ຍູ້ແຮງການພັດທະນາຮູບແບບ “ທົ່ງນາແບບຢ່າງຂະໜາດໃຫຍ່” ໃນການຜະລິດກະສີກຳ

(vovworld) - ປະ​ຈຸ​ບັນ, ​ທ້ອງ​ຖີ່ນຕ່າງໆ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫ​ຍາຍການ​ຜະ​ລິດ​ກະ​ສີ​ກຳ​ຕາມຮູບ​ແບບ “ທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່” ແລະ ​ຄວາມ​ຈິງ​ແລ້ວ, ຮູບ​ແບບນີ້​​ພວມບັນ​ລຸ​ປະ​ສິດ​ທິ​ຜົນ​​ຢ່າງ​​ເ​ຫັນ​ໄດ້​ຊັດກ່ຽວ​ກັບ​ ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​​. ສິ່ງ​ສຳ​ຄັນ​ທີ່​ສຸດ​ເຊິ່ງ​ຮູບ​ແບບນີ້​ໄດ້ນຳ​ມາ​ໃຫ້​ນັ້ນ​ແມ່ນ​, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ສກອນ ແລະ ວິ​ສາ​ຫະ​ກິດ. ນີ້​ຖືກ​ຖື​ວ່າແມ່ນ​ທິດ​ທາງ​ໃໝ່​ໃນ​ການ​ຜະ​ລິດ​ກະ​ສີ​ກຳ ກໍ່​ຄື​ໃນ​ຂະ​ບວນ​ການ​​ກໍ່ສ້າງຊົນ​ນະ​ບົດ​ໃໝ່​ປະ​ຈຸ​ບັນນີ້.

ຍູ້ແຮງການພັດທະນາຮູບແບບ “ທົ່ງນາແບບຢ່າງຂະໜາດໃຫຍ່” ໃນການຜະລິດກະສີກຳ - ảnh 1

ພາບປະກອບ

        ​ໃນ​ໄລ​ຍະ​ຜ່ານ​ມາ, ​ຜ່ານການ​ປະ​ຕິ​ບັດຮູບ​ແບບທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່ຢູ່​ເຂດ​ທົ່ງ​ພຽງ​ ແມ່ນ້ຳຂອງໄດ້​​ເຫັນ​ວ່າ, ນີ້​ແມ່ນ​ທິດ​ທາງ​ທີ່​ຖືກ​ຕ້ອງ ແລະ ໃນ​ເບື້ອງ​ຕົ້ນ​ໄດ້​ສ້າງ​ໃຫ້​ມີ​ບັນ​ດາ​ຮູບ​ແບບ​ຄົບຊຸດ​, ນັບ​ແຕ່​ການ​ຜະ​ລິດ​ຕະຫຼອດ​ຮອດ​ການ​ເກັບ​ຊື້ ຫຼື​ ຮ່ວມສຳ​ພັນ​ກັບຫຼາຍ​ຫົວ​ໜ່ວຍ, ຈັດ​ຕັ້ງ​ການ​ຜະ​ລິດ ແລະ ​ຈຳ​ໜ່າຍຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ. ນີ້​ແມ່ນ​ທິດ​ຜະ​ລິດ​ທີ່​ຕັ້ງ​ໜ້າ, ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ເຕັກ​ນິກ​ເປັນ​ຢ່າງ ​ດີ ແລະ ຄົບ​ຊຸດ, ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ການ​ປູກ​ຝັງ​ຂອງ​ຊາວ​ກະ​ສີ​ກອນ, ສ້າງ​​ໃຫ້​ມີຖັນ​ແຖວ​ຊາວ​ກະ​ສີ​ກອນ​ທີ່​ກ້າວ​ໜ້າ​ເທື່ອ​ລະ​ກ້າວ, ຜະ​ລິດ​ເຂົ້າ​ໄດ້​ຮັບ​ຜົນດີ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ ແລະ ​ສ້າງ​ລາຍ​ຮັບສູງກວ່າ. ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຮູບ​ແບບນີ້ ຈະ​ມີ​ເງື່ອນ​ໄຂ​ຮ່ວມ​ສຳ​ພັນ​ກັບ​ການ​ຜະ​ລິດ ແລະ ຈຳ​ໜ່າ​ຍ​ຜະ​ລິດ​ຕະ​ພັນ​. ນີ້​ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເປີດກວ້າງ​ການ​ລົງ​ທຶນ​ປະ​ກອບ​ເຄື່ອງ​​ຈັກ​. ຫັນ​ການ​ຜະ​ລິດ​ເຂົ້າ​ຕາມ​ທິດ​ທັນ​ສະ​ໄໝ ແລະ ໝັ້ນ​ຄົງ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ປູກ​ຝັງ​ຄືນ​ໃໝ່, ຍົກ​ສູງ​ມູນ​ຄ່າ​ເພີ່ມ​ເຂົ້າ​ສານ​ຂຶ້ນ. ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ, ຮູບ​ແບບທົ່ງ​ນາ​ແບບ​ຢ່າງ​ຂະ​ໜາດ​ໃຫ​ຍ່ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢູ່​ແຂວງ ແທງ​ຮ໋​ວາ, ນາມດິ້ງ, ທ້າຍ​ບິ່ງ, ຮ່າ​ໂນ້ຍ. ທ່ານ ຟ້າມ​ດົ່ງ​ກວາງ (Pham Dong Quang),  ຮອງ​ຫົວ​ໜ​້າ​ກົມ​ປູກ​ຝັງ, ກະ​ຊ​ວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ບັນ​ດາ​ແຂວງ​ນາມດຶ້ງ, ທ້າຍ​ບິ່ງ, ຫາຍ​ເຢືອງ, ບັກ​ຢາງ… ໄດ້​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຊາວ​ກະ​ສີ​ກອນ ແລະ ວິ​ສາ​ຫະ​ກິດ, ສ້າງ​ເງື່ອນ​ໄຂ​ພ້ອມ​ກັນ​ທຳ​ການ​ຜະ​ລິດ, ຈຳ​ໜ່າຍ​ຕາມ ຮູບ​ແບບທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່. ເລື່ອງ​ຜັນ​ຂະ​ຫ​ຍາຍ​ການ​ຜະ​ລິດ​ຕາມຮູບ​ແບບທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່ພວມ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ຄວາມ​ເຫັນ​ດີ​ເປັນເອ​ກະ​ພາບສູງ​ຈາກ​ບັນ​ດາ​ທ້ອງ​ຖີ່ນ​ທາງ​ພາກ​ເໜືອ”

ຍູ້ແຮງການພັດທະນາຮູບແບບ “ທົ່ງນາແບບຢ່າງຂະໜາດໃຫຍ່” ໃນການຜະລິດກະສີກຳ - ảnh 2

ພາບປະກອບ

        ຊາວ​ກະ​ສີ​ກອນຢູ່​ບັນ​ດາ​ເຂດ​ທາງ​ພາກ​ກາງ ແລະ ທາງ​ທິດ​ໃຕ້​ຂອງ​ພາກ​ກາງ ​ມີ​ຄວາມ​ເຊື້ອ​ໝັ້ນ ແລະ ​ໝູນ​ໃຊ້ຮູບ​ແບບທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່ເຂົ້າ​ໃນ​ການ​ຜະ​ລິດ. ທ່ານ ວັນ​ບ໋າ​ຢູ (Van Ba Du), ສະ​ມາ​ຊິກ​ສະ​ຫະ​ກອນ​ກະ​ສີ​ກຳ​ຕາ​ແສງ ຮ່​ວາຍ​ມີ້ (Hoai My), ເມືອງ ຮ່​ວາຍ​ເຍີນ, ແຂວງ ບິ່ງດິ້ງ, ໃຫ້​ຮູ້​ວ່າ: ຮູບ​ແບບນີ້​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ ແລະ ບັນ​ລຸ​ໄດ້​ສະ​ມັດ​ຕະ​ພາບ​ສູງ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະ​ລິດຫຼຸດ​ລົງ, ທ່ານ ວັນ​ບ໋າ​ຢູ, ໃຫ້​ຮູ້​ວ່າ:

        “ປະ​ຕິ​ບັດຮູບ​ແບບທົ່ງ​ນາ​ແບບ​ຢ່າງຂະ​ໜາດ​ໃຫ​ຍ່ ໄດ້ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ຈັດ​ຕັ້ງ​ການ​ຜະ​ລິດ​ຢ່າງ​ຄົບ​ຊຸດ. ປະ​ຈຸ​ບັນ​, ການ​ຜະ​ລິດ​​ເຂົ້າ​ໄດ້​ຮັບ​ການ​ປະ​ຕິ​ບັດ​ພ້ອມ​ກັນ ດ້ວຍແນວ​ພັນດຽວ​ກັນ, ​ອັນ​ໄດ້ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່ການ​ບົວ​ລະ​ບັດ, ​ການລົງ​ທຶນ, ດັ່ງ​ນັ້ນ​ຈຶ່ງ​ສາ​ມາດຫຼີກ​ລ້ຽງ​ສັດ​ຕູ​ພືດ​ໄດ້. ”​

ຍູ້ແຮງການພັດທະນາຮູບແບບ “ທົ່ງນາແບບຢ່າງຂະໜາດໃຫຍ່” ໃນການຜະລິດກະສີກຳ - ảnh 3

ພາບປະກອບ

ໃນໄລ​ຍະ​ຜ່ານ​ມາ, ໃນ​ສະ​ພາບ​ການ​ທີ່​ລາ​ຄາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຖືກຫຼຸດ​ລົງ, ລາ​ຄາ​​ວັດ​ຖຸອຸ​ປະ​ກອນເພີ່ມ​ຂຶ້ນ​ສູງ​ນັ້ນ, ຮູບ​ແບບ​​ທົ່ງນາ​​​ແບບ​ຢ່າງຂະ​ໜາດ​ໃຫ​ຍ່​ ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ. ປະ​ຈຸ​ບັນ, ໂຄງ​ການທົ່ງນາ​​​ແບບ​ຢ່າງ​ຂະ​ໜາດ​ໃຫ​ຍ່ໄດ້​ຮັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຈາກວິ​ສາ​ຫະ​ກິດຫຼາຍ​ແຫ່ງ, ດ້ວຍ​ຮູບ​ການ​ໃຫ້​ຊາວ​ກະ​ສີ​ກອນ​ກູ້​ຢືມ​ແນວ​ພັນ, ຝຸ່ນ​ເຄ​ມີ ໂດຍ​ບໍ່​ຄິດ​ໄລ່ກຳ​ໄລ ແລະ ທ້າຍ​ລະ​ດູ​ຈະ​ເກັບ​ຊື້​ຜະ​ລິດ​ຕະ​ພັນ​ໃຫ້ເຂົາ​ເຈົ້າ. ປ້າ ຫງວຽນ​ທິ​ມິງງວຽດ, ຫົວໜ້າ​ຫ້ອງ​ການ​ຕາງ​ໜ້າ​ບໍ​ລິ​ສັດ​ໃຫ​ຍ່​ວັດ​ຖຸອ​ຸ​ປະ​ກອນ​ກະ​ສີ​ກຳ​ແຂວງ ເງ​ອານ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ໄດ້​ເຂົ້າ​ຮ່ວມ​ຮູບ​ແບບ​ທົ່ງ​ ນາ​ແບບ​ຢ່າງ​ຂະ​ໜາດ​ໃຫ​ຍ່​ກັບ​ຊາວ​ກະ​ສີ​ກອນ​ພາກ​ກາງ, ໃຫ້​ຮູ້​ວ່າ:

        “ການກໍ່​ສ້າງ​ທົ່ງ​ນາ​ແບບ​ຢ່າງ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ມີ​ແຫຼ່ງ​ລາຍ​ຮັບ​ສູງກວ່າ. ມີ​ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ໄດ້​ໜູນ​ຊ່ວຍ​​ປະ​ຊາ​ຊົນ​ດ້ວຍ​ຫຼາຍ​ຮູບ​ການ. ເມື່ອ​ປະ​ຊາ​ຊົນ​​ເຫັນ​ດີເປັນ​ເອ​ກະ​ພາບ​ໃນ​ການຜະ​ລິດ, ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​​ແກ່​ການສົງ່​ອອກກວ່າ. ເຂົ້​າຮ່ວມທົ່ງ​ນາ​ແບບ​ຢ່າງ​ກັບ​ບໍ​ລິ​ສັດ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຈະ​ສູງກວ່າ​ແຕ່ 10 ເຖິງ 15%”.

ຍູ້ແຮງການພັດທະນາຮູບແບບ “ທົ່ງນາແບບຢ່າງຂະໜາດໃຫຍ່” ໃນການຜະລິດກະສີກຳ - ảnh 4

ພາບປະກອບ

        ປະ​ຈຸ​ບັນ, ມີຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​​ພວມ​ຜັນ​ຂະ​ຫ​ຍາຍຮູບ​ແບບທົ່ງນາ​​​ແບບ​ຢ່າງຂະ​ໜາດ​ໃຫ ​ຍ່, ທີ່​ປູກ​ເຂົ້າ​ຕາມ​ມາດ​ຖານ “ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສີ​ກຳ​ໄດ້​ດີ - VietGap” ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ອອກ. ​ເມື່ອ​ເຂົ້າ​ຮ່ວມຮູບ​ແບບນີ້, ຊາວ​ກະ​ສີ​ກອນ​ໄດ້​ຮັບ​ການ​ແນະ​ນຳຈາກ​ພະ​ນັກ​ງານ​ກ່ຽວ​ກັບເຕັກ​ນິກ​ການປູກ​ ຝັງ ແລະ ວິ​ທີ​ບັນ​ທຶກວິ​ວັດ​ການ​ຜະ​ລິດ​ໃສ່​​ປື້ມ​ຄູ່​ມື (ຕາມ​ແບບ​ຟອມ)… ເລື່ອງ​ຜັນ​ຂະ​ຫ​ຍາຍ​ການ​ກໍ່​ສ້າງ​ຮູບ​ແບບ​ທົ່ງນາ​​​ແບບ​ຢ່າງ​ຂະ​ໜາດ​ໃຫ​ຍ່ ຕິດ​ພັນ​ກັບ​ການ​ຜະ​ລິດ​ເຂົ້າ​ຕາມ​ມາດ​ຖານ VietGap ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​​ຂະ​ແໜງ​ກະ​ສີ​ກຳວາງ​ແຜນ​ກຳ​ນົດ​ເຂດ​ ຜະ​ລິດ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຕາມ​ທິດ​ໝັ້ນ​ຄົງ; ທັງ​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​​ໝູນ​ໃຊ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ ສາດເຕັກ​ນິກເຂົ້າ​ໃນ​ການ​ຜະ​ລິດ​ຕາມ​ທິດ​ລວມ​ສູນ, ດ້ວຍ​ຈຳ​ນວນຫຼາຍ ແລະ ຄຸນ​ນະ​ພາບ​ສູງ. ນີ້​ແມ່ນ​ໜຶງ​ໃນ​ບັນ​ດາ​ມາດ​ຖານ, ທີ່ປະ​ກອບສ່ວນ​ສ້າງ​ຂະ​ບວນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃຫ້​ສຳ​ເລັດ.

ຂ່າວ/ບົດ​ອື່ນ