(vovworld) - ການສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ແມ່ນປັດໃຈເພື່ອຮັບປະກັນໃຫ້ການຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ສຳເລັດຜົນ. ເມືອງ ຮຽບຮ່ວາ, ແຂວງ ບັກຢາງ ແມ່ນໜຶ່ງໃນບັນດາທ້ອງຖີ່ນຄືແນວນັ້ນ.
ລະບົບຄົມມະນາຄົມບັນລຸມາດຖານຊົນນະບົດໃໝ່ສ້າງເງື່ອນໄຂສະດວກ
ໃຫ້ການເຄື່ອງໄຫວທຸກຢ່າງຂອງປະຊາຊົນ
(ພາບ: HM)
ຊວນແທ່ງ, ແມ່ນບ້ານຊົນນະບົດໃໝ່ຂອງຕາແສງ ເຈົາມິງ, ເມືອງ ຮຽບຮ່ວາ, ແຂວງບັກຢາງ. ກ່ອນນີ້ 3 ປີ, ພາຍຫຼັງທີ່ມີແຜນນະໂຍບາຍຂອງແຂວງ, ບ້ານໄດ້ຈັດການປະຊຸມ, ໂຄສະນາເຖິງປະຊາຊົນກ່ຽວກັບແຜນນະໂຍບາຍ, ຜົນປະໂຫຍດຂອງຊົນນະບົດໃໝ່. ຈາກນັ້ນສ້າງຄວາມເຊື່ອໝັ້ນ, ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ເພື່ອກໍ່ສ້າງຊົນນະບົດໃໝ່ສຳເລັດ. ທ່ານ ເຢືອງວັນເຮື່ອງ, ພະນັກງານບ້ານ ຊວນຮົ່ງ, ໃຫ້ຮູ້ວ່າ: ຈາກບ້ານທີ່ປະສົບກັບຄວາມຫຍຸ້ງຍາກໃນຊີວິດທາງດ້ານເສດຖະກິດ, ສັງຄົມ. ປະຈຸບັນ, ຊວນແທ່ງ ໄດ້ມີການປ່ຽນແປງຢ່າງຈະແຈ້ງ. ທາງບ້ານສະອາດສວຍງາມ, ຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ລຽບຕາມສອງພາກທາງ ແມ່ນບັນດາເຮືອນຕຶກຫຼາຍຊັ້ນຫາກໍ່ໄດ້ຮັບການກໍ່ສ້າງ; ຫໍວັດທະນະທຳ, ໂຮງຮຽນອະນຸບານກວ້າງຂວາງ, ສວຍງາມ... ທ່ານ ເຮື່ອງ ແບ່ງປັນວ່າ. ເພື່ອເຮັດໃຫ້ການກໍ່ສ້າງຊົນນະບົດໃໝ່ສຳເລັດຜົນ, ສິ່ງສຳຄັນກວ່າໝູ່ແມ່ນຕ້ອງສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ.
“ຕ້ອງຈັດການປະຊຸມເພື່ອໃຫ້ປະຊາຊົນປຶກສາຫາລື, ຮູ້ ແລະ ກວດກາວຽກງານທຸກຢ່າງ. ສ່ວນດ້ານການເງິນແມ່ນຕ້ອງເປີດເຜີຍ, ໂປ່ງໃສ. ເມື່ອກໍ່ສ້າງແມ່ນຕ້ອງຈັດການປະມຸນຢ່າງປະຊາທິປະໄຕເພື່ອໃຫ້ບັນລຸຜົນງານສູງສຸດ. ຖ້າບໍ່ເຮັດໄດ້ຄືແນວນັ້ນ, ການກໍ່ສ້າງຊົນນະບົດໃໝ່ຈະບໍ່ໄດ້ຮັບຜົນ“.
ໂດຍກຳນົດການກໍ່ສ້າງທົ່ງນາຂະໜາດໃຫຍ່ ແລະ ຫັນປ່ຽນຜົນລະປູກແມ່ນໜຶ່ງໃນບັນດາມາດຖານທີ່ຫຍຸ້ງຍາກໃນການກໍ່ສ້າງຊົນນະບົດໃໝ່. ຍ້ອນເຫດນັ້ນ, ພາຍຫຼັງມີແຜນນະໂຍບາຍ, ພະນັກງານບ້ານກໍ່ຈັດຕັ້ງການໂຄສະນາ ແລະ ທາບທາມຄວາມເຫັນຂອງແຕ່ລະຄອບຄົວຊາວກະສິກອນ. ດ້ວຍວິທີເຮັດຢ່າງເປີດເຜີຍ, ປະຊາທິປະໄຕ, ວຽກງານນີ້ຈຶ່ງໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກປະຊາຊົນ ແລະ ບ້ານ ຊວນແທ່ງ ໄດ້ກໍ່ສ້າງສຳເລັດຮູບແບບທົ່ງນາຂະໜາດໃຫຍ່, ນຳໃຊ້ກົນຈັກເຂົ້າໃນການຜະລິດ, ອັນໄດ້ນຳມາເຊິ່ງປະສິດທິຜນດ້ານເສດຖະກິດສູງໃຫ້ແກ່ປະຊາຊົນ. ທ່ານ ໂງຕ໋ວນເຫົ້າ, ຊາວບ້ານ ຊວນແທ່ງ, ໃຫ້ຮູ້ວ່າ:
“ກ່ອນນີ້ເຮັດນາແບບກະແຈກກະຈາຍ, ໃຊ້ແນວພັນປູກຕາມໃຈມັກດັ່ງນັ້ນສະມັດຕະພາບ, ມູນຄ່າຕຳ່. ນັບແຕ່ສ້າງທົ່ງນາຂະໜາດໃຫຍ່ ແລະ ຫັນປ່ຽນຜົນລະປູກ, ໄດ້ນຳມາເຊິ່ງສະມັດຕະພາບ ແລະ ມູນຄ່າສູງໃຫ້ປະຊາຊົນ. ກ່ອນນີ້ເຂົ້າເປືອກຂາຍໄດ້ 5.500 ດົ່ງ/kg ແຕ່ປະຈຸບັນຂາຍໄດ້ 7.500ດົ່ງ/kg “.
ໃນວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່, ຖ້າຫາກປະຊາຊົນໄດ້ເຂົ້າຮ່ວມການກວດກາ, ຕິດຕາມກວດກາ, ຮັບປະກັນເປີດເຜີຍ, ໂປ່ງໃສ, ປະສິດທິຜົນຂອງໂຄງການກໍ່ສ້າງຊົນນະບົດໃໝ່ກໍ່ຈະສູງກວ່າ. ຈາກມາດຖານບ້ານຊົນນະບົດໃໝ່. ໃນວິວັດແຫ່ງການປະຕິບັດ, ບ້ານ, ຕາແສງໄດ້ກຳນົດຂອດຕົ້ນຕໍຂອງວຽກງານຜັນຂະຫຍາຍການປະຕິບັດໂຄງການ, ຈາກນັ້ນມີມາດຕະການແກ້ໄຂ. ທ່ານ ມາຍເຊີນ, ເລຂາຄະນະພັກເມືອງ ຮຽບຮ່ວາ, ຢືນຢັນວ່າ:
“ຮູບແບບບ້ານຊົນນະບົດໃໝ່ ເລີ່ມໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2013, ຮອດທ້າຍປີ 2014 ໄດ້ມີ 18 ບ້ານໄດ້ຮັບການຮັບຮອງຈາກເມືອງວ່າເປັນບ້ານຊົນນະບົດໃໝ່. ຢາກກາຍເປັນຕາແສງຊົນນະບົດໃໝ່, ບັນດາບ້ານໃນຕາແສງຕ້ອງບັນລຸມາດຖານຂອງຕົນ. ສິ່ງດັ່ງກ່າວໄດ້ຊ່ວຍຍູ້ໄວການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງອ້ອມຂ້າງສຳເລັດ, ທັງຮັບປະກັນກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ“.
ຈາກບັນດາຜົນສຳເລັດໃນການກໍ່ສ້າງຊົນນະບົດໃໝ່ ດ້ວຍວິທີເຮັດຢ່າງເປີດເຜີຍ, ປະຊາທິປະໄຕນັ້ນ, ເມືອງ ຮຽບຮ່ວາ ສູ້ຊົນຮອດປີ 2020 ຈະມີ 2/3 ຈຳນວນຕາແສງ, ດ້ວຍ 90 ບ້ານບັນລຸມາດຖານຊົນນະບົດໃໝ່. ພ້ອມທັງຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນ, ກໍ່ສ້າງຊົນນະບົດໃໝ່ໃຫ້ພັດທະນາຢ່າງໝັ້ນຄົງ.