ຊາວ​ກະ​ສິ​ກອນແຂວງເບ໊ນ​ແຈເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ສົມ​ບູນ​ແບບ

(VOVWORLD) -ພາຍຫລັງປະຕິບັດມະຕິເລກທີ 03 ຂອງແຂວງເບ໊ນແຈກ່ຽວກັບການສ້າງລະບົບຕ່ອງໂສ້ມູນຄ່າຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງໄລຍະ(2016 - 2020 )ມາເປັນເວລາ 4 ປີມາຮອດປະຈຸບັນລະບົບຕ່ອງໂສ້ມູນຄ່າຜະລິດຕະພັນກະເສດຕາມທິດພັດທະນາຜະລິດຕະພັນຫລັກແຫລ່ງເປັນປົກກະຕິຍືນຍົງໄດ້ຮັບການສ້າງຂຶ້ນແລະນັບມື້ນັບຂະຍາຍຕົວຮູບແບບການຜະລິດໃຫມ່ບໍ່ພຽງແຕ່ຮັບປະກັນຄວາມປອດໄພດ້ານຊີວະສາດເທົ່ານັ້ນຫາກຍັງເພີ່ມລັກສະນະແກ້ງແຍ່ງສຳລັບບັນດາປະເພດໝາກໄມ້ພິເສດຂອງແຂວງ ຕອບສະຫນອງຄວາມຕ້ອງການການສົ່ງອອກ,ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ.

ຫນ່ວຍສະຫະກອນຜະລິດໝາກສົ້ມໂອເປືອກຂຽວຟູແທ່ງຕາແສງເກີຍເຊີນເມືອງເຈົາແທ່ງແມ່ນຫນຶ່ງໃນບັນດາຫົວຫນ່ວຍນຳຫນ້າໃນການປະຕິບັດການຜະລິດຕາມລະບົບຂອງແຂວງເບ໊ນແຈ. ມາຮອດປະຈຸບັນຫນ່ວຍສະຫະກອນມີກວ່າ 100 ເຮືອນສວນເຂົ້າຮ່ວມດ້ວຍເນື້ອທີ່ກວ່າ 50 ເຮັກຕາ. ລຸງຈິ້ງງອັກຈູງເຈົ້າຂອງຄອບຄົວຜະລິດໝາກສົ້ມໂອເປືອກຂຽວ(ສົ້ມໂອທັບທິມ) ຕາມລະບົບ, ບັນລຸມາດຖານ Viet GAP ຢູ່ຕາແສງເກີຍເຊີນໃຫ້ຮູ້ວ່າ: ນັບແຕ່ເມື່ອເຂົ້າຮ່ວມຫນ່ວຍສະຫະກອນຜະລິດໝາກສົ້ມໂອເປືອກຂຽວ, ສົ້ນອອກຂອງຜະລິດຕະພັນນີ້ແມ່ນມີຄວາມສະດວກ, ບັນລຸປະສິດທິຜົນໄດ້ດີສຸດ.

“ບັນດາສະມາຊິກທີ່ຜະລິດຕາມມາດຖານ VietGAP ລ້ວນແຕ່ນຳມາເຊິ່ງສະມັດຕະພາບສູງສຸດ, ເປັນປົກກະຕິ, ຕອບສະຫນອງຄວາມຕ້ອງການຂອງບັນດາວິສາຫະກິດຢ່າງພຽງພໍ. ພວກຂ້າພະເຈົ້າໄດ້ຮ່ວມສຳພັນ, ເຊັນສັນຍາການຄ້າກັບບັນດາວິສາຫະກິດທີ່ມີອິດທິພົນຊື່ສຽງໃນຕະຫລາດເພື່ອສະຫນອງ ແລະ ຈຳນ່າຍຟຸ່ນເຄມີ, ຮັປະກັນສົ້ນເຂົ້າໃຫ້ຊາວກະສິກອນດ້ວຍລາຄາທີ່ເໝາະສົມ. ສຳລັບສົ້ອອກພວກຂ້າພະເຈົ້າເຊັນສັນຍາກັບວິສາຫະກິດເຮືອງມ່ຽນໄຕດ້ວຍປະລິມານການຜະລິດແມ່ນ 450 ໂຕນ/ປີ

ຊາວ​ກະ​ສິ​ກອນແຂວງເບ໊ນ​ແຈເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ສົມ​ບູນ​ແບບ - ảnh 1ໝາກສົ້ມໂອເປືອກຂຽວ ແມ່ນໜຶ່ງໃນບັນດາຜະລິດຕະພັນບັນລຸມາດຖານ VietGAP (ພາບ: VOV)

ມາຮອດປະຈຸບັນ, ເບ໊ນແຈໄດ້ສ້າງ 8 ລະບົບຕ່ອງໂສ້ຜະລິດຕະພັນຫລັກແຫລ່ງ ລວມມີ: ສົ້ມໂອເປືອກຂຽວ, ລຳໄຍ, ດອກໄມ້ປະດັບ, ຊີ້ນໝູ, ຊີ້ນງົວ, ກຸ້ງທະເລ. ຂະແຫນງກະສິກຳແຂວງເບ໊ນແຈໄດ້ຕັ້ງຫນ້າສົມທົບກັບບັນດາຂະແຫນງການກ່ຽວຂ້ອງສຸມໃສ່ຍົກສູງມູນຄ່າຜະລິດຕະພັນຜ່ານການຫນູນຊ່ວຍການຜະລິດ, ອອກໃບຢັ້ງຢືນນຳໃຊ້ລະບົບຄຸ້ມຄອງຄຸນນະພາບຕາມມາດຕະຖານ VietGAP, GlobalGAP ແລະ ສ້າງເຄື່ອງໝາຍການຄ້າ, ແຈ້ງຕົ້ນກຳເນີດສິນຄ້າໃຫ້ແກ່ບັນດາຜະລິດຕະພັນຫລັກແຫລ່ງ. ມາຮອດປະຈຸບັນ, ທົ່ວແຂວງມີເນື້ອທີ່ປູກຕົ້ນໄມ້ກິນໝາກ, ຕົ້ນພ້າວແລະຫນອງລ້ຽງກຸ້ງທະເລກວ່າ 9.000 ເຮັກຕາໂດຍໄດ້ຮັບການຢັ້ງຢືນມາດຕະຖານGAPແລະປອດສານພິດແລະໄດ້ສ້າງຕັ້ງບັນດາຫນ່ວຍຮ່ວມສຳພັນຜະລິດຕາມລະບົບດ້ວຍ 52 ຫນ່ວຍ ແລະ 18 ສະຫະກອນ.

ທ່ານຮີ່ງກວາງດຶກຮອງຫົວຫນ້າພະແນກກະສິກຳແລະພັດທະນາຊົນນະບົດແຂວງເບ໊ນແຈຢັ້ງຢືນວ່າ: ການຜະລິດກະສິກຳ - ສິນໃນນ້ຳຕາມລະບົບຕ່ອງໂສ້ມູນຄ່າທັງຮັບປະກັນເຂດວັດຖຸດິບ, ທັງຮັບປະກັນລັກສະນະຄົບຊຸດໄດ້ດີທີ່ສຸດໃນການຜະລິດ, ນຳມາເຊິ່ງປະສິດທິຜົນເສດຖະກິດສູງສຸດໃຫ້ແກ່ຊາວກະສິກອນ, ປະກອບສ່ວນປ່ຽນແປງໂສມຫນ້າເສດຖະກິດຂອງທ້ອງຖິ່ນ.

ການຮ່ວມສຳພັນເປັນລະບົບໝາຍຄວາມວ່າພວກເຮົາໄດ້ສ້າງການຮ່ວມສຳພັນຊາວກະສິກອນລວມໝູ່, ຮ່ວມສຳພັນກັບບັນດານ່ວຍ, ສະຫະກອນ, ຫລືບັນດານ່ວຍຊາວກະສິກອນໃນບັນດາເຂດນັ້ນເພື່ອຮ່ວມສຳພັນກັບວິສາຫະກິດ.

ຊາວ​ກະ​ສິ​ກອນແຂວງເບ໊ນ​ແຈເອົາ​ໃຈ​ໃສ່​ສ້າງ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ສົມ​ບູນ​ແບບ - ảnh 2ໝາກໄມ້ແມ່ນໜຶ່ງໃນບັນດາທ່າແຮງຂອງແຂວງເບັ້ນເຈ (ພາບ: VOV)

ໃນຂະນະນັ້ນບັນດາວິສາຫະກິດຖືວ່າການຮ່ວມສຳພັນການຜະລິດຕາມລະບົບຕ່ອງໂສ້ມູນຄ່າແມ່ນທິດກ້າວເດີນທີ່ຈຳເປັນຂອງຊາວກະສິກອນໃນສະພາບເຊື່ອມໂຍງເຂົ້າກັບສາກົນແລະໂລກາພິວັດ. ທ່ານນາງຫງວຽນຮີ່ງມາຍເຈົ້າຂອງຮາກຖານດຳເນີນທຸລະກິດໝາກໄມ້ສົ່ງອອກຮີ່ງມາຍຢູ່ຕາແສງເຊີນດິ້ງເມືອງເຈິແລັກແຂວງເບ໊ນແຈໃຫ້ຂໍ້ສັງເກດວ່າ:

 “ເວົ້າລວມແລ້ວຂະແຫນງໝາກໄມ້ນີ້ທັງໝົດກໍ່ແມ່ນຍ້ອນຊາວກະສິກອນມີຄວາມດຸໝັ່ນບົວລະບັດຕົ້ນໄມ້ກິນໝາກ, ຜູ້ເກັບຊື້ຈຶ່ງມາຊື້ຂາຍໄດ້ແລະຄຸນນະພາບຂອງໝາກໄມ້ນັບມື້ນັບມີຄວາມຮຽກຮ້ອງຕ້ອງການສູງ. ສະນັ້ນຊາວກະສິກອນຕ້ອງຜະລິດບັນດາຜະລິດຕະພັນບັນລຸມາດຕະຖານສູງຈຶ່ງສາມາດສົ່ງອອກໄດ້.

        ເບ໊ນແຈແມ່ນຫນຶ່ງໃນບັນດາທ້ອງຖິ່ນມີຂະແຫນງກະສິກຳສິນໃນນ້ຳພັດທະນາຢ່າງແຮງ, ຮອບດ້ານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມດ້ວຍເນື້ອທີ່ປູກຕົ້ນໄມ້ກິນໝາກປະມານ 40.000 ເຮັກຕາ, ສວນຕົ້ນພ້າວກວ່າ 70.000 ເຮັກຕາແລະເກືອບ 50.000 ເຮັກຕາແມ່ນປູກລ້ຽງສິນໃນນ້ຳ, ມີໝູກວ່າ 500.000  ໂຕ, ງົວກວ່າ 250.000ໂຕ, ສັດປີກ 6 ລ້ານໂຕ. ສະນັ້ນແຜນນະໂຍບາຍຜະລິດກະສິກຳ- ສິນໃນນ້ຳຕາມລະບົບຕ່ອງໂສ້ມູນຄ່າແມ່ນທິດເດີນທີ່ຖືກຕ້ອງ, ສອດຄ່ອງ,ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງຕະຫລາດຢູ່ພາຍໃນປະເທດແລະການສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ