ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບເຮັດພາບພື້ນເມືອງ ດົງໂຮ່

(VOVWORLD) -  ຄະນະກຳມະການປະຊາຊົນແຂວງ ບັກນິງ ຫາກໍ່ສ້າງສຳເນົາເອກະສານ ກ່ຽວກັບ “ອາຊີບເຮັດພາບພື້ນເມືອງ ດົງໂຮ່” ສຳເລັດ ເພື່ອສະເໜີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີພິຈາລະນາສົ່ງໃຫ້ອົງການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ພິຈາລະນາ ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ

ກ່ອນໜ້ານັ້ນ, ທາງແຂວງ ບັກນິງ ແລະ ບັນດານັກສິລະປະການໃນແຂວງ ກໍ່ມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າອາຊີບເຮັດພາບພື້ນເມືອງ ດົງໂຮ່. ບົດຂຽນຂອງນັກຂ່າວ VOV.

ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບເຮັດພາບພື້ນເມືອງ ດົງໂຮ່  - ảnh 1 ພາບພື້ນເມືອງ ດົງໂຮ່  (ພາບອິນເຕີແນັດ)

ພາບພື້ນເມືອງ ດົງໂຮ່ ແມ່ນອາຊີບເຮັດພາບຄວັດດ້ວຍສະຫຼັກໄມ້ພື້ນເມືອງ, ຂຶ້ນກັບຂົງເຂດອາຊີບຫັດຖະກຳພື້ນເມືອງ, ໂດຍວົງຄະນະຍາດຊາວບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ ປະດິດຄິດສ້າງ ແລະ ພັດທະນາ, ມັນມີຄຸນຄ່າ ທາງດ້ານປະຫວັດສາດ, ວັດທະນະທຳ ແລະ ສີລະປະທີ່ເປັນເອກະລັກສະເພາະ. ນີ້ແມ່ນປະເພດພາບທີ່ມີຄວາມຜູກ ພັນ ແລະ ສະແດງໃຫ້ເຫັນດ້ານຊີວິດສັງຄົມ, ກະສິກຳອັນເປັນປະເພນີຂອງຊາວ ຫວຽດນາມ, ການອອກແຮງງານ ກໍ່ຄືຮີດຄອງປະເພນີ, ການດຳເນີນ ຊີວິດຂອງຊາວ ຫວຽດນາມ ຢ່າງມີຊີວິດຊີວາ. ຜູ້ທີ່ຊົມພາບພື້ນເມືອງ ດົງໂຮ່ ສາມາດຊອກເຫັນ ບັນດາຮູບພາບທີ່ຕົນເອງມີຄວາມລື້ງເຄີຍຄື: ພາບງານດອງໜູ, ຝູງໝູ, ຝູງໄກ່, ນາງສາວໂຕ່ງເອົາໝາກພ້າວ ຫຼື ມີທັງພາບຫຶງ ຫວງຂອງຄູ່ຜົວເມຍໜຸ່ມ…ລຸງ ຫງວຽນດັງເຈ໊, ນັກສິລະປະການທີ່ມີຄວາມສຸດໃຈຕໍ່  ອາຊີບ ໃຫ້ຮູ້ວ່າ: ພາບ ດົງໂຮ່ ແຕ່ລະແຜ່ນ ລ້ວນແຕ່ມີຄວາມໝາຍທາງດ້ານວັດທະນະທຳມະນຸດ, ເຊີດຊູຄວາມງາມ, ເຊີດຊູຈັນຍາທຳແຫ່ງຄວາມເປັນມະນຸດ. ລຸງ ເຈ໊ ໃຫ້ຮູ້ວ່າ:

ຕົວຢ່າງຄືພາບງານດອງໜູ”. ຂ້າພະເຈົ້າຖືວ່າ ບັນພະບຸລຸດໄດ້ຝາກຝັງຄວາມໝາຍຢູ່ ໃນພາບແຕ້ມນັ້ນ ແມ່ນ ທັງໂຈມຕີ, ທັງ ຕະຫຼົກເຮຮາ. ຂ້າພະເຈົ້າຖືວ່າ ນີ້ແມ່ນພາບແຕ້ມທີ່ມີຊື່ສຽງທີ່ສຸດຂອງພາບ ດົງໂຮ່.

ບໍ່ພຽງແຕ່ມີບັນດາຈຸດທີ່ເປັນເອກະລັກສະເພາະກ່ຽວກັບລວດລາຍ ແລະ ໂຄງຮ່າງເທົ່ານັ້ນ, ຈຸດພື້ນເມືອງຂອງພາບ ດົງໂຮ່ ຍັງອີງໃສ່ສີສັນ ແລະ ວັດຖຸພັນເຈ້ຍພິມອີກດ້ວຍ. ນັກສິລະປະການ ຫງວຽນດັງເຈ໊ ໃຫ້ຮູ້ຕື່ມອີກວ່າ:

ອັນພິເສດຂອງພາບແຕ້ມ ດົງໂຮ່ ແມ່ນ ນັບແຕ່ວັດຖຸດິບຈົນເຖິງສີສັນລ້ວນແຕ່ແມ່ນເອົາມາຈາກທຳມະຊາດ, ເຈ້ຍແມ່ນເຮັດມາຈາກຕົ້ນສາຢູ່ໃນປ່າ, ສີຂາວແມ່ນເອົາມາຈາກ ຫອຍກີ້ທະເລ, ສີແດງແມ່ນເອົາຈາກກ້ອນຫີນແຮ່ຢູ່ເທິງພູ, ສີເຫລືອງແມ່ນເອົາຈາກດອກໄມ້ໃນປ່າ, ສີຂຽວແມ່ນເອົາມາຈາກໃບຄາມ ແລະ ສີດຳແມ່ນເອົາມາຈາກໃບໄມ້ໄຜ່. ຂັ້ນຕອນການເອົາສີທັງໝົດເຫຼົ່າ ນັ້ນ ລ້ວນແຕ່ເຮັດດ້ວຍມ.

ຍຸກສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງໝູ່ບ້ານພາບພື້ນເມືອງ ດົງໂຮ່ ແມ່ນໃນໄລຍະປະມານທ້າຍສະຕະວັດທີ 19 ຈົນເຖິງຊຸມປີ 1940 ຂອງສະຕະວັດທີ 20. ຄາວນັ້ນ, ໃນໝູ່ບ້ານມີພຽງແຕ່ 17 ວົງຕະກຸນ ແລະ  ວົງຕະກຸນທັງໝົດເຫຼົ່ານັ້ນລ້ວນແຕ່ເຮັດອາຊີບພາບພື້ນເມືອງ  ດົງໂຮ່. ປັດຈຸບັນ, ໝູ່ບ້ານ ດົງໂຮ່ ຍັງເຫຼືອພຽງແຕ່ 2 ຄອບຄົວເທົ່ານັ້ນທີ່ຍັງປະກອບອາຊີບເຮັດພາບ ດົງໂຮ່,   ນັ້ນແມ່ນຄອບຄົວນັກສິລະປະການ ຫງວຽນຮຶວຊາມ ແລະ ຄອບຄົວນັກສິລະປະການ ຫງວຽນດັງເຈ໊.

ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອາຊີບເຮັດພາບພື້ນເມືອງ ດົງໂຮ່  - ảnh 2 ຄອບຄົວນັກສິລະປະການ ຫງວຽນດັງເຈ໊ (ພາບ: TTXVN)

ຄອບຄົວນັກສິລະປະການ ຫງວຽນດັງເຈ໊ ໄດ້ລົງທຶນເກືອບ 3 ຕື້ດົ່ງ ເພື່ອກໍ່ສ້າງສູນເກັບຮັກສາ, ອະນຸລັກພາບ ດົງໂຮ່ ດ້ວຍເຂດເຮືອນຜະລິດເຈ້ຍ, ເຂດພິມພາບ, ເຂດຕຳເປືອກຫອຍກີ້ ແລະ ເຂດວາງສະແດງຜະລິດຕະພັນພາບ ດົງໂຮ່ ເພື່ອຮັບໃຊ້ແຂກທ່ອງທ່ຽວ.

ສ່ວນຄອບຄົວນັກສິລະປະການ ຫງວຽນຮຶວຊາມ ພາຍຫລັງທີ່ໝົກມຸ່ນຊອກຫາພາບພື້ນເມືອງ ດົງໂຮ່ ໃນສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມມາເປັນເວລາຫລາຍປີ. ນັກສິລະປະການ ຫງວຽນຮຶວຊາມ ໄດ້ເສຍຊີວິດ, ລູກຊາຍ ແລະ ລູກໃພ້ແມ່ນລຸງ ຫງວຽນຮຶວກ໋ວາແລະ ປ້າ ຫງວຽນທິແອວງ  ໄດ້ສືບທອດ ແລະ ຮັກສາອາຊີບເຮັດພາບ ດົງໂຮ່ນີ້ໄວ້.

ໄປຄຽງຄູ່ກັບຄວາມມານະພະຍາຍາມຂອງບັນດານັກສິລະປະການ, ຕ້ອງໄດ້ເວົ້າເຖິງການຮ່ວມເດີນທາງ, ການເຂົ້າຮ່ວມຂອງທາງແຂວງ ບັກນິງ. ທ່ານ ຫງວຽນວັນຟອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ:

“ເພື່ອເຮັດໃຫ້ມໍລະດົກຍືນຍົງຄົງຕົວ ພວກເຮົາຕ້ອງເອົາໃຈໃສ່ເຖິງ ວົງຄະນະຍາດບ່ອນທີ່ມີມໍລະດົກ. ເພາະສະນັ້ນ, ພວກຂ້າພະເຈົ້າຈຶ່ງໄດ້ເອົາໃຈໃສ່ເຖິງການກໍ່ສ້າງລະບຽບການຈັດຕັ້ງການຝຶກອົບຮົມ ກ່ຽວກັບອາຊີບເຮັດພາບ ດົງໂຮ່, ແນະນຳ ແລະ ໂຄສະນາໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ເອົາໃຈໃສ່ເຖິງຄອບຄົວຂອງບັນດານັກສິລະປະການ ທີ່ມີຄວາມຜູກພັນກັບອາຊີບເຮັດພາບ ດົງໂຮ່ ໃນຫລາຍລຸ້ນຄົນ, ສ້າງເງື່ອນໄຂໃຫ້ແກ່ການຈຳໜ່າຍຜະລິດຕະພັນຂອງເຂົາເຈົ້ານັ້ນ, ເຂົາເຈົ້າຈຶ່ງມີຊີວິດຢູ່ໄດ້ດ້ວຍອາຊີບນີ້.”

ໜຶ່ງໃນບັນດາຄວາມມານະພະຍາຍາມຕື່ມອີກ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງພາບ ດົງໂຮ່ ນັ້ນແມ່ນສ້າງສຳເນົາເອກະສານເພື່ອຍື່ນສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ  (UNESCO) ຮັບຮອງເອົາພາບ ດົງໂຮ່ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ. ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

ກະຊວງວັດທະນະທຳ ເຊິ່ງຕາງ ໜ້າແມ່ນສະຖາບັນວັດທະນະທຳສິລະປະ ຫວຽດນາມ ໄດ້ມີບັນດາບາດກ້າວສົ່ງເສີມ ເພື່ອຄົ້ນຄວ້າ, ຊອກຮູ້ທິດທາງໃໝ່ ເພື່ອເສີມຂະຫຍາຍໄດ້ບັນດາຄຸນຄ່າຂອງແມ່ພິມດ້ວຍໄມ້ ແລ້ວຈາກນັ້ນຈຶ່ງມີວຽກງານທະວີຄູນພາບ, ມີວຽກງານຖ່າຍທອດອາຊີບຈາກບັນດານັກສິລະປະການ. ຖ້າສຳເນົເອກະສານທີ່ຍື່ນສະເໜີຕໍ່ UNESCO ໄດ້ຮັບານຮັບຮອງເອົານັ້ນ, ນີ້ແມ່ນກຳລັງໜູນ ເພື່ອປະກອບສ່ວນກຳລັງເຫື່ອແຮງນຳພາບ ດົງໂຮ່ ພັດທະນາ.

ພາບພື້ນເມືອງ ດົງໂຮ່ ແມ່ນມໍລະດົກວັດທະນະທຳອັນລ້ຳຄ່າຂອງປະເທດຊາດ. ເລື່ອງອະນຸລັກ, ເກັບຮັກສາພາບ ດົງໂຮ່ ຂອງບັນດານັກສິລະປະການ, ພ້ອມກັບເລື່ອງສ້າງສຳເນົາເອກະສານໃຫ້ສຳເລັດ ເພື່ອສະເໜີອົງການ UNESCO ພິຈາລະນາ ນຳເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ ຈະຊ່ວຍໃຫ້ພາບພື້ນເມືອງ ດົງໂຮ່ ໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ, ເຮັດໃຫ້ພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ ນັບມື້ນັບອຸດົມສົມບູນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ