(VOVWORLD) -ໄຊແມ່ນເຄື່ອງດັກປາທີ່ເປັນມູນເຊື້ອຂອງຊາວກະສິກອນ,ເຊິ່ງເຄີຍນຳໃຊ້ຢູ່ບັນດາແຂວງໃນເຂດທົ່ງພຽງພາກເໜືອ ຫວຽດນາມ. ຢູ່ເມືອງ ຕຽນຫຼື, ແຂວງ ຮຶງອຽນ ມີໝູ່ບ້ານ ຖູສີ ໄດ້ຮັບຄວາມຮູ້ຈັກກັນດີດ້ວຍອາຊີບສານໄຊທີ່ເປັນມູນເຊື້ອ. ຈາກສີມືແຮງງານທີ່ຄ່ອງແຄ້ວຂອງປະຊາຊົນແຫ່ງນີ້, ບັນດາໄຊຖືກນຳໄປຂາຍຢູ່ທົ່ວທຸກແຂວງ, ນະຄອນທາງພາກເໜືອ ແລະ ສົ່ງອອກບາງປະເທດອື່ນໆອີກດ້ວຍ.
ຕາແສງ ຖູສີ, ເມືອງ ຕຽນຫຼື, ແຂວງ ຮຶງອຽນ, ຫ່າງຈາກ ຮ່າໂນ້ຍ 60 ກມ. ແມ່ນໝູ່ບ້ານທີ່ເຕັມໄປດ້ວຍສີສັນເຂດບ້ານນາທາງພາກເໜືອ, ດ້ວຍບັນດາຫຼັງຄາມຸຸງດິນຂໍທີ່ໄດ້ປ່ຽນເປັນສີໝາກກະເບົາແກ່, ເຮືອນສາມຫ້ອງທີ່ເປັນມູນເຊື້ອ ແລະ ສຸມໄມ້ໄຜ່ຂຽວ, ສ້າງເປັນພາບພົດເຂດບ້ານນາທີ່ມີຄວາມສະຫງົບສຸກ.
ຢູ່ ຖູສີມີຜູ້ເຮັດອາຊີບສານໄຊປະມານ 500 ຄົນ, ໃນນັ້ນບ້ານພັດທະນາອາຊີບນີ້ກວ່າໝູ່ແມ່ນ ໂນ້ຍລັງ ແລະ ເຕິດວຽນ. ຊາວ ຖູສີ ມີຄວາມສະໜິດຕິດພັນກັບອາຊີບສານໄຊມາແຕ່ດົນແລ້ວ. ບັນດາຜູ້ອາຍຸສູງໃນໝູ່ບ້ານໃຫ້ຮູ້ວ່າ, ຊາວ ຖູສີ ຮູ້ອາຊີບສານໄຊກ່ອນນີ້ປະມານ 2 ສະຕະວັດ. ປ້າ ຫງວຽນທິເຢິນ, ຊາວ ຖູສີ, ເລົ່າສູ່ຟັງວ່າ:
“ໃນສາລາບ້ານຂອງພວກຂ້າພະເຈົ້າປັດຈຸບັນນີ້ພວມບູຊາພະອໍລະຫັນ ຫງວຽນທິເຫ້. ບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານເວົ້າວ່າ, ພະນາງເປັນຜູ້ທີ່ໄດ້ນຳເອົາອາຊີບສານໄຊມາສອນໃຫ້ຊາວບ້ານຂ້າພະເຈົ້າ“.
ເມື່ອແວ່ຢາມບັນດາຄອບຄົວໃນໝູ່ບ້ານທ່ານຈະເຫັນບັນດາພໍ່ເຖົ້າ, ແມ່ເຖົ້ານັ່ງຕໍ່ໜ້າລະບຽງ, ທັງສານໄຊ, ທັງໂອ້ລົມນຳກັນກ່ຽວກັບເລື່ອງຄອບຄົວ, ໝູ່ບ້ານ. ເຂົາເຈົ້າເລົ່າສູ່ຟັງວ່າ, ກ່ອນນີ້ໃນເວລາບໍ່ຕິດຄາກັບວຽກງານກະສິກຳ, ຄອບຄົວໃດກໍ່ສານໄຊ, ເຂົາເຈົ້າສາມາດນັ່ງສານໄຊຕະຫຼອດວັນໄດ້… ສ່ວນໃນຍາມເກັບກ່ຽວ, ຊາວບ້ານຈະຍາດເວລາສານໄຊໃນຕອນແລງ. ຜູ້ເຮັດອາຊີບນີ້ຕ້ອງມີສີມືດີ, ມີຄວາມລະອຽດລະອໍ. ແຕ່ວ່າຢູ່ ຖູສີ, ຜູ້ໃດກໍ່ສາມາດສານໄຊໄດ້. ສະນັ້ນເຂົາເຈົ້າເຄີຍຢອກນຳກັນວ່າ ຕົນເອງຮູ້ສານໄຊນັບແຕ່ເວລາຍັງນອນໃນທ້ອງແມ່. ປ້າ ດ່າວແທງມຽນ, ໃຫ້ຮູ້ວ່າ:
“ໃຜກໍ່ຮູ້ສານໄຊໝົດ. ທັງຜູ້ເຖົ້າຜູ້ແກ່, ຜູ້ໃຫຍ່, ເດັກນ້ອຍໃນໝູ່ບ້ານກໍ່ລ້ວນແຕ່ສານໄຊໄດ້. ເມື່ອມີອາຍຸ 5 ປີ ປ້າໄດ້ເລີ່ມຮຽນອາຊີບນີ້ແລ້ວ“.
ປ້າ ດ່າວແທງມຽນ |
ວັດຖຸເພື່ອສານໄຊແມ່ນໄມ້ໄຜ່ ຫຼືໄມ້ເຮ້ຍແກ່ທີ່ຖືກນຳມາຈາກປ່າ. ທຳອິດເຂົາເຈົ້າຕ້ອງຜ່າໄມ້ໄຜ່, ໄມ້ເຮ້ຍໃຫ້ເປັນແຕະຫຼາຍປະເພດທີ່ແຕກຕ່າງກັນເພື່ອຮັບໃຊ້ໃຫ້ແກ່ການສານໄຊ. ແຕະແຕ່ລະປະເພດມີຂະໜາດຕ່າງກັນ, ຕ້ອງເຫຼົາໃຫ້ບາງ ແລະ ສະເໝີກັນ. ປະຊາຊົນແຫ່ງນີ້ເຄີຍໃຊ້ມືແລະຄາງເພື່ອເຫຼົາແຕະ. ຂັ້ນຕອນນີ້ສ່ວນຫຼາຍແມ່ນຜູ້ຊາຍເຮັດ.
ເຕັກນິກສານໄຊບໍ່ພຽງແຕ່ຕ້ອງມີຄວາມຄ່ອງແຄ້ວ, ລະອຽດລະອໍເພື່ອສ້າງເປັນຜະລິດຕະພັນທີ່ມີຄຸນນະພາບ, ສວຍງາມເທົ່ານັ້ນ, ຫາກຕ້ອງມີຄວາມອົດທົນ, ດຸໝັ່ນ ແລະ ຄວາມຮັກຕໍ່ອາຊີບອີກດ້ວຍ. ໄຊທີ່ສວຍງາມແມ່ນຕ້ອງໄດ້ຮັບການສານຢ່າງສະເໝີກັນ, ພາຍຫຼັງສານແລ້ວຕ້ອງວາງເທິງຖ້ານຄົວອູດຄວັນໃຫ້ແຫ້ງເພື່ອເພີ່ມຄວາມໝັ້ນທົນກວ່າ. ພໍ່ເຖົ້າ ເລືອງເຊີນບາກ, ຜູ້ສານໄຊທີ່ມີຊື່ສຽງໃນໝູ່ບ້ານ ຖູສີ, ໃຫ້ຮູ້ວ່າ:
“ໄຊຕ້ອງສານຢ່າງລະອຽດຄ່ອງແຄ້ວ, ແລ້ວອູດດ້ວຍເຟືອງບໍ່ໃຫ້ໄຟພຸ່ງເປັນແປວ, ແລະ ຕ້ອງອູດຄວັນເຖິງສາມເທື່ອ ໄຊຈຶ່ງມີສີແກ່ສະເໝີກັນ. ສິລະປະອູດແມ່ນຍາກຫຼາຍ, ສະນ້ັນແມ່ເຖົ້າເຮັດຈະງາມກວ່າ. ສ່ວນແຕະແມ່ນຕ້ອງຕາກແຫ້ງແລ້ວຈຸ່ມນ້ຳປູນ. “
ພໍ່ເຖົ້າ ເລືອງເຊີນບາກ, ຜູ້ສານໄຊທີ່ມີຊື່ສຽງໃນໝູ່ບ້ານ ຖູສີ |
ແຕ່ລະປີ, ຖູສີ ໄດ້ສະໜອງໄຊ 650.000 ໜ່ວຍໃຫ້ບັນດາແຂວງຄື: ຮ່ານາມ, ນາມດິ້ງ, ບັກນິງ, ບັກຢາງ. ໄຊຢູ່ ຖູສີ ມີ 3,4 ປະເພດ. ໃນນັ້ນໄຊທີ່ໄດ້ອູດຄວັນເປັນສີໝາກກະເບົາແກ່ແມ່ນມີລາຄາແຕ່ 30.000 – 40.000 ດົ່ງ/ໜ່ວຍ, ສ່ວນໄຊສີຂາວມີລາຄາປະມານ 20.000 ດົ່ງ/ໜ່ວຍ. ເຖິງວ່າສານໄຊພຽງແຕ່ແມ່ນອາຊີບສຳຮອງຂອງຊາວ ຖູສີ ເມື່ອບໍ່ຕິດຄາກັບວຽກງານກະສິກຳເທົ່ານັ້ນກໍ່ຕາມ, ແຕ່ມັນພັດນຳມາເຊິ່ງ 50% ລາຍຮັບໃຫ້ປະຊາຊົນໃນຕາແສງ, ຊ່ວຍໃຫ້ປະຊາຊົນມີລາຍຮັບເປັນປົກກະຕິເພື່ອໃຊ້ຈ່າຍໃນຊີວິດການເປັນຢູ່. ພໍ່ເຖົ້າ ເລືອງເຊີນບາກ, ແບ່ງປັນວ່າ:
“ໃນເມື່ອກ່ອນບັນດາຜູ້ເຖົ້າສານໄຊຍາມກາງຄືນ, ຮຸ່ງເຊົ້ານຳໄປຂາຍຢູ່ຕະຫຼາດເພື່ອຫາເງິນລ້ຽງລູກ. ຂ້າພະເຈົ້າເອງກໍ່ຄືກັນ. ປັດຈຸບັນແຕ່ລະເດືອນຫາລາຍຮັບໄດ້ສອງ, ສາມລ້ານດົ່ງກໍ່ພໍໃຊ້ໃນການດຳລົງຊີວິດ. ຍ້ອນສານໄຊລູກເຕົ້າຈຶ່ງສາມາດເຕີບໃຫຍ່ໄດ້“.
ປັດຈຸບັນ, ສັງຄົມນັບມື້ນັບໄດ້ຮັບການພັດທະນາ, ຊາວປະມົງກໍ່ຄ່ອຍໆນຳໃຊ້ວິທີການຫາປາທີ່ທັນສະໄໝ, ສະນັ້ນເຂົາເຈົ້າບໍ່ໄດ້ນຳໃຊ້ໄຊຫຼາຍຄືເກົ່າອີກ. ເຖິງຢ່າງໃດກໍ່ຕາມ, ອາຊີບສານໄຊຢູ່ ຖູສີ ກໍ່ບໍ່ຖືກເສຍຫາຍໄປເທື່ອ, ຫາກມັນໄດ້ກາຍເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມໃນຂົງເຂດສິລະປະ, ເຄື່ອງປະດັບໃນເຮືອນ, ສ້າງເປັນຮູບພາບພິເສດສະເພາະທີ່ເຕັມໄປດ້ວຍສີສັນບ້ານນາ.
ພິເສດ, ປັດຈຸບັນ ໄຊທີ່ໃຊ້ປະດັບພາຍໃນເຮືອນບໍ່ພຽງແຕ່ໄດ້ຮັບຄວາມນິຍົມຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຖືກສົ່ງໄປຂາຍຢູ່ບັນດາປະເທດຄື: ອາເມລິກາ, ສິງຄະໂປ, ຍີ່ປຸ່ນ, ອິນເດຍ… ອີກດ້ວຍ. ມາຢ້ຽມຢາມ ຖູສີ ນັກທ່ອງທ່ຽວຈະຮູ້ສຶກໄດ້ຈຸດທີ່ເປັນເອກະລັກສະເພາະຂອງເຂດບ້ານນາ, ແລະ ມີໂອກາດໄດ້ພົບປະກັບປະຊາຊົນຜູ້ທີ່ມີຄວາມຊື່ສັດ, ໂປ່ງໃສ ຮັກແພງແຂກຄົນຢູ່ທີ່ນີ້ ກໍ່ຄືໄດ້ເຂົ້າຮ່ວມການເຫຼົາແຕະ, ສານໄຊດ້ວຍຕົນເອງ ດ້ວຍການແນະນຳຂອງຊາວແຫ່ງນີ້.