(VOVWORLD) - 79ປີຜ່ານມາ, ເມື່ອພວກຟາດຊິດ ຍີ່ປຸ່ນ ເຮັດລັດຖະປະຫານພວກລ່າເມືອງຂຶ້ນຝລັ່ງ, ປະຊາຊົນ ບັກກ້ານໄດ້ຍາດແຍ່ງກາລະໂອກາດລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ. ວັນທີ 30 ມີນາ 1945, ຄະນະກຳມະການປະຊາຊົນຊົ່ວຄາວ ເຈົາເຈະຣ້າ ໄດ້ຮັບການສ້າງຕັ້ງຂຶ້ນ. ນີ້ແມ່ນອຳນາດການປົກຄອງການປະຕິວັດຂັ້ນເມືອງທຳອິດໃນຂະບວນການລຸກຮື້ຂຶ້ນຕໍ່ສູ້ຕ້ານ ຟາດຊິດ ຍີ່ປຸ່ນ ກູ້ຊາດໃນປີ 1945. ຫຼັງຈາກນັ້ນ, ຂະບວນການປະຕິວັດໄດ້ແຜ່ຂະຫຍາຍເປັນວົງກວ້າງໃນທຸກທ້ອງຖິ່ນພາຍໃນແຂວງ, ເຊື່ອມຕົວເຂົ້າກັບບັນຍາກາດລູກຮຶ້ຂຶ້ນຍາດເອົາອຳນາດການປົກຄອງໃນທົ່ວປະເທດໃນເດືອນສິງຫາ 1945.
ພໍ່ຕູ້ ນົງວຽດຕວ້າຍ, ນັກປະຕິວັດອາວຸໂສ (ພາບ: VOV) |
ເລື່ອງມີໜ້າໃນບັນດາຈຸດເວລາປະຫວັດສາດຂອງລະດູໃບໄມ້ຫຼົ່ນເດືອນສິງຫາ 1945ນັ້ນ ຍາມໃດກໍ່ແມ່ນສິ່ງທີ່ເຮັດໃຫ້ພໍ່ຕູ້ ນົງວຽດຕວ້າຍ, ນັກປະຕິວັດອາວຸໂສມີອາຍຸ 98 ປີ ຍັງຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດ. ປີ 1945, ຊາວໜຸ່ມນົງວຽດຕວ້າຍ ໃນຍາມນັ້ນແມ່ນສະມາຊິກກອງໂຄສະນາເມືອງ ເລື່ອງງອກກວຽນ (ປັດຈຸບັນ ແມ່ນເມືອງເງິນເຊີນ) ໄດ້ພ້ອມກັບປະຊາຊົນໄປຕິດຄຳຂວັນ ແລະ ປັກທຸງແຫ່ງໄຊຊະນະ. ຢູ່ໃສກໍ່ເຫັນບັນຍາກາດຄຶກຄື້ນມ່ວນຊື່ນ, ປະຊາຊົນປະຕິຊົມຊື່ນ, ຍ້ອນວ່າຜູ້ໃດກໍ່ເຂົ້າໃຈວ່າ ບ້ານເກີດເມືອງນອນຍາດໄດ້ອຳນາດການປົກຄອງ ແລະ ຊີວິດໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່.
ເງິນເຊີນ ໃນຄາວນັ້ນ ນອນຢູ່ເຂດປົດປ່ອຍ. ວັນນັ້ນ, ກອງທັບ, ລົດໂອໂຕມາຈາກກາວບັ່ງແລ່ນຜ່ານ, ບັນຍາກາດຄຶ້ກຄື້ນມ່ວນຊື່ນຫຼາຍ, ລົດລາງເຂົ້າໄປເທດສະບານຢ່າງຄັບຄາໜາແໜ້ນ.
ກໍ່ມີຄວາມຮູ້ສຶກດຽວກັນ, ນັກຮົບເກົ່າ ຫງວຽນກວນ (ອາຍຸ 93 ປີ) ແລະ ນັກຮົບເກົ່າ ຫງວຽນຢຸຍບິ່ງ (ອາຍຸ 94 ປີ) ຢູ່ນະຄອນບັກກ້ານ, ຍາມໃດກໍ່ຮູ້ສຶກເອກອ້າງທະນົງໃຈເມື່ອເລົ່າສູ່ຄົນລຸ້ນຫຼັງຟັງກ່ຽວກັບຈຸດເວລາປະຫວັດສາດທີ່ອົງອາດກ້າຫານຂອງຊາດ: ການປະຕິວັດເດືອນສິງຫາ 1945 ແລະ ວັນປົດປ່ອຍບັກກ້ານ. ຄາວນັ້ນ, ນັກຮົບເກົ່າ ຫງວຽນກວນ ແມ່ນທະຫານຂຶ້ນກັບ ກອງພັນໃຫຍ່ 72, ເຊິ່ງແມ່ນກົມກອງທະຫານຫຼັກແຫຼ່ງໃນບໍລິເວນ ບັກກ້ານ. ສ່ວນນັກຮົບເກົ່າ ຫງວຽນຢຸຍບິ່ງ ແມ່ນສະມາຊິກກອງຫຼອນບາເບ.
ຂ້າພະເຈົ້າຍັງຈື່ດີຈຸດເວລານັ້ນ. ວັນທີ 21 ສິງຫາ, ໜ່ວຍໂຄສະນາປົດປ່ອຍຫວຽດນາມສົມທົບກັບແນວໂຮມ ຫວຽດນາມແຂວງບັກກ້ານບຸກໂຈມຕີປ້ອມຍີ່ປຸ່ນຢູ່ເທດສະບານ. ວັນທີ 22 ສິງຫາ, ຍີ່ປຸ່ນຖອນກຳລັງອອກຈາກບັກກ້ານ. ຮອດວັນທີ 23 ສິງຫາ, ໄດ້ດຳເນີນການໂຮມຊຸມນຸມມິດຕິງສະຫຼອງໄຊຊະນະແລະສ້າງຕັ້ງອຳນາດການປົກຄອງຢູ່ເທດສະບານບັກກ້ານ.
ນັກຮົບເກົ່າ ຫງວຽນກວນ ແມ່ນທະຫານຂຶ້ນກັບ ກອງພັນໃຫຍ່ 72 (ພາບ: VOV) |
ພາຍຫຼັງການປະຕິວັດເດືອນສິງຫາ, ບັກກ້ານສືບຕໍ່ໄດ້ຮັບການເລືອກເອົາເປັນຖານທີ່ໝັ້ນ, ສະຖານທີ່ຫຼົບໄພຂອງສູນກາງພັກ, ປະທານໂຮ່ຈີມິນ ພ້ອມກັບຫຼາຍອົງການແຫ່ງລັດ. ເດືອນຕຸລາ 1947, ກອງທັບຝລັ່ງໄດ້ໂດດຈ້ອງລົງ ບັກກ້ານ, ຢຶດຄອງສຳນັກງານຫ້ອງວ່າການແຂວງ ແລະ ສ້າງຕັ້ງຫຼາຍປ້ອມຢູ່ລຽບຕາມເສັ້ນທາງຫຼວງເລກ 3. ເຖິງຢ່າງໃດກໍຕາມ ປະຊາຊົນບັກກ້ານ ແລະ ທະຫານຫຼັກແຫຼ່ງໄດ້ຕໍ່ຕ້ານຢ່າງຂ້ຽວຂາດ, ຈັດຕັ້ງບັນດາການເຄື່ອນໄຫວຢ່າງຕໍ່ເນື່ອງເພື່ອແນໃສ່ທຳລາຍກຳລັງຂອງສັດຕູຄື: ບັ້ນຮົບບຸກໂຈມຕີຢູ່ ກິ່ວຢາງ (12/1947), ບັ້ນບຸກໂຈມຕີປ້ອມ ຝູໂທງ (ປີ 1947 ແລະ ປີ 1948). ວັນທີ 9ສິງຫາ 1949, ກອງທັບຝລັ່ງຕ້ອງຖອນຕົວອອກຈາກເທດສະບານບັກກ້ານ, ຝູໂທງ, ເງິນເຊີນ ກັບເມືອກາວບັ່ງ. ນັກຮົບເກົ່າ ຫງວຽນກວນ ຕື້ນຕັນໃຈເລົ່າສູ່ຟັງວ່າ:
ສິ່ງສຳຄັນທີ່ສຸດແມ່ນບ້ານເກີດເມືອງນອນຂອງຂ້າພະເຈົ້າໄດ້ຮັບການປົດປ່ອຍ. ຂ້າພະເຈົ້າເຂົ້າຖັນແຖວທະຫານນັບແຕ່ເວລາຝລັ່ງໂດດຈ້ອງຢຶດຄອງບັກການ ແລະ ບ້ານເກີດເມືອງນອນໄດ້ຮັບການປົດປ່ອຍພາຍຫຼັງ 2 ປີທຳການຕໍ່ສູ້. ຕອນກັບເມືອບ້ານເກີດເມືອງນອນ ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ພົບປະກັບພໍ່ແມ່ປະຊາຊົນຢູ່ເຂດຖືກສັດຕູຢຶດຄອງ, ເມື່ອເຂົາເຈົ້າພົບເຫັນທະຫານປົດປ່ອຍ ເຂົ້າເຈົ້າກໍ່ດີໃຈຫຼາຍ, ກອດກັນໄຫ້ເລີຍ.
ວັນທີ 24 ສິງຫາ 1949, ພິທີໂຮມຊຸມນຸມມິດຕິງສະຫຼອງການປົດປ່ອຍ ແຂວງບັກກ້ານ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນເທດສະບານ ບັກກ້ານ. ທ່ານພົນເອກ ຫວໍຫງວຽນຢາບ ໄດ້ປະກາດຄຳສັ່ງເຊີດຊູວິລະກຳຂອງທະຫານ ແລະ ປະຊາຊົນບັກກ້ານ ແລະ ກ່າວຈົດໝາຍຍ້ອງຍໍຂອງປະທານໂຮ່ຈີມິນ ຈັດສົ່ງພໍ່ແມ່ປະຊາຊົນແຂວງບັກກ້ານ. ຈົດໝາຍຂອງເພິ່ນມີຕອນຂຽນວ່າ: “… ຂ້າພະເຈົ້າຕາງໜ້າລັດຖະບານ ຂໍຍ້ອງຍໍຊົມເຊີຍທະຫານ ແລະ ປະຊາຊົນກອງຫຼອນ ພ້ອມກັບພໍ່ແມ່ປະຊາຊົນບັກກ້ານ. ຂ້າພະເຈົ້າຂໍສະແດງຄວາມດີໃຈເມື່ອພໍ່ແມ່ປະຊາຊົນກັບຄືນມາໃນອ້ອມແຂນຂອງປະເທດຊາດ. ໃນການຕໍ່ສູ້ຕ້ານສັດຕູທີ່ຍາວນານຂອງພວກເຮົາ, ຄັ້ງນີ້ແມ່ນຄັ້ງທຳອິດທີ່ມີເທດສະບານສຳຄັນແຫ່ງໜຶ່ງໄດ້ຮັບການປົດປ່ອຍ. ໄຊຊະນະນີ້ຈະສ້າງທ່ວງທ່າໃຫ້ແກ່ບັນດາໄຊຊະນະອື່ນໆທີ່ໃຫຍ່ຫຼວງກ່ວາ, ສະຫງ່າອົງອາດກ່ວາໃນອະນາຄົດ”.