(VOVWORLD) - ໂດຍຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງ ຮ່າໂນ້ຍ, ໝູ່ບ້ານ ທຸຍອຶງ, ເມືອງ ເທື່ອງຕິນ ມີຊື່ສຽງດ້ວຍອາຊີບເຮັດຫວີເປັນເວລາກ່ວາ 400 ປີແລ້ວ. ອາຊີບເຮັດຫວີຈາກເຂົາຄວາຍ, ເຂົາງົວ ໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນໃນໝູ່ບ້ານ. ນາຍຊ່າງແຕ່ລະລຸ້ນລ້ວນແຕ່ໄດ້ສືບທອດ ແລະ ປະດິດສ້າງໃນການເຮັດອາຊີບ ເພື່ອໃຫ້ຜະລິດຕະພັນຂອງໝູ່ບ້ານ ທັງຮັກສາລັກສະນະທີ່ເປັນມູນເຊື້ອໄວ້, ທັງຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້.
ເພື່ອເຮັດຫວີອັນນ້ອຍໆຈາກເຂົາສັດ, ນາຍຊ່າງໝູ່ບ້ານ ທຸຍອຶງ ຕ້ອງຜ່ານ 30 ຂັ້ນຕອນ, ແຕ່ລະຂັ້ນຕອນໄດ້ຮຽກຮ້ອງຄວາມລະອຽດລະອໍ, ຊັດເຈນທີ່ສຸດ. ວັດຖຸດິບເພື່ອເຮັດຫວີສ່ວນຫຼາຍແມ່ນເຂົາ ແລະ ເລບຕີນຄວາຍ, ງົວທີ່ໄດ້ເກັບຊື້ຈາກເຂດພູດອຍທາງພາກເໜືອ ຫວຽດນາມ, ບາງເທື່ອກໍ່ຕ້ອງນຳເຂົ້າຈາກ ລາວ, ໄທ, ກຳປູເຈຍ ແລະ ບັນດາປະເທດອາຟຼິກກາ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ. ຫວີທີ່ເຮັດຈາກເຂົາສັດ ຈະມີມູນຄ່າສູງກວ່າເຮັດຈາກເລັບຕີນງົວ, ຄວາຍ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ເຂົາງົວ ເຂົາຄວາຍ ທີ່ບັນລຸມາດຖານແມ່ນຕ້ອງມີຄວາມໜາ ແລະ ກ້ວາງຢ່າງພຽງພໍ, ອີງຕາມຄຸນນະພາບຂອງວັດຖຸດິບ ແລະ ແຫຼ່ງສະໜອງ. ປະຈຸບັນ, ເຂົາຄວາຍເຜືອກແມ່ນຫາຍາກ, ແຕ່ມີລາຄາແພງ ແລະ ຄຸນນະພາບກໍ່ສູງກວ່າໝູ່.
ເພື່ອເຮັດຫວີນັ້ນ, ທຳອິດ, ຕ້ອງຕັດ 2 ສົ້ນຂອງເຂົາ, ເອົາແຕ່ສ່ວນກາງຂອງເຂົາ ຊື່ງມີຄວາມໜາປະມານ 4-5 mm. ຫຼັງຈາກນັ້ນຈະຕັດຕາມລວງຍາວເປັນ 2 ປ່ຽງ ແລ້ວນາຍຊ່າງຈະຕັດອອກເປັນປ່ຽງນ້ອຍກ່ວາເພື່ອເຮັດຫວີ.
ກ່ອນທີ່ຈະເຮັດຫວີ, ຕ້ອງເຮັດໃຫ້ເຂົາອ່ອນກ່ອນ. ເມື່ອກ່ອນ, ຊາວບ້ານ ທຸຍອຶງ ເຮັດໃຫ້ເຂົາອ່ອນດ້ວຍວິທີໝັກດ້ວຍຂີ້ເທົ່າ. ແຕ່ປະຈຸບັນ ແມ່ນເຮັດດ້ວຍນຳມັນທີ່ຟົດຮ້ອນໃນອຸນຫະພູມສູງ ສະເລ່ຍແມ່ນ 200 ອົງສາ ປະມານ 4-5 ນາທີແລ້ວຕ້ອງແຊ່ນ້ຳເຢັນ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ແບ່ງປັນຕື່ມອີກວ່າ:
ນ້ຳມັນຮ້ອນຈະມີອຸນຫະພູມສູງກ່ວານ້ຳ ຊື່ງມີອຸນຫະພູມພຽງພໍເພື່ອເຮັດໃຫ້ເຂົາອ່ອນໄດ້ ແລະ ໃນນ້ຳມັນເຂົາຈະບໍ່ປ່ຽນຄຸນນະພາບ.
ພາຍຫຼັງເຮັດໃຫ້ເຂົາງົວຄວາຍອ່ອນແລ້ວ, ຈະຕ້ອງເອົາໃສ່ເຄື່ອງຮີດ (ເຄື່ອງອັດ ໄຮໂດລິກ) ເພື່ອອັດໃຫ້ພຽງ ແລະ ບາງ. ຮູບແບບຂອງຫວີ ຈະໄດ້ຄວັດແກະແຕ້ມດ້ວຍສໍດຳໃນໜ້າເຂົາທີ່ໄດ້ຕັດໃຫ້ພຽງແລ້ວ. ຕາມປະສົບການຂອງຊາວບ້ານ ທຸຍອຶງ, ຖ້າເຮັດບໍ່ຖືກຕາມລວງຂອງເຂົາ ກໍ່ຈະເຮັດໃຫ້ຫວີຫັກງ່າຍ ແລະ ກົງກັນຂ້າມ ຖ້າເຮັດຖືກຕາມລວງຂອງເຂົາ ຫວີຈະທົດທານ ແລະ ງາມກ່ວາ.
ມູນຄ່າຂອງແຕ່ລະຜະລິດຕະພັນຫວີທີ່ເຮັດຈາກເຂົາ ບໍ່ມີລາຄາແພງຍ້ອນວັດຖຸດິບ, ຫາກແພງຍ້ອນຄ່າແຮງງານ. ພາຍຫຼັງເຮັດແຂ້ວຫວີແລ້ວ ຈະນຳໄປແຊ່ນ້ຳໃນເວລາປະມານ 1 ຊົ່ວໂມງ ຫຼັງຈາກນັ້ນເອົາໄປຝົນໃຫ້ລຽບທັງສອງເບື້ອງ. ອ້າຍ ຫງວຽນວັນທາຍ ຊາວບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ກ່ອນອື່ນໝົດແມ່ນເຮັດໃຫ້ເປັນຮູບຂອງຫວີ, ຕ້ອງເຮັດໃຫ້ຫວີພຽງ ແລ້ວຈຶ່ງເຮັດແຂ້ວຂອງຫວີ, ຫຼັງຈາກນັ້ນ ກໍ່ຕ້ອງຝົນອີກເທື່ອໜຶ່ງ.
ຕາມແຕ່ຫວີແຕ່ລະແບບ, ນາຍຊ່າງຈະໃຊ້ເລື່ອຍປະເພດຕ່າງໆເພື່ອເຮັດແຂ້ວຫວີ ເຂິ່ງແມ່ນຂັ້ນຕອນຮຽກຮ້ອງເຕັກນິກສູງທີ່ສຸດຂອງນາຍຊ່າງ. ໃນໂຮງງານຜະລິດ, ບໍ່ແມ່ນຜູ້ໃດກໍ່ເຮັດເຕັກນິກນີ້ໄດ້:
ສອງຝາມືຂອງນາຍຊ່າງຕ້ອງເຮັດດຸ່ນດ່ຽງກັນ, ແຂ້ວຫວີຈຶ່ງຈະສະເໝີ, ຖ້າເຮັດຜິດດ່ຽງ ແຂ້ວຫວີຈະບໍ່ງາມ, ຈະເປັນແຂ້ວໃຫ່ຍແຂ້ວນ້ອຍ.
ມາດຖານຂອງຫວີງາມອັນໜຶ່ງ ກ່ອນອື່ນໝົດແມ່ນແຂ້ວຫວີຕ້ອງສະເໝີກັນ, ບໍ່ແຫຼມແຕ່ກໍ່ບໍ່ປູ້ເກີນໄປ. ມັນຕ້ອງກົມ, ສະເໝີກັນ ແລະ ຕີນແຂ້ວຕ້ອງຊື່.
ພາຍຫຼັງເຮັດແຂ້ວຂອງຫວີ, ຕ້ອງຜ່ານການຝົນ 4 ເທື່ອ, ໃນນັ້ນ 2 ເທື່ອແມ່ນຝົນນ້ຳ ແລະ 2 ເທື່ອຝົນແຫ້ງ ຊື່ງລ້ວນແຕ່ໄດ້ເຮັດດ້ວຍມື, ຂັ້ນຕອນນີ້ແມ່ນສ້າງຄວາມພຽງ ແລະ ຄວາມເງົາງາມ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ຫວີຕ້ອງມີຄວາມເງົາງາມ ແລະ ບໍ່ມີຮອຍ. ທຳມະດາແລ້ວ, ຢູ່ໃນເຂົາມັກມີຫຼາຍຮູ ແລະ ຮອຍນ້ອຍ. ຫວີມີຄຸນນະພາບສູງແມ່ນບໍ່ມີຮອຍນັ້ນ. ຫວີທີ່ມີມູນຄ່າສູງກວ່າໝູ່ແມ່ນມີສີຂາວໃສ, ອອກສີເຫຼືອງງາຊ້າງໜ້ອຍໜຶ່ງ.
ຖ້າຫາກວ່າ ກ່ອນນີ້ ບັນດາຜະລິດຕະພັນເຮັດຈາກເຂົາສັດຂອງໝູ່ຍ້ານ ທຸຍອຶງ ມີພຽງແຕ່ຫວີ ດ້ວຍບັນດາຮູບແບບທີ່ງ່າຍດາຍນັ້ນ, ແຕ່ປະຈຸບັນ, ພັດປະກົດມີບັນດາຮູບແບບຫວີທີ່ຄວັດແກະລວດລາຍທີ່ອຸດົມສົມບູນ. ຫວີເຂົາສັດຂອງໝູ່ບ້ານ ທຸຍອຶງ ໄດ້ສົ່ງອອກໄປຍັງ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ນາຍຊ່າງໝູ່ບ້ານ ທຸຍອຶງ ບໍ່ພຽງແຕ່ໄດ້ສືບທອດເຕັກນິກຂອງຄົນລຸ້ນກ່ອນເທົ່ານັ້ນ ຫາກຍັງໄດ້ປະດິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານ ຍາມໃດກໍ່ມີໜ້າໃນຊີວິດຍຸກປະຈຸບັນ ອີກດ້ວຍ./.