(vovworld) -ກັບຄືນຫວຽດນາມ ຫຼັງສົງຄາມ, ອະດີດນັກຮົບອາເມລິກາ Paul George Harding ຫວັງວ່າ ຈະຊ່ວຍເຫຼືອໃຫ້ປະຊາຊົນປະເທດທີ່ເຄີຍຖືກເສຍຫາຍຢ່າງໜັກໜ່ວງຈາກສົງຄາມ ດ້ວຍວຽກງານລະອຽດ. ເລື່ອງທ່ານເປີດຫ້ອງຮຽນພາສາອັງກິດໂດຍບໍ່ເສຍຄ່າຢູ່ຮ່າໂນ້ຍ ຄືດັ່ງການແກ້ໂທດຂອງຕົນທີ່ມີຕໍ່ປະຊາຊົນຫວຽດນາມ.
ຫ້ອງຮຽນພາສາອັງກິດຂອງອະດີດນັກຮົບອາເມລິກາ Paul George Harding
ຫ້ອງຮຽນພາສາອັງກິດຂອງທ່ານ Paul George Harding ຖືກຈັດຢູ່ຫ້ອງປະຊຸມເຂດຊຸມຊົນເລກ 9, ຕາແສງ ຈູງຮ່ວາ, ເມືອງເກົ່າໄຢ໋ ດ້ວຍ 8 ຄາບ/ສັບປະດາ. ຫ້ອງຮຽນຂອງທ່ານໄດ້ດຶງດູດຫຼາຍຄົນເຂົ້າຮ່ວມ, ນັບແຕ່ເດັກນ້ອນອາຍຸ 5, 6 ປີ, ນັກສຶກສາ, ຕະຫຼອດຮອດຜູ້ທີ່ມີອາຍຸ 60-70 ປີອີກ. ທ່ານ ຕ້າກວາງຕຽບ, ອາຍຸ 72 ປີ, ຢູ່ຖະໜົນດ້າຍລາ, ເມືອງ ຮາຍບ່າຈືງ, ແບ່ງປັນວ່າ:
“ອາຈານເປັນຜູ້ສຸດຈິດຈຸດໃຈຫຼາຍ, ລາວຖືທຸກຄົນມາຮຽນຄືພີ່ນ້ອງໃນຄອບຄົວດຽວ, ລາວສອນເຂົ້າໃຈງ່າຍ. ບາງມື້ລາວສອນເຖິງ 2, 3 ຄາບ, ເຖິງວ່າເມື່ອຍຫຼາຍ, ແຕ່ໜ້າຕາລາວຍາມໃດກໍ່ຊື່ນບານຢູ່“.
ໃນຊົ່ວໂມງຮຽນ, ອາຈານ Paul ເອົາໃຈໃສ່ທີ່ສຸດເຖິງການຜັນສຽງເປັນພາສາອັງກິດຂອງນັກຮຽນ, ອາຈານຍາມໃດກໍ່ສົ່ງເສີມນັກຮຽນກ້າກັ່ນໃນການຜັນສຽງ, ຕ້ອງອ່ານສຽງດັງ ແລະ ຕັ້ງໜ້າເຄື່ອນໄຫວໃນຈຸ. ບັນຍາກາດໃນຫ້ອງຮຽນຍາມໃດກໍ່ເປີດອົກເປີດໃຈ, ສະບາຍທີ່ສຸດ. ນ້ອງ ຮ່າທິຫາວ, ນັກສຶກສາປີທີ 2, ສະຖາບັນທະນາຄານ, ແບ່ງປັນວ່າ:
ກ່ອນນີ້ຂ້າພະເຈົ້າພຽງແຕ່ເອົາໃຈໃສ່ເຖິງໄວຍາກອນເທົ່ານັ້ນ, ການຜັນສຽງບໍ່ດີປານໃດ. ພາຍຫຼັງຮຽນຢູ່ນີ້ 2 ເດືອນ, ດ້ວຍການແນະນຳຢ່າງສຸດຈິດສຸດໃຈຂອງອາຈານ, ພາສາອັງກິດຂອງນ້ອງກໍ່ຄ່ອຍໆດີຂຶ້ນ, ພິເສດແມ່ນການຜັນສຽງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍຫຼັງຮຽນສອງ, ສາມເດືອນອີກ, ພາສາອັງກິດ ຂອງຂ້າພະເຈົ້າຈະດີກວ່າຫຼາຍຢ່າງແນ່ນ້ອນ“
Paul George Harding ເປັນຜູ້ສຸດຈິດສຸດໃຈກັບນັກຮຽນ
ຫງວຽນມາຍເລ, ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ), ຜູ້ຊ່ວຍສອນໃນຫ້ອງຮຽນພາສາອັງກິດ ຂອງອາຈານ Paul ໃຫ້ຮູ້ວ່າ, ວິທີສິດສອນຂອງອາຈານ Paul ໄດ້ສ້າງເງື່ອນໄຂໃຫ້ນັກຮຽນແອບຜັນສຽງ.
“ອາຈານຍັງນຳເອົາບັນຫາປະຫວັດສາດຫວຽດນາມ ເຂົ້າໃນແຕ່ລະບົດສອນຂອງຕົນ, ເພາະວ່ານັບທັງຜູ້ໃຫຍ່ ແລະ ເດັກນ້ອຍຢູ່ທີ່ນີ້ລ້ວນແຕ່ເອົາໃຈໃສ່ເຖິງປະຫວັດສາດ “.
ໃນສົງຄາມ, Paul George Harding ໄດ້ເຂົ້າຮ່ວມການຮົບຢູ່ສະໜາມຮົບບິ່ງດິ້ງ, ເລິມດົ່ງ ນັບແຕ່ປີ 1969 – 1970. ເຖິງວ່າສົງຄາມໄດ້ລ່ວງເລີຍໄປມາຫຼາຍປີແລ້ວກໍ່ຕາມ, ແຕ່ອະນຸສອນແຫ່ງໄລຍະສົງຄາມຍັງຄົງຄອບງຳແນວຄິດຂອງທ່ານຢູ່. ທ່ານໄດ້ຕົກລົງກັບຄືນຫວຽດນາມ, ເຮັດວຽກງານໃດໜຶ່ງທີ່ມີປະໂຫຍດໃຫ້ປະຊາຊົນ. ຜ່ານການຊອກຮູ້, Paul George Harding ເຫັນວ່າ ຊາວຫວຽດນາມ ມີຄວາມຕ້ອງການຮຽນພາສາອັງກິດທີ່ສຸດ, ແລະທ່ານກໍ່ຄິດວ່າຈະສອນພາສາອັງກິດ ໂດຍບໍ່ຕ້ອງເສຍເງິນໃຫ້ຊາວຫວຽດນາມ. ພາຍຫຼັງມາຫວຽດນາມ ໄດ້ 10 ວັນ, ຊຸດຮຽນທຳອິດຂອງທ່ານກໍ່ຖືກຂຶ້ນຢູ່ຮ້ານກາເຟແຫ່ງໜຶ່ງທີ່ຮ່າໂນ້ຍ. ໃນເບື້ອງຕົ້ນ, ຊຸດຮຽນມີນັກຮຽນພຽງສອງ, ສາມຄົນເທົ່ານັ້ນ. ແຕ່ດ້ວຍການຊ່ວຍເຫຼືອຂອງຄະນະກຳມະການປະຊາຊົນຕາແສງຈູງຮ່ວາ, ບັນດາຊຸດຮຽນຂອງທ່ານກໍ່ຖືກຈັດຂຶ້ນຢູ່ຫ້ອງປະຊຸມເຂດຊຸມຊົນເລກ 9, ແຕ່ລະສັບປະດາ 8 ຄາບ. ປະຈຸບັນ, ຈຳນວນນັກຮຽນເຂົ້າຮ່ວມຊຸດຮຽນໄດ້ຂຶ້ນເຖິງ 400 ຄົນ.
(ພາບ: ອິນເຕີແນດ)
“ຂ້າພະເຈົ້າປະທັບໃຈທີ່ສຸດຕໍ່ຄວາມສຸດຈິດສຸດໃຈຂອງນັກຮຽນຢູ່ທີ່ນີ້. ຂ້າພະເຈົ້າເຫັນວ່າ, ຄວາມຕ້ອງການຮຽນພາສາອັງກິດ ຂອງຊາວຫວຽດນາມ ຫຼາຍທີ່ສຸດ. ແຕ່ເສຍດາຍ, ຂ້າພະເຈົ້າມີບ່ອນຮຽນພຽງຫ້ອງດຽວເທົ່ານັ້ນ, ບໍ່ສາມາດຕອບສະໜອງຄວາມຕ້ອງການຮຽນພາສາອັງກິດຂອງຊາວຫວຽດນາມໄດ້ “.
ເມື່ອແບ່ງປັນກ່ຽວກັບຄວາມຫວັງຂອງຕົນໃນອະນາຄົດ. Paul George Harding ໃຫ້ຮູ້ວ່າ, ທ່ານຢາກເປີດຫ້ອງຮຽນພາສາອັງກິດຫຼາຍຫ້ອງຕື່ມອີກຢູ່ເມືອງຕ່າງໆໃນນະຄອນຮ່າໂນ້ຍ ກໍ່ຄືໃນຫຼາຍທ້ອງຖີ່ນຂອງຫວຽດນາມ, ດ້ວຍການຮ່ວມແຮງຮ່ວມໃຈຂອງຜູ້ອາສາສະໝັກຫຼາຍຄົນ.