ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ

(vovworld) - ​ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​​ແຂວງ​ທີ່ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ໃນ​ຫຼາຍ​ປີຜ່ານມາ, ຍ້ອນ​ມີ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ​ພັດທະນາ​ລະບົບ​ຄົມມະນາຄົມ​ຊົນນະບົດ, ​ເສດຖະກິດ​ສັງຄົມ​ຂອງ​ແຂວງ ຊອກ​ຈັງ ກໍ່​ຄ່ອຍໆ​ພັດທະນາ​ຢ່າງ​ຕັ້ງໜ້າ, ການ​ຜະລິດ​ນັບ​ມື້​ນັບ​ກ້າວໜ້າ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ​ສ່ວນ​ຫຼາຍ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​​ເຫັນ​ໄດ້​ຊັດ.

ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ - ảnh 1

ທາງຄົມມະນາຄົມໃນເຂດທົ່ງນາຢູ່ຊອກຈັງ

(ພາບອິນເຕີແນດ)

​ໄປ​ ຊອກ​ຈັງ ​ໃນ​ຊຸມ​ມື້​ນີ້, ທ່ານ​ຈະ​ເຫັນ​ທາງ​ຄົມມະນາຄົມ​​ໃນ​ທ້ອງ​ຖີ່​ນ​ໄດ້​ຮັບ​ການ​ເປີດ​ກວ້າງ, ສະຫຼັບ​ກັນ​ສ້າງ​ເປັນຕາໜ່າງຄົມມະນາຄົມ​ໄປ​ຍັງ​ແຕ່​ລະ​ບ້ານ, ​ແຕ່ລະ​ເຂດ​ຊຸມ​ຊົນ. ບັນດາ​ທາງ​ດິນ​ເປັນ​ຕົມ​ໃນ​ເມື່ອ​ກ່ອນ ​ປະຈຸ​ບັນໄດ້​ຮັບ​ການ​ປ່ຽນ​ແທນ​ດ້ວຍ​ທາງ​ເບ​ຕົງ​ທີ່​ຮາບ​ພຽງ, ສ້າງ​ເງື່ອນ​ໄຂ​ໃຫ້​ລົດ​ໂອ​ໂຕ, ບັນດາ​ພາຫະນະ​ສາທາລະນະ, ການ​ບໍລິການ​ໄປ​ຍັງ​ໃຈກາງ​ຕາ​ແສງ ​ຫຼື​ໃຫ້​ລົດຈັກ​ໄປ​ຍັງ​ແຕ່ລະ​ໝູ່​ບ້ານ​ຢ່າງ​ສະດວກ​ສະບາຍ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນ​ພະລັງ​ຊີວິດ​ໃໝ່​ໃຫ້​ເຂດ​ບ້ານ​ນາ, ​ເຂດ​ຫ່າງ​ໄກ​ສອກຫຼີກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ທ່ານ ດ່າວ​ເດີ ຢູ່​ຕາ​ແສງ ລອງ​ຟູ໋, ​ເມືອງ ລອງ​ຟູ໋, ​ແບ່ງປັນ​ວ່າ:

“​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ​ນີ້, ​ເສດຖະກິດ​ຂອງ​​ແຕ່​ລະ​ຄອບຄົວ​ໃນ​ຕາ​ແສງ​ ລອງ​ຟູ໋ ​ໄດ້​ຮັບ​ການ​ພັດທະນາ ​ຍ້ອນມີ​ລະບົບ​ທາງ​ຄົມມະນາຄົມ​ຊົນນະບົດ. ກ່ຽວ​ກັບ​ການ​ລ້ຽງສັດ, ການ​ປູກຝັງ​ກໍ່​ພັດທະນາ​ເຊັ່ນ​ດຽວ​ກັນ, ຍ້ອນ​ການ​ພົວພັນ​ຂ້າ​ຂາຍ​ມີ​ຄວາມ​ສະດວກ​ສະບາຍກວ່າ“.

ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ - ảnh 2

ທາງຄົມມະນາຄົມລະຫວ່າງໝູ່ບ້ານຢູ່ຊອກຈັງ

(ພາບອິນເຕີແນດ)

​ໂດຍ​ກຳນົດ​ວ່າ​ວຽກ​ງານ​ພັດທະນາ​ໂຄງ​ລ່າງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ​ສຳຄັນ​ແຖວ​ໜ້າ​ໃນ​ວິວັດ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງຄົມ, ​ແຂວງ​ຊອກ​ຈັງ ​ໄດ້​ລົງທຶນ, ຂຸດ​ຄົ້ນ​ທາງ​ສຳຄັນ​ຫຼາຍ​ສາຍ​ເຊັ່ນ​ທາງ​ຫຼວງ 60, ທາງ​ຫຼວງ ນາມ​ຊົງ​ເຫົ້າ (ທິດ​ໃຕ້​ແມ່​ນຳ້​ເຫົ້າ), ທາງ​ຫຼວງ​ກວານ​ໂລ້​ຟຸ້ງຮຽບ, ຕະຫຼອດ​ຮອດ​ທາງ​ແຂວງ, ທາງ​ເມືອງ, ຕາ​ແສງ… ບັນດາ​ເສັ້ນທາງ​ເຫຼົ່າ​ນັ້ນ​ໄປ​ຜ່ານ​ທ້ອງ​ຖີ່​ນ​ເກືອ​ບທັງ​ໝົດ​ໃນ​ແຂວງ, ສ້າງ​ເປັນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມຕິດ​ຕໍ່​ກັນ. ນີ້​ແມ່ນ​​ໄມ້​ງັດ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ, ຮັບ​ໃຊ້​ວຽກ​ງານ​ຜະລິດ, ຂົນ​ສົ່ງ​ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ສູງ​ມູນ​ຄ່າ, ຄຸນ​ນະພາ​ບສິນຄ້າ, ຜະລິດ​ຕະພັນ, ​ການ​ຄົມມະນາຄົມ ​ກໍ່​ຄືຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ ຊອກ​ຈັງ ​ຂຶ້ນ​ຕື່ມ.

​ໄລ່​ສະ​ເພາະ​ໃນ​ໄລຍະ 5 ປີ (2010-2015), ​ແຂວງ ຊອກ​ຈັງ ​ໄດ້​ລົງທຶນ​ກໍ່ສ້າງ​ທາງ​ຄົມມະນາຄົມ​ໃໝ່​​ເກືອບ 1.000 ກມ. ​ໃນ​ນັ້ນ​ທາງ​ຄົມມະນາຄົມ​ໃນ​ເຂດ​ຊົນນະບົດ​ກວມ​ກວ່າ 85% ຂອງ​ບັນດາ​ຕາ​ແສງ​ເກືອບ​ທັງ​ໝົດ​ໃນ​​ແຂວງ, ດ້ວຍ​ລວງ​ຍາວ​ເກືອບ 830 ກມ. ທ່ານ ​ເລືອ​ງມິ​ງກວຽດ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ມິ້ຊວຽນ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າພະ​ເຈົ້າ​ຖື​ວ່າ​ທາງ​ແຂວງ 940 ສຳລັບ​ແຂວງ ຊອກ​ຈັງ ​ແມ່ນ​ກິດຈະກຳ​ສຳຄັນ​ພິ​ເສດ ລວງ​ຍາວ​ທັງ​ໝົດ​ຂອງ​​ເສັ້ນທາງນີ້​ແມ່ນ​ເກືອບ 50 ກມ, ​ແລະ ​ໄປ​ຜ່ານ 4 ​ເມືອງ, ​ໃນ​ນັ້ນ​ຕອນຜ່ານ​ເມືອງ ມິ້ຊວຽນ ຍາວ​ເກືອບ 20 ກມ ​ເສັ້ນທາງ​ນີ້​ກໍ່​ເຊື່ອມ​ຕໍ່​ກັບ​ທາງ​ຫຼວງ 3 ສາຍ​ເຊັ່ນ: ທາງ​ຫຼວງ​ກວານ​ໂລ້​ຟຸ້ງຮຽບ, ທາງ​ຫຼວງ 1 A, ​ແລະ ທາງ​ຫຼວງ​ນາມ​ຊົງ​ເຫົ້າ, ອັນ​ໄດ້​ຊ່ວຍ​ສ້າງ​ໂສມ​ໜ້າ​ໃໝ່​ໃຫ້​ເຂດ​ຊົນນະບົດ ມິ້ຊວຽນ, ​ແກ້​ໄຂ​ການ​ຂົນ​ສົ່ງ​ສິນຄ້າໃຫ້​ປະຊາຊົນ. ການຜະລິດ, ດຳ​ເນີນ​ທຸລະ​ກິດ, ລ້ຽງ​ປູກ​ສິນ​ໃນ​ນຳ້​ ຂອງປະຊາຊົນ​ກໍ່​ສະດວກ​ສະບາຍ​ກວ່າ​.“

ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ - ảnh 3ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ - ảnh 4ຊົນນະບົດຊອກຈັງຈະເລີນເຕີບໂຕຍ້ອນພັດທະນາລະບົບໂຄງລ່າງຄົມມະນາຄົມ - ảnh 5

ທາງຄົມມະນາຄົມໄປຍັງເຂດໃຈກາງແຂວງຊອກຈັງ

(ພາບອິນເຕີແນດ)

ໃນ 5 ປີຜ່ານມາ, ທ້ອງ​ຖີ່​ນ​ໄດ້​ລົງທຶນ​ 1.000 ຕື້ກວ່າ​ດົ່ງເຂົ້າ​ລະບົບ​ທາງ​ຄົມມະນາຄົມ​ຊົນນະບົດ. ບັນດາ​ຕາ​ແສງ​ມີ​ທາງ​​ລົດ​ໂອ​ໂຕ​ໄປ​ຍັງ​ໃຈກາງ​ແຂວງ​ກໍ່​ບັນລຸ​​ເກືອບ 94%,

​ໃນ​ຕໍ່ໜ້າ, ຊອກ​ຈັງ​ ສູ້​ຊົນ​ກໍ່ສ້າງ​ລະບົບ​ທາງຄົມມະນາຄົມ​ຊົນນະບົດ​ໃນ​ທົ່ວ​ແຂວງ. ທາງ​ແຂວງ​ກໍ່​ຄາດ​ຄະ​ເນ​ວ່ານັບ​ແຕ່​ນີ້​ເຖິງ​ປີ 2020, ​ຈະ​ຜັນ​ຂະຫຍາຍ​ການ​ລົງທຶນ​ໃຫ້ 779 ກິດຈະກຳ​ຄົມມະນາຄົມ​ໃນ​ທົ່ວ​ແຂວງ, ດ້ວຍ​ມູນ​ຄ່າ​ທັງ​ໝົດ​ແມ່ນ​ກວ່າ 1.000 ຕື້​ດົ່ງ. ທ່ານ​ເຈິ່ນ​ແອ​ງຫວຽດ, ຜູ້ອຳນວຍການ​ພະ​ແນ​ກຄົມມະນາຄົມ​ຂົນ​ສົ່ງ​ແຂວງ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

“ດ້ວຍ​ຄວາມ​ຕັດສິນ​ໃຈ​ກໍ່ສ້າງ​ທາງ​ຄົມມະນາຄົມ​ໃຫ້​ສຳ​ເລັດ​ກ່ອນ​ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ຂະ​ແໜງ​ເສດຖະກິດ​ອື່ນໆ. ​ໃນ​ແຜນການ​ຕໍ່ໜ້າ​ຂອງ​ແຂວງແມ່ນ​ຕ້ອງ​ປັບປຸງ, ຍົກ​ລະດັບ​ລະບົບ​ທາງ​ຄົມມະນາຄົມ​ໃນແຂວງ. ພິ​ເສດ​ແມ່ນ​ພັດທະນາ​ທາງ​ຄົມມະນາຄົມ​ຊົນນະບົດ​ຢ່າງຮອບດ້ານ​ກວ່າ, ຮັບປະກັນ​ມາດຕະຖານທາງ​ຄົມມະນາຄົມ​ຕາມ​ຄາດໝາຍ​ທີ່​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງໄດ້​ປະກາດ​ໃຊ້. ສຳລັບ​ເລື່ອງ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ພ້ອມ​ກັບ​ທ້ອງ​ຖີ່​ນຕ່າງໆ​​ເຮັດ​ແນວ​ໃດ​ໃຫ້ພັດທະນາກວ່າ​ອີກ, ພວກ​ຂ້າພະ​ເຈົ້າ​ຈະ​ຂົນຂວາຍ ກໍ່​ຄື​ຍາດ​ແຍ່ງ​ທຸກ​ແຫຼ່ງທຶນ​ເພື່ອ​ລົງທຶນ, ​ເປີດ​ກວ້າງ​ຕາໜ່າງ​ຄົມມະນາຄົມ​, ຍົກ​ສູງ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ“

ລະບົບ​ໂຄງ​ລ່າງ​ຄົມມະນາຄົມ​ສຳ​ເລັດ​ບໍລິບູນ ​​ແມ່ນມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ​ ຊອກ​ຈັງ. ຈາກ​ນັ້ນ​ໂສມ​ໜ້າ​ຊົນນະບົດ​ກໍ່​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ຈະ​ແຈ່ງ, ພ້ອມ​ກັບ​ລະບົບ​ເສັ້ນທາງ​ຄົມມະນາຄົມ​ລະຫວ່າງ​ແຂວງ, ​ເມືອງ, ຕາ​ແສງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ມີປ່ຽນ​ແປງ​ເທື່ອ​ລະ​ກ້າວ

ຕອບກັບ

ຂ່າວ/ບົດ​ອື່ນ