ໂຮງຮຽນຢູ່ກາງທະເລທາງທິດຕາເວັນອອກສ່ຽງເໜືອ

(VOVWORLD) -        ໂດຍຕ້ອງຫ່າງຈາກຄອບຄົວ 2-3 ເດືອນຈຶ່ງກັບບ້ານເທື່ອໜຶ່ງ, ບັນດາເອື້ອຍຄູໄດ້ເອົາລູກມາຮຽນ, ລະຫຼິ້ນກັບພວກນ້ອງນັກຮຽນຢູ່ທີ່ນີ້.
ໂຮງຮຽນຢູ່ກາງທະເລທາງທິດຕາເວັນອອກສ່ຽງເໜືອ - ảnh 1 (ໂຮງຮຽນປະກອບດ້ວຍ 8 ຫ້ອງ, ມີນັກຮຽນຊັ້ນປະຖົມພຽງແຕ່ 9 ນ້ອງ, ເດັກອະນຸບານ 3 ນ້ອງ)

      ຢູ່ເກາະ ເຈິ່ນ, ເຊິ່ງແມ່ນເກາະຢູ່ຫ່າງໄກທີ່ສຸດຈາກດິນຕໍ່ແຜ່ນຂອງແຂວງ ກວາງນິງ, ມີໂຮງຮຽນຫຼັງໜຶ່ງເປັນພິເສດ. ໂຮງຮຽນດັ່ງກ່າວປະກອບດ້ວຍ 8 ຫ້ອງ, ມີນັກຮຽນຊັ້ນປະຖົມພຽງແຕ່ 9 ນ້ອງ, ເດັກອະນຸບານ 3 ນ້ອງ. ຢູ່ທາງນອກຫ້ອງຮຽນແມ່ນຄື້ນຟອງທະເລ ແລະ ລົມພັດທີ່ຍັກໃຫຍ່, ຢູ່ໃນຫ້ອງຮຽນແມ່ນສຽງຄຳອະທິບາຍບົດຮຽນ ແລະ ສຽງອ່ານຂອງເອື້ອຍຄູ ແລະນັກຮຽນ.

      ໂຮງຮຽນອະນຸບານ-ປະຖົມ ເຈິ່ນ (ບ້ານ ເຈິ່ນ, ຕາແສງ ແທັງເລິນ, ເມືອງເກາະ ໂກໂຕ, ແຂວງ ກວາງນິງ) ທາງຫຼັງອີງໃສ່ໂນນພູນ້ອຍ. ໂຮງຮຽນກໍ່ສ້າງສຳເລັດ ແລະເປີດນຳໃຊ້ມາແຕ່ເດືອນ ພຶດສະພາ 2016: ໂດຍຕັ້ງຢູ່ຫ່າງຈາກເສັ້ນຂີດຂັ້ນອ່າວພາກເໜືອປະມານ 5 ກມ. ນັກຮຽນ 12 ນ້ອງຢູ່ເຂດເກາະແມ່ນລູກຂອງ 12 ຄອບຄົວຊາວໜຸ່ມຕະລຸມບອນອອກໄປສ້າງຊີວິດໃໝ່ນັບແຕ່ປີ 2014. ກ່ອນໜ້ານັ້ນ, ຢູ່ເກາະມີແຕ່ກອງທະຫານຕັ້ງທັບ ແລະ ມີຄອບຄົວດຽວດຳລົງຊີວິດຢູ່.

      ໂຮງຮຽນມີ 3 ຫ້ອງ, ຫ້ອງປໍ 1 ແລະ ຫ້ອງປໍ 2 ມີນັກຮຽນ 7 ນ້ອງ, ຫ້ອງປໍ 3 ແລະ ຫ້ອງປໍ 5 ມີ 2 ນ້ອງ, ສ່ວນຊັ້ນອະນຸບານມີ 3 ນ້ອງ. ສົກຮຽນ 2022 – 2023, ມີເອື້ອຍຄູ 3 ຄົນເຊິ່ງໄດ້ຍ້າຍມາຈາກໂຮງຮຽນປະຖົມ ແທັງເລິນ ເພື່ອມາປະຕິບັດໜ້າທີ່ການສິດສອນ. ເອື້ອຍຄູ ເຈິ່ນທິຮວ່າ, ສອນຫ້ອງຄວບ ປໍ 3 ແລະ ປໍ 5, ໃຫ້ຮູ້ວ່າ:

      “ພື້ນຖານດ້ານວັດຖຸຂອງໂຮງຮຽນ, ຫ້ອງຮຽນ, ເຂດລະຫຼິ້ນບັນເທິງແມ່ນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຮຽນ ແລະການສອນຢ່າງຄົບຖ້ວນ. ໃນສົກຮຽນນີ້,  ນັກຮຽນຫ້ອງປໍ 3 ໄດ້ຮຽນພາສາ ອັງກິດແລ້ວ, ດ້ວຍການນຳໃຊ້ຄອມພິວເຕີສ່ວນຕົວຂອງເອື້ອຍຄູເຊື່ອມຕໍ່ທາງໄກກັບບັນດາສະຖານທີ່ເຊື່ອມຕໍ່ຢູ່ໂຮງຮຽນໃຫຍ່. ວິຊາຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ເລີ່ມນຳເຂົ້າຫຼັກສູດການສອນ”.

      ໃນເວລາເລີກຫຼີ້ນ, ພວກນ້ອງນັກຮຽນບໍ່ອອກມາຫຼີ້ນຢູ່ເດີ່ນໂຮງຮຽນ, ແຕ່ຈະອອກມາລະຫຼິ້ນຢູ່ເຂດນອກຫ້ອງຮຽນ, ຢູ່ທີ່ນັ້ນມີ ສະໄລເດີ, ໂຕະທາສີຮູບປັ້ນ… ໂດຍຄະນະຊາວໜຸ່ມແຂວງ ກວາງນິງ ມອບໃຫ້ແຕ່ປີ 2021. ໂດຍຜ່ານແຕ່ລະປີ, ການດຳລົງຊີວິດຂອງບັນດາຄອບຄົວພວກນ້ອງຢູ່ໃນເກາະຄ່ອຍໆຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ພວກເດັກນ້ອຍມາໂຮງຮຽນແມ່ນບໍ່ໄດ້ເສຍຄ່າຮຽນ, ປະຊາຊົນໄດ້ຮັບບັດປະກັນສຸຂະພາບ, ບັນດາກິດຈະກຳກໍ່ສ້າງທາງຄົມມະນາຄົມ, ໄປສະນີ, ສູນໂທລະຄົມມະນາຄົມ… ກໍ່ຄ່ອຍໆກໍ່ສ້າງໃຫ້ສຳເລັດສົມບູນ, ລະບົບໄຟຟ້າແຫ່ງຊາດກໍ່ໄດ້ຕໍ່ເຂົ້າມາຮອດເກາະແລ້ວ. ທຸກການເຄື່ອນໄຫວເດີນທະເລ, ສ້ອມແປງກ່ຳປັ່ນ, ເບິ່ງແຍງສຸຂະພາບ … ໄດ້ຮັບການໜູນຊ່ວຍ, ຮ່ວມເດີນທາງຈາກອ້າຍນ້ອງທະຫານຢູ່ເຂດເກາະ.

      ໂດຍຕ້ອງຫ່າງຈາກຄອບຄົວ 2-3 ເດືອນຈຶ່ງກັບບ້ານເທື່ອໜຶ່ງ, ບັນດາເອື້ອຍຄູໄດ້ເອົາລູກມາຮຽນ, ລະຫຼິ້ນກັບພວກນ້ອງນັກຮຽນຢູ່ທີ່ນີ້. ເອື້ອຍຄູ ຫງວຽນທິຫຼີ, ຮັບຜິດຊອບຫ້ອງຮຽນຊັ້ນອະນຸບານ, ໄດ້ແບ່ງປັນຄວາມໃນໃຈວ່າ:

      “ນັກຮຽນຢູ່ທີ່ນີ້ແມ່ນຮູ້ຄວາມ, ດໝັທີ່ສຸດ, ແຕ່ເຖິງຢ່າງໃດກໍ່ຕາມ ການດຳລົງຊີວິດຂອງພວກນ້ອງຢູ່ເຂດເກາະແມ່ນມີຄວາມຢ້ານກົວກວ່າເມື່ອທຽບກັບພວກເພື່ອນຢູ່ເຂດດິນຕໍ່ແຜ່ນ. ພໍ່ແມ່ນັກຮຽນມີຄວາມເອົາໃຈໃສ່ຕໍ່ພວກລູກ, ມີຄວາມຫ້າວຫັນ ແລະ ເອົາໃຈໃສ່ຕໍ່ເອື້ອຍຄູຫຼາຍ, ພວກຂ້າພະເຈົ້າໄດ້ແລກປ່ຽນກ່ຽວກັບສະພາບສຸຂະພາບ, ການຮ່ຳຮຽນຂ້ອງພວກນ້ອງເປັນປະຈຳ. ເຖິງວ່ານີ້ແມ່ນເຂດຫ່າງໄກກໍ່ຕາມ, ແຕ່ດ້ວຍນ້ຳໃຈ, ຄວາມອົບອຸ່ນ, ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈປະຕິບັດງານ”.

      ເລີກຮຽນຕອນເຊົ້າ, ບັນດາເອື້ອຍຄູໄດ້ຫ້າງຫາກະກຽມຄາບເຂົ້າທ່ຽງໃຫ້ພວກນ້ອງ, ກະກຽມໃຫ້ຊົ່ວໂມງຮຽນໃນຕອນແລງ. ບັນດາເອື້ອຍຄູກໍ່ມີຄວາມຄ່ອງແຄ້ວໃນການສອນ ໂດຍປະສົມໃສ່ກັບການເລົ່າເລື່ອງລາວຕ່າງໆເພື່ອຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບເຂດທະເລ, ໝູ່ເກາະ, ກ່ຽວກັບບ້ານເກີດເມືອງນອນ. ເອື້ອຍຄູ ຟ້າມທິມາຍ, ແບ່ງປັນວ່າ:

      “ພວກນ້ອງຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບການ ເຂົ້າເຖິງຂໍ້ມູນຂ່າວສານ. ນອກຈາກການສອນອ່ານ, ສອນ ຂຽນແລ້ວ, ພວກຂ້າພະເຈົ້າກໍ່ແນະນຳໃຫ້ພວກນ້ອງຊອກຮູ້ ເພື່ອສຳນຶກໄດ້ໂລກອ້ອມຂ້າງ ແລະຮູ້ວ່າຕົນເອງແມ່ນພົນລະເມືອງຂອງເກາະ ເຈິ່ນ, ເມື່ອເຕີບໃຫຍ່ຂຶ້ນ ສູ້ຊົນກໍ່ສ້າງບ້ານເກີດເມືອງນອນຢູ່ດິນແດນກຳເນີດ ແມ່ນເກາະດ່ານໜ້າຂອງປະເທດຊາດ”.

      ພວກເດັກຢູ່ເກາະແຫ່ງນີ້ເມື່ອຮຽນຈົບຊັ້ນປະຖົມແລ້ວ ຈະໄດ້ສົ່ງໄປຮຽນຕໍ່ຢູ່ດິນຕໍ່ແຜ່ນຕາມໂຮງຮຽນກິນນອນຕ່າງໆ. ເຖິງວ່າ, ການດຳລົງຊີວິດຢູ່ເຂດເກາະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບັນດາເອື້ອຍຄູຍັງພ້ອມກັນມານະພະຍາຍາມເອົາໃຈໃສ່, ເບິ່ງແຍງດູແລ, ສິດສອນໃຫ້ພວກນ້ອງເຕີບໃຫຍ່ເປັນຜູ້ເປັນຄົນ, ເມື່ອເຕີບໃຫຍ່ແລ້ວ, ມີຄວາມເຂັ້ມແຂງຄືດັ່ງຫຼັກທຸງທີ່ກຳລັງປິວສະບັດຢູ່ເຂດເກາະດ່ານໜ້າຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ