HanoPro: ແບບຢ່າງຂອງວິສາຫະກິດ ຫວຽດນາມ ທີ່ບັນລຸຜົນສຳເລັດໃນຂະແໜງອຸດສາຫະກຳສຳຮອງ

(VOVWORLD) - ດ້ວຍຂອບຂະໜາດ, ເນື້ອທີ່ໂຮງງານ ແລະ ຫ້ອງການແມ່ນ 25.000 ຕາແມັດ, ມີຫຼາຍສາຂາໃນທົ່ວປະເທດ, HanoPro ຜະລິດ ແລະ ດຳເນີນທຸລະກິດສະກອັດ, ຖົງປລາດສະຕິກ, ຖົງ PE, PP, HDPE
HanoPro: ແບບຢ່າງຂອງວິສາຫະກິດ ຫວຽດນາມ ທີ່ບັນລຸຜົນສຳເລັດໃນຂະແໜງອຸດສາຫະກຳສຳຮອງ - ảnh 1ໂຮງງານບໍລິສັດ HanoPro ຈຳກັດ
(ພາບ: VNP)

        ໂດຍແມ່ນໜຶ່ງໃນບັນດາວິສາຫະກິດສົ່ງອອກສະກອັດໃຫຍ່ທີ່ສຸດ ຫວຽດນາມ, ບໍລິສັດ HanoPro ຈຳກັດ ພວມແມ່ນແບບຢ່າງຂອງວິສາຫະກິດ ຫວຽດນາມ ທີ່ບັນລຸຜົນສຳເລັດໃນການສ້າງບັນດາຄຸນຄ່າທີ່ແຕກຕ່າງໃນຂະແໜງອຸດສາຫະກຳສຳຮອງ ເວົ້າສະເພາະ ແລະ ວິສາຫະກິດ ຫວຽດນາມ ເວົ້າລວມ, ຍາມໃດກໍ່ມານະພະຍາຍາມພິຊິດຜູ້ບໍລິໂພກ.

        ໂດຍສ້າງຕັ້ງນັບແຕ່ປີ 2002, ບໍລິສັດ HanoPro ຈຳກັດ ນັບມື້ນັບຢືນຢັນທີ່ຕັ້ງໃນຕະຫຼາດຂະແໜງຫຸ້ມຫໍ່ ຫວຽດນາມ ແລະ ເປີດກວ້າງການສົ່ງອອກໄປຍັງຕະຫຼາດສາກົນ.

        ດ້ວຍຂອບຂະໜາດ, ເນື້ອທີ່ໂຮງງານ ແລະ ຫ້ອງການແມ່ນ 25.000 ຕາແມັດ, ມີຫຼາຍສາຂາໃນທົ່ວປະເທດ, HanoPro ຜະລິດ ແລະ ດຳເນີນທຸລະກິດສະກອັດ, ຖົງປລາດສະຕິກ, ຖົງ PE, PP, HDPE, ກ່ອງເກັດເຈ້ຍຊະນິດຕ່າງໆ…, ໃນນັ້ນ, ສະກອັດແມ່ນຜະລິດຕະພັນຕົ້ນຕໍ.

        ສະກອັດ HanoPro ມີນັບຮ້ອຍຊະນິດທີ່ແຕກຕ່າງກັນ, ຕອບສະໜອງທຸກຄວາມຕ້ອງການ ນັບທັງທາງດ້ານຈຳນວນ ແລະ ຄຸນນະພາບໃຫ້ແກ່ລູກຄ້າຢ່າງຮອບດ້ານ, ດ້ວຍເປົ້າໝາຍມຸ່ງໄປເຖິງບັນດາໂຮງງານທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ບັນດາກຸ່ມບໍລິສັດໃຫຍ່. ກ່ອນນີ້, ເຂົາເຈົ້າຕ້ອງນຳເຂົ້າສະກອັດຈາກຕ່າງປະເທດມາ, ປະຈຸບັນ HanoPro ສາມາດສະໜອງ ແລະ ປ່ຽນແທນບັນດາແຫຼ່ງສິນຄ້ານັ້ນ ດ້ວຍເວລາສົ່ງສິນຄ້າທີ່ໄວກວ່າຫຼາຍ. ພິເສດ, ຜະລິດຕະພັນ “ສະກອັດເຈ້ຍສຳລັບງານສີ 4AU” ຂອງ HanoPro, ແມ່ນຜະລິດຕະພັນໄດ້ຮັບການເຊີດຊູແມ່ນ top 1 ໃນລາຍການ “ສິນຄ້າ ຫວຽດນາມ ທີ່ໄດ້ຮັບຄວາມນິຍົມທີ່ສຸດ” ປີ 2023, ໄດ້ກວມເອົາຕະຫຼາດ. ທ່ານ ໂດ້ວັນກວັນ, ຫົວໜ້າຫ້ອງການດຳເນີນທຸລະກິດບໍລິສັດ HanoPro ຈຳກັດ, ໃຫ້ຮູ້ວ່າ:

        “ຜະລິດຕະພັນສະກອັດເຈ້ຍ 4AU ແມ່ນຜະລິດຕະພັນຮັບໃຊ້ສະເພາະຂະແໜງສ້ອມແປງລົດໃຫຍ່. ປະຈຸບັນ, ຜະລິດຕະພັນຂອງພວກຂ້າພະເຈົ້າໄດ້ກວມເອົາອັດຕາສ່ວນ 70% ໃນຂະແໜງນີ້. ດ້ວຍບັນດາລັກສະນະພິເສດ, ຄື: ຕິດດີ, ອ່ອນ, ບໍ່ມີຮອຍຕິດຂອງສະກອັດພາຍຫຼັງນຳໃຊ້ ແລະ ພິເສດແມ່ນລາຄາແກ່ງແຍ້ງເມື່ອທຽບໃສ່ສະກອັດທີ່ຄ້າຍຄືກັນທີ່ພວມນຳເຂົ້າຈາກຕ່າງປະເທດ”.

        ຢູ່ຕະຫຼາດພາຍໃນປະເທດ, ປະຈຸບັນ HanoPro ພວມສະໜອງບັນດາຜະລິດຕະພັນຫຸ້ມຫໍ່ໃຫ້ກວ່າ 500 ລູກຄ້າ, ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ, ຄື: Samsung, Yamaha, Toto, Orion, Honda, Sumitomo, Hyundai, LG… ສ່ວນສຳລັບຕະຫຼາດສົ່ງອອກ, HanoPro ແມ່ນຫົວໜ່ວຍທຳອິດຂອງ ຫວຽດນາມ ສົ່ງອອກສະກອັດ, ກ້ໍແພັກອາຫານ PE ໄປບັນດາປະເທດ, ຄື: ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, ເກຼັກ, ສິງກະໂປ, ເຊເນການ, ຝລັ່ງ, ນີເຊຣີ…

HanoPro: ແບບຢ່າງຂອງວິສາຫະກິດ ຫວຽດນາມ ທີ່ບັນລຸຜົນສຳເລັດໃນຂະແໜງອຸດສາຫະກຳສຳຮອງ - ảnh 2ທ່ານ ຕ້າດຶກເຊີນ, ຜູ້ອຳນວຍການບໍລິສັດ HanoPro ຈຳກັດ
(ພາບ: VNP/NVCC)

        ດ້ວຍຈຳນວນຜູ້ອອກແຮງງານທັງໝົດ 290 ຄົນ, ໃນນັ້ນ ຜູ້ອອກແຮງງານໜຸ່ມເຂົ້າຮ່ວມເຮັດວຽກໂດຍກົງກວມເອົາກວ່າ 50%, ສ່ວນຫຼາຍແມ່ນໄດ້ຮັບການບຳລຸງສ້າງມີແບບມີແຜນ. ອົງການສາກົນ BVQA (ອົງການຢັ້ງຢືນສາກົນແຖວໜ້າໂລກ) ໄດ້ຢັ້ງຢືນ ແລະ ສະໜອງໃບຢັ້ງຢືນຕາມມາດຕະຖານຫຼ້າສຸດ, ມາດຕະຖານ ISO 9001 2008 ໃຫ້ແກ່ລະບົບຄຸ້ມຄອງກ່ຽວກັບຄຸນນະພາບຂອງບໍລິສັດ. ທ່ານ ຕ້າດຶກເຊີນ, ຜູ້ອຳນວຍການບໍລິສັດ HanoPro ຈຳກັດ, ຢືນຢັນວ່າ:

        “ການກຳນົດທິດຂອງບໍລິສັດໃນໄລຍະຈະມາເຖິງແມ່ນສຸມໃສ່ສູງສຸດເຂົ້າໃນການພັດທະນາຕະຫຼາດສາກົນ, ນີ້ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ນອກນັ້ນ, ບໍລິສັດກໍ່ສຸມໃສ່ຕະຫຼາດພາຍໃນປະເທດ, ສະໜັບສະໜູນໂຄງການຄັດເລືອກ “ສິນຄ້າ ຫວຽດນາມ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ”. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ບໍລິສັດຈະສຸມໃສ່ດ້ານມະນຸດ, ເຄື່ອງຈັກ, ເຕັກໂນໂລຊີໃຫ້ຫຼາຍກວ່າ. ເມື່ອກຳແໜ້ນໄດ້ 2 ປັດຈແມ່ນລາຄາ ແລະ ຄຸນນະພາບນັ້ນ, ບໍລິສັດຈະດຶງດູດລູກຄ້າໄວ້ໄດ້ດົນກວ່າ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈນຳໃຊ້ຫຼາຍກວ່າ”.

        ໃນສະພາບການຄ້າເອເລັກໂຕນິກພັດທະນາຢ່າງແຮງນັ້ນ, ການເຕີບໂຕໃນການຂາຍສິນຄ້າທາງອອນລາຍລະຫວ່າງວິສາຫະກິດກັບຜູ້ບໍລິໂພກ (ຮູບແບບ B2C) ໄດ້ວາງອອກສິ່ງທ້າທາຍຫຼາຍພໍສົມຄວນໃຫ້ແກ່ບັນດາວິສາຫະກິດ ແລະ ການບໍລິການ “ແບບດັ້ງເດີມ”, ຍາມໃດ HanoPro ກໍ່ແມ່ນທາງເລືອກຂອງລູກຄ້າ. ຍ້ອນ, HanoPro ມີການກະກຽມ ແລະ ຮັບມືສູງໃນຊຸມປີຜ່ານມາ, ຍາມໃດກໍ່ຫັນບັນດາຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ສະໜອງສິນຄ້າໂດຍກົງເຖິງຜູ້ບໍລິໂພກ.

        ບໍລິສັດ HanoPro ແມ່ນແບບຢ່າງຂອງວິສາຫະກິດ ຫວຽດນາມ ທີ່ບັນລຸຜົນສຳເລັດໃນການສ້າງບັນດາຄຸນຄ່າທີ່ແຕກຕ່າງໃນຂະແໜງອຸດສາຫະກຳສຳຮອງເວົ້າສະເພາະ ແລະ ວິສາຫະກິດ ຫວຽດນາມ ເວົ້າລວມ, ຍາມໃດກໍ່ມານະພະຍາຍາມດຶງດູດຄວາມສົນໃຈຂອງຜູ້ບໍລິໂພກຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ