ຕາແສງ Ayun Ha ແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຢູ່ Gia Lai


(vovworld)- ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​​ແຂວງ Gia Lai ດ້ວຍ 19 ມາດຖານ ​ແມ່ນ​ບັນຫາ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ເພາະວ່າ​ຊີວິດ​ຂອງ​ຊາວ​ທ້ອງ​ຖີ່​ນ​ໃນ​ປະຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບປຸງ​ພໍປານ​ໃດ, ພິ​ເສດ​ແມ່ນ​ສຳ​ຫຼັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​​ແຕ່​ໃນ​ຄວາມ​ຫຍຸ້ງຍາກ​ນັ້ນ, ຕາ​ແສງ Ayun Ha, ​ເມືອງ Phu Thien, ​ແຂວງ Gia Lai ພັດ​ມີ​ວິທີ​ການ​ທີ່​ເໝາະສົມ, ລະດົມ​ແຫຼ່ງກຳລັງ​ຈາກປະຊາຊົນ​ໄດ້​ຫຼາຍ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕາແສງ Ayun Ha ແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຢູ່ Gia Lai - ảnh 1

ນັບແຕ່ຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່, ໂສມໜ້າຊັນນະບົດຢູ່ Phu Thienໄດ້ຮັບການປ່ຽນໃໝ່ເທື່ອລະກ້າວ
(ພາບ: khuyennongvn.gov.vn)

     ​ເມື່ອ​ມາ​ຢ້ຽມຢາມຕາ​ແສງ Ayun Ha ​ເຊິ່ງ​ແມ່ນ​ຕາ​ແສງ​ແບບຢ່າງ​ໃນ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ Phu Thien, ຜູ້​ໃດ​ກໍ່​ສາມາດ​ເຫັນ​ໄດ້​ຈຸດ​ພິ​ເສດ​ໃນ​ການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ, ນັ້ນ​ແມ່ນສະຕິ​ຮັກສາ​ອະນາ​ໄມສິ່ງ​ແວດ​ລ້ອມຂອງ​ປະຊາຊົນ​ຢູ່​ທີ່​ນີ້. ​ແບບ​ແຜນ​ດຳ​ເນີນ​ຊີວິດ​ນີ້​ໄດ້​ມີ​ມານັບ​ແຕ່​ເມື​ອ່ຕາ​ແສງ​ຜັນ​ຂະຫຍາຍ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເຖິງ​ວ່າ​ຊີວິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​​​​ເມື່ອ​ຮັບ​ຮູ້​ໄດ້​ວ່າການ​ກໍ່ສ້າງ​ຊົນນະບົດ​ໃໝ່ຈະ​ສ້າງ​ການ​ຫັນປ່ຽນ​​ໃນ​ທຸກ​ດ້ານໂດຍ​ພື້ນຖານ​​. ດັ່ງ​ນັ້ນ​ພໍ່​ແມ່​ປະຊາຊົນ​ຈຶງທຳ​ຄວາມ​ສະອາດ​ຖະໜົນ​ຫົນທາງ, ກໍ່ສ້າງ​ວິດຖ່າຍ, ຂຸດ​ນ້ຳສ້າງ​... ບໍ່​ພຽງ​ແຕ່​ກໍ່ສ້າງ​ບັນດາ​ກິດຈະກຳ​ດຳ​ເນີນ​ຊີວິດ​ໃນ​ຄອບຄົວ​ເທົ່າ​ນັ້ນ, ​ຫຼາຍ​ຄອບຄົວ​ຍັງ​ມອບ​ທີ່​ດິນ​ເພື່ອ​ເປີດ​ກວ້າງ​ຫົນທາງ ​ແລະ ກໍ່ສ້າງ​ຫໍ​ວັດທະນະທຳ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ບ້ານ​,ຕາ​ແສງ​ອີກ​ດ້ວຍ. ອ້າຍ Nguyen Manh Cuong, ຜູ້​ທີ່​ໄດ້​ມອບ​ທີ່ດິນ 200 ຕາລາງ​ແມັດ​ເພື່ອ​ກໍ່ສ້າງ​ຫໍ​ວັດທະນະທຳ​ບ້ານ, ​ໃຫ້​ຮູ້​ວ່າ:

        ”ຜ່ານ​ການ​ປຸກລະດົມ​ຂົນຂວາຍຂອງ​ທົ່ວ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ໄດ້ເຂົ້າ​ໃຈ​ກ່ຽວ​ກັບແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ​ເມື່ອ​ເຫັນວ່າ​ທີ່​ດິນ​ຂອງ​ບ້ານ​ຍັງ​ຂາດ, ພວກ​ຂ້າພະ​ເຈົ້າ​ກໍ່​ສະໝັກ​ໃຈ​ມອບ​ທີ່​ດິນຂອງ​ຕົນ​ເພື່ອ​ກໍ່ສ້າງ​ລະບົບຫົນ​ທາງ​, ຫໍ​ວັດທະນະທຳ​​ໃຫ້ບ້ານ”.

        ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຈາກ​ແຫຼ່ງທຶນ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ Ayun Ha​ ໄດ້ມອບ​ງົວ 12 ​ໂຕ​ໃຫ້​ແກ່ 12 ຄອບຄົວ​ທີ່​ທຸກ​ຍາກ, ຂົນຂວາຍ​ເກືອບ 100 ຄອບຄົວ​ຍົກຍ້າຍ​ໄປ​ອາ​ໄສ​ຢູ່​ບ່ອນ​ອື່ນ ​ແລະ ກໍ່ສ້າງ​ເຂດ​ຄອກ, ​ຟາ​ມ ລ້ຽງສັດ, ສັດ​ປີກ​ຢູ່​ແຫ່ງ​ທີ່​ເໝາະ​ສົມ; ບຸກ​ເບີກຫົນທາງ​ໃນ​ບ້ານນັບ​ສິມກິ​ໂລ​ແມັດ. ປະຊາຊົນ​ໃນ​ຕາ​ແສງ​ໄດ້​ສະໝັກ​ໃຈ​ມອບ​ທີ່​ດິນ​ເກືອບ 1000 ຕາລາງ​ແມັດ ​ເພື່ອ​ກໍ່ສ້າງ​ທາງ​​ໃນ​ເຂດ​ຊົນນະບົດ, ກໍ່ສ້າງ​ຫໍ​ວັດທະນະທຳ. ປະຊາຊົນ​ຍັງ​ບໍລິຈາກ​ເງິນ, ປະກອບ​ເຫື່ອ​ແຮງ ​ເພື່ອພ້ອມ​ກັບ​ອຳນາດ​ການ​ປົກຄອງ​ຕາ​ແສງ​ກໍ່ສ້າງ​ທາງ​ຄົມມະນາຄົມ​ດ້ວຍ​ເບ​ຕົງ​ໄດ້​ກວ່າ 5 ກ.ມ. ອຳນາດ​ການ​ປົກຄອງຕາ​ແສງ Ayun Ha ​ໄດ້​ປຶກສາ​ຫາລື, ​ເຫັນ​ດີ​ເປັນ​ເອກະ​ພາບ​ເລືອກ​ເຟັ້ນບັນດາ​ມາດຕະການທີ່​ແທດ​ເໝາະ​ກັບ​ຕົວ​ຈິງ ​ແລະ ລະດົມ​ທຸກ​ແຫຼ່ງກຳລັງ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາ ຊົນເພື່ອ​ພ້ອມ​ກັນ​ປະຕິບັດ. ທ່ານ Nguyen Sang, ປະທານຄະນະ ກຳມະການປະຊາຊົນຕາ​ແສງ Ayun Ha, ໃຫ້ຮູ້ວ່າ:

        ”ຄາດໝາຍ​ໃດຖືກຍົກມາກ່ອນ ພວກຂ້າພະເຈົ້າກໍ່ຜັນຂະຫຍາຍ ກ່ອນ. ຕົວຢ່າງຄືຢາກ​ກໍ່ສ້າງຫໍວັດທະນະທຳ, ພວກຂ້າພະເຈົ້າກໍ່ຂົນຂວາຍ ປະຊາຊົນ​​ໃນ​ບ້ານ​ຕ່າງໆ​ມອບທີ່​ດິນ​ເພື່ອມີ​ເນື້ອ​ທີ່​ກໍ່ສ້າງ. ຈາກ​ນັ້ນ, ພວກ​ເຮົາ​ກໍ່​ວາງ​ແຜນ​ກໍ່ສ້າງ​ຕະຫຼາດ. ​ເພື່ອ​ດຳ​ເນີນ​ວຽກ​ງານ​ນີ້, ພວກ​ຂ້າພະ​ເຈົ້າ​​​ໄດ້ຂົນຂວາຍ​ປະຊາຊົນ​ທັງ​ບໍລິຈາກ​ທີ່​ດິນ, ທັງ​ຂາຍ​ດ້ວຍ​ລາຄາ​ຖືກ”.

ຕາແສງ Ayun Ha ແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຢູ່ Gia Lai - ảnh 2

ກໍ່ສ້າງທາງຢູ່ແຂວງ Gia Lai
(ພາບ: google.com.vn)

        ປະຈຸ​ບັນ, Ayun Ha ​ແມ່ນ​ຕາ​ແສງ​ທີ່​ມີ​ພື້ນຖານ​ເສດຖະກິດ​ພັດທະນາ​ທີ່​ສຸດ​ຂອງ​ເມືອງ​ Phu Thien, ຊີວິດ​ຂອງ​ປະຊາຊົນ​ເປັນ​ປົກກະຕິ, ລະບົບ​ທາງ​ຄົມມະນາຄົມ​ໄດ້​ຮັບ​ການ​ປູ​ຢາງ​ ​ແລະ ກໍ່ສ້າງ​ດ້ວຍ​ເບ​ຕົງ. ລະບົບ​ຄອງ​ເໝືອງ​ຂອງ​ຕາ​ແສງ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​​ຖາວອນ​ໂດຍ​ພື້ນຖານ; ຮັບປະກັນ​​ໄຟຟ້າສະໜອງ​​ໃຫ້ 98% ຈຳນວນ​ຄອບຄົວ​ນຳ​ໃຊ້​ເປັນ​ປະຈຳ; ມີ​ຕະຫຼາດ, ລະບົບ​ໂຮງຮຽນ, ສຸກສາລາ​ບັນລຸ​​ມາດຕະຖານ​ທີ່​ໄດ້​ກຳນົດ... ບົດຮຽນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ Ayun Ha ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ເມືອງ​ Phu Thien. ທ່ານ Ksor Duong, ຫົວໜ້າ​ຫ້ອງການ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ຜູ້​ປະຈຳການ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເມືອງ Phu Thien, ​ເລົ່າ​ສູ່​ຟັງ​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ສົມທົບ​ກັບ​ກຳລັງ​ຊາວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ໄດ້​ເຮັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ. ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ສົມທົບ​ກັບ​ສະມາຄົມ​ແມ່ຍິງ​, ສະມາຄົມ​ຊາວ​ກະ​ສີກ​ອນ, ​ແລະ ນັກຮົບ​ເກົ່າ​ຕັ້ງໜ້າ​ຂົນ​ຂວາ​ຍ, ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ບັນຫາ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ເຂົາ​ເຈົ້າ​ເອງ. ​ເມື່ອ​ມີ​ຄວາມ​ເຂົ້າ​ໃຈ, ​ເຂົາ​ເຈົ້າ​ຈະສືບ​ຕໍ່​ມອບ​ທີ່ດິນ ​ແລະ​ ປະກອບ​ເຫື່ອ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ໄລຍະ​ຕໍ່​ໄປ”.

        ຊົນນະບົດ​ຢູ່ Ayun Ha ​ເວົ້າ​ສະ​ເພາະ, ​ເມືອງ Phu Thien, ​ແຂວງ Gia Lai ​ເວົ້າ​ລວມພວມ​ມີ​ການ​ປ່ຽນ​ໃໝ່. ບົດຮຽນ​ກ່ຽວ​ກັບ​ຄວາມ​ນຶກ​ຄິດ, ວິທີ​ເຮັດ​ຢ່າງ​ເໝາະ​ສົມ, ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ປະຊາຊົນ​. ສິ່ງ​ດັ່ງກ່າວ​ໄດ້​ກາຍ​ເປັນ​ກຳລັງ​ໜູນ​ທີ່​ສຳຄັນ​ເພື່ອ​ໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ Ayun Ha ​ເວົ້າ​ສະ​ເພາະ ​ແລະ ​ເມືອງ Phu Thien ​​ເວົ້າ​ລວມ, ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ວ່ອງ​ໄວ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ.

Pham Duy

ຕອບກັບ

ຂ່າວ/ບົດ​ອື່ນ