(vovworld) - ຖູ້ຍນິງ ແມ່ນໜຶ່ງໃນຈຳນວນ 16 ຕາແສງຂອງເມືອງທ໋າຍຖູ້ຍ, ແຂວງທ໋າຍບິ່ງ ພວມປະຕິບັດບັນດາມາດຖານສຸດທ້າຍເພື່ອສຳເລັດການກໍ່ສ້າງຊົນນະບົດໃໝ່ໃນປີ 2014. ປະຈຸບັນ, ລະບົບພື້ນຖານໂຄງລ່າງຂອງຕາແສງຖູ້ຍນິງ ບັນລຸໄດ້ມາດຖານໂດຍພື້ນຖານແລ້ວ. ດ້ວຍຈຸດໝາຍສຳຄັນແມ່ນພັດທະນາການຜະລິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ຫໍວັດທະນະທຳຢູ່ເມືອງທ໋າຍຖູ້ຍ
(ພາບ: ອິນເຕີແນດ)
ໂດຍແມ່ນຕາແສງກະສີກຳ, ຖູ້ຍນິງ ແມ່ນແຫ່ງຜະລິດກະສີກຳທີ່ມີເງື່ອນໄຂສະດວກ. ຕົ້ນເຂົ້າແມ່ນຕົ້ນໄມ້ທັນຍາຫານຕົ້ນຕໍ, ເຖິງວ່າບັນລຸສະມັດຕະພາບສູງ ແຕ່ມູນຄ່າເສດຖະກິດພັດຕຳ່ຢູ່. ຍ້ອນເຫດນັ້ນ, ໃນລາຍການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ອຳນາດການປົກຄອງຕາແສງຖູ້ຍນິງ ໄດ້ສົ່ງເສີມປະຊາຊົນຫັນປ່ຽນຜົນລະປູກ, ສັດລ້ຽງ ເພື່ອສ້າງກຳໄລດ້ານເສດຖະກິດສູງ. ທ່ານ ຟ້າມວັນງໍ້. ເລຂາຕາແສງຖູ້ຍນິງ, ໃຫ້ຮູ້ວ່າ:
“ກ່ອນນີ້, ເຖິງວ່າການຜະລິດເຂົ້າເປືອກໄດ້ຜົນສູງກໍ່ຕາມ, ແຕ່ລາຍຮັບພັດຕຳ່ຢູ່. ໃນຊຸ່ມປີມໍ່ໆມານີ້, ຖູ້ຍນິງ ໄດ້ຫັນປ່ຽນຜົນລະປູກໃນເນື້ອທີ່ດິນທີ່ສາມາດຫັນປ່ຽນໄດ້. ອີງໃສ່ທີ່ດິນແຕ່ລະແຫ່ງສາມາດປູກພືດຢູ່ໃນໄລຍະປ່ຽນລະດູການປູກຝັງຕື່ມອີກ. ສ່ວນເຂົ້າແມ່ນຜະລິດຕາມທິດເປັນສິນຄ້າ. ດ້ວຍຄາດໝາຍເພີ່ມລາຍຮັບໃນການປູກຝັງໃຫ້ໄດ້“.
ໃນຫຼາຍປີມໍ່ໆມານີ້, ທາງຕາແສງໄດ້ຮ່ວມສຳພັນກັບບໍລິສັດແນວພັນເຂົ້າທ໋າຍບິ່ງ, ສ້າງທິດທາງເຮັດກະສີກຳໃໝ່ໃຫ້ແກ່ປະຊາຊົນຕາແສງຖູ້ຍນິງ. ແທນທີ່ຈະຜະລິດທັນຍາຫານ, ປະຈຸບັນ, ປະຊາຊົນໄດ້ຫັນມາຜະລິດກ້າເປັນສິນຄ້າ. ນີ້ແມ່ນທິດໃໝ່ໃນການຜະລິດເປັນສິນຄ້າ. ປີ 2012, ຕາແສງຖູ້ຍນິງ ຜະລິດກ້າໄດ້ 800 ໂຕນ, ສ້າງກຳໄລໄດ້ປະມານ 1 ຕື້ດົ່ງ. ໃນ 2 ປີມານີ້, ຍ້ອນຕະຫຼາດມີການຫັນປ່ຽນ, ປະລິມານກ້າທີ່ຂາຍໃຫ້ບໍລິສັດກໍ່ຫຼຸດລົງ. ແຕ່ການນຳ ກໍ່ຄືປະຊາຊົນຖູ້ຍນິງ ຍັງຄົງຮ່ວມແຮງຮ່ວມໃຈຮັກສາ ແລະ ປູກທົດລອງແນວພັນໃໝ່ຕື່ມອີກ. ທ່ານ ງໍ້ ໃຫ້ຮູ້ວ່າ:
“ປະຈຸບັນເນື້ອທີ່ຜະລິດກ້າເປັນສິນຄ້າ 100 ເຮັກຕານັ້ນ, ສ່ວນຫຼາຍແມ່ນຕົກກ້າເປັນສິນຄ້າ ແລະ ປະຊາຊົນຢູ່ທີ່ນີ້ກໍ່ເລີ່ມຊິນເຄີຍກັບການຜະລິດເປັນສິນຄ້າແລ້ວ“.
ປະຊາຊົນໄດ້ຫັນທິດມາປູກກ້າເປັນສິນຄ້າ
(ພາບ: ອິນເຕີແນດ)
ຄຽງຂ້າງການປູກຕົ້ນໄມ້ແລ້ວ, ປະຊາຊົນຕາແສງຖູ້ຍນິງຍັງມີທ່າແຮງໃນການລ້ຽງສັດຕາມຮູບແບບຟາມ. ກ່ອນນີ້ 10 ປີ, ຖູ້ຍນິງໄດ້ສະຫງວນເນື້ອທີ່ດິນເກືອບ 12 ເຮັກຕາເພື່ອສ້າງເຂດລ້ຽງສັດລວມສູນຢູ່ຈ່ຽວໂຕ. ມາຮອດປະຈຸບັນ, ເຂດລ້ຽງສັດລວມສູນນີ້ ໄດ້ຮັບການຕີລາຄາວ່າມີປະສິດທິຜົນກວ່າໝູ່ ໃນຈຳນວນເຂດລ້ຽງສັດລວມສູນ 7 ແຫ່ງຂອງແຂວງທ໋າຍບິງ. ຍ້ອນພັດທະນາການລ້ຽງສັດ. ມີຫຼາຍຄອບຄົວຢູ່ຖູ້ຍນິງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານ ງໍ້ ໃຫ້ຮູ້ວ່າ:
“ນັບແຕ່ປີ 2008, ຕາແສງທັງກໍ່ສ້າງ, ທັງຜະລິດດ້ວຍຮູບການປູກຕົ້ນໄມ້ຫຼາຍປະເພດ, ແຕ່ຖືການລ້ຽງສັດເປັນຕົ້ນ. ມີບາງຄອບຄົວລ້ຽງໄກ່ນັບພັນໂຕ, ບາງຄອບຄົວລ້ຽງໝູ, ເປັດ, ກະຕ່າຍ, ສ້າງກຳໄລໄດ້ 200 ລ້ານດົ່ງ/ຟາມ/ປີ. ຟາມແຕ່ລະແຫ່ງມີເນື້ອທີແຕ່ 0,5 ເຖິງ 1 ເຮັກຕາ. ປະຈຸບັນຟາມທັງໝົດລ້ວນແຕ່ພັດທະນາດີທີ່ສຸດ.“
ປະຊາຊົນຕາແສງຖູ້ຍນິງມີທ່າແຮງໃນການລ້ຽງສັດຕາມຮູບແບບຟາມ
(ພາບ: ອິນເຕີແນດ)
ປະຈຸບັນ, ບໍ່ວ່າຟາມແຫ່ງໃດຢູ່ເຂດທົ່ງນາຈ່ຽວໂຕ ກໍ່ເຕັມໄປດ້ວຍສີຂຽວອຸ່ມທູ່ມຂອງຕົ້ນໄມ້, ໜອງປາທີ່ກວ້າງຂວາງ, ສັດລ້ຽງນັບຮ້ອຍໂຕ, ສັດປີກນັບພັນໂຕ. ດ້ວຍເນື້ອທີ່ເກືອບ 1000 ຕາແມັດ. ສອງຜົວເມຍທ່ານ ຫງວຽນວັນຮົ່ງ ໄດ້ລົງທຶນກໍ່ສ້າງຟາມ, ໃນນັ້ນເນື້ອທີ່ສ່ວນໜຶ່ງແມ່ນຂຸດໜອງລ້ຽງປາ, ສ່ວນຍັງເຫຼືອແມ່ນສ້າງຄອກລ້ຽງໝູນັບຮ້ອຍໂຕ. ດ້ວຍຍອດຈຳນວນທຶນຂຶ້ນເຖິງ 500 ລ້ານດົ່ງ, ດ້ວຍຂອບຂະໜາດໃຫຍ່ຄືແນວນັ້ນ, ແຕ່ລະປີ, ທ່ານ ຮົ່ງ ສ້າງລາຍຮັບໄດ້ແຕ່ 150 – 200 ລ້ານດົ່ງ. ທ່ານ ຫງວຽນວັນຮົ່ງ, ໃຫ້ຮູ້ວ່າ:
“ກ່ອນນີ້ຫຼາຍຄົນບໍ່ກ້າເຮັດແບບນີ້, ເພາະວ່ານີ້ແມ່ນເຂດທົ່ງນາທີ່ກວ້າງໃຫຍ່, ເຄີຍຖືກນຳ້ຖ້ວມ, ເປັນບຶງເປັນບວກ“
ບັນດາຄອບຄົວລົງທຶນພັດທະນາການລ້ຽງສັດດ້ວຍຈຳນວນຫຼາຍ ຈະໄດ້ຮັບເງື່ອນໄຂສະດວກທາງດ້ານທີ່ດິນ ແລະ ການລົງທຶນກໍ່ສ້າງຟາມ. ແຕ່ລະປີ, ທາງຕາແສງໄດ້ເປີດຊຸດເຝິກອົບຮົມກ່ຽວກັບການຖ່າຍທອດຄວາມກ້າວໜ້າ ດ້ານວິທະຍາສາດດ ເຕັກນິກໃນການລ້ຽງສັດໃຫ້ແກ່ປະຊາຊົນ. ນັບແຕ່ຖູ້ຍນິງ ຍູ້ແຮງການພັດທະນາຟາມແບບລວມສູນ, ຄິດສະເລ່ຍແຕ່ລະເຮັກຕາໄດ້ຮັບປະສິດທິຜົນທາງດ້ານເສດຖະກິດຫຼາຍທົບ 3 – 4 ເທົ່າ ເມື່ອທຽບໃສ່ການປູກເຂົ້າ. ເພື່ອສຳເລັດການກໍ່ສ້າງຊົນນະບົດໃໝ່ໃນປີ 2014 ຢ່າງຮອບດ້ານ, ການນຳ ແລະ ປະຊາຊົນຕາແສງຖູ້ຍນິງ ຍັງຄົງສືບຕໍ່ຮັກສາເນື້ອທີ່ຟ້າມລ້ຽງສັດ ແລະ ເນື້ອທີ່ປູກເຂົ້າ, ສຸມໃສ່ຍົກສູງຄຸນນະພາບແນວພັນສັດລ້ຽງ, ລົງທຶນດ້ານວິທະຍາສາດ, ເຕັກນິກ.