ໜອງລ້ຽງກຸ້ງດ້ວຍເຕັກໂນໂລຢີສູງຂອງຟາມບິ່ງລີງ ແຂວງບັ້ນແຈ
|
ໂດຍແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນການໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການລ້ຽງກຸ້ງຢູ່ແຂວງຕຽນຢາງ, ລຸງ ໂງມິງຕວັນ ຢູ່ຕາແສງ ຝຸແທ້ງ, ເມືອງ ເຕິນຝຸດົງ, ປັດຈຸບັນມີຟາມລ້ຽງກຸ້ງ 5 ໜອງທີ່ນຳໃຊ້ເຕັກໂນໂລຢີສູງ ດ້ວຍເນື້ອທີ່ທັງໝົດ 30 ເຮັກຕາ. ກຸ້ງໄດ້ລ້ຽງໃນຕະຫຼອດປີ. ທ່ານ ໂງມິງຕວັນ ໃຫ້ຮູ້ວ່າ ການລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງມີຈຸດດີຫຼາຍຢ່າງ, ເປັນຕົ້ນແມ່ນຈຳກັດຄວາມສ່ຽງຈາກພະຍາດ, ອາດຈະແກ່ຍາວເວລາລ້ຽງເພື່ອບັນລຸໄດ້ຂະໜາດກຸ້ງໃຫຍ່ດ້ວຍລາຄາສູງ.
ຫວ່າງມໍ່ໆມານີ້, ຄອບຄົວລຸງຕວັນ ຂາຍກຸ້ງໄດ້ 40 ໂຕນ ດ້ວຍລາຄາ 85.000 ດົ່ງ/ກີໂລກຼາມ ສຳລັບຊະນິດທີ່ມີ 30 ໂຕ/ກີໂລກຼາມ. ເຖິງວ່າລາຄານີ້ຍັງຕ່ຳເມື່ອທຽບໃສ່ກັບໄລຍະຍັງບໍ່ທັນເກີດໂລກລະບາດໂຄວິດ - 19, ແຕ່ຍັງສູງກ່ວາຫຼາຍເມື່ອທຽບໃສ່ກັບລາຄາຂາຍກຸ້ງລ້ຽງຕາມແບບດັ້ງເດີມ, ດັ່ງນັ້ນຍັງຄົງມີກຳໄລ. ລຸງໂງມິງຕວັນ ໝັ້ນໃຈຢັ້ງຢືນວ່າ ດ້ວຍຮູບແບບລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ, ປະສິດທິຜົນເສດຖະກິດ ຍາມໃດກໍ່ໄດ້ຮັບປະກັນ ແລະ ນັບມື້ນັບມີຫຼາຍຄົນຫັນປ່ຽນມາລ້ຽງກຸ້ງຕາມຮູບແບບທີ່ໃໝ່ອ່ຽມນີ້. ລຸງໃຫ້ຮູ້ວ່າ:
ປັດຈຸບັນ, ກຸ້ງທຳມະຊາດບໍ່ມີຫຼາຍ, ສ່ວນກຸ້ງລ້ຽງຕາມຮູບແບບດັ້ງເດີມແມ່ນລ້ຽງຍາກ ໃນປັດຈຸບັນເຂົາເຈົ້າບໍ່ລ້ຽງອີກ ຍ້ອນວ່າ ປະຊາຊົນລົງທຶນລ້ຽງກຸ້ງດ້ວຍເຕັກໂນໂລຢີສູງກໍ່ມີຄວາມປອດໄພ. ການລ້ຽງທີ່ນຳໃຊ້ເຕັກໂນໂລຢີສູງ ກຸ້ງທີ່ມີນ້ຳໜັກແຕ່ 30 ໂຕ/ກີໂລກຼາມ, ລາຄາຂອງມັນຈະບໍ່ຫຼຸດລົງຫຼາຍ. ລາຄາຂອງມັນຕ່ຳກ່ວາເມື່ອທຽບໃສ່ກັບໄລຍະທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ - 19 ພຽງແຕ່ 20 ພັນດົງ/ກິໂລກຼາມເທົ່່ານັ້ນ. ມັນຍັງມີຄວາມສ່ຽງໜ້ອຍກ່ວາ, ສະມັດຕະພາບສູງກ່ວາ. ສ່ວນລ້ຽງຕາມຮູບແບບດັ້ງເດີມກຸ້ງຖືກຕິດຫຼາຍພະຍາດ, ດັ່ງນັ້ນ ຈິ່ງໄດ້ຄ່ອຍໆຫັນມາການລ້ຽງທີ່ນຳໃຊ້ເຕັກໂນໂລຢີສູງ.
ທ່າໄດ້ປຽບໃຫຍ່ສຸດຂອງການລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງແມ່ນ ກຸ້ງລ້ຽງອາດຈະບັນລຸຂະໜາດໃຫຍ່ ຍ້ອນອາດຈະແຍກໜອງຕາມຫຼາຍໄລຍະ. ໃນຮູບແບບການລ້ຽງກຸ້ງນີ້, ກຸ້ງລ້ຽງໃນໜອງ ໃນໄລຍະແຕ່ 25 ວັນ ອາດຈະສົ່ງໄປຍັງໜອງເພື່ອຂາຍ ແລະ ສືບຕໍ່ແຍກໜອງຕາມບັນດາຈຸດເວລາພາຍຫຼັງ 40 ວັນ ແລະ 50 ວັນ. 1 ເຮັກຕາມສາມາດບັນລຸໄດ້ສະມັດຕະພາບກ່ວາ 40 ໂຕນ/ລະດູ. ຍິ່ງໄປກ່ວານັ້ນ, ຮູບແບບລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງຍັງມີຈຸດດີໃຫຍ່ອີກອັນໜຶ່ງນັ້ນແມ່ນ ແຍກຕົວອອກຈາກສະພາບແວດລ້ອມພະຍາດໃນໄລຍະເບື້ອງຕົ້ນ ດ້ວຍອັດຕາກຸ້ງທີ່ມີຊີວິດສູງ.
ດ້ວຍປະສິດທິຜົນດ້ານເສດຖະກິດທີ່ດີ, ຮູບແບບລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ ກໍ່ພວມໄດ້ຮັບຄວາມເອົາໃຈໃສ່ລົງທຶນ ແລະ ເປີດກ້ວາງຢູ່ແຂວງ ເບັ້ນແຈ, ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງເບັ້ນແຈແລ້ວ, ປັດຈຸບັນ ທົ່ວແຂວງມີເນື້ອທີ່ 2000 ເຮັກຕາແມ່ນລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ. ຮູບແບບນີ້ ຈະມີປະສິດທິຜົນດ້ານເສດຖະກິດສູງດ້ວຍກຳໄລໄລ່ສະເລ່ຍແຕ່ 700 – 800 ລ້ານດົ່ງ/ເຮັກຕາ/ລະດູ, ສູງກ່ວາທົບ 4 ເທົ່າເມື່ອທຽບໃສ່ກັບການລ້ຽງກຸ້ງແບບດັ້ງເດີມ.
ຢູ່ເມືອງ ແທັງຝຸ, ທ້ອງຖິ່ນມີເນື້ອທີ່ລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງຂອງແຂວງເບັ້ນແຈ ດ້ວຍຍອດເນື້ອທີ່ປະມານ 500 ເຮັກຕາ, ໜອງລ້ຽງກຸ້ງເກືອບທັງໝົດຕາມຮູບແບບນີ້ ຍັງມີກຳໄລໃນໄລຍະເກີດໂລກລະບາດໂຄວິດ - 19. ທ່ານ ດ່າວກົງເທືອງ, ປະທານຄະນະກຳມະການປະຊາຊົນເມືອງ ແທັງຝຸ ໃຫ້ຮູ້ວ່າ ການລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ ແມ່ນທິດກ້າວເດີນທີ່ຕ້ອງເປັນໄປຂອງພໍ່ແມ່ຊາວປະມົງ ແລະ ທ້ອງຖິ່ນ ເຊິ່ງພວມມານະພະຍາຍາມສູ້ຊົນຮອດປີ 2025 ຈະບັນລຸໄດ້ເນື້ອທີ່ລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ 1.500 ເຮັກຕາ. ທ່ານກ່າວວ່າ:
ຮູບແບບນຳໃຊ້ເຕັກໂນໂລຢີສູງສ່ວນຫຼາຍມີກຳໄລຫຼາຍກ່ວາ 80%. ຮູບແບບນີ້ຕ້ອງການທຶນຫຼາຍ, ແຕ່ບັນດາທະນາຄານລ້ວນແຕ່ໜູນຊ່ວຍໃຫ້ກູ້ຢຶມ. ທ້ອງຖິ່ນກໍ່ພວມລະດົມບັນດາສາຂາທະນາຄານໜູນຊ່ວຍໃຫ້ແກ່ປະຊາຊົນ. ບັນດາບໍລິສັດສະໜອງອາຫານໃຫ້ກຸ້ງ, ສະໜອງ ແນວພັນກຸ້ງໃຫ້ແຕ່ລະຄອບຄົວເພື່ອແນະນຳຮູບແບບ, ທະນາຄານກໍ່ໃຫ້ຄຳໝັ້ນສັນຍາຈະໃຫ້ກູ້ຢືມເງິນເພື່ອຊ່ວຍປະຊາຊົນປະຕິບັດ...
ການລ້ຽງປູກສິນໃນນ້ຳ, ໃນນັ້ນມີກຸ້ງ ແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຫຼັກແຫຼ່ງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້. ຄວາມຈິງສະແດງໃຫ້ເຫັນວ່າ ຮູບແບບລ້ຽງກຸ້ງທີ່ນຳໃຊ້ເຕັກໂນໂລຢີສູງ ໄດ້ ແລະ ພວມຊ່ວຍເຫຼືອປະຊາຊົນສ້າງຄວາມຮັ່ງມີ, ພ້ອມທັງເປັນມິດກັບສິ່ງແວດລ້ອມ ແລະ ດັດປັບໃຫ້ເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ດ້ວຍບັນດາທ່າອ່ຽງນັ້ນ, ຮູບແບບນີ້ແນ່ນອນວ່າ ຈະສືບຕໍ່ພັດທະນາ ແລະ ນັບມື້ນັບໄດ້ຮັບການທະວີຄູນໃນວົງກ້ວາງ.