(vovworld) - 2, 3 ປີມໍ່ໆມານີ້, ຍ້ອນການປູກໝາກກ້ວຍ ຊີວິດການເປັນຢູ່ຂອງຊາວກະສິກອນຢູ່ຫຼາຍຕາແສງເຂດຊາຍແດນເມືອງ ຟອງໂຖ, ແຂວງລາຍເຈົາ ໄດ້ເປັນປົກກະຕິ ແລະ ພັດທະນາກ່ວາ. ໃນນັ້ນ, ຕາແສງ ຫ້ວຍລວງ ນຳໜ້າໃນການຫັນຕົ້ນກ້ວຍເປັນສິນຄ້າ, ຊ່ວຍຫຼາຍຄອບຄົວສ້າງຄວາມຮັ່ງມີຍ້ອນການປູກຕົ້ນກ້ວຍ. ບົດຂຽນ “ຊາວກະສິກອນເຂດຊາຍແດນ ຫ້ວຍລວງ,ແຂວງລາຍເຈົາຫລຸດພົ້ນຄວາມທຸກຍາກຍ້ອນການປູກຕົ້ນກ້ວຍ” ຂອງ ຄັກກຽນ, ນັກຂ່າວ VOV.
ພາບປະກອບ
ຢູ່ລຽບຕາມເສັ້ນຊາຍແດນໄປຍັງໃຈກາງຕາແສງ ຫ້ວຍລວງ, ໃນເຂດເນີນພູຫົວໂລ້ນເມືອກ່ອນນີ້, ປະຈຸບັນໄດ້ກາຍເປັນສວນຕົ້ນກ້ວຍທີ່ຂຽວອຸ່ມທຸ່ມ. ອ້າຍ ເຕິນຈິງຟູ່, ຊາວກະສິກອນຢູ່ບ້ານໂຟໂຕ, ຕາແສງຫວ້ຍລວງ, ໃຫ້ຮູ້ວ່າ: ຄອບຄົວຂອງອ້າຍມີສະມາຊິກ 6 ຄົນ, ກ່ອນນີ້ 2, 3 ປີແມ່ນຄອບຄົວທຸກຍາກໃນຕາແສງ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງປູກຕົ້ນກ້ວຍໃນເນື້ອທີ່ດິນກ່ວາ 1 ເຮັກຕາ ຊີວິດການເປັນຢູ່ຂອງຄອບຄົວຂອງອ້າຍ ໄດ້ເປັນປົກກະຕິກ່ວາ, ຍ້ອນເຫດນັ້ນລູກເຕົ້າຈຶ່ງມີເງື່ອນໄຂກິນຢູ່ ແລະ ຮໍ່າຮຽນ.
“ຄອບຄົວຂ້າພະເຈົ້າຫາກໍ່ປູກກ້ວຍໄດ້ 2 ປີມານີ້ ແລະ ປະຈຸບັນ, ອາທິດໜຶ່ງເກັບກ່ຽວກ້ວຍຂາຍໄດ້ກ່ວາໜຶ່ງລ້ານດົ່ງ. ປະຈຸບັນ, ຄອບຄົວຂ້າພະເຈົ້າ ປູກທັງສາລີ ແລະ ກ້ວຍ ດັ່ງນັ້ນກໍ່ພໍຢູ່ພໍກິນ. ປະຈຸບັນ, ໃນບ້ານທຸກຄົນລ້ວນແຕ່ປູກກ້ວຍ, ສ່ວນສາລີປູກບໍ່ຫຼາຍ. ປູກຕົ້ນຫຍັງມີລາຍຮັບສູງ ພໍ່ແມ່ປະຊາຊົນກໍ່ປູກຕົ້ນນັ້ນ ”
ສຳລັບຄອບຄົວອ້າຍ ຢ່າງຝູລີນ ຢູ່ບ້ານ ລາເວີນ, ຕາແສງ ຫ້ວຍລວງ ເລີ່ມປູກຕົ້ນກ້ວຍກ່ອນນີ້ກ່ວາ 3 ປີ. ພາຍຫຼັງການປູກທົດລອງ, ເຫັນວ່າຕົ້ນກ້ວຍມີລາຍຮັບຫຼາຍກ່ວາ ຄອບຄົວອ້າຍກໍ່ຫັນມາປູກຕົ້ນກ້ວຍໃນເນື້ອທີ່ປູກສາລີ ແລະ ມັນຕົ້ນກ່ອນນີ້. ຕໍ່ມາ, ຍ້ອນໄດ້ຮັບເງິນຈາກການຂາຍໝາກກ້ວຍ, ຄອບຄົວອ້າຍບໍ່ພຽງແຕ່ມີລາຍຮັບເປັນປົກກະຕິເທ່ົານັ້ນ ຫາກຍັງຊ່ວຍໃຫ້ພໍ່ແມ່ປະຊາຊົນໃນບ້ານດ້ານແນວພັນປູກ ເພື່ອຂະຫຍາຍເນື້ອທີ່ອີກດ້ວຍ. ອ້າຍ ຢ່າງຝູລີ່ນ, ແບ່ງປັນວ່າ:
“ປະຈຸບັນ, ໃນບ້ານຂ້າພະເຈົ້າ ແລະ ທົ່ວຕາແສງຫວ້ຍລວງ ປະຊາຊົນໄດ້ສຸມໃສ່ປູກຕົ້ນກ້ວຍ, ເພາະມີລາຍຮັບສູງກວ່າປູກສາລີ ແລະ ມັນຕົ້ນ. ສາຍເຫດທີ່ປະຊາຊົນປູກຫຼາຍແມ່ນຍ້ອນຕົ້ນກ້ວຍເໝາະສົມກັບທີ່ດິນເນີນພູຢູ່ທີ່ນີ້ ແລະ ພັດທະນາດີກວ່າຕົ້ນໄມ້ທີ່ປູກກ່ອນນີ້. ປະຈຸບັນໃນບ້ານຂ້າພະເຈົ້າ, ເຮືອນປູກກ້ວຍໜ້ອຍສຸດແມ່ນປະມານ 1.000 ຕົ້ນ,ເຮືອນປູກຫຼາຍສຸດແມ່ນ 2.000-3.000ຕົ້ນ ”.
ຫຼາຍປີມານີ້, ເຂດ ”ຕະຫຼາດໝາກກ້ວຍ” ຂອງຕາແສງ ຍາມໃດກໍ່ເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍ. ຍ້ອນມີກ້ວຍຫຼາຍ ດັ່ງນັ້ນ, ມື້ໃດພໍ່ຄ້າແມ່ຄ້າຊາວຂາຍກໍ່ມີໜ້າຢູ່ຕະຫຼາດນັ້ນແຕ່ຮູ່ງເຊົ້າເພື່ອເກັບຊື້ໝາກກ້ວຍ. ໃນໂອກາດນີ້, ໝາກກ້ວຍພວມມີລາຄາສູງພໍສົມຄວນ, ໝາກກ້ວຍແຕ່ລະກິໂລກຼາມ ມີລາຄາສະເລ່ຍປະມານ 10 ພັນດົ່ງ. ເອື້ອຍຟານທິຮວາ ແມ່ຄ້າທີ່ເຄີຍຊື້ໝາກກ້ວຍຢູ່ ”ຕະຫຼາດໝາກກ້ວຍ” ຫ້ວຍລວງ ໃຫ້ຮູ້ວ່າ: ໝາກກ້ວຍຈໍາໜ່າຍຢູ່ທີ່ນີ້ເປັນປົກກະຕິພໍສົມຄວນ, ດັ່ງນັ້ນ, ມື້ໃດຜົວເມຍຂອງເອື້ອຍກໍ່ມາຊື້ໝາກກ້ວຍ 2-3 ໂຕ່ນ ເພື່ອຂາຍໃຫ້ພໍ່ຄ້າຊາວຂາຍຕ່າງປະເທດ.
“ ປະຈຸບັນ ປະຊາຊົນຢູ່ທີ່ນີ້ ລ້ວນແຕ່ປູກຕົ້ນກ້ວຍ ແລະ ມື້ໃດກໍ່ໄດ້ນຳເອົາໝາກກ້ວຍມາຂາຍໃຫ້ບັນດາພໍ່ຄ້າຊາວຂາຍ. ລາຄາໝາກກ້ວຍກໍ່ສູງກວ່າເມື່ອທຽບໃສ່ຜະລິດຕະພັນກະເສດອື່ນຫຼາຍປະເພດ ສະນັ້ນປະຊາຊົນຫາລາຍຮັບສູງພໍສົມຄວນ ”
ພາບປະກອບ
ປະຊາຊົນຢູ່ຕາແສງ ຫ້ວຍລວງ ໄດ້ນຳຕົ້ນກ້ວຍມາປູກເປັນຈຳນວນຫຼາຍ ແຕ່ປີ 2009, ມາຮອດປະຈຸບັນເນື້ອທີ່ປູກກ້ວຍແມ່ນປະມານ 750 ເຮັກຕາ. ຍ້ອນມີມູນຄ່າເສດຖະກິດສູງ ດັ່ງນັ້ນ, ຕົ້ນກ້ວຍໄດ້ຮັບການຂະຫຍາຍຢ່າງກວ້າງຂວາງ ແລະ ກາຍເປັນຜະລິດຕະພັນສິນຄ້າ ແລະ ເປັນລາຍຮັບຕົ້ນຕໍຂອງພໍ່ແມ່ປະຊາຊົນບັນດາຊົນເຜົ່າຢູ່ທ້ອງຖິ່ນ. ທ່ານ ລີ໋ອາແຮ່ງ, ປະທານຄະນະກຳມະການປະຊາຊົນຕາແສງ ຫ້ວຍລວງ, ເມືອງ ຟອງຖູຍ ໃຫ້ຮູ້ວ່າ: ຕົ້ນກ້ວຍ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຫລຸດຜ່ອນອັດຕາຄອບຄົວທຸກຍາກຈາກກ່ວາ 70% ໃນປີ 2010 ລົງເຫຼືອພຽງ 15% ໃນປີ 2015. ຕົ້ນກ້ວຍໄດ້ສະແດງໃຫ້ເຫັນລັກສະນະເໝາະສົມໃນການຫັນປ່ຽນໂຄງປະກອບຜົນລະປູກ, ບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຊ່ວຍໃຫ້ຫຼາຍຄອບຄົວຢູ່ທີ່ນີ້ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງວ່ອງໄວ. ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງຫຼາຍ ຈາກລາຍຮັບສະເລ່ຍໃສ່ຫົວຄົນກ່ວາ 5 ລ້ານດົ່ງ/ປີ ຂອງ 5 ປີກ່ອນ, ມາຮອດປະຈຸບັນ, ລາຍຮັບສະເລ່ຍໄດ້ເພີ່ມຂຶ້ນທົບ 3 ເທົ່າ.
“ກ່ອນນີ້, ໄຮ່ສາລີໃຫ້ສະມັດຕະພາບຕ່ຳ ດັ່ງນັ້ນປະຊາຊົນມາປູກຕົ້ນກ້ວຍ ເພື່ອມີສະມັດຕະພາບສູງກ່ວາ. ສະເລ່ຍແຕ່ລະປີ, ໃນເນື້ອທີ່ດິນປູກກ້ວຍ 1 ເຮັກຕາ ປະຊາຊົນສາມາດສ້າງລາຍຮັບໄດ້ 150 ລ້ານດົ່ງ. ປະຈຸບັນ, ປະຊາຊົນໄດ້ປ່ຽນແປງໂຄງປະກອບຜົນລະປູກ, ຕົ້ນກ້ວຍມີລາຄາສູງກ່ວາ ດັ່ງນັ້ນຊີວິດການເປັນຢູ່ຂອງເຂົາເຈົ້າຈຶ່ງມີການປ່ຽນແປງຫຼາຍທີ່ສຸດ. ໃນຮອບເວລາ 3 ປີມານີ້, ປະຊາຊົນຊື້ລົດໂອໂຕໄດ້ຫຼາຍຄັນທີ່ສຸດ.”
ຕົ້ນກ້ວຍບໍ່ພຽງແຕ່ຢັ້ງຢືນໄດ້ປະສິດທິຜົນໃນເຂດເນີນພູຫ້ວຍລວງເທົ່ານັ້ນ ຫາກຍັງໄດ້ຮັບການແຜ່ຂະຫຍາຍອອກຢ່າງກວ້າງຂວາງຢູ່ເຂດຊາຍແດນອື່ນຄື: ບ້ານລາງ, ມາລີຟໍ, ມາລີຈ໋າຍ. ຊາວຊົນເຜົ່າຢູ່ບັນດາທ້ອງຖິ່ນໄດ້ນຳເອົາຕົ້ນກ້ວຍມາປູກເປັນຈຳນວນຫຼວງຫຼາຍ ແລະ ຖືນີ້ແມ່ນຕົ້ນປາຍແຫຼມໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.