(vovworld) - ໃນຊຸມປີມໍ່ໆມານີ້, ເຂດທົ່ງພຽງແມ່ນ້ຳຂອງ ບໍ່ເຄີຍມີນ້ຳຖ້ວມຂະໜາດໃຫຍ່, ຊີວິດການເປັນຢູ່, ການຜະລິດຂອງຊາວກະສິກອນໃນເຂກທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໄພແຫ້ງແລ້ງ, ແຫຼ່ງລາຍຮັບຈາກສິນໃນນ້ຳຖືກຫລຸດລົງ, ດິນກໍ່ບໍ່ຈະເລີນພັນອີກ, ຂາດນ້ຳໃນລະດູແຫ້ງ ແລະ ສະພາບນ້ຳທະເລຊຶມເຂົ້າ. ເພື່ອສະກັດກັ້ນບັນດາຜົນສະທ້ອນທີ່ຫຍໍ້ທໍ້ຈາກໄພພິບັດທຳມະຊາດ, ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງພວມຍູ້ແຮງການຫັນປ່ຽນໂຄງປະກອບການຜະລິດກະສິກຳ. ບົດຂຽນ “ຊາວກະສິກອນເຂດທົ່ງພຽງແມ່ນ້ຳຂອງຮັບມືກັບສະພາບບໍ່ມີນ້ຳແກ່ງ” ຂອງນັກຂ່າວ ແທງຕູ່ງ.
|
ແຕ່ດົນນານມານີ້, ເຂດທົ່ງພຽງແມ່ນ້ຳຂອງໄດ້ຮັບການສ້າງຂຶ້ນດ້ວຍມີນ້ຳແກ່ງ ເຮັດໃຫ້ລະບົບຊີວະພາບຢູ່ເຂດດິນແດນນີ້ອຸດົມສົນບູນຂຶ້ນຕື່ມ. ກ່ອນນີ້, ເຂດທົ່ງພຽງແມ່ນ້ຳຂອງເຄີຍເປັນບ່ອນຮັກສານ້ຳຈາກແມ່ນ້ຳຂອງ, ເມື່ອນ້ຳແກ່ງເກີດມາໄດ້ນຳເອົາດິນສັນດອນເຮັດໃຫ້ດິນຢູ່ທີ່ນີ້ຈະເລີນພັນ, ສິນໃນນ້ຳອຸດົມສົມບູນ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສົມບູນພຸນສຸກ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຍ້ອນຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັບການກໍ່ສ້າງບັນດາເຂື່ອນໄຟຟ້ານ້ຳຕົກຢູ່ຍານເໜືອແມ່ນ້ຳ, ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງເຂດລຸ່ມແມ່ນ້ຳຂອງ. ຕໍ່ໜ້າສະພາບການນັ້ນ, ຊາວກະສິກອນຍານທົ່ງພຽງແມ່ນ້ຳຂອງໄດ້ຄິດໄລ່ເຖິງການປ່ຽນອາຊີບ. ທ່ານ ໂດ໋ວັນລຽດ, ຊາວກະສິກອນຢູ່ແຂວງ ດົ່ງທາບຜູ້ທີ່, ຕິດພັນກັບອາຊີບຫາປາຍາມນ້ຳແກ່ງເປັນເວລານັບສິບໆປີ, ໃຫ້ຮູ້ວ່າ:
“ໃນອະນາຄົດ, ອາຊີບ ຫາປາ ບໍ່ສາມາດພັດທະນາໄດ້. ປະຈຸບັນ, ບໍ່ມີນ້ຳຖ້ວມແກ່ງຕ້ອງລ້ຽງອຽນ. ລັດກໍ່ໄດ້ໜູນຊ່ວຍດ້ານທຶນຮອນເພື່ອລ້ຽງງົວ, ຄວາຍ.”
ມາດຕະການສຳຄັນທີ່ສຸດໃນໄລຍະຈະມາເຖິງນັ້ນແມ່ນ ປ່ຽນແປງໂຄງປະກອບຜົນລະປູກຕາມທິດນຳໃຊ້ແຫຼ່ງນ້ຳຫົດໃຫ້ປະຢັດ, ຫັນປ່ຽນຂະແໜງອາຊີບໃຫ້ເໝາະສົມກັບຮັບມືກັບສະພາບບໍ່ມີນ້ຳແກ່ງ. ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງບໍ່ສາມາດອີງໃສ່ແຫຼ່ງຊັບພະຍາກອນທຳມະຊາດທີ່ມີຢູ່ແລ້ວໄດ້, ຫາກຕ້ອງຈັດຕັ້ງການຜະລິດຄືນໃໝ່, ພັດທະນາບັນດາຮູບແບບບໍລິການປອດກະສິກຳ, ຍົກສູງມູນຄ່າຜະລິດຕະພັນກະສິກຳ. ປະຕິບັດການສ້າງໂຄງປະກອບຂະແໜງກະສິກຳ, ຫັນປ່ຽນຈາກຈິນຕະນາການພັດທະນາຕາມເນື້ອທີ, ສະມັດຕະພາບ, ປະລິມານ ໄປສູ່ຈິນຕະນາການກ່ຽວກັບມູນຄ່າ ແລະ ປະສິດທິຜົນເສດຖະກິດທີ່ບັນລຸໄດ້ໃນເນື້ອທີ່ດິນ. ທ່ານ ປອ ເຢືອງວັນນີ, ພະແນກສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ມະຫາວິທະຍາໄລ ເກີນເທີ, ໃຫ້ຮູ້ວ່າ:
“ດິນສັນດອນໃນແມ່ນ້ຳພວມຖືກຫລຸດລົງຢ່າງແຮງຍ້ອນບັນດາເຂື່ອນໄຟຟ້າຢູ່ຍານເໜືອເຂດເທິງແມ່ນ້ຳ ກໍ່ຄືບັນດາເຂື່ອນໄຟຟ້າໃນບັນດາສາຂາແມ່ນ້ຳຂອງ. ປະລິມານດິນສັນດອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນ 2, 3 ປີມໍ່ໆມານີ້ຖືກຫລຸດລົງເກືອບເຄິ່ງໜຶ່ງ. ໃນອະນາຄົດຖ້າຫາກພັດທະນາເຂື່ອນໄຟຟ້ານ້ຳຕົກກ່ວາອີກ ປະລິມານດິນສັນດອນຢູ່ທີ່ນີ້ຈະໜ້ອຍກ່ວາອີກ.”
ເຂດທົ່ງນາຖືກແຫ້ງແລ້ງ
|
ຂະແໜງກະສິກຳໄດ້ກ່າວເຕືອນຊາວກະສິກອນເປັນປະຈຳວ່າ ນອກຈາກການອີງໃສ່ການຂຸດຄົ້ນແຫຼ່ງຜົນປະໂຫຍດຈາກທຳມະຊາດໃນລະດູນ້ຳແກ່ງແລ້ວແມ່ນຕ້ອງ ເປັນເຈົ້າການໃນການລ້ຽງສິນໃນນ້ຳເພື່ອເພີ່ມແຫຼ່ງລາຍຮັບ. ໄປຄຽງຄູ່ກັນນັ້ນ, ຂະແໜງກະສິກຳຕ້ອງຜັນຂະຫຍາຍຫຼາຍຮູບແບບ, ມາດຕະການຊ່ວຍໃຫ້ປະຊາຊົນ “ດຳລົງຊີວິດຮ່ວມກັບສະພາບບໍ່ມີນ້ຳແກ່ງ” ຄືສົ່ງເສີມຊາວກະສິກອນພັດທະນາຮູບແບບລ້ຽງອຽນໃນອ່າງດິນ, ລ້ຽງກົກ, ລ້ຽງປາ, ລ້ຽງຫອຍໃນນາ… ຫຼືປູກບັນດາພືດນ້ຳຄື: ດອກບົວ, …. ທ່ານຮອງສາດສະດາຈານ, ປອ ຫງວຽນຮ໋ຽວຈູງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາການປ່ຽນແປງຂອງດິນຟ້າອາກາດ, ມະຫາວິທະຍາໄລ ເກີນເທີ, ຖືວ່າ:
“ບັນຫາທີ່ພວກເຮົາຕ້ອງຄົ້ນຄ້ວາແມ່ນຈາກຍານເໜືອແມ່ນຳ້. ເຖິງວ່າຕີລາຄາການຮັບມືໃຫ້ເຂດທົ່ງພຽງແມ່ນຳ້ຂອງ ແຕ່ຕ້ອງຄົ້ນຄ້ວາຈາກເຂດຍານເໜືອແມ່ນຳ້ຂອງ. ສັງເກດການນຳໃຊ້ນ້ຳຝົນຕົກ, ອາກາດຢູ່ເຂດນັ້ນແມ່ນຄືແນວໃດ. ເມື່ອມີເລື່ອງເກີດຂຶ້ນຢູ່ຍານເໜືອແມ່ນຳ້ຕ້ອງເສຍເວລາຫຼາຍສົມຄວນຈຶ່ງສ່ົງຜົນສະທ້ອນເຖິງເຂດລຸ່ມແມ່ນ້ຳຂອງ. ດັ່ງນັ້ນ, ເມື່ອເປັນເຈົ້າການພວກເຮົາຈະມີເວລາເພື່ອກະກຽມໄດ້ດີກ່ວາ”
ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາທ້ອງຖິ່ນຊອກຫາວິທີເພື່ອເປັນເຈົ້າການໃນແຫຼ່ງນຳ້ດ້ວຍບັນດາມາດຕະການຄືກໍ່ສ້າງອ່າງເກັບນຳ້, ຄອງເໝືອງລະບາຍນຳ້ແກ່ງ, ພ້ອມທັງສະສົມແຫຼ່ງນຳ້ໃຕ້ດິນ.
ຕໍ່ໜ້າບັນດາສິ່ງທ້າທາຍທີ່ໜັກໜ່ວງຍ້ອນການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳ້ຂອງ, ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສ້າງ ບັນດານະໂຍບາຍຕ່າງໆຄື: ການເຄື່ອນໄຫວຜະລິດຕາມບັນດາມູນຄ່າໃນເຂດທົ່ງນາຂະໜາດໃຫຍ່, ສ້າງໂຄງປະກອບເນື້ອທີ່ການປູກເຂົ້າຄືນໃໝ່, ປັບປຸງລະບົບຊົນລະປະທານ, ປັບປຸງໂຄງປະກອບແນວພັນເຂົ້າ…ໃນເບື້ອງຕົ້ນໄດ້ນຳມາເຊິ່ງປະສິດທິຜົນ. ການຮ່ວມມືຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດໃນເຂດຍານເໜືອແມ່ນຳ້ຂອງເພື່ອເປັນເຈົ້າການໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນຳ້ແມ່ນຳ້ຂອງ ຢ່າງມີປະສິດທິຜົນ, ຍືນຍົງ. ເຂດທົ່ງພຽງແມ່ນຳ້ຂອງໄດ້ ແລະ ພວມມີວິໄສທັດໃໝ່ກ່ຽວກັບການວາງແຜນ ແລະ ຄຸ້ມຄອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບັນດາທ້ອງຖິ່ນສ້າງບ່ອນສະສົມນຳ້ຢູ່ລຽບຕາມແມ່ນຳ້, ຄອງເໝືອງຕົ້ນຕໍ ແລະ ບັນດາເຂດຊີວະພາບ. ປະຊາຊົນເຂດນຳ້ແກ່ງກໍ່ເປັນເຈົ້າການຫັນປ່ຽນຂະແໜງອາຊີບໃຫ້ເໝາະສົມເພື່ອຮັບມືກັບສະພາບບໍ່ມີນ້ຳແກ່ງ.