(vovworld)- ພ້ອມກັບການພັດທະນາຢ່າງກວ້າງຂວາງຂອງ ອິນເຕີແນັດ, ໃນສອງສາມປີມານີ້, ການບໍລິການເຮັດທຸລະກິດ ອອນໄລ ກໍໄດ້ພັດທະນາຢ່າງແຮງຢູ່ຫວຽດນາມ. ກ່ອນນີ້ ຢາກຊື້ເຄື່ອງຂອງຄື ໂສ້ງເສື້ອ, ເຄື່ອງເອເລັກໂຕນິກ, ຂອງກິນ… ຜູ້ ຊື້ສິນຄ້າຕ້ອງໄປຊື້ໂດຍກົງຢູ່ຮ້ານຄ້າ, ຮ້ານຊັບພະສິນຄ້າ. ແຕ່ປະຈຸບັນ ຜູ້ ຊຶ້ື້ພຽງແຕ່ເຂົ້າ ອິນເຕີແນັດ ເພື່ອຊອກຫາ ແລະ ຈ່ອງຊື້, ຖ້າຫາກຮ້ານຂາຍເຄື່ອງໃກ້ກັບທີ່ຢູ່ຂອງທ່ານ, ພາຍຫລັງຈ່ອງຊື້ປະມານ 2 – 3 ຊົ່ງໂມງທ່ານຈະໄດ້ຮັບເຄື່ອງຂອງ, ຖ້າຢູ່ໄກກັບຮ້ານຄ້າ, ພາຍຫລັງ 2 – 3 ວັນທ່ານຈະໄດ້ຮັບເຄື່ອງຂອງ. ເພື່ອເຮັດໄດ້ຄືດັ່ງກ່າວ ຕ້ອງເວົ້າເຖິງຖັນແຖວຜູ້ຮັບສົ່ງສິນຄ້າ ຫລື ເອີ້ນວ່າ shipper. ວຽກງານຂອງ shipper ຄິດວ່າງ່າຍດ່າຍແຕ່ບໍ່ງ່າຍດາຍປານໃດ, ກົງກັນຂ້າມ ຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ.
shipper ຜູ້ຫນື່ງພວມຊອກທີ່ຢູ່ຂອງລູກຄ້າ
ພາບ:internet
|
ສິນຄ້າຫລາຍຫໍ່ທີ່ໄດ້ຫຸ້ມຫໍ່ຢ່າງລະອຽດ, ລຽນເປັນ 4 ຊັ້ນຢູ່ເທິງໂຕະຮຽນກວ້າງປະມານ 80 cmx 1 m, ວາງໃຕ້ຖ້ານປື້ມ. ບໍ່ພຽງແຕ່ມີຈຳນວນສິນຄ້າເຫລົ່ານັ້ນ ຫາກຕຽງນອນກໍໄດ້ນຳໃຊ້ເປັນບ່ອນວາງສິນຄ້າ 20 ຫໍ່ອີກດ້ວຍ. ໃນແຕ່ລະຫໍ່ສິນຄ້າລ້ວນແຕ່ຕິດເຈ້ຍນ້ອຍຂຽນທີ່ຢູ່, ເບີໂທລະສັບຂອງຜູ້ຮັບ. ໂດຍແມ່ນ shipper ມີປະສົບການມາເປັນເວລາກວ່າ 1 ປີ, ເພື່ອນຫງວຽນຮວ່າງມີງ, ບ້ານເກີດເມືອງນອນຢູ່ ຫາຍເຢືອງ, ຊື່ງແມ່ນນັກສຶກສາປີທີ 2 ມະຫາວິທະຍາໄລເຕັກໂນໂລຊີ ແລະ ຄຸ້ມຄອງມິດຕະພາບ ຮ່າໂນ້ຍ ໃຫ້ຮູ້ວ່າ: ທຳມະດາ ວຽກງານຂອງຂ້າພະເຈົ້າແມ່ນເລີ່ມຕົ້ນແຕ່ 6 ໂມງເຊົ້າ ເພື່ອສົ່ງສິນຄ້າໃຫ້ລູກຄ້າຢ່າງທັນເວລາ.
“ຍ້ອນກຳລັງຮຽນ ສະນັ້ນ ຈື່ງມີເວລາຫວ່າງຫລາຍ, ຂ້າພະເຈົ້າເຮັດວຽກງານນີ້ເພື່ອຫາເງິນມາຊ່ວຍເຫລືອພໍ່ແມ່ ແລະ ຮັບເອົາບົດຮຽນ. ວຽກງານຂອງ shipper
ແມ່ນຕ່າງກັບວຽກງານອື່ນ ນັ້ນແມ່ນ ພາຍຫລັງສົ່ງສິນຄ້າໃຫ້ລູກຄ້າແລ້ວ ຈະໄດ້ຮັບເງິນສົດຢ່າງທັນທີ ຫາກບໍ່ຕ້ອງລໍຖ້າຮອດທ້າຍເດືອນຈື່ງໄດ້ຮັບຄືວຽກງານອື່ນ. ຖ້າຫາກບໍ່ແມ່ນວັນພັກຮຽນ ພຽງແຕ່ຮັບສົ່ງສິນຄ້າປະມານ 7-10 ຫໍ່ກໍໄດ້ຮັບຈຳນວນເງິນປະມານ 200.000 ດົງແລ້ວ.”
ການດຳເນີນຊີວິດປະຈຳວັນຂອງ ມີງ ລ້ວນແຕ່ຢູ່ໃນຫ້ອງເຊົ່າທີ່ມີເນື້ອທີ່ປະມານ 10 ຕາແມັດ, ຕັ້ງຢູ່ທາງຮ່ອມຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 4 ກິໂລແມັດ. ຍ້ອນຄອບຄົວຂອງ ມີງ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍ, ແຕ່ລະເດືອນ ມີງໄດ້ຮັບເງິນອຸດຫນູນຈາກຄອບຄົວພຽງ 2 ລ້ານດົງ, ໃນນັ້ນ ຄ່າເຊົ່າຫ້ອງພັກແມ່ນ 600.000 ດົງ, ຄ່າຮຽນ 1 ລ້ານດົງ, ສ່ວນຍັງເຫລືອແມ່ນນຳໃຊ້ໃນການກິນດື່ມ. ຈຳນວນເງິນຫນ້ອຍ ແຕ່ລາຄາສິນຄ້າທຸກສິ່ງທຸກຢ່າງພວມເພີ່ມຂຶ້ນ ໄດ້ເຮັດໃຫ້ຊີວິດຂອງ ມີງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ. ສະນັ້ນ ມີງ ໄດ້ເລືອກເຟັ້ນອາຊີບ shipper ເພື່ອຫາເງິນໃຊ້ຈ່າຍໃນການຮຽນ ແລະ ກິນຢູ່ ກໍຄືຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄອບຄົວ. ເວລາເລີ່ມຕົ້ນວຽກງານນີ້, ມີງ ຄິດວ່າ ອາຊີບ shipper ແມ່ນງ່າຍດ່າຍ, ແຕ່ເມື່ອປະຕິບັດ ຈຶ່ງເຫັນວ່າມັນລຳບາກຫຍຸ້ງຍາກ ບາງເທື່ອຖືກເສຍເງິນຍ້ອນຊອກບໍ່ເຫັນລູກຄ້າ ຫລືຖືກຫລອກລວງ.
ກຸ່ມ shipper
ພາບ:giaohanggiup
|
ເພື່ອສັບຊ້ອນ ເວລາຂຶ້ນຫ້ອງ ແລະ ເວລາເຮັດວຽກງານນີ້ໃຫ້ເໝາະສົມ, ແຕ່ລະມື້ ມີງ ຕ້ອງຍາດເວລາ 4-5 ຊົ່ວໂມງເພື່ອເຮັດວຽກງານ shipper, ສ່ວນມື້ພັກຮຽນ ເວລາເຮັດວຽກງານ shipper ເກືອບຄືວ່າໝົດມື້. ເພື່ອຈຳກັດສະພາບຖືກຫລອກລວງ, ມີງ ຕິດຕໍ່ພົວພັນກັບກຸ່ມ shipper ເພື່ອພ້ອມກັນແບ່ງປັນວຽກງານ, ເພີ່ມລາຍຮັບ ແລະ ແລກປ່ຽນບົດຮຽນນຳກັນ. ສຳລັບ ມີງແລ້ວ, ວຽກງານຂອງ shipper ຄົນຫນຶ່ງ ຕ້ອງຖືອິດທິພົນເປັນຕົ້ນ ກໍຄືຕ້ອງມີຈັນຍາບັນເພື່ອຜ່ານຜ່າສິ່ງກີດຂວາງໃນໄລຍະທາງຂົນສົ່ງສິນຄ້າ.
“ເວລາຂຶ້ນຫ້ອງຂອງຂ້າພະເຈົ້າບໍ່ຄົງທີ່ ບາງມື້ຮຽນຕອນເຊົ້າ, ບາງມື້ຮຽນຕອນບ່າຍ ສະນັ້ນ ກ່ອນນີ້ຂ້າພະເຈົ້າເລືອກເຟັ້ນຮູບການຂາຍສິນຄ້າທາງອອນໄລ, ແຕ່ເລື່ອງຄ້າຂາຍສິນຄ້າແມ່ນຫຍຸ້ງຍາກຫລາຍ ບໍ່ສາມາດແກ້ງແຍ້ງໄດ້ ສະນັ້ນ ຂ້າພະເຈົ້າບໍ່ເຮັດອີກ ຈຶ່ງຫັນມາເຮັດອາຊີບເປັນ shipper. ເບື້ອງຕົ້ນ ກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ ແຕ່ພາຍຫລັງໄດ້ຮັບການຊ່ວຍເຫລືອ, ແບ່ງປັນບົດຮຽນຈາກໝູ່ເພື່ອນ shipper, ຂ້າພະເຈົ້າໄດ້ຮູ້ຈັກສັບຊ້ອນເວລາເຮັດວຽກງານນີ້ໃຫ້ເໝາະສົມກວ່າ. ໃນກຸ່ມ shipper ທຸກຄົນເຄີຍແຈ້ງໃຫ້ກັນຊາບບັນດາສະຖານທີ່ສົ່ງສິນຄ້າ. ຖ້າຫາກຜູ້ໃດຢູ່ໃກ້ຕ້ອງມາຮັບສິນຄ້າ.”
ສິ້ນສຸດມື້ເຮັດວຽກຂອງມີງ ແມ່ນຮອດ 10 ໂມງກາງຄືນ. ດ້ວຍຈຳນວນເງິນຫາໄດ້ເກືອບ 500.000 ດົງ, ມີງຮູ້ສຶກດີໃຈຫລາຍ. ເຖິງວ່າ ຈຳນວນເງິນບໍ່ຫລາຍປານໃດ ແຕ່ໄດ້ຊ່ວຍມີງສ່ວນໃດຫນຶ່ງໃນຊີວິດປະຈຳວັນຂອງຜູ້ເປັນນັກສຶກສາ.