(VOVWORLD) - ສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ ຫຼື ສະໂມສອນເພງພື້ນເມືອງມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ແມ່ນ 2 ໃນຈຳນວນຫຼາຍສະໂມສອນທີ່ໄດ້ເຕົ້າໂຮມພວກເພື່ອນໜຸ່ມທີ່ມີຄວາມເມົາມົວກັບດົນຕີພື້ນເມືອງ
ພ້ອມກັບການພັດທະນາຢ່າງວ່ອງໄວຂອງບັນດາຮູບແບບການບັນເທິງໃໝ່, ບັນດາປະເພດດົນຕີພື້ນເມືອງພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ, ມີບໍ່ເທົ່າໃດຄົນທີ່ໃຫ້ຄວາມສົນໃຈ, ໂດຍສະເພາະແມ່ນລຸ້ນໜຸ່ມ. ເຖິງຢ່າງໃດກໍ່ຕາມ, ຢູ່ເຂດໃຈກາງນະຄອນ ໂຮ່ຈີມິນ ພັດມີຄວາມອຶກກະທຶກຄຶກໂຄມ, ຍັງມີເພື່ອນໜຸ່ມເມົາມົວກັບດົນຕີພື້ນເມືອງນີ້. ເຂົາເຈົ້າໄດ້ເຕົ້າໂຮມກັນຢູ່ບັນດາສະໂມສອນເພື່ອພ້ອມກັບເສບເຄື່ອງດົນຕີ, ຮ້ອງເພງ, ຮັກສາສຽງດົນຕີ, ສຽງເພງພື້ນເມືອງເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້.
ໃນທ້າຍທຸກໆອາທິດ, ຢູ່ແຈໜຶ່ງໃນສວນສາທາລະນະເຂດຫໍພັກມະຫາວິທະຍາໄລແຫ່ງຊາດ ຫຼື ຫໍວັດທະນະທຳນັກສຶກສານະຄອນ ໂຮ່ຈີມິນ ກໍມີກຸ່ມເພື່ອນໜຸ່ມ ພ້ອມກັນມາດຳເນີນຊີວິດຂັບຮ້ອງເດີນກາຕ່າຍຕື, ຂັບ ກາຍເລືອງ ແລະ ບັນດາຮູບແບບອື່ນໆຂອງເພງພື້ນເມືອງທາງພາກໃຕ້ ຫວຽດນາມ. ພວກເຂົາແມ່ນສະມາຊິກສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ. ໂດຍເຄື່ອນໄຫວມາເປັນເວລາກວ່າ 6 ປີແລ້ວ, ສະໂມສອນໄດ້ດຶງດູດນັກສຶກສາຫຼາຍລຸ້ນຄົນເຂົ້າຮ່ວມ, ປະຈຸບັນມີສະມາຊິກວ່າ 60 ຄົນ. ນີ້ໄດ້ຮັບຖືວ່າແມ່ນຊາຍຄາລວມຂອງບັນດາເພື່ອນໜຸ່ມທີ່ມີຄວາມເມົາມົວກັບດົນຕີພື້ນເມືອງ. ທ້າວ ມິງຕວນ, ເຊິ່ງແມ່ນໜຶ່ງໃນບັນດາສະມາຊິກທີ່ເຂົ້າຮ່ວມສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ ນັບແຕ່ຊຸມມື້ທຳອິດ, ໃຫ້ຮູ້ວ່າ:
“ນັບແຕ່ເມື່ອຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ, ຂ້າພະເຈົ້າກໍມີຄວາມເມົາມົວກັບປະເພດສິລະປະຂັບ ກາຍເລືອງ, ເດີນກາຕ່າຍຕື ແລ້ວ. ບັງເອີນຜ່ານເພື່ອນຜູ້ໜຶ່ງ ຂ້າພະເຈົ້າໄດ້ຮູ້ຈັກເຖິງສະໂມສອນນີ້ ແລະ ພາຍຫຼັງເຂົ້າຮ່ວມເປັນ 3-4 ເທື່ອນັ້ນ ຂ້າພະເຈົ້າກໍຍິ່ງມີຄວາມມັກຮັກ ແລະ ຈົດຊື່ເຂົ້າຮ່ວມສະໂມສອນເລີຍ. ຂ້າພະເຈົ້າໄດ້ເຂົ້າຮ່ວມນັບແຕ່ປີ 2016, ມາຮອດປະຈຸບັນກໍ່ໄດ້ 6 ປີແລ້ວ”.
ສະມາຊິກຂອງສະໂມສອນແມ່ນມາຈາກທຸກແຖບຖິ່ນໃນທົ່ວປະເທດ ແລະ ຫຼາຍຄົນຮຽນຈົບໄປເຮັດວຽກແລ້ວ, ແຕ່ຍັງສະຫຼະເວລາໃນມື້ທ້າຍອາທິດເພື່ອກັບເມືອເຂົ້າຮ່ວມການເຄື່ອນໄຫວພ້ອມກັບສະໂມສອນ ແລະ ແນະນຳໃຫ້ບັນດາເພື່ອນໜຸ່ມ. ທ່ານນາງ ແທັງຈິງ, ຫົວໜ້າສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ, ແບ່ງປັນວ່າ:
“ເມື່ອຂ້າພະເຈົ້າຢືນຢູ່ເວທີສະແດງ ແລະ ໄດ້ຂັບຮ້ອງທຳນອງເພງພື້ນເມືອງ, bolero ຫຼື ເດີນກາຕ່າຍຕື ນັ້ນ ສຳລັບຂ້າພະເຈົ້າແລ້ວ, ພຽງມີຄວາມຮູ້ສຶກຢ່າງໜຶ່ງເທົ່ານັ້ນ, ນັ້ນແມ່ນຄວາມເອກອ້າງທະນົງໃຈ. ຂ້າພະເຈົ້າມັກຄຳເວົ້າທີ່ວ່າ “ຍັງມີສີລະປະພື້ນເມືອງ ແມ່ນຍັງມີປະເທດຢູ່”.
ຖ້າຫາກຢູ່ເຂດຕົວເມືອງ, ມະຫາວິທະຍາໄລນະຄອນ ທູດຶກ ມີສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ, ຢູ່ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ກໍມີສະໂມສອນເພງພື້ນເມືອງ ເຊິ່ງເປັນທີ່ຮູ້ຈັກກັນດີຂອງເພື່ອນໜຸ່ມຫຼາຍຄົນ. ເພື່ອສາມາດຄົງຕົວ ແລະ ພັດທະນາຢ່າງຍາວນານນັ້ນ, ບັນດາສະມາຊິກໄດ້ປ່ຽນແປງໃໝ່ຮູບແບບການເຄື່ອນໄຫວ, ຝຶກແອບ… ຢ່າງເປັນປະຈຳ ນຳມາເຊິ່ງແຫຼ່ງບັນດານໃຈໃຫ້ແກ່ບັນດາສະມາຊິກຈັດການແຂ່ງຂັນ, ພົວພັນແລກປ່ຽນກັບບັນດາສະໂມສອນ ຫຼື ເຊື້ອເຊີນນັກສິລະປິນມາຖ່າຍທອດສິດສອນຕື່ມ.
ທ່ານນາງ ດິງທິກິມເງິນ, ຮອງຫົວໜ້າຝ່າຍສື່ສານ ສະໂມສອນເພງພື້ນເມືອງມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ໃຫ້ຮູ້ຄວາມປາດຖະໜາຂອງສະໂມສອນ ບໍ່ພຽງແຕ່ແມ່ນສ້າງສະໜາມຫຼີ້ນໃຫ້ພວກເພື່ອນນັກສຶກສາທີ່ມີຄວາມເມົາມົວກັບເພງພື້ນເມືອງ, ເຄື່ອງດົນຕີພື້ນເມືອງເທົ່ານັ້ນ ຫາກຍັງແຜ່ຂະຫຍາຍຄວາມຮັກ, ຄວາມຮູ້ກ່ຽວກັບດົນຕີພື້ນເມືອງເຖິງທຸກໆຄົນນຳອີກ.
“ບັນດາລາຍການຂອງສະໂມສອນເພງພື້ນເມືອງຢູ່ລາຍການໃຫຍ່ລ້ວນແຕ່ມຸ່ງໄປເຖິງຈິດໃຈຂອງຊາດ. ພວກຂ້າພະເຈົ້າມານະພະຍາຍາມສົ່ງສານແຫ່ງຄວາມຮັກ ແລະ ຊ່ວຍໃຫ້ທຸກໆຄົນມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບດົນຕີພື້ນເມືອງ ກໍຄືນຳເພງພື້ນເມືອງແຜ່ຂະຫຍາຍໄປເຖິງເພື່ອນໜຸ່ມໃຫ້ຫຼາຍກວ່າເກົ່າ”.
ສະໂມສອນ ທຳນອງເພງ ພາກໃຕ້ ຫວຽດນາມ ຫຼື ສະໂມສອນເພງພື້ນເມືອງມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ແມ່ນ 2 ໃນຈຳນວນຫຼາຍສະໂມສອນທີ່ໄດ້ເຕົ້າໂຮມພວກເພື່ອນໜຸ່ມທີ່ມີຄວາມເມົາມົວກັບດົນຕີພື້ນເມືອງ ທີ່ພວມເຄື່ອນໄຫວຢູ່ນະຄອນ. ດ້ວຍຄວາມເອົາໃຈໃສ່, ຕໍ່ພະລັງແຮງຂອງໂຮງຮຽນ, ບັນດາອົງການຈັດຕັ້ງສັງຄົມ ແລະ ອຳນາດການປົກຄອງທ້ອງຖິ່ນ… ບັນດາສະໂມສອນດົນຕີພື້ນເມືອງນັບມື້ນັບມີຫຼາຍຄົນຮູ້ຈັກເຖິງ, ພ້ອມກັນເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈປົກປັກຮັກສາຈຸດຄວາມງາມທາງດ້ານວັດທະນະທຳອັນປະເຊີດເລີດລ້ຳຂອງຊາດ ຫວຽດນາມ.