ຜູ້ກຳກັບການສະແດງ ຮ່າເລະຢ້ຽມ ແລະ ເຄັດລັບຜົນສຳເລັດໃນຮູບເງົາເອກະສານເອກະລາດ

(VOVWORLD) -  ໃນການຖ່າຍທຳວີດີໂອກ່ຽວກັບ ຢີ ເປັນເວລາ 2 ປີ, ນາງ ຮ່າເລະຢ້ຽມ ກໍ່ໄດ້ຖືຄອບຄົວຂອງ ຢີ ຄືດັ່ງຄອບຄົວຂອງຕົນ.
ຜູ້ກຳກັບການສະແດງ ຮ່າເລະຢ້ຽມ ແລະ ເຄັດລັບຜົນສຳເລັດໃນຮູບເງົາເອກະສານເອກະລາດ - ảnh 1ຕອນໜຶ່ງໃນຮູບເງົາ “ເດັກໃນສາຍໝອກ”
(ພາບ: Beta Cinema)

  “ເດັກໃນສາຍໝອກ” ຊິງໄດ້ລາງວັນ ບົງແຊນວ່າງ (ດອກບົວຄຳ) ປະເພດຮູບເງົາເອກະສານຢູ່ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 ຜ່ານມາ, ໄດ້ເປັນການສືບຕໍ່ວິວັດການ ຊີງລາງວັນຂອງຜູ້ກຳກັບການສະແດງໜຸ່ມ ຮ່າເລະຢ້ຽມ. ຮູບເງົາກໍ່ແມ່ນຜົນງານຮູບເງົາທຳອິດຂອງ ຫວຽດນາມ ທີ່ລອດເຂົ້າ top ຮູບເງົາເອກະສານ 15 ເລື່ອງດີເດັ່ນໃນການແຂ່ງຂັນຊິງລາງວັນ Oscar ປີນີ້. ໂດຍເກີດປີ 1992 ຢູ່ ບັກກ້ານ, ນາງ ຮ່າເລະຢ້ຽມ ແມ່ນໜຶ່ງໃນບັນດາຜູ້ກຳກັບການສະແດງໜຸ່ມທີ່ເດີນຕາມຮູບແບບ ຮູບເງົາເອກະສານເອກະລາດ ແລະ ໄດ້ປະສົບຜົນສຳເລັດໂດຍໄວ.

        ໂດຍຮຽນຈົບພະແນກສື່ມວນຊົນ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ນາງ ຮ່າເລະຢ້ຽມ ໄດ້ຈົດທະບຽນຮຽນຊຸດຮຽນສ້າງຮູບເງົາເອກະສານຢູ່ ສູນໜູນຊ່ວຍພັດທະນາຜູ້ມີຄວາມເກັ່ງກ້າສາມາດດ້ານຮູບເງົາ TPD. ຈຸດປະສົງໃນເບື້ອງຕົ້ນຂອງນາງ ຢ້ຽມ ແມ່ນພຽງແຕ່ເພື່ອຄວາມພໍໃຈຂອງຕົນເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ວຽກງານນີ້ກໍ່ໄດ້ສ້າງຄວາມດຶງດູດໃຈ, ຄວາມເມົາມົວຕໍ່ນາງ ຢ້ຽມ.

        ຮູບເງົາເອກະສານສັ້ນທຳອິດເຊິ່ງນາງ ຢ້ຽມ ຖ່າຍທຳມີຫົວຂໍ້ວ່າ “ເສັ້ນທາງໄປໂຮງຮຽນ”, ມີຄວາມຍາວ 20 ນາທີ, ເລົ່າເລື່ອງກ່ຽວກັບແມ່ຍິງທີ່ຕິດພະຍາດ HIV ຈາກຜົວ, ເຮັດວຽກ ແລະ ເບິ່ງແຍງລູກຜູ້ດຽວ. ຮູບເງົານີ້ໄດ້ຮັບການຕີລາຄາສູງ ຍ້ອນບໍ່ມີໄລຍະຫ່າງລະຫວ່າງຜູ້ກຳກັບການສະແດງ ກັບຕົວລະຄອນ. ເມື່ອຫວນຄືນວິວັດການປະຕິບັດຮູບເງົາດັ່ງກ່າວ, ນາງ ຮ່າເລະຢ້ຽມ, ແບ່ງປັນວ່າ:

  “ມີເທື່ອໜຶ່ງຂ້າພະເຈເຈົ້າໄດ້ໄປເຮືອນຂອງຕົວລະຄອນ, ຂ້າພະເຈົ້າເຫັນວ່າ ເອື້ອຍໄດ້ຄິດເປັນຫ່ວງໃຫ້ນ້ອງທີ່ສຸດ ສະນັ້ນ, ຂ້າພະເຈົ້າບໍ່ຢ້ານຫຍັງອີກ. ໃນຕອນບ່າຍມື້ໜຶ່ງ, ຂ້າພະເຈົ້າໄດ້ຂ້າມຫ້ວຍທີ່ຢູ່ໃກ້ກັບເຮືອນຂອງເອື້ອຍ, ໂສ້ງຂ້າພະເຈົ້າປຽກໝົດ. ເອື້ອຍບອກວ່າ “ເຂົ້າມາເຮືອນເອື້ອຍຊີເອົາໂສ້ງມາໃຫ້ປ່ຽນ”. ເອື້ອຍເວົ້າສຸດປະໂຫຍກ ແລ້ວກໍ່ຢຸດ, ແລ້ວບອກວ່າ ຢ່າແຫຼະບໍ່ຕ້ອງນຸ່ງໂສ້ງຂອງເອື້ອຍ. ເອື້ອຍຢ້ານນ້ອງຖືກຕິດພະຍາດ. ໝາຍຄວາມວ່າ ເອື້ອຍ ມີສະຕິຮັກສາຄວາມປອດໄພໃຫ້ຜູ້ຄົນທີ່ຢູ່ອ້ອມຂ້າງ”.

        “ເສັ້ນທາງໄປໂຮງຮຽນ” ຊິງໄດ້ລາງວັນ ແກງຢ້ຽວບາກ (ປີກວ່າວເງິນ) ປີ 2013 ໃນປະເພດຮູບເງົາສັ້ນ (ໃນປີນັ້ນບໍ່ມີລາງວັນ ດອກບົວຄຳ). ຍ້ອນຄວາມບໍ່ມີໄລຍະຫ່າງກັບຕົວລະຄອນນັ້ນ ແມ່ນເຄັດລັບສຳຄັນ ຊ່ວຍໃຫ້ນາງ ຢ້ຽມ ບັນລຸຜົນສຳເລັດ. ບາງເທື່ອກໍ່ອາດຈະຍ້ອນຄວາມຈິງໃຈທີ່ລຽບງ່າຍຂອງ ຢ້ຽມ ໄດ້ຊ່ວຍໃຫ້ນາງສາມາດເຂົ້າໃກ້ກັບຕົວລະຄອນຂອງຕົນຫຼາຍກວ່າ. ແລະປີ 2017, ນາງໄດ້ໄປ ຊາປາ, ມາເຮືອນຂອງ ຢີ, ເປັນຕົວລະຄອນຂອງຮູບເງົາເອກະສານ “ເດັກໃນສາຍໝອກ”, ຕາມຮູບແບບດັ່ງກ່າວ.

   “ພໍ່ຂອງ ຢີ ເລົ່າສູ່ຟັງວ່າ, ຕອນທຳອິດທີ່ມາຮັບຂ້າພະເຈົ້າຢູ່ສະຖານີລົດເມ ຊາປາ ນັ້ນ, ເພິ່ນມີຄວາມປະຫຼາດໃຈຍ້ອນເຫັນວ່າຂ້າພະເຈົ້າໄດ້ຖືເອົາເຄື່ອງຂອງຫຼາຍຢ່າງມານຳ. ມີຖົງໃຫຍ່ໃສ່ໂສ້ງເສື້ອ, ຖົງໃສ່ກອງຖ່າຍຮູບ ແລະ ເຄື່ອງອຸປະກອນຖ່າຍທຳວີດີໂອ. ມື້ນັ້ນ, ເພິ່ນໄດ້ພາຂ້າພະເຈົ້າໄປທີ່ທົ່ງນາ, ຍ້ອນເວລານັ້ນແມ່ນໃນຍາມປູກເຂົ້າ ສະນັ້ນບໍ່ມີໃຜຢູ່ເຮືອນ. ມາຮອດນັ້ນ, ຂ້າພະເຈົ້າກໍ່ລົງດຳນາຄືທຸກຄົນ. ເມື່ອທຸກຄົນກັບເມືອບ້ານກິນເຂົ້ານັ້ນ, ຂ້າພະເຈົ້າກໍ່ໄປຕາມທຸກຄົນ. ພໍ່ຂອງ ຢີ ເວົ້າກັບຂ້າພະເຈົ້າວ່າ, ພໍ່ເຫັນວ່າ ຢີ ກໍ່ຄືຊາວເຜົ່າ ມົ້ງ ຜູ້ທຳມະດາ”

ຜູ້ກຳກັບການສະແດງ ຮ່າເລະຢ້ຽມ ແລະ ເຄັດລັບຜົນສຳເລັດໃນຮູບເງົາເອກະສານເອກະລາດ - ảnh 2ຜູ້ກຳກັບການສະແດງໜຸ່ມ ຮ່າເລະຢ້ຽມ
(ພາບ: ແອັງທື)

        ແນວຄິດຖ່າຍທຳຮູບເງົາກ່ຽວກັບຄາວເຍົາໄວຂອງ ຢີ ເລີ່ມສ້າງຂຶ້ນເມື່ອ ຮ່າເລະຢ້ຽມ ຖ່າຍທຳວີດີໂອ ຢີ ແລະ ພວກເດັກພ້ອມກັນໄປຫຼີ້ນ. ໃນການຖ່າຍທຳວີດີໂອກ່ຽວກັບ ຢີ ເປັນເວລາ 2 ປີ, ນາງ ຮ່າເລະຢ້ຽມ ກໍ່ໄດ້ຖືຄອບຄົວຂອງ ຢີ ຄືດັ່ງຄອບຄົວຂອງຕົນ. ນາງ ຮ່າເລະຢ້ຽມ, ຫວນຄືນວ່າ:

        “ເມື່ອຖ່າຍທຳ, ຂ້າພະເຈົ້ານອນຢູ່ເຮືອນຂອງ ຢີ. ສ່ວນເວລາໄປເຮືອນເພື່ອນຜູ້ອື່ນຖ່າຍທຳ, ຂ້າພະເຈົ້າກໍ່ຢູ່ເຮືອຍຜູ້ນັ້ນ 2 3 ມື້ຶ້ ແລ້ວຈຶ່ງກັບມາເຮືອນຂອງ ຢີ. ແມ່ຂອງ ຢີ ໄດ້ເວົ້າວ່າ: “ນ້ອງໄປຖ່າຍໂລດ, ຕອນໃດຖ່າຍແລ້ວໆກໍ່ກັບມາເຮືອນເຮົາເດີ”. ໂດຍໄດ້ຍິນຄຳວ່າ “ກັບມາເຮືອນ”, ຂ້າພະເຈົ້າເຫັນວ່າ ພຽງແຕ່ມີຍາດຕິພີ່ນ້ອງໃນຄອບຄົວດຽວກັນຈຶ່ງເວົ້າຄືແນວນັ້ນ. ຕອນໄດ້ຍິນແມ່ຂອງ ຢີ ເວົ້າຄືແນວນັ້ນ, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.

        ການຖ່າຍທຳໃນເບື້ອງຕົ້ນມີຄວາມຍາວ 100 ຊົ່ວໂມງ, ເຊິ່ງໄດ້ຕັດເອົາຍັງເຫຼືອ 90 ນາທີ. ກຸ່ມໜູນຊ່ວຍໄດ້ຕີລາຄາວ່າ ໂຄງການບັນລຸຜົນສຳເລັດນອກເໜືອຄວາມຄາດຫວັງ, ໃນນັ້ນ ກໍ່ມີສ້າງຮູບເງົາໜຸ່ມ ວີຫງວຽນແອັງຟອງ. ວີຫງວຽນແອັງຟອງ ແມ່ນຜູ້ຮ່ວມເດີນທາງພ້ອມກັບ ຢ້ຽມ ໃນວິວັດການສ້າງ, ເຮັດສຳເນົາເອກະສານເພື່ອໃຫ້ຮູບເງົາສຳຜັດກັບບ້ວງເງິນໜູນຊ່ວຍ. ວີຫງວຽນແອັງຟອງ ຍາມໃດກໍ່ເຫັນວ່າ ຢ້ຽມ ມີຄວາມມານະພະຍາຍາມຫຼາຍ.

        “ໃນໄລຍະຢ້ຽມ ຖ່າຍທຳຮູບເງົາສ່ວນຫຼາຍແມ່ນ ຢ້ຽມ ເຮັດເອງ. ພວກຂ້າພະເຈົ້າໄດ້ມີການແລກປ່ຽນ, ໃຫ້ຄຳປຶກສາ, ປະກອບຄຳເຫັນກ່ຽວກັບຮູບເງົາ. ແລະມີບາງເທື່ອຮູ້ສຶກວ່າ ຮູບເງົາມາເຖິງທາງຕັນ, ບໍ່ສາມາດປະຕິບັດຕໍ່ໄປອີກ. ແຕ່ພວກຂ້າພະເຈົ້າກໍ່ບໍ່ຄິດວ່າ, ເມື່ອຮູບເງົາໄດ້ຖ່າຍທຳສຳເລັດ ດ້ວຍມູມມອງຂອງຜູ້ກຳກັບການສະແດງໄດ້ນຳມາເຊິ່ງການລົງຕົວຈິງທີ່ໄກກວ່ານັ້ນຫຼາຍ. ນັ້ນແມ່ນການລົງຕົວຈິງເຊິ່ງສຳລັບບັນດາຜູ້ສ້າງຮູບເງົາຄືພວກຂ້າພະເຈົ້າກໍ່ບໍ່ເຄີຍຄິດເຖິງເລີຍ.”

        ວິວັດການຮ່ວມເດີນທາງພ້ອມກັບຮູບເງົາ “ເດັກໃນສາຍໝອກ” ກໍ່ແມ່ນວິວັດການ ຮ່າເລະຢ້ຽມ ເຕີບໃຫຍ່ຂຶ້ນກວ່າເກົ່າ. ພ້ອມກັບຮູບເງົາ, ນາງສາວອາຍຸ 30 ປີກໍ່ໄດ້ໄປເຖິງດິນແດນໃໝ່ຫຼາຍແຫ່ງໃນໂລກ, ພົບປະກັບນັກສິລະປິນທີ່ມີຊື່ສຽງໃນຂະແໜງຮູບເງົາຫຼາຍທ່ານ, ຮັບເອົາຫຼາຍບົດຮຽນອັນລ້ຳຄ່າອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ