ການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ

(VOVWORLD) -ຊາວເຜົ່າຈຳ ຢູ່ ຫວຽດນາມ ປະຈຸບັນ ມີປະມານ 160.000 ຄົນ, ດຳລົງຊີວິດຕົ້ນຕໍຢູ່ເຂດແຄມທະເລພາກກາງ ແລະ ພາກໃຕ້ຫວຽດນາມນັ້ນແມ່ນຢູ່ບັນດາແຂວງຄື: ກວ໋າງນາມ, ນີງທ້ວນ, ບີງທ້ວນ, ນະຄອນໂຮ່ຈິມີນ, ອານຢາງ… ເຖິງວ່າດຳລົງຊີວິດຢູ່ແຫ່ງຫົນໃດກໍຕາມ, ແຕ່ ຊາວເຜົ່າຈຳ ຍັງຄົງຮັກສາຫລາຍຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຫລາຍຢ່າງໄວ້ສະແດງອອກ ຜ່ານບັນດາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອ. ບົດຂຽນຂອງນັກຂ່າວ Ai Nghiem, Hanipha.

ການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ - ảnh 1 ເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ

ປະຈຸບັນ, ຊາວເຜົ່າຈຳ ຢູ່ ພາກໃຕ້ ຍັງຄົງຕົວ 9 ໝູ່ບ້ານອາຊີບ, ໃນນັ້ນ ມີ 4 ໝູ່ບ້ານອາຊີບທີ່ເປັນມູນເຊື້ອດ້ວຍ ສອງອາຊີບຫັດຖະກຳທີ່ມີຊື່ສຽງ ນັ້ນແມ່ນ ອາຊີບຜະລິດເຄື່ອງປັ້ນດິນເຜົາ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງ. ມີບາງໝູ່ບ້ານອາຊີບຫັດຖະກຳມີອາຍຸນັບຮ້ອຍໆປີແລ້ວ, ກາຍເປັນບັນດາໝູ່ບ້ານອາຊີບແບບຢ່າງ ແລະ ມີສຽງໂດງດັ່ງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຫລາຍປະເທດໃນໂລກກໍ່ຮູ້ຈັກເຖິງອີກດ້ວຍ ນັ້ນແມ່ນ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ ແຂວງ ນີງທ້ວນ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບີງດືກ ແຂວງ ບີງທ້ວນ, ໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ໝີງຽບ ແຂວງນີງທ້ວນ, ໝູ່ບ້ານອາຊີບຕ່ຳແພໄຫມ ເຕີນເຈົາ ແຂວງ ອານຢາງ. ອາຊີບຜະລິດເຄື່ອງປັ້ນດິນເຜົາ ເບົາຈຸກ ພວມຍື່ນສຳເນົາເອກະສານເຖິງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເຫນີຮັບຮອງເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດ. ທ່ານ ຫງວຽນຫືວເຟືອກ, ຮອງຫົວຫນ້າຜູ້ຕາງຫນ້າສະຫະສະມາຄົມໝູ່ບ້ານອາຊີບຫວຽດນາມ ຢູ່ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

        “ໝູ່ບ້ານອາຊີບຫັດຖະກຳຂອງຊາວເຜົ່າຈຳ ມີຈຸດພິເສດນັ້ນແມ່ນຮັກສາສີສັນຂອງຊາວເຜົ່າຈຳໄວ້ ແຕ່ຕ້ອງໄປຕາມທ່າອ່ຽງຂອງຕະຫລາດ ສະນັ້ນ ສອງບັນຫາດັ່ງກ່າວໄດ້ກໍ່ຄວາມຂັດແຍ້ງຂຶ້ນຕ້ອງແກ້ໄຂ. ເຖິງວ່າເຮັດດ້ວຍມື ແຕ່ບາງຂັ້ນຕອນກໍ່ຕ້ອງນຳໃຊ້ກົນຈັກ ເພື່ອໃຫ້ຜະລິດຕະພັນມີຄວາມລະອຽດລະອໍກວ່າ. ສຳລັບບັນດາຜະລິດຕະພັນພື້ນເມືອງ, ຮັກສາສີສັນວັດທະນະທຳຂອງເຂດພາກ, ຂອງປະເທດຊາດ ຄວນມີນະໂຍບາຍຫນູນຊ່ວຍໄລຍະສັ້ນ, ຫນູນຊ່ວຍໄລຍະຍາວຄື: ຫນູນຊ່ວຍລາຄາເພື່ອນຳຜະລິດຕະພັນຂາຍອອກມີກຳໄລໃຫ້ແກ່ຜູ້ຜະລິດ.”

 ຄວາມຫຍຸ້ງຍາກປະຈຸບັນ ແມ່ນບັນດາໝູ່ບ້ານອາຊີບຫັດຖະກຳຊາວເຜົ່າຈຳ ຜະລິດແບບກະແຈກກະຈາຍ, ສ່ວນຫລາຍແມ່ນຕາມຄອບຄົວ, ຄວາມສາມາດທາງດ້ານ marketing ຜະລິດຕະພັນ ແລະ ແນະນຳໝູ່ບ້ານອາຊີບ ຍັງຈຳກັດຢູ່ ແລະ ບໍ່ເປັນມືອາຊີບ, ຄຸນນະພາບບາງຜະລິດຕະພັນຍັງບໍ່ທັນສູງ, ຮູບແບບ ຍັງບໍ່ທັນອຸດົມສົມບູນ ສະນັ້ນ ການຈຳຫນ່າຍຜະລິດຕະພັນແມ່ນຍາກ. ຕໍ່ຫນ້າສະພາບການນັ້ນ ບາງໝູ່ບ້ານອາຊີບຂອງຊາວເຜົ່າ ຈຳ ໄດ້ສ້າງຕັ້ງສະຫະກອນ, ສ້າງຕັ້ງຮູບແບບດຳເນີນທຸລະກິດຄົບວົງຈອນ ນັບແຕ່ການຜະລິດຕະຫລອດຮອດການຈຳຫນ່າຍ ເພື່ອແນໃສ່ສ້າງການຮ່ວມສຳພັນ, ເພີ່ມກຳລັງແກ້ງແຍ້ງ. ບັນດາໝູ່ບ້ານອາຊີບກໍ່ໄດ້ຜະລິດ ຜະລິດຕະພັນເປັນຫລາຍຮູບຫລາຍແບບ, ປ່ຽນໃຫມ່ຮູບແບບ. ພິເສດ ບັນດາອົງການຄຸ້ມຄອງລັດ ຄວນມີນະໂຍບາຍພິເສດສຳລັບບັນດານັກສິລະປະການ, ນາຍຊ່າງທີ່ມີສີມືເພື່ອສົ່ງເສີມເຂົາເຈົ້າອອກແຮງງານ, ປະດິດຄິດສ້າງ. ປອ ຟູວັນຫັນ, ນັກຄົ້ນຄ້ວາວັດທະນະທຳຊາວເຜົ່າຈຳ, ຮອງຫົວຫນ້າສະຖາບັນວິທະຍາສາດສັງຄົມເຂດພາກໃຕ້ ຖືວ່າ:

“ຕາມຂ້າພະເຈົ້າແລ້ວ ເລື່ອງອະນຸລັກຮັກສາໝູ່ບ້ານອາຊີບ ພິເສດແມ່ນໝູ່ບ້ານອາຊີບຫັດຖະກຳຕິດພັນກັບວັດທະນະທຳຊົນເຜົ່າແຕ່ດົນນານແລ້ວຄື: ອາຊີບຕ່ຳແຜ່ນ ແລະ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳ.  ພວກເຮົາຕ້ອງຄິດເຖິງບັນດາມາດຕະການ, ວິທີການແກ້ໄຂເພື່ອອະນຸລັກຮັກສາ. ບໍ່ປະໃຫ້ບັນດາໝູ່ບ້ານອາຊີບນີ້ຖືກສູນຫາຍອອກໄປຈາກຊີວິດການເປັນຢູ່ຂອງຊາວຊົນເຜົ່າ ເມື່ອເຖິງເວລານັ້ນ ຈະຮູ້ສຶກເສຍດາຍແລະບໍ່ສາມາດຟື້ນຟູໄດ້.”

ເພື່ອອະນຸລັກຮັກສາ ແລະ ພັດທະນາ ອາຊີບ, ໝູ່ບ້ານອາຊີບຫັດຖະກຳຂອງຊາວເຜົ່າຈຳໃນໄລຍະຈະມາເຖິງ ຕ້ອງການມີມາດຕະການຍູ້ແຮງການເຊື່ອມຕໍ່ການທ່ອງທ່ຽວກັບໝູ່ບ້ານອາຊີບ. ທ່ານ ໂຮ່ຊີ້ເຊີນ, ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ນີງທ້ວນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າປະຕິບັດວຽກງານໂຄສະນາໃຫ້ແກ່ໝູ່ບ້ານອາຊີບຫັດຖະກຳເປັນປະຈຳ ຜ່ານ ເວັບໄຊການທ່ອງທ່ຽວ ພ້ອມກັນນັ້ນ ພະແນກກໍ່ໄດ້ເຊື່ອມຕໍ່ໃຫ້ບໍລິສັດທ່ອງທ່ຽວ.. ສ່ວນໝູ່ບ້ານອາຊີບຫັດຖະກຳ ກໍ່ຕ້ອງມີຜະລິດຕະພັນເຮັດແນວໃດເພື່ອໃຫ້ນັກທ່ອງທ່ຽວມີຄວາມເພິ່ງພໍໃຈ, ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳສິລະປະຮັບໃຊ້ນັກທ່ອງທ່ຽວ.”

ການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ - ảnh 2 ເຄື່ອງຕ່ຳແຜ່ນແພຢູ່ໝູ່ບ້ານ ເຜົ່າຈຳ ໝີງຽບ

ມາດຕະການສຳຄັນອື່ນ ນັ້ນແມ່ນປ່ຽນແປງວິທີການສອນອາຊີບພື້ນເມືອງປະຈຸບັນ.  ທ່ານນາງ Say Mah ນັກສິລະປະການຕຳແຜ່ນແພພື້ນເມືອງ ເຈົາຢາງ ເທດສະບານ ເຕີນເຈົາ ແຂວງ ອານຢາງ ໃຫ້ຮູ້ວ່າ:

“ນັກສິລະປະການຄືພວກຂ້າພະເຈົ້າຕ້ອງສົ່ງເສີມ, ເພີ່ມພູນຄູນສ້າງ, ເຮັດໃຫ້ລູກຫລານມີຄວາມເຂົ້າໃຈໄດ້ລັກສະນະສິລະປະ, ວັດທະນະທຳຊົນເຜົ່າ. ຕ້ອງມີເວລາ ເພື່ອເຮັດອາຊີບຫັດຖະກຳມີຄວາມຊຳນານງານ, ເປັນມືອາຊີບ ຈຶ່ງເສີມຂະຫຍາຍອາຊີບໄດ້. ນັກສິລະປະການຜູ້ໃດກໍ່ສາມາດສອນ, ຖ່າຍທອດອາຊີບເພື່ອໃຫ້ເສີມຂະຫຍາຍໃນອະນາຄົດໄດ້.”

ເພື່ອສ້າງເງື່ອນໄຂໃຫ້ບັນດາໝູ່ບ້ານອາຊີບຫັດຖະກຳຂອງຊາວເຜົ່າຈຳ ໃນການຮັກສາ ແລະ ພັດທະນາ, ໄລຍະຜ່ານມາ, ສູນກາງ ແລະ ບັນດາທ້ອງຖິ່ນ ໄດ້ລົງທຶນຈຳນວນເງິນນັບຕື້ດົງ ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ຫນູນຊ່ວຍດ້ານທຶນຮອນ, ສອນອາຊີບ, ໂຄສະນາຜະລິດຕະພັນ. ສົມທົບກັບການຫນູນຊ່ວຍຈາກສູນກາງຕະຫລອດຮອດທ້ອງຖິ່ນ, ອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ ຈຶ່ງສາມາດຮັກສາ ແລະ ພັດທະນາແບບຍືນຍົງໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ