊ້ເພື່ອຕ້ານສັດຮ້າຍ, ຄົນຮ້າຍໃນເມື່ອກ່ອນຂອງເຂົາເຈົ້າ.

ຊາວເຜົ່າມົ້ງມີອາວຸດຊຸດໜຶ່ງລວມມີຊຸດເປົ່າ, ຊຸດຕີ ແລະ ຊຸດລາບ. ຊຸດລາບລວມມີ: ງ້າວ, ດາບ, ໄມ້ຕະບອງ ແລະ ຄ້ອນຍາວ(ສຸຍ) ເປັນຈຳນວນຫຼາຍ ເພື່ອສ້າງເປັນຊຸດທັງໝົດ 18 ຊະນິດ, ໃນນັ້ນ ມີໄມ້ ແລະ ແຄນ. ໄມ້ກໍ່ແມ່ນໜຶ່ງໃນອາວຸດຊະນິດຕ່າງໆທີ່ສຳຄັນຂອງຊຸດນີ້.

ດ້ວຍຊຸດອາວຸດນີ້, ແຕ່ກ່ອນຢູ່ບາງເຂດຊາວເຜົ່າມົ້ງນຳໃຊ້ເພື່ອນຳສົ່ງວິນຍານຄົນຕາຍກັບເມືອຫາບັນພະບູລຸດ ຫຼືໃນການດຳລົງຊີວິດວົງຄະນະຍາດ ເພື່ອສ້າງບັນຍາກາດຄຶກຄຶ້ນມ່ວນຊື່ນ. ຕາມທ່ານ ຢາງອາຫ໋າຍແລ້ວ, ຫຼັກການຂອງວາດຟ້ອນນີ້ແມ່ນຜູ້ໄປກ່ອນຖືໄມ້, ຜູ້ໄປຕາມຫຼັງຖືໄມ້ຕະບອງ ແລະ ຜູ້ໄປກ່ອນຈະຕີສູ່ທາງຫຼັງ ສ່ວນຜູ້ທາງຫຼັງແມ່ນຜູ້ຊ່ວຍຮັບ.

ຜ່ານວາດຟ້ອນນີ້ ຊາວມົ້ງ ໄດ້ແຍກການຟ້ອນໄມ້ອອກເປັນລາຍການຕ່າງຫາກ. ໄມ້ນີ້ບໍ່ພຽງແຕ່ນຳໃຊ້ໃນການເຄື່ອນໄຫວຂອງພິທີງານສົບ ຫຼືວັນບຸນເທົ່ານັ້ນ ຫາກຍັງຄ່ອຍໆໄດ້ນຳໃຊ້ໃນວົງກວ້າງຢູ່ຕາມງານບັນດາໂຮງຮຽນ ຫຼືວັນບຸນລະດູແລ້ງ.

ຈາການຟ້ອນໄມ້ໃນການຕີມວຍ, ຜ່າບັນຂັ້ນຕອນອອກແຮງງານ, ທຳການຜະລິດ ແລະ ດຳລົງຊີວິດປະຈຳວັນ, ພໍ່ແມ່ປະຊາຊົນເຜົ່າມົ້ງ ໄດ້ປັບປຸງການຕີມວຍກາຍເປັນວາດຟ້ອນທີ່ອ່ອນຊ້ອຍ. ການຟ້ອນໄມ້ຕຽນ ບໍ່ຈຳແນກຜູ້ເຖົ້າຜູ້ໜຸ່ມ, ຜູ້ຍິງຜູ້ຊາຍ ບໍ່ວ່າຜູ້ໃດທີ່ມີຄວາມມັກ ກໍ່ລ້ວນແຕ່ສາມາດຟ້ອນໄດ້, ເພາະສະນັ້ວາດຟ້ອນນີ້ ພວມໄດ້ຮັບການຮູ້ຈັກເຖິງໃນວົງກ້ວາງຢູ່ປະຊາຄົມຊາວເຜົ່າມົ້ງຢູ່ບັກຮ່າ ແລະ ສີມາກາຍ. ໃນຊຸມວັນຕະຫຼາດນັດ, ພໍ່ແມ່ປະຊາຊົນກໍ່ກຽມພ້ອມຖືໄມ້ຕຽນ ມາສະແດງເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ໃກ້ແລະຢູ່ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ