(vovworld) - ວັນພຸດແຕ່ລະອາທິດ, ມີຫ້ອງຮຽນຢູ່ຕຶກອາຄານ B ຂອງວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ພັດຟົດຟື້ນຂຶ້ນດ້ວຍຂອງການຜັນສຽງພາສາ ອັງກິດ ແລະ ສຽງເວົ້າທີ່ອົບອຸ່ນຂອງອ້າຍຄູ Paul George Harding. ອ້າຍຄູ Paul ແມ່ນທະຫານຜ່ານເສີກ ອາເມລິກາ ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ. ທ່ານໄດ້ເຫັນປະຈັກຕາຄວາມຮ້າຍກາດຂອງບັ້ນຮົບທີ່ໄຮ້ເຫດຜົນທີ່ຕົນເຄີຍເຂົ້າຮ່ວມ, ທ່ານໄດ້ຕັດສິນໃຈກັບຄືນມາ ຫວຽດນາມ ແລະ ເປີດບັນດາຊຸດສອນພາສາ ອັງກິດ ໂດຍບໍ່ຄິດຄ່າໃຫ້ແກ່ຊາວ ຫວຽດນາມ.
ນັກຮຽນໃນຫ້ອງຮຽນຂອງອ້າຍຄູ Paul George Harding ຢູ່ໃນທຸກເກັ່ນອາຍຸ
|
ຫ້ອງຮຽນສອນພາສາ ອັງກິດ ຂອງອ້າຍຄູ Paul George Harding ໄດ້ເລີ່ມເຄື່ອນໄຫວມາແຕ່ເດືອນ 12/2014. ຫ້ອງຮຽນໄດ້ດຶງດູດການເຂົ້າຮ່ວມຂອງນັກສຳມະນາກອນຫຼາຍຄົນ, ຈາກເດັກນ້ອຍຕະຫຼອດຮອດນັກຮຽນ, ນັກສຶກສາ, ຊ້ຳບໍ່ໜຳຍັງມີຜູ້ອາຍຸສູງອີກດ້ວຍ. ຢູ່ທີ່ນີ້, ອ້າຍຄູໄດ້ຝຶກແອບທັກສະໃນການເວົ້າ, ຜັນສຽງພາສາ ອັງກິດ ໃຫ້ແກ່ທຸກຄົນ. ໃນຕະຫຼອດຊົ່ມໂມງຮຽນ, ສຽງບອກສອນຂອງ ອ້າຍຄູກໍ່ຄືການຜັນສຽງຂອງນັກຮຽນໄດ້ດັ່ງຂຶ້ນຢ່າງບໍ່ຢຸດເຊົາ. ອາຈານໄດ້ຂຽນບັນດາປະໂຫຍກໃສ່ກະດານ ແລະ ຜັນສຽງລະອຽດໃຫ້ນັກຮຽນຟັງ. ທ່ານ ຟ້າມແທ່ງເຊີນ, ນັກຮຽນມີອາຍຸສູງສຸດໃນຊຸດຮຽນຂອງ ອ້າຍຄູ Paul, ໃຫ້ຮູ້້ວ່າ:
“ປີນີ້, ຂ້າພະເຈົ້າມີອາຍຸ 60 ປີ. ຂ້າພະເຈົ້າເຫັນວ່າຮຽນຢູ່ນີ້ແມ່ນເໝາະສົມ ແລະ ມີປະໂຫຍດຫຼາຍ. ອ້າຍຄູໄດ້ສອນ ແລະ ປັບປຸງການຜັນສຽງໃຫ້ແກ່ແຕ່ລະຄົນ ແລະ ອາຈານໄດ້ກະຕຸກຊຸກຍູ້ໃຫ້ທຸກຄົນເພື່ອໃຫ້ນັກຮຽນຈືງ່າຍ, ຮຽນງ່າຍ”
ໂດຍແມ່ນທະຫານຜ່ານເສີກອາເມລິກາຜູ້ໜຶ່ງ, ທ່ານ Paul George Harding ຍາມໃດກໍ່ຖືກຫຼອກຫຼອນດ້ວຍຄວາມຊົມຈຳໃນໄລຍະເວລາເຂົ້າຮ່ວມສົງຄາມຢູ່ສະໜາມຮົບ ເລີມດົ່ງ. ຍາມໃດທ່ານກໍ່ຢາກກັບຄືນມາ ຫວຽດນາມ ເພື່ອເຮັດສິ່ງໃດໜຶ່ງໃຫ້ແກ່ປະຊາຊົນ ຫວຽດນາມ. ເມື່ອເຕື້ອງເຖິງຄຳຕັດສິນກັບມາ ຫວຽດນາມ ກ່ອນນີ້ກ່ວາ 2 ປີ, ທ່ານ Paul ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ອ່ານປຶ້ມບັນທຶກຂອງທ່ານໝໍ ດັ້ງຖູ່ຍເຈີມ ໂດຍບັງເອີນ. ປື້ມຫົວນີ້ແມ່ນສາຍເຫດເຮັດໃຫ້ຂ້າພະເຈົ້າຕັດສິນໃຈກັບຄືນມາ ຫວຽດນາມ. ຂ້າພະເຈົ້າບໍ່ທັນໄດ້ມານະພະຍາຍາມຫຼາຍຄືແນວນີ້ເທື່ອ ແລະ ກໍ່ບໍ່ທັນມີຍາມໃດຂ້າພະເຈົ້າມີຄວາມມ່ວນຊື່ນຫຼາຍຄືແນວນີ້. ໄດ້ສອນພາສາ ອັງກິດ ແມ່ນວຽກງານດີເລີດສຳລັບຂ້າພະເຈົ້າ. ເຖິງວ່ານັ້ນແມ່ນວຽກງານໂດຍບໍ່ຄິດໄລ່ຄ່າແຮງງານກໍ່ຕາມ ແຕ່ຂ້າພະເຈົ້າໄດ້ຈ່າຍຄ່າແຮງງານໃຫ້ຫົວໃຈຕົນເອງດ້ວຍຄວາມມ່ວນຊື່ນ”
ບັນດາບົດສອນຂອງທ່ານ Paul ລ້ວນແຕ່ກ່ຽວຂ້ອງເຖິງຊີວິດການເປັນຢູ່, ແຕ່ສ່ວນຫຼາຍແມ່ນກ່ຽວຂ້ອງເຖິງປະຫວັດສາດຂອງ ຫວຽດນາມ, ພິເສດແມ່ນໄລຍະຕໍ່ຕ້ານຕ້ານລ່າເມືອງຂຶ້ນ ຝຣັ່ງ. ເພື່ອກະກຽມໃຫ້ແຕ່ລະຊົ່ວໂມງຂຶ້ນຫ້ອງ, ທ່ານໄດ້ນຳໃຊ້ບັນດາເອກະສານທີ່ຕົນໄດ້ອ່ານ, ສົມທົບກັບການເຂົ້າຫໍສະໝຸດເພື່ອເກັບກຳຂໍ້ມູນ, ຮຽບຮຽງປື້ມຕຳລາຮຽນ. ທ່ານ Paul Harding ກໍ່ມີຄວາມນິຍົມພິເສດໃນການສະສົມປື້ມກ່ຽວກັບບັນດານັກວິລະຊົນ ຫວຽດນາມ ຄື: ປະທານ ໂຮ່ຈີມິນ, ຫງວຽນວັນໂຈ໋ຍ, ດັ້ງຖູ່ຍເຈີມ…
“ຂ້າພະເຈົ້າມີຄວາມໂຊກດີຫຼາຍຍ້ອນໄດ້ອ່ານປື້ມກ່ຽວກັບຊີວະປະຫວັດຂອງ ຫງວຽນວັນໂຈ໋ຍ ໂດຍເມຍຂອງເພີ່ນເປັນຜູ້ຂຽນ, ແລະ ຂ້າພະເຈົ້າໄດ້ຝາກຝັງບັນດາເອກະສານທີ່ລ້ຳຄ່ານັ້ນເຂົ້າບົດສອນຂອງຕົນ. ຂ້າພະເຈົ້າໄດ້ລົມກັນກັບນັກຮຽນຂອງຕົນວ່າ: ເມື່ອພວກນ້ອງປະສົບບັນດາສິ່ງທ້າທາຍ, ຈົ່ງຄິດເຖິງ ຫງວຽນວັນໂຈ໋ຍ. ຈົ່ງຊອກຮູ້ກຳລັງແຮງ, ນ້ຳໃຈອົງອາດກ້າຫານ ແລະ ຄວາມສຸດຈິດສຸດໃຈຄືນັກວິລະຊົນຜູ້ນີ້ເຄີຍເຮັດ. ຂ້າພະເຈົ້າກໍ່ໄດ້ຈັດຕັ້ງສັບປະດາສະເຫຼີມສະຫຼອງເນື່ອງໃນໂອກາດວັນຄ້າຍວັນເກີດທ່ານໝໍຍິງ ດັ້ງຖູ່ຍເຈີມ ແລະ ໄດ້ຕັກເຕືອນພວກນ້ອງກ່ຽວກັບຄວາມເສຍສະຫຼະຊີວິດຂອງຄົນລຸ້ນກ່ອນ.”
ອ້າຍຄູ Paul ໄດ້ແບ່ງນັກຮຽນໃນຫ້ອງເປັນກຸ່ມ ເພື່ອໃຫ້ການຮຽນມີປະໂຫຍດທີ່ສຸດ
|
ນັບແຕ່ເມື່ອເປີດຊຸດຮຽນ, ມີນັກອາສາສະໝັກຈາກທຸກແຖບຖິ່ນໃນໂລກຄື: ການາດາ, ເຢຍລະມັນ, ອົດສະຕາລີ… ໄດ້ມາ ຫວຽດນາມ ເພື່ອໜູນຊ່ວຍທ່ານ Paul ໃນວຽກງານສິດສອນ.
ນອກຈາກບັນດານັກອາສາສະໝັກຊາວຕ່າງປະເທດແລ້ວ, ຍັງມີນັກສຶກສາ ຫວຽດນາມ ຫຼາຍຄົນກໍ່ໍຊ່ວຍເຫຼືອທ່ານ Paul ໃນການແນະນຳບັນດານັກສຳມະນາກອນ. ອ້າຍ ຫງວຽນແທງຟອງ, ນັກຮຽນລຸ້ນທຳອິດຂອງທ່ານ Paul, ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າເຫັນໄດ້ວ່າ ອາຈານ ມີວິທີສອນຢ່າງສຸດຈິດສຸດໃຈ, ອ້າຍຄູ ໄດ້ນຳຄວາມກະຕຶລືລົ້ນເຂົ້າບົດສອນ ແລະ ຢາກຊ່ວຍເຫຼືອໃຫ້ຊາວ ຫວຽດນາມ ເວົ້າພາສາ ອັງກິດ ໄດ້ດີຢ່າງແທ້ຈິງ. ພາຍຫຼັງຮ່ຳຮຽນນຳອ້າຍຄູມາເປັນເວລາກ່ວາ 1 ປີ, ການເວົ້າພາສາ ອັງກິດ ຂອງຂ້າພະເຈົ້າໄດ້ດີຂຶ້ນຫຼາຍ. ປະຈຸບັນ, ຂ້າພະເຈົ້າເຮັດວຽກນຳອ້າຍຄູໄດ້ກ່ວາ 1 ປີແລ້ວ ແລະ ຮູ້ສຶກມ່ວນຫຼາຍເມື່ອໄດ້ມາຊ່ວຍທຸກຄົນໃນຫ້ອງຮຽນ.”
ເຖິງວ່າ, ອາຍຸ 70 ປີກໍ່ຕາມ, ແຕ່ທ່ານ Paul ບໍ່ຫວາດຫວັ່ນຕໍ່ຄວາມບາກກາກກຳ ກໍ່ຄືບັນດາບັນຫາກ່ຽວກັບສຸຂະພາບ ເພື່ອຮັກສາເວລາຂຶ້ນຫ້ອງ. ຖ້າມີຄົນຖາມທ່ານ Paul ວ່າ: “ທ່ານເບື່ອໜ່າຍບໍ່?”, ທ່ານກໍ່ຕອບວ່າ: “ຍາມໃດຂ້າພະເຈົ້າເສຍຊີວິດ ຄາວນັ້ນຂ້າພະເຈົ້າຈະບໍ່ສອນອີກ”
ການຕັດສິນກັບຄືນມາ ຫວຽດນາມ ຂອງທ່ານ Paul ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງຄອບຄົວ. ທ່ານກໍ່ປາດຖະໜາຢາກເປີດກ້ວາງຮູບແບບການສອນພາສາ ອັງກິດຂອງຕົນຢູ່ ຫວຽດນາມ ແລະ ຈັດຕັ້ງຫຼາຍຂະບວນການອາສາສະໝັກໃນທົ່ວປະເທດອີກ. ບໍ່ຄິດເຖິງເລື່ອງກັບຄືນເມືອປະເທດ ອາເມລິກາ, ທ່ານ Paul ໄດ້ຕັກເຕືອນຕົນເອງວ່າຈະສຸດຈິດສຸດໃຈກັບວຽກງານສິດສອນໃຫ້ແກ່ລຸ້ນໜຸ່ມ ຫວຽດນາມ, ເພື່ອບັນເທົາຄວາມຫຼອກຫຼອນໃນຄວາມຊົງຈຳໄລຍະສົງຄາມທີ່ເຄີຍກົດດັນຕົນ.