(VOVWORLD) -
ໂດຍໄດ້ຕັ້ງຢູ່ແຄມຄັນຄູຂອງແມ່ນ້ຳແດງ, ຕາແສງ ທົງເຍິດ, ເມືອງ ເທື່ອງຕິນ, ນະຄອນ ຮ່າໂນ້ຍ ມີຊື່ສຽງດ້ວຍອາຊີບເປົ່າແກ້ວແບບຫັດຖະກຳ (ເຮັດຜະລິດຕະພັນແກ້ວ). ຈາກອາຊີບທີ່ເປັນມູນເຊື້ອຂອງລຸ້ນກ່ອນ, ດ້ວຍຄວາມຄ່ອງແຄ້ວ, ປຊຊ ຢູ່ທີ່ນີ້ ໄດ້ພັດທະນາ ແລະ ປະດິດສ້າງຫຼາຍຜະລິດຕະພັນໃໝ່ພິເສດສະເພາະ ແລະ ຢອດຢ້ຽມ ຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງຊີວິດ.
ໃນຄວາມແດດຮ້ອນເກືອບ 40 ອົງສາເຊ, ທີ່ຮາກຖານຜະລິດນ້ອຍຢູ່ບ້ານ ຢາບລອງ, ຕາແສງ ທົງເຍິດ, ຢູ່ເທິງໂຕະພ້ອມກັບເຄື່ອງພົ່ນຄວາມຮ້ອນ. ທ່ານ ດັ້ງວັນເຖາະ ພວມເມົາມົວປະດິດສ້າງບັນດາຜະລິດຕະພັນທີ່ເປັນມູນເຊື້ອ ດ້ວຍສີມືທີ່ຄອ່ງແຄ້ວຂອງຕົນ. ໂດຍໄດ້ສືບທອດອາຊີບເປົ່າແກ້ວຈາກພໍ່ຂອງຕົນນັບແຕ່ຄາວຍັງນ້ອຍ, ໄລ່ມາຮອດປະຈຸບັນ, ທ່ານ ເຖາະ ໄດ້ຕິດພັນກັບອາຊີບນີ້ເປັນເວລາເກືອບ 40 ປີແລ້ວ, ທ່ານ ເຖາະ ແບ່ງປັນວ່າ:
ນັບແຕ່ອາຍຸໄດ້ 6-7 ປີ, ຂ້າພະເຈົ້າກໍ່ເຫັນພໍ່ເຮັດແລ້ວ… ເມື່ອມີອາຍຸ 13 ປີ, ຂ້າພະເຈົ້າໄດ້ເລີ່ມເຮັດອາຊີບເປົ່າແກ້ວນີ້ແລ້ວ. ເມື່ອກ່ອນເຮັດວຽກແບບງ່າຍດາຍທີ່ສຸດ ແລະ ໄດ້ໃຊ້ນ້ຳມັນ ແລະ ອາຍ, ແຕ່ປະຈຸບັນໄດ້ໃຊ້ອາຍແກັດ ແລະ ອົກຊີ, ພວກຂ້າພະເຈົ້າໄດ້ປັບປຸງ ແລະ ຮ່ຳຮຽນເພື່ອຍົກສູງສີມື, ສ້າງໃຫ້ມີຫຼາຍຜະລິດຕະພັນທີ່ອຸດົມສົມບູນ, ແຕ່ລະຄອບຄົວກໍ່ມີຜະລິດຕະພັນສະເພາະ.
ເພື່ອເຮັດໄດ້ບັນດາຜະລິດຕະພັນທີ່ງາມ ແລະ ຮັບປະກັນຄຸນນະພາບ, ນາຍຊ່າງຕ້ອງກະກຽມວັດຖຸດິບຢ່າງລະມັດລະວັງ. ເພື່ອມີບັນດາຜະລິດຕະພັນງາມຕາ ແລະ ຕາມໃຈມັກ, ນາຍຊ່າງຕ້ອງເຮັດວຽກໃນເງື່ອນໄຂຫຍຸ້ງຍາກທີ່ສຸດ, ຢູ່ກັບເຕົາໄຟທີ່ມີອຸນຫະພູມຂຶ້ນເຖິງ 1000 ອົງສາເຊ ນັບທັງລະດູໜາວ ຫຼື ລະດູຮ້ອນ. ທ່ານ ດັ້ງວັນເຖາະ ໃຫ້ຮູ້ຕື່ມອີກວ່າ:
ອຸນຫະພູມຂອງເຕົາໄຟຈະອີງຕາມແຕ່ລະຜະລິດຕະພັນ, ຕົວຢ່າງຄື: ດອກໄຟຈະຕ້ອງໃຊ້ອຸຫະພູມປະມານ 600-700 ອົງສາ ແຕ່ເມື່ອເປົ່າແກ້ວເພື່ອເຮັດຜະລິດຕະພັນອື່ນຄືໂຖດອກໄມ້, ອຸນຫະພູມອາດຈະຂຶ້ນເຖິງປະມານ 800-900 ອົງສາ. ນາຍຊ່າງຕ້ອງອີງຕາມແຕ່ລະຜະລິດຕະພັນເພື່ອດັດປັບເຕົາໄຟ.
ນອກຈາກສີມືອັນຄ່ອງແຄ້ວແລ້ວ, ນາຍຊ່າງເປົ່າແກ້ວຕ້ອງມີຄວາມອົດທົນ ແລະ ສຸມໃສ່ວຽກງານສູງທີ່ສຸດ. ຍ້ອນວ່າ ນີ້ແມ່ນວຽກງານທີ່ອັນຕະລາຍພໍສົມຄວນ, ນາຍຊ່າງຕ້ອງສຳຜັດກັບໄຟເປັນປະຈຳ, ຖ້າມີຄວາມຂາດຕົກບົກຜ່ອງໃດໜຶ່ງ ແມ່ນອາດຈະເກີດອຸດບັດຕິເຫດໄດ້. ດັ່ງນັ້ນ, ມີພຽງຜູ້ຮັກອາຊີບຢ່າງແທ້ຈິງ ຈຶ່ງຈະກ້າເສຍສະຫຼະ ເພື່ອຕິດພັນກັບອາຊີບນີ້ເປັນເວລາຍາວນານ. ທ່ານ ດັ້ງວັນເຖາະ ແລະ ເອື້ອຍ ຕ້າທິງ່າ, ນາຍຊ່າງເປົ່າແກ້ວຢູ່ຕາແສງ ທົງເຍິດ ແບ່ງປັນວ່າ:
ເຮັດງວຽກຍາມລະດູຮ້ອນແມ່ນຫຍຸ້ງຍາກທີ່ສຸດ, ຮູ້ສຶກເມື່ອຍຫຼາຍ. ແຕ່ກໍ່ຄິດວ່າ, ເຮົາໄດ້ເຮັດອາຊີບນີ້ໃນເວລາເກືອບ 40 ປີ, ແນ່ນອນວ່າຈະບໍ່ສາມາດຢຸດຢູ່ແຕ່ເທົ່ານີ້ໄດ້.
ຕ້ອງເຮັດອາຊີບນີ້ ເພື່ອຮັກສາອາຊີບທີ່ເປັນມູນເຊື້ອຂອງຕົນໄວ້, ບໍ່ໃຫ້ມັນຖືກສູນຫາຍໄປ. ຍາມໃດກໍ່ຕ້ອງຍົກສູງຄຸນນະພາບຜະລິດຕະພັນຂອງຕົນ ເພື່ອໃຫ້ຜະລິດຕະພັນຮັບປະກັນຄຸນນະພາບ.
ກ່ອນນີ້, ທຸກຂັ້ນຕອນກໍ່ລ້ວນແລ້ວແຕ່ໄດ້ເຮັດດ້ວຍມື, ຄຸນນະພາບຂອງຜະລິດຕະພັນສ່ວນຫຼາຍແມ່ນຂຶ້ນກັບເຕັກນິກ, ບົດຮຽນປະສົບການ ປະສານສົມທົບກັບສີມືທີ່ຄ່ອງແຄ້ວ ແລະ ລັກສະນະຄວາມງາມຂອງນາຍຊ່າງ. ປະຈຸບັນ, ເພື່ອຮັບປະກັນຄຸນນະພາບຜະລິດຕະພັນ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ຫຼາຍຄອບຄົວໃນຕາແສງ ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ. ທ່ານ ເລືອງວັນຈ້າຍ ເຈົ້າຂອງຮາກຖານຜະລິດແກ້ວ ຕາແສງ ທົງເຍິດ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ນຳເຄື່ອງຈັກມາແທນໃຫ້ການເຮັດດ້ວຍມື ນັບແຕ່ປີ 2018. ເຄືື່ອງຈັກທັງໝົດລ້ວນແຕ່ໄດ້ນຳເຂົ້າຈາກຕ່າງປະເທດ ແລະ ເຮັດຜະລິດຕະພັນຕາມການສັ່ງຊື້. ເມື່ອໃຊ້ເຄື່ອງຈັກຈະມີຜະລິດຕະພັນທີ່ຫຼາຍກ່ວາ, ຮັບປະກັນຄຸນນະພາບ ແລະ ລາຄາຂາຍກໍ່ຫລຸດລົງ.
ຕາມການເວລາ, ອາຊີບເປົ່າແກ້ວທີ່ເປັນມູນເຊື້ອຍັງໄດ້ຮັກສາ ແລະ ພັດທະນາ. ອ້າຍ ເລືອງຕວັນເຫງັ້ຍ, ແມ່ນລຸ້ນທີ 3 ໃນຄອບຄົວທີ່ມີມູນເຊື້ອເຮັດອາຊີບເປົ່າແກ້ວ ແຕ່ລະມື້ຍັງໄດ້ຮຽນນຳພໍ່ເປັນປະຈຳ ດ້ວຍຄວາມປາດຖະໜາ ຢາກສືບທອດ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ:
ເມື່ອຫາກໍ່ເຮັດອາຊີບນີ້ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຖ້າຈະເຮັດອາຊີບນີ້ ແມ່ນຕ້ອງມີສີມືຄ່ອງແຄ້ວ. ຕອນຫາກໍ່ເຮັດ, ຜະລິດຕະພັນບໍ່ທັນງາມເທື່ອ, ຕ້ອງຄ່ອຍໆຮຽນ… ໃນອະນາຄົດ, ຂ້າພະເຈົ້າຢາກເຮັດວັດສະດຸປະດັບປະດາດ້ວຍແກ້ວ ແລະ ຜະລິດທໍ່ແກ້ວປະເພດຕ່າງໆໃຫ້ແກ່ຂະແໜງສາທາລະນະສຸກ.
ອາຊີບເປົ່າແກ້ວທີ່ເປັນມູນເຊື້ອ ໄດ້ນຳມາເຊິ່ງຂີດໝາຍຍາກທີ່ຈະສູນຫາຍໄປໄດ້. ບັນດານາຍຊ່າງເຮັດເຄື່ອງແກ້ວຢູ່ຕາແສງ ທົງເຍິດ ມີຄວາມງາມທີ່ເປັນເອກະລັກຂອງຜູ້ອອກແຮງານ, ຄວາມງາມຂອງຄວາມດຸໝັ່ນຂະຫຍັນພຽນ, ລຽບງ່າຍ ແຕ່ພັດລະອຽດອ່ອນທີ່ສຸດ/.