ເດືອນກຳມະກອນ: ພ້ອມກັບກຳມະກອນບໍ່ແຮ່ໄປເຮັດວຽກ

(VOVWORLD) - “ກິນເຂົ້າຢູ່ບົນໜ້າໂລກ, ເຮັດວຽກຢູ່ໃຕ້ນາລົກ”, ເຮັດວຽກຢູ່ໃຕ້ດິນດ້ວຍລະດັບຄວາມເລິກນັບຮ້ອຍເມັດດ້ວຍຄວາມຫຍຸ້ງຍາກ, ຄວາມລຳບາກກາກກຳ; ນັ້ນແມ່ນບັນດາສິ່ງທີ່ເຂົາເຈົ້າມັກເວົ້າກ່ຽວກັບອາຊີບນາຍຊ່າງຂຸດຄົ້ນແຮ່ທາດຕ່າງໆ. ເດືອນພຶດສະພາ, ເນື່ອງໃນໂອກາດເດືອນເຊີດຊູບັນດາກຳມະກອນ, ເຊີນທ່ານຜູ້ຟັງຕິດຕາມນັກຂ່າວ ເຈື່ອງຢາງ ໄປເຮັດວຽກກັບບັນດານາຍຊ່າງຂຸດຄົ້ນແຮ່ທາດ, ເຊິ່ງແມ່ນວຽກງານທີ່ບໍ່ມີຫຼາຍຄົນຮູ້ຈັກເຖິງ.
ເດືອນກຳມະກອນ: ພ້ອມກັບກຳມະກອນບໍ່ແຮ່ໄປເຮັດວຽກ - ảnh 1 ນາຍຊ່າງເຮັດວຽກໃນບໍ່ຖ່ານຫີນ

ຂະນະນີ້, ເວລາ 5 ໂມງ 30 ນາທີຕອນເຊົ້າ, ຂ້າພະເຈົ້າມີໜ້າຢູ່ບໍລິສັດຖ່ານຫີນ ຮ່າເລີ່ມ, ນະຄອນຮ້າລອງ, ແຂວງ ກວາງນີງ. ເຖິງວ່າຍັງເຊົ້າຢູ່ກໍ່ຕາມແຕ່ບັນຍາກາດຢູ່ທີ່ນີ້ຟົດຟື້ນເນືອງນັນທີ່ສຸດ, ມີລົດຫຼາຍຄັນໄດ້ຂົນສົ່ງກຳມະກອນເພື່ອກະກຽມເຂົ້າເຮັດວຽກໃນພາກເຊົ້າ. ການເຮັດວຽກຢູ່ທີ່ນີ້ມື້ໜຶ່ງໄດ້ແບ່ງອອກເປັນ 3 ພາກ, ເຮັດວຽກຕະຫຼອດ 24 ຊົ່ວໂມງ. ຂົງເຂດຖ່ານຫີນ ກວາງນີງ ແມ່ນສະຖານທີ່ເຕົ້າໂຮມບັນດາບໍ່ຖ່ານຫີນນ້ອຍ, ໃຫຍ່ ດ້ວຍກຳມະກອນກ່ວາ 10.000 ຄົນ, ໃນນັ້ນມີຈຳນວນຫຼາຍແມ່ນຊ່າງຂຸດຄົ້ນແຮ່ທາດ. ແນ່ນອນວ່າ, ໃຜໆກໍ່ຢາກຊອກຮູ້ວຽກງານຂອງຊ່າງຂຸດຄົ້ນບໍ່ແຮ່ຄືແນວໃດ. ພາຍຫຼັງໄປຜ່ານເຂດເຮືອນກິນເຂົ້າທີ່ຄັບຄາໜາແໜ້ນນັ້ນ, ຂ້າພະເຈົ້າໄດ້ໄປເຖິງເຂດໂຮງງານ, ນາຍຊ່າງແຕ່ລະຄົນລ້ວນແຕ່ໄດ້ຮັບຊຸດນິລະໄພ, ບັນດາອຸປະກອນທີ່ຈຳເປັນຄື: ໄຟສາຍ, ບັ້ງຊ່ວຍເຫຼືອຕົນເອງກ່ອນທີ່ລົງໄປໃນບໍ່ຖ່ານຫີນ.

ເວລານີ້, ບັນດາໂຮງງານທີ່ຜະລິດພວມປ່ຽນຜຽນເຮັດວຽກ, ຜູ້ເປັນຫົວໜ້າໄດ້ແບ່ງງານຢ່າງລະອຽດ, ພິເສດແມ່ນການໂຮ່ຄຳຂວັນ “ປອດໄພ”,  ປະຕິບັດບັນດາຂໍ້ກຳນົດຮັບປະກັນຄວາມປອດໄພແມ່ນບໍ່ສາມາດຂາດໄດ້. ເຮັດວຽກຜຽນໜຶ່ງແມ່ນ 8 ຊົ່ວໂມງ, ກຳມະກອນແຕ່ລະຄົນລ້ວນແຕ່ຖືເຂົ້າຈີ່ ແລະ ນ້ຳນົມ ເພື່ອກິນເອົາແຮງໃນເວລາພັກຜ່ອນ. ຂ້າພະເຈົ້າໄດ້ໂອ້ລົມກັບຊ່າງຜູ້ໜຶ່ງ.

ສະບາຍດີອ້າຍ, ເມື່ອທຽບໃສ່ເມື່ອກ່ອນແລ້ວ, ວຽກງານໃນປະຈຸບັນຂອງນາຍຊ່າງທີ່ເຮັດວຽກຢູ່ບໍ່ຖ່ານຫີນນີ້ມີຫຍັງແຕກຕ່າງບໍ່?

“ແຕ່ກ່ອນບໍ່ໄດ້ຄືໃນປະຈຸບັນ, ກຳມະກອນຕ້ອງໄດ້ຍ່າງໄປໄກຫຼາຍ, ຕ້ອງແບກຫາບເຄື່ອງແຕ່ນອກເຂົ້າໄປໃນບໍ່. ໃນປະຈຸບັນ, ໄດ້ມີອຸປະກອນທັນສະໄໝ, ມີລົດຂົນສົ່ງເຂົ້າໄປໃກ້ສະຖານທີ່ເຮັດວຽກ, ແລ້ວກໍ່ຍ່າງໄປຕື່ມຈາກນັ້ນຈຶ່ງເຖິງບ່ອນເຮັດວຽກຂອງຕົນເອງ, ຫລຸດຜ່ອນໄລຍະທາງລົງຫຼາຍ. ເຕັກໂນໂລຢີເຄື່ອງກົນຈັກນີ້ມີຄວາມປອດໄພສູງ, ທັນສະໄໝ, ກຳມະກອນມີຄວາມເຊື່ອໝັ້ນກ່ວາ. ຂັ້ນຕອນການເຮັດວຽກແມ່ນບໍ່ໄດ້ເຮັດດ້ວຍມືຄືເມື່ອກ່ອນອີກແລ້ວ, ປະຈຸບັນລ້ວນແຕ່ໃຊ້ເຄື່ອງກົນຈັກໝົດ. ປະລິມານການຂຸດຄົ້ນກໍ່ສູງ, ຕາມນັ້ນແລ້ວ, ລາຍຮັບກໍ່ຫຼາຍກ່ວາ.”

ໃນບໍ່ຖ່ານຫີນເລິກຢູ່ໃຕ້ດິນນັ້ນອາກາດປຽກຊຸ່ມ, ອັດຕາກຳລັງດັນສູງ, ຜູ້ທີ່ບໍ່ລື້ງເຄີຍອາດຈະສະຫລົບໄດ້, ພວກອ້າຍກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍບໍ່?

“ຂ້າພະເຈົ້າໄດ້ເຮັດວຽກງານນີ້ມາເປັນເວລາ 24 ປີແລ້ວ. ແຕ່ກ່ອນແມ່ນເຮັດວຽກຢູ່ກາງແຈ້ງມີແສງສະຫວ່າງຂອງດວງຕາເວັນເມື່ອໄດ້ມາເຮັດວຽກຢູ່ໃຕ້ດິນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ແຕ່ໄດ້ຮັບການແນະນຳຈາກບັນດານາຍຊ່າງທີ່ເປັນລຸ້ນອ້າຍ ກໍ່ອຸ່ນອ່ຽນໃຈຫຼາຍ. ປະຈຸບັນ, ຂ້າພະເຈົ້າພັດໄດ້ແນະນຳໃຫ້ບັນດາລຸ້ນໜຸ່ມຕື່ມອີກ.”

ເດືອນກຳມະກອນ: ພ້ອມກັບກຳມະກອນບໍ່ແຮ່ໄປເຮັດວຽກ - ảnh 2ເຖິງວ່າເຮັດວຽກຢ່າງໜັກແຕ່ກໍ່ຍັງຍິ້ມຫວານ

ອ້າຍມີອະນຸສອນໃດທີ່ບໍ່ສາມາດຫຼົງລືມໄດ້ບໍ່?

“ອະນຸສອນທີ່ເປັນໜ້າໂສກເສົ້າ ແລະ ເປັນໜ້າຈົດຈຳທີ່ສຸດນັ້ນແມ່ນເພື່ອນຮ່ວມງານຂອງຂ້າພະເຈົ້າໄດ້ເສຍສະຫຼະຊີວິດໃນເມື່ອກ່ອນ. ເມື່ອເຫັນເພື່ອນຮ່ວມງານປະສົບ ອຸບັດຕິເຫດ, ມີຄົນເຈັບ, ໝົດທຸກຄົນລ້ວນແຕ່ຮູ້ສຶກເປັນຫ່ວງ, ທຸກຄົນຢຸດຕິການຜະລິດທັງໝົດເພື່ອເບິ່ງແຍງດູແລເພື່ອນຮ່ວມງານຂອງຕົນ. ອຸປະສັກຂອງພວກຂ້າພະເຈົ້າແມ່ນເຮັດແນວໃດເພື່ອໄດ້ຢູ່ໃກ້ຊິດ, ບອກສອນອ້າຍນ້ອງ, ບໍ່ວ່າໃນກໍລະນີໃດກໍ່ຕາມ, ເມື່ອເຫັນໄພອັນຕະລາຍຈະເກີດຂຶ້ນກໍ່ຕັກເຕືອນໃນທັນທີ. ນີ້ແມ່ນຄວາມຮັບຜິດຊອບຂອງຕົນ.”

ເງື່ອນໄຂການເຮັດວຽກຄືແນວນັ້ນ ໄດ້ເຮັດໃຫ້ບັນດານາຍຊ່າງຂຸດຄົ້ນແຮ່ທາດຍາມໃດກໍ່ຖືເພື່ອນມິດຄືເພື່ອນຮ່ວມກົມກອງ. ແລະ ບາງເທື່ອເງື່ອນໄຂການເຮັດວຽກພິເສດນັ້ນໄດ້ສ້າງວັດທະນະທຳທີ່ເປັນເອກະລັກສະເພາະໃຫ້ແກ່ນາຍຊ່າງໃນເຂດຂຸດຄົ້ນຖ່ານຫີນແຫ່ງນີ້.

ຍັງມີອີກ, ບັນດານາຍຊ່າງທີ່ໝົດເວລາເຮັດວຽກພາກ 3 ຂອງພວມກັບຄືນມາຈາກບໍ່ຖ່ານຫີນດ້ວຍ. ໃບໜ້າອິດເມື່ອຍ ເຕັມແຕ່ຝຸ່ນຖ່ານຫີນເມື່ອເຫັນກ້ອງ ວີດີໂອ ຂອງຂ້າພະເຈົ້າເຂົາເຈົ້າກໍ່ຍິ້ມແຍ້ມແຈ່ມໃສ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ເພື່ອຊອກຮູ້ການດຳລົງຊີວິດ, ຢູ່ນອກບໍ່ແຮ່ນັ້ນ, ຂ້າພະເຈົ້າໄດ້ເດີນຕາມບັນດານາຍຊ່າງເຂົ້າໄປໃນເຂດເຮືອນລວມ.

ສະບາຍດີອ້າຍ, ຂ້າພະເຈົ້າເຫັນວ່າເຮືອນລວມຂອງພວກອ້າຍໃຫຍ່ໂຕຄ້າຍຄືເຂດຊຸມຊົນ, ພວກອ້າຍດຳລົງຊີວິດຄືແນວໃດເມື່ອຕ້ອງຫ່າງຈາກກັບຄອບຄົວ?

“ບໍລິສັດໄດ້ຈັດແຈງບ່ອນກິນ, ບ່ອນຢູ່ໃຫ້ພວກອ້າຍນ້ອງຄືແນວນີ້ຕົນເອງເຫັນວ່າມີຄວາມຮັບປະກັນ, ລາຄາຖືກກ່ວາຫຼາຍເມື່ອທຽບໃສ່ການໄປເຊົ່າຢູ່ນອກ, ຢູ່ທີ່ນີ້ມີຄວາມປອດໄພດີທີ່ສຸດ, ມີນ້ຳ, ມີໄຟຟ້າໃຊ້ຢ່າງຄົບຖ້ວນອ້າຍນ້ອງໄປເຮັດວຽກເປັນຜຽນກໍ່ມີຄວາມອຸ່ນອ່ຽນໃຈຮັບປະກັນການດຳເນີນຊີວິດ. ຢູ່ທີ່ນີ້ມີໂຕະຕີປິ່ງປ່ອງ, ມີເດີ່ນຕີດອກປີກໄກ່, ເຕະບານ, ຕີບານສົ່ງ… ຢູ່ທີ່ນີ້ກໍ່ໄດ້ຈັດຫ້ອງແຫ່ງຄວາມສຸກ 3 ຫ້ອງ, ເພື່ອເປັນບ່ອນພັກເຊົາໃຫ້ເມຍ ຫຼື ພໍ່ແມ່ພີ່ນ້ອງມາຢາມ”

ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມອ້າຍ ຫງວຽນວັນເຟືອງ, ກຳມະກອນຜູ້ດີເດັ່ນດ້ວຍຫຼາຍຂໍ້ລິເລີ່ມຮັບໃຊ້ການຜະລິດ.

ອ້າຍເຟືອງ ເອີຍ, ລາຍຮັບແຕ່ລະເດືອນຂອງເຮືອນອ້າຍໃນປະຈຸບັນພຽງພໍເພື່ອຮັບແກ່ໃຊ້ຄອບຄົວຫຼືບໍ່?

“ລະດັບລາຍຮັບສະເລ່ຍແຕ່ລະເດືອນຂອງຂ້າພະເຈົ້າໃນປະຈຸບັນແມ່ນ 30 ລ້ານດົ່ງ. ສຳລັບຄົນອື່ນແມ່ນຫຼາຍແລ້ວ ແຕ່ສຳລັບຂ້າພະເຈົ້າແມ່ນຍັງບໍ່ທັນພຽງພໍ, ຂ້າພະເຈົ້າຈະພະຍາຍາມສູ້ຊົນກ່ວາອີກ, ຕົນເອງຈະຖອດຖອນບົດຮຽນມີຂໍ້ລິເລີ່ມຫຼາຍກ່ວາເພື່ອໝູນໃຊ້ໃນວຽກງານ, ນຳມາເຊິ່ງສະມັດຕະພາບສູງກ່ວາ.”

ອາຊີບເປັນຊ່າງຂຸດຄົ້ນແຮ່ທາດແມ່ນວຽກງານທີ່ໜັກໜ່ວງ, ອາດຈະມີຄວາມສ່ຽງສູງ ແຕ່ຢູ່ທີ່ນີ້ໃຕ້ໜ້າດິນເລິກນັບຮ້ອຍເມັດ, ຍາມໃດເຂົາເຈົ້າຍັງມີຄວາມປະເອີບໃຈ, ມີຄວາມເມົາມົວ ແລະ ມັກຮັກວຽກງານຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ