ປະຊາຊົນເຂດພູດອຍແຂວງ ແຄງຮ່ວາ ຫັນປ່ຽນການປູກຝັງຕາມປອດສານພິດ

(VOVWORLD) - ບັນດາເຮືອນສວນພວມຫັນໄປສູ່ການປູກແບບປອດສານພິດ, ຜະລິດຕາມມາດຕະການ, ຕາມລະຫັດເຂດຢ່າງແຮງ.
ປະຊາຊົນເຂດພູດອຍແຂວງ ແຄງຮ່ວາ ຫັນປ່ຽນການປູກຝັງຕາມປອດສານພິດ - ảnh 1(ບັນດາເຮືອນສວນພວມຫັນໄປສູ່ການປູກແບບປອດສານພິດ, ຜະລິດຕາມມາດຕະຖານ, ຕາມລະຫັດເຂດ)

        ປະຈຸບັນ, ປະຊາຊົນຢູ່ບັນດາເມືອງຢູ່ເຂດພູດອຍຂອງແຂວງ ແຄງຮ່ວາ ໄດ້ຄັດເລືອກການຫັນປ່ຽນຜົນລະປູກ, ວິທີບົວລະບັດໃນການຜະລິດກະສິກຳຕາມທິດປອດສານພິດ. ບໍ່ພຽງແຕ່ຮັບປະກັນຄວາມປອດໄພໃຫ້ສິ່ງແວດລ້ອມ ແລະ ຜູ້ບໍລິໂພກເທົ່ານັ້ນ, ວິທີດັ່ງກ່າວຍັງໄດ້ຊ່ວຍໃຫ້ຜູ້ຜະລິດຍົກສູງປະສິດທິຜົນດ້ານເສດຖະກິດນຳອີກ.

        ປະຈຸບັນ, ເມືອງພູດອຍ ແຄງເຊີນ, ແຂວງ ແຄງຮ່ວາ, ມີເນື້ອທີ່ປູກຕົ້ນຖົ່ວລຽນ 2.600 ເຮັກຕາ, ຄາດວ່າ ປະລິມານທີ່ເກັບໄດ້ໃນປີ 2024 ແມ່ນ 17.000 ໂຕນ, ລາຍຮັບທີ່ພໍ່ແມ່ປະຊາຊົນເກັບມາໄດ້ແມ່ນກວ່າ 1.000 ຕື້ດົ່ງ (40 ລ້ານ USD). ບັນດາເຮືອນສວນພວມຫັນໄປສູ່ການປູກແບບປອດສານພິດ, ຜະລິດຕາມມາດຕະຖານ, ຕາມລະຫັດເຂດຢ່າງແຮງ. ມີກວ່າ 350 ເຮັກຕາໄດ້ໝູນໃຊ້ການຜະລິດຕາມມາດຕະຖານການປະຕິບັດການຜະລິດກະສິກຳດີ (VietGAP). ພ້ອມທັງ, ມີ 15 ລະຫັດເຂດປູກຖົ່ວລຽນໄດ້ສົ່ງອອກຕາມໂຄຕາໄປ ຈີນ ດ້ວຍເນື້ອທີ່ທັງໝົດ 430 ເຮັກຕາ.

ປະຊາຊົນເຂດພູດອຍແຂວງ ແຄງຮ່ວາ ຫັນປ່ຽນການປູກຝັງຕາມປອດສານພິດ - ảnh 2(ປີ 2024 ນີ້, ລະດູເກັບກູ້ໝາກຖົ່ວລຽນສືບຕໍ່ໄດ້ຮັບຜົນດີ)

        ເຊີນເລີມ ແມ່ນຕາແສງມີເນື້ອທີ່ປູກຕົ້ນຖົ່ວລຽນປະມານ 1.000 ເຮັກຕາ, ໃຫຍ່ທີ່ສຸດຢູ່ແຂວງ ແຄງຮ່ວາ. ປີ 2024 ນີ້, ລະດູເກັບກູ້ໝາກຖົ່ວລຽນສືບຕໍ່ໄດ້ຮັບຜົນດີ, ນຳມາເຊິ່ງແຫຼ່ງລາຍຮັບໃຫຍ່ຫຼວງໃຫ້ແກ່ຜູ້ປູກ. ບັນດາຄອບຄົວພວມຫັນປ່ຽນໄປສູ່ການປູກຕາມທິດປອດສານພິດ, ເປັນມິດກັບສິ່ງແວດລ້ອມ. ທ່ານ ເລມິງກາມ, ຢູ່ບ້ານ ໂກຣວາ, ຕາແສງ ເຊີນເລີມ, ເມືອງ ແຄງເຊີນ ໃຫ້ຮູ້ວ່າ, ນັບແຕ່ຫັນໄປນຳໃຊ້ຝຸ່ນອົງຄະທາດ, ຕົ້ນໄມ້ໄດ້ພັດທະນາດີ. ສິ່ງສຳຄັນທີ່ສຸດແມ່ນຮັບປະກັນຄວາມປອດໄພໃຫ້ຜູ້ບົວລະບັດ ແລະ ຜູ້ບໍລິໂພກ:

        ປະມານ 15 ມື້ຕົ້ນໄມ້ກໍ່ອອກໃບອ່ອນ, ບັນລຸປະສິດທິຜົນທີ່ສຸດ. 3 ປີມານີ້, ຂ້າພະເຈົ້າໄດ້ໃຊ້ຝຸ່ນອົງຄະທາດ, ສ່ວຝຸ່ນເຄມີກໍ່ໃຊ້ນ້ອຍທີ່ສຸດ. ຸ່ນທັງໝົດນັ້ນແມ່ນຸ່ນຈາກປາ. ພາຍຫຼັງທີ່ເກັບກູ້ໝາກຖົ່ວລຽນ, ຕ້ອງໃຊຸ້່ນນີ້ເພື່ອໃຫ້ຕົ້ນໄມ້ອອກໃບອ່ອນ, ມີກຳລັງແຮງ”.

        ນອກຈາກຕົ້ນໝາກຖົ່ວລຽນແລ້ວ, ເມືອງພູດອຍ ແຄງເຊີນ ຍັງສ້າງບັນດາເຂດສະເພາະປູກຕົ້ນໄມ້ກິນໝາກ, ຄື: ຕົ້ນກ້ວຍ, ຕົ້ນໝາກມີ້… ປະຈຸບັນ, ທົ່ວເມືອງມີຕົ້ນໄມ້ກິນໝາກກວ່າ 3.500 ເຮັກຕາ, ປະລິມານການຜະລິດໃນແຕ່ລະປີແມ່ນກວ່າ 22 ລ້ານໂຕນ. ພິເສດ, ພໍ່ແມ່ຊາວເຜົ່າ ຣາໄຣ ໄດ້ປູກຕົ້ນໝາກກວ້ຍຢູ່ຕາມເປີ້ນພູ, ບໍ່ນຳໃຊ້ຝຸ່ນ, ທາດເຄມີ. ມີວິສາຫະກິດຈຳນວນໜຶ່ງໄດ້ເຊື່ອມຕໍ່ກັບນັກວິທະຍາສາດ, ຊາວກະສິກອນເພື່ອປຸງແຕ່ງບັນດາຜະລິດຕະພັນຈາກໝາກກ້ວຍ, ຄື: ກ້ວຍອົບແຫ້ງ, ກ້ວຍຜົງ, ນ້ຳເຜິ້ງກວ້ຍ… ຫຼັງຈາກນັ້ນ, ຜ່ານບັນດາເວັບໄຊການຄ້າເອເລັກໂຕນິກ, ແຈກຢ່າຍບັນດາຜະລິດຕະພັນປອດສານພິດນີ້ໄປຈຳໜ່າຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ເອື້ອຍ ຫງວຽນທິເຮືອງແທັງ, ຮາກຖານປຸງແຕ່ງໝາກກ້ວຍ ອານຮ່ວາ, ເມືອງ ແຄງເຊີນ, ໃຫ້ຮູ້ວ່າ:

        ຕົ້ໝາກກ້ວຍຢູ່ ແຄງເຊີນ ແມ່ນແຫຼ່ງຜະລິດພັນກະເສດລ້ຳຄ່າຂອງທ້ອງຖິ່ນ. ແຕ່ດົນນານມາແລ້ວ, ແນວພັນຕົ້ນໝາກກວ້ຍນີ້ແມ່ນແຊບຫຼາຍ, ຫວານ, ຫອມ, ເນື້ອເຫຼືອງ. ຂ້າພະເຈົ້າຢາກຍົກສູງຄຸນຄ່າຜະລິດຕະພັນກະເສດຂອງທ້ອງຖິ່ນ. ພະຍາຍາມພັດທະນາບັນດາເຂດປູກຝັງ, ເຮັດແນໃດເພື່ອໃຫ້ການເກັບຊື້ເປັນປົກກະຕິ ໃຫ້ແກ່ພໍ່ແມ່ຊາວເຜົ່າສ່ວນໜ້ອຍ, ມີລາຄາສູງກວ່າ, ເຂົາເຈົ້າມີຄວາມອຸນອ່ຽນໃຈທຳມາຫາກິນ.

        ໃນເວລາເກືອບ 20 ປີຜ່ານມາ, ເມືອງພູດອຍ ແຄງເຊີນ ໄດ້ຊອກຫາ, ພັດທະນາຕົ້ນໄມ້ຫຼັກແຫຼ່ງຫຼາຍຊະນິດ, ໃນນັ້ນ, ການພັດທະນາເນື້ອທີ່ຕົ້ນໄມ້ກິນໝາກພິເສດໄດ້ສ້າງບາດກ້າວບຸກທະລຸທາງດ້ານເສດຖະກິດ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ທ່ານ ດິງວັນຢຸງ, ປະທານຄະນະກຳມະການປະຊາຊົນເມືອງ ແຄງເຊີນ, ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ແຄງເຊີນ ຈະສ້າງຮູບແບບທົດລອງການຜະລິດກະສິກຳປອດສານພິດ; ຈາກນັ້ນ, ຈະທະວີຄູນອອກສູ່ບັນດາເຂດຜະລິດໃນບໍລິເວນເມືອງ.

        “ປູກຕາມວິທີປອດສານພິດລາຍຮັບເກັບມາໄດ້ຈະຫຼາຍກວ່າ. ຖ້າບໍ່ມີລະຫັດ, ບໍ່ຊອກຫາຕົ້ນກຳເນີດໄດ້, ບໍ່ມີລະຫັດເຂດປູກ, ຂາຍອອກສູ່ຕະຫຼາດລາຄາຜິດດ່ຽງກັນຮອດ 50%. ສະນັ້ນ, ທ່າອ່ຽງນີ້ແມ່ນເໝາະສົມທີ່ສຸດກັບການພັດທະນາໝາກໄມ້ປອດສານພິດ. ໃນອະນາຄົດອາດສາມາດສົ່ງໄປເຖິງຫຼາຍປະເທດຕື່ມອີກ”.

        ໃນທ່າອ່ຽງພັດທະນາກະສິກຳປອດສານພິດ, ກະສິກຳ oganic, ເມືອງ ແຄງເຊີນ ພວມສຸມໃສ່ປະຕິບັດແຜນຮ່າງຫັນປ່ຽນ, ພັດທະນາຂະແໜງກະສິກຳຕາມທິດ: ຫັນຈິນຕະນາການ “ຜະລິດກະສິກຳ” ໄປສູ່ຈິນຕະນາການ “ເສດຖະກິດກະສິກຳ”. ພ້ອມທັງ, ເອົາໃຈໃສ່ເພີ່ມປະລິມານກະສິກຳສີຂຽວ, ນຳໃຊ້ເຕັກໂນໂລຊີສູງ, ພັດທະນາແບບຍືນຍົງ, ແກ່ຍາວອາຍຸຜົນລະປູກ, ນຳມາເຊິ່ງລາຍຮັບຍາວນານໃຫ້ແກ່ປະຊາຊົນ… ນອກນັ້ນ, ທາງເມືອງຍັງຍູ້ແຮງການປູກຝັງປອດສານພິດກະສິກຳ, ຕິດພັນກັບການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ