(vovworld) – ຫ້ວຍແລ່ງ ແມ່ນໜຶ່ງໃນບັນດາຕາແສງຢູ່ເຂດພູດອຍ ຍັງປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງເມືອງເມື່ອຈ່າ, ແຂວງດ່ຽນບຽນ. ໃນຊຸມປີມໍ່ໆມານີ້, ບັນດາມາດຖານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງຕາແສງລ້ວນແຕ່ບັນລຸຜົນສຳເລັດ ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ໄດ້ມີ 20/200 ຄອບຄົວທຸກຍາກໃນທ້ອງຖີ່ນຫຼຸດພົ້ນອອກຈາກຄວາມທຸກຍາກ, ອັນໄດ້ລື່ນກາຍແຜນການທີ່ໄດ້ວາງອອກ. ເພື່ອບັນລຸໄດ້ຜົນງານຄືດັ່ງກ່າວ, ປະຊາຊົນຕ້ອງປ່ຽນແປງປະເພນີ, ຈີນຕະນາການໃນການເຄື່ອນໄຫວຜະລິດ, ລ້ຽງສັດເທື່ອລະກ້າວ, ເພື່ອແນໃສ່ຍົກສູງລາຍຮັບໃຫ້ແກ່ປະຊາຊົນໃນຕາແສງ.
ແມງຄຣັ່ງ
(ພາບອິນເຕີແນດ)
ຕາແສງຫ້ວຍແລ່ງ ມີເນື້ອທີ່ດິນທຳມະຊາດກວ່າ 10.000 ເຮັກຕາ, ດ້ວຍ ກວ່າ 2.500 ຄອບຄົວ, ໃນນັ້ນສ່ວນຫຼາຍແມ່ນຊົນເຜົ່າເຮີມົງ. ປະຊາຊົນຢູ່ທີ່ນີ້ມີປະເພນີປູກເຂົ້າ, ສາລີຕາມເນີນພູ, ດັ່ງນັ້ນສະມັດຕະພາບບໍ່ສູງ, ຊີວິດຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ,ຂາດເຂີນຢູ່.
ຫ້ວຍແລ່ງ ແມ່ນຕາແສງໜຶ່ງດຽວຢູ່ເມືອງເມື່ອງຈ່າ ທີ່ມີທາດດິນເໝາະສົມກັບການລ້ຽງແມງຄຣັ່ງເຊິ່ງແມ່ນແມງໄມ້ປະເພດໜຶ່ງ ທີ່ອາໄສຕົ້ນຕໍຢູ່ຕົ້ນຄໍ້ຄຽດ (Dalbergia Hupeana), ເພື່ອສ້າງເປັນຢາງທີ່ມີມູນຄ່າທາງດ້ານເສດຖະກິດ, ກໍ່ຄືຜະລິດເຄື່ອງສິລະປະຫັດຖະກຳ, ການຢາ... ເມື່ອລ້ຽງແມງຄຣັ່ງ, ປະຊາຊົນບໍ່ຕ້ອງເສຍຄ່າຜະລິດຫຼາຍ, ຍິ່ງກວ່ານັ້ນ, ວຽກງານນີ້ກໍ່ບໍ່ລຳບາກເມື່ອທຽບໃສ່ການຜະລິດກະສີກຳ. ເຂົາເຈົ້າພຽງແຕ່ຮັກສາແນວພັນ ແລະ ປັບປຸງປ່າໃຫ້ດີກໍ່ສາມາດລຽງແມງຄຣັ່ງທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້. ນັບແຕ່ອາຊີບລ້ຽງແມງຄຣັ່ງພັດທະນາ, ປະຊາຊົນຢູ່ຫ້ວຍແລ່ງ ບໍ່ທຳລາຍປ່າເຮັດໄຮ່ອີກ. ບັນດາໂນນພູຫົວລົ້ນໃນເມື່ອກ່ອນ, ປະຈຸບັນໄດ້ຮັບການປ່ຽນແທນດ້ວຍສີຂຽວອຸ່ມທູ່ມຂອງຕົ້ນຄໍ້ຄຽດ (Dalbergia Hupeana). ປະຈຸບັນ, ເນື້ອທີ່ລ້ຽງແມງຄຣັ່ງໄດ້ຮັບການເປີດກວ້າງເຖິງ 300 ເຮັກຕາ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ຜະລິດຕະພັນຄຣັ່ງ ຂອງຕາແສງຫ້ວຍແລ່ງ ຖືກຂາຍດ້ວຍລາຄາສູງ, ບາງເທື່ອຂຶ້ນເຖິງ 300.000 ດົ່ງ/kg. ມີຫຼາຍຄອບຄົວສາມາດສ້າງລາຍຮັບນັບສິບລ້ານດົ່ງ/ປີຈາກການລ້ຽງແມງຄຣັ່ງ . ທ່ານ ຫ້າງໄສ໋ຢົວ, ປະທານຄະນະກຳມະການປະຊາຊົນຕາແສງຫ້ວຍແລ່ງ, ໃຫ້ຮູ້ວ່າ:
“ມີເກືອບ 200 ຄອບຄົວສ້າງຄວາມຮັ່ງມີຈາກ ການລ້ຽງແມງຄຣັ່ງ, ເຂົາເຈົ້າລ້ວນແຕ່ແມ່ນຊາວເຜົ່າເຮີມົງ. ປະຈຸບັນ, ຊາວເຜົ່າເຮີມົງ ໄດ້ຮັບການຮຳ່ຮຽນ ແລະ ສຳຜັດກັບສື່ມວນຊົນ, ດັ່ງນັ້ນຄວາມຮູ້ຂອງເຂົາເຈົ້າກໍ່ໄດ້ຮັບການຍົກສູງແລະ ຊີວິດກໍ່ມີການປ່ຽນແປງຫຼາຍຢ່າງ“.
ນັບແຕ່ໄດ້ຮັບການແນະນຳວິທີລ້ຽງແມງຄຣັ່ງ, ຊີວິດຂອງຄອບຄົວເອື້ອຍ ໂຫ່ທິຢີ໋ນ ກໍ່ໄດ້ຮັບການຍົກສູງຂຶ້ນ. ລາຍຮັບສະເລ່ຍຂອງຄອບຄົວບັນລຸ 30-50ດົ່ງ/ປີ. ເອື້ອບ ຢີ໋ນ ໄດ້ເວົ້າດ້ວຍຄວາມພາກພູມໃຈວ່າ:
“ເມື່ອຂາຍແມງຄຣັ່ງຈະມີເງິນໃຫ້ລູກໄປຮຽນ, ມີເງິນຊື້ລົດຈັກ, ຊື້ງົວ, ຄວາຍມາລ້ຽງ. ປີຜ່ານມາຄອບຄົວຂ້າພະເຈົ້າຊື້ມ້າໄດ້ 3 ໂຕ ແລະ ຄວາຍ 5 ໂຕດ້ວຍເງິນທີ່ຫາໄດ້ຈາກການລ້ຽງຄຣັ່ງ.“
ແມງຄຣັ່ງ
(ພາບອິນເຕີແນດ)
ຕົ້ນຄໍ້ຄຽດ (Dalbergia Hupeana) ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ ແລະ ກາຍເປັນຕົ້ນໄມ້ຕົ້ນຕໍ່ໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກຂອງທ້ອງຖີ່ນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຊາວຫ້ວຍແລ່ງ ມີສະຕິ, ຄວາມຮັບຜິດຊອບກວ່າໃນການຮັກສາ ແລະ ພັດທະນາປ່າ, ຍ້ອນເຫດນັ້ນ, ບັນດາໂນນພູຫົວລົ້ນໃນເມື່ອກ່ອນ, ປະຈຸບັນໄດ້ກາຍເປັນປ່າໄມ້ທີ່ຂຽວອູ່ມທຸ່ມເທື່ອລະກ້າວ.
ພ້ອມກັບການຫັນປ່ຽນຜົນລະປູກ, ອຳນາດການປົກຄອງທຸກຂັ້ນຍັງຕັ້ງໜ້າຂົນຂວາຍປະຊາຊົນຫັນການລ້ຽງສັດແບບທຳມະຊາດຕາມໂນນພູເປັນການລ້ຽງສັດແບບລວມສູນ. ປະຊາຊົນໄດ້ຮັບການໜູນຊ່ວຍໃນການສ້າງຄອກ, ຟາມລ້ຽງສັດ, ເພື່ອມີເງື່ອນໄຂເບິ່ງແຍງສຸຂະພາບໃຫ້ແກ່ຝູງສັດລ້ຽງ, ຮັບປະກັນກຳລັງແຮງງານ ກໍ່ຄືຄຸນຄ່າເສດຖະກິດ. ໄປຄຽງຄູ່ກັນນັ້ນ, ປະຊາຊົນກໍ່ມີໂອກາດໄດ້ສຳຜັດກັບເຕັກນິກລ້ຽງສັດແບບໃໝ່, ປະກອບສ່ວນຂະຫຍາຍຝູງສັດລ້ຽງຕື່ມອີກ, ຫຼີກເວັ້ນຄວາມເສຍຫາຍໂດຍດິນຟ້າອາກາດ ແລະ ໂລກລະບາດກໍ່ຂຶ້ນ. ທ່ານ ຢ່າງຈືໜູນ, ປະຊາຊົນຕາແສງຫ້ວຍແລ່ງ, ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:
“ກ່ອນນີ້ຂ້າພະເຈົ້າກໍ່ເຮັດໄຮ່, ລ້ຽງສັດແບບທຳມະຊາດ ຍ້ອນບໍ່ມີວິທີທຳການຜະລິດ, ລ້ຽງສັດຢ່າງເໝາະສົມ ດັ່ງນັ້ນປະສິດທິຜົນດ້ານເສດຖະກິດບໍ່ສູງ. ປະຈຸບັນໄດ້ຮູ້ວິທີການລ້ຽງສັດແລ້ວ, ລາຍຮັບໄດ້ຮັບການຍົກສູງຂຶ້ນ, ຊີວິດຂອງພວກຂ້າພະເຈົ້າກໍ່ປ່ຽນແປງຫຼາຍຢ່າງ“.
ຊີວິດຂອງປະຊາຊົນຕາແສງຫ້ວຍແລ່ງ ພວມມີການປ່ຽນແປງຢ່າງເຫັນໄດ້ຊັດ. ໃນເມື່ອກ່ອນເຂົາເຈົ້າພຽງແຕ່ປູກເຂົ້າ ແລະ ສາລີເພື່ອຫາເງິນລ້ຽງຊີບເທົ່ານັ້ນ. ແຕ່ປະຈຸບັນເຂົາເຈົ້າສາມາດສ້າງແຫຼ່ງລາຍຮັບຂຶ້ນຕື່ມຈາກການລ້ຽງແມງຄຣັ່ງ ແລະ ສັດລ້ຽງ. ປະຊາຊົນຫ້ວຍແລ່ງ ພວມແບ່ງປັນບົດຮຽນກ່ຽວກັບຮູບແບບຫັນປ່ຽນຜົນລະປູກ ແລະ ສັດລ້ຽງທີ່ມີປະສິດທິຜົນນີ້ ໃຫ້ກັນ, ເພື່ອພ້ອມກັນບືນຕົວຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກອຶດຫີວ, ເຮັດໃຫ້ໂສມໜ້າຕາແສງຊົນນະບົດໃນເຂດພູດອຍເມືອງເມື່ອງຈ່າ, ແຂວງດ້ຽນບຽນມີການປ່ຽນແປງ.