(vovworld) - ໃນສະພາບທີ່ເນື້ອທີ່ດິນກະສີກຳນັບມື້ນັບຮັດແຄບລົງ, ແລະ ຕ້ອງຮັບປະກັນອັດຕາສ່ວນກະສີກຳໃນໂຄງປະກອບຂະແໜງອາຊີບ, ນະຄອນໂຮ່ຈີມິນໄດ້ເລືອກເຟັ້ນມາດຕະການຍູ້ແຮງການພັດທະນາກະສີກຳເຕັກໂນໂລຢີສູງ. ນີ້ກໍ່ແມ່ນໄມ້ງັດເພື່ອໃຫ້ກະສີກຳນະ ຄອນພັດທະນາຢ່າງໝັ້ນຄົງ ແລະ ສະໜິດສະໜົມກັບສິ່ງແວດລ້ອມ.
ການນຳໃຊ້ເຕັກໂນໂລຢືໃນການປູກຝັງກະສີກຳ
(ພາບອິນເຕີແນດ)
ເພື່ອເຮັດໃຫ້ວິທະຍາສາດເຕັກນິກນຳມາເຊິ່ງປະສິດທິຜົນໃນການປູກຝັງຕົ້ນໄມ້ກະສີກຳຢ່າງແທ້ຈິງ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມຊາວກະສີກອນນະຄອນ ພ້ອມກັບພະແນກກະສີກຳ - ພັດທະນາຊົນນະບົດ ແລະ ພະແນກວິທະຍາສາດ - ເຕັກໂນໂລຢີນະຄອນໄດ້ລົງນາມໃນລາຍການສົມທົບກັນ ເພື່ອສ້າງສາຍສຳພັນທີ່ຈຳເປັນໃນການພັດທະນາການຜະລິດກະສີກຳ ແລະ ການກໍ່ສ້າງຊົນນະບົດໃໝ່. ຕາມລາຍການດັ່ງກ່າວແລ້ວ, ບັນດາຫົວໜ່ວຍພ້ອມກັນຮ່ວມມືຍູ້ແຮງວິທະຍາສາດ, ເຕັກນິກຜະລິດກະສີກຳເຕັກໂນໂລຢີສູງ ແລະ ໜູນຊ່ວຍປະຊາຊົນໃນວິວັດການຫັນປ່ຽນການຜະລິດ, ມຸ້ງໄປເຖິງການການສ້າງພື້ນຖານກະສີກຳຕົວເມືອງໄລຍະ 2014 – 2020. ໃນໄລຍະທຳອິດແຫ່ງການຜັນຂະຫຍາຍລາຍການ, ບັນດາອົງການວິຊາສະເພາະຈະບຳລຸງສ້າງ, ຝຶກອົບຮົມດ້ານເຕັກນິກໃຫ້ພະນັກ ງານເຕັກນິກທ້ອງຖີ່ນ 120 ກວ່າຄົນ ແລະ ຊາວກະສີກອນ 1.000 ຄົນ, ນຳນຳໃຊ້ຄວາມກ້າວໜ້າດ້ານເຕັກນິກໃໝ່ 6 ຢ່າງເຂົ້າໃນການຜະລິດໃຫ້ແກ່ຊາວກະສີກອນ. ທາງນະຄອນກໍ່ຍູ້ແຮງລາຍການສອນວິຊາຊີບ, ໜູນຊ່ວຍການພັດທະນາການຜະລິດ ແລະ ເສດຖະກິດ. ທ່ານ ຫງວຽນວັນກວິດ, ປະທານສະມາຄົມຊາວກະສີກອນເມືອງ 12, ໃຫ້ຮູ້ວ່າ:
“ເມື່ອຫັນໄປສູ່ພື້ນຖານກະສີກຳຕົວເມືອງ, ປະຊາຊົນຕ້ອງລົງທຶນສຸມໃສ່ຕົ້ນໄມ້ປູກ ແລະ ສັດລ້ຽງທີ່ມີມູນຄ່າເສດຖະກິດສູງ. ດັ່ງນັ້ນການນຳໃຊ້ວິທະຍາສາດເຕັກນິກຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ພາຍຫຼັງ ຊຸດຝຶກອົບຮົມກ່ຽວກັບດ້ານວິຊາຊີບ ແລະ ວິທະຍາສາດເຕັກນິກ, ພວກຂ້າພະເຈົ້າຈະໜູນຊ່ວຍດ້ານທຶນຮອນຕາມຂໍ້ຕົກລົງຂອງນະຄອນ ເພື່ອໃຫ້ຊາວກະສີກອນລົງທຶນພັດທະນາການຜະລິດ .“
ປູກຜັກໃນເຮືອນແກ້ວ
(ພາບອິນເຕີແນດ)
ມາຮອດປະຈຸບັນ, ຢູ່ນະຄອນນັບມື້ນັບປະກົດມີ ສວນ, ເຮືອນແກ້ວທີ່ປຸກສ້າງຕາມຮູບແບບໃໝ່ຫຼາຍແຫ່ງ, ແທນໃຫ້ວິທີປູກຝັງກະສີກຳແບບເກົ່າ, ຊີວິດຂອງຊາວກະສີກອນກໍ່ນັບມື້ນັບດີຂຶ້ນ. ໃນນັ້ນພົ້ນເດັ່ນແມ່ນຄອບຄົວອ້າຍ ຫງວຽນງອກລອງ, ຢູ່ບ້ານ ນາມເທີ໋ຍ, ຕາແສງ ເທີ໋ຍຕາມ, ເມືອງ 12. ປະຈຸບັນ, ອ້າຍລອງພວມແມ່ນເຈົ້າຂອງສວນກະບອງເພັດ 4 ແຫ່ງ, ທີ່ມີເນື້ອທີ່ກວ້າງກວ່າ 40.000 ຕາແມັດ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານນັບສິບຄົນ, ດ້ວຍລາຍຮັບ 4 ລ້ານດົ່ງ/ຄົນ/ເດືອນ. ອ້າຍ ຫງວຽນງອກລອງ, ໃຫ້ຮູ້ວ່າ:
“ເມື່ອເຮັດຕາມຮູບແບບນີ້, ສະມາຄົມຊາວກະສີກອນຕາແສງ ໄດ້ສ້າງເງື່ອນໄຂໃຫ້ຂ້າພະເຈົ້າໄປຮຽນເຕັກໂນໂລຢີ ແລະ ຮູບແບບການຜະລິດຕາມເຕັກໂນໂລຢີໃໝ່ຢູ່ແຂວງຕ່າງໆ. ຖ້າປູກຝັງຕາມແບບເກົ່າແມ່ນບໍ່ຮັບປະສິດທິຜົນ, ເພາະວ່າຕົ້ນກະບອງເພັດແມ່ນປະເພດທີ່ເໝາະສົມກັບເຂດດິນທີ່ແຫ້ງແລ້ງ, ດັ່ງນັ້ນຕ້ອງປູກໃນເຮືອນແກ້ວ. ເຕັກໂນໂລຢີແມ່ນທຸກສິ່ງທຸກຢ່າງທີ່ງ່າຍດາຍ, ແຕ່ພັດມີປະສິດທິຜົນ“.
ຜົນໄດ້ຮັບຈາກການນຳໃຊ້ເຕັກໂນໂລຢີໃໝ່
(ພາບອິນເຕີແນດ)
ພ້ອມກັບການຖ່າຍທອດເຕັກນິກກະສີກຳໃຫ້ຊາວກະສີກອນແລ້ວ, ນະຄອນໂຮ່ຈີມິນຍັງກໍ່ສ້າງເຂດກະສີກຳເຕັກໂນໂລຢີສູງແຫ່ງທຳອິດຂອງນະຄອນ ແລະ ທັງປະເທດຢູ່ເມືອງກູຈີ ດ້ວຍເນື້ອທີ່ 88 ເຮັກຕາ ແລະ ສູນເຕັກໂນໂລຢີຊີວະສາດຢູ່ເມືອງ 12ເພື່ອຮັບໃຊ້ວຽກງານຄົ້ນຄ້ວາ, ໝູນໃຊ້, ຖ່າຍທອດເຕັກໂນໂລຢີຊີວະສາດ… ພາຍຫຼັງຮູບແບບເຂດກະສີກຳເຕັກໂນໂນຢີສູງກ່ຽວກັບພືດແຫ່ງທຳອິດ, ທາງນະຄອນຍັງສືບຕໍ່ກໍ່ສ້າງເຂດກະສີກຳເຕັກໂນໂລຢີສູງກ່ຽວກັບການລ້ຽງສັດຢູ່ເມືອງບິ່ງແຈ໋ງ, ໃນເນື້ອທີ່ 100 ເຮັກຕາ ແລະ ເຂດກະສີກຳເຕັກໂນໂລຢີສູງກ່ຽວກັບສິນໃນນຳ້ຢູ່ເມືອງເກິ່ນເຢີ່ໃນເນື້ອທີ່ 97ເຮັກຕາ. ບັນດາຮູບແບບ ແລະ ເຕັກໂນໂລຢີນີ້ຈະຖ່າຍທອດໃຫ້ຊາວກະສີກອນ ແລະ ວິສາຫະກິດເພື່ອນຳໃຊ້ເຂົ້າໃນການຜະລິດ, ເປັນພື້ນຖານໃຫ້ແກ່ການສ້າງຕັ້ງບັນດາເຂດຜະລິດກະສີກຳນຳໃຊ້ເຕັກໂນໂລຢີສູງ. ຈາກນັ້ນຫັນໄປສູ່ພື້ນຖານເສດຖະກິດກະສີກຳຕົວເມືອງ, ກະສີກຳເຕັກໂນໂລຢີສູງ, ເໝາະສົມກັບວິວັດການຫັນເປັນນະຄອນອຸດສາຫະກຳ ແລະ ທັນສະໄໝ, ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະ ປະສິດທິຜົນເສດຖະກິດສູງ. ທ່ານ ຫງວຽນເຟືອກຈູງ, ຫົວໜ້າພະແນກກະສີກຳ ແລະ ພັດທະນາຊົນນະບົດນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສືບຕໍ່ກໍ່ສ້າງ, ເປີດກວ້າງສູນເຕັກໂນໂລຢີຊີວະສາດ ເພື່ອມີຜົນການຄົ້ນຄ້ວາ, ເຕັກນິກໃໝ່ຫຼາຍຢ່າງຖ່າຍທອດໃຫ້ຊາວກະສີກອນ, ກໍ່ຄືມີຫຼາຍລາຍການບຳລຸງສ້າງເພື່ອໃຫ້ຊາວກະສີກອນໝູນໃຊ້ຢ່າງມີປະສິດທິຜົນ. ນອກນັ້ນ, ພວກຂ້າພະເຈົ້າຍັງລົງທຶນຢ່າງຄົບຊຸດໃຫ້ພື້ນຖານໂຄງລ່າງຊົນນະບົດເພື່ອໝູນໃຊ້ເຕັດໂນໂລຢີໃໝ່ເຂົ້າໃນການຜະລິດກະສີກຳ ສຳເລັດຜົນ“.
(ພາບອິນເຕີແນດ)
ພາຍຫຼັງໝູນໃຊ້ວິທະຍາສາດເຕັກນິກໃນເວລາພຽງສັ້ນໆເທົ່ານັ້ນ, ແຕ່ປະສິດທິຜົນການປູກຝັງກະສີກຳຢູ່ຫຼາຍທ້ອງຖີ່ນໃນນະຄອນໂຮ່ຈີມິນ ໄດ້ເພີ່ມຂຶ້ນພໍສົມຄວນ. ບັນດາຜະລິດຕະພັນກະສີກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ບໍ່ພຽງແຕ່ຊ່ວຍພັດທະນາພື້ນຖານກະສີກຳຢ່າງມີປະສິດທິຜົນ, ໝັ້ນຄົງເທົ່ານັ້ນ, ຫາກຍັງຊ່ວຍເຫຼືອຊາວກະສີກອນຍົກສູງລະດັບຄວາມຮູ້ໃນການປູກຝັງ, ປະກອບສ່ວນເຂົ້າໃນໂຄງການກໍ່ສ້າງຊົນນະບົດໃໝ່ຂອງນະຄອນຢ່າງມີປະສິດທິຜົນ.