ນິງທ້ວນພັດທະນາການລ້ຽງສັດແບບຍືນຍົງ


(vovworld) - ດ້ວຍ​ການ​ໝູນ​ໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ສະດວກ​ຂອງ​ທ້ອງ​ຖີ່​ນ, ​ແຂວງ​ນິງທ້ວນ ພວມ​ຫັນປ່ຽນ​ຢ່າງ​ແຮງ, ສ້າງ​ໂຄງ​ປະກອບ​ຂະ​ແໜງ​ລ້ຽງສັດ​ຄືນ​ໃໝ່, ​ໃນ​ນັ້ນ​ສຸມ​ໃສ່​ພັດທະນາ​ສັດລ້ຽງ, ສັດ​ປີກ​ນຳ​ມາ​ເຊິ່ງມູນຄ່າ​ດ້ານ​ເສດຖະກິດ​ສູງ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​​ເດີນທີ່​ຖືກຕ້ອງ, ວິທີ​ເຮັດ​ທີ່​ດີ, ຊ່ວຍ​ໃຫ້​ຫຼາຍ​ທ້ອງ​ຖີ່​ນ​ໃນ​ແຂວງ​ນິງທ້ວນ ປະຕິບັດ​ສຳ​ເລັດ​ບັນດາ​ມາດ​ຖານ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ໄວ.

ນິງທ້ວນພັດທະນາການລ້ຽງສັດແບບຍືນຍົງ - ảnh 1

ຊາວນິງທ້ວນລ້ຽງງົວ

        ​ໂດຍ​ກຳນົດວ່າ​ລ້ຽງສັດ​ແມ່ນ​ທ່າ​ແຮງ​ໃນ​ການ​ຜະລິດ​ກະສິກຳ, ​ໄລຍະ 2011-2015, ​ແຂວງ​ນິງທ້ວນ ​ໄດ້​ສຸມ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ​ການ​ລ້ຽງສັດ​ຕາມ​ຮູບ​ແບບ​ຟາ​ມລວມສຸນ​ຕິດ​ພັນ​ກັບ​ການ​ພັດທະນາ​ທ່ົງ​ຫຍ້າ. ຍ້ອນ​ເຫດ​ນັ້ນ​ຈຶ່ງເສີມ​ຂະຫຍາຍ​​ໄດ້ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ສະດວກ​ຂອງ​ທ້ອງ​ຖີ່​ນ​, ຊຸກຍູ້​ການ​ລ້ຽງສັດ​ມີ​ເຂົາ​ຂອງ​ແຂວງ​ໃຫ້​ພັດທະນາ. ປະຈຸ​ບັນ​ຝູງ​ສັດລ້ຽງທັງ​ໝົດ​ຂອງ​ແຂວງ​ນິງທ້ວນ ມີ​ປະມານ 254.000 ​ໂຕ, ​ໃນ​ນັ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ໂຕ​ແກະ ດ້ວຍ 92.000 ​ໂຕ, ງົວ​ມີ​ກວ່າ 89.000 ​ໂຕ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຕໍ່ໜ້າ​ການ​ຜັນ​ແປ​ຢ່າງ​ສັບສົນຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພ​ແຫ້ງ​ແລ້ງ​ແກ່ຍາວ, ​ແຂວງ ນິງທ້ວນ ​ໄດ້​ມີ​ແຜນ​ນະ​ໂຍບາຍ​ຂົນຂວາຍ​ປະຊາຊົນ​ລ້ຽງສັດ​ຕາມ​​ແບບ​ລ້ຽງ​ປ່ອຍ, ສົມທົບ​ກັບການ​ທອມ​ສັດ, ນີ້​ຖືກ​ຖື​ວ່າ​ແມ່ນ​ທິດ​ທາງໃໝ່​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ຜູ້​ລ້ຽງສັດ. ທ່ານ ​ເລກ​ວຽດທັ໋ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ ຍີ້ຮ່າ, ​ເມືອງ ທ້ວນນາມ, ​ໃຫ້​ຮູ້​ວ່າ:

        “ການຫັນມາລ້ຽງສັດ​ຕາມ​ຮູບ​ແບບ​ທອມ​ສັດ​ຢູ່​​ເຮືອນ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຈຳນວນ​ໜຶ່ງ​ຢ່າງ​ແນ່ນອນ​ໃຫ້​ແກ່​ປະຊາຊົນ, ​ເຊັ່ນ​ປະຢັດ​ແຮງ​ງານ​, ຄວບ​ຄຸມພະ​ຍາດ ​ແລະ ຕິດຕາມ​ການ​ພັດທະນາ​ໄດ້, ​ເມື່ອ​ງົວ​ບໍ່​ຕ້ອງ​ໄປມາຫຼາຍ​ມັນ​ຈະ​ພັດທະນາ​​ໄວກວ່າ, ອັນ​ຈະ​ຊ່ວຍໃຫ້ປະຊາຊົນພັດ ທະນາເສດຖະກິດຄອບຄົວ“.

        ຍ້ອນ​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ລ້ຽງສັດ, ດັ່ງ​ນັ້ນ​ອາຊີບ​ລ້ຽງແບ້, ແກະ ຢູ່​ນິງທ້ວນ ຈຶ່ງ​ພັດທະນາ​ຢ່າງ​ແຮງ, ​ເຊິ່ງສຸມ​ໃສ່​ຕົ້ນຕໍ​ຢູ່​ບັນດາ​ເມືອງ​ນິງ​ເຊີນ, ນິງ​ເຟືອ​ກ, ນິງຫາຍ, ທ້ວນນາມ, ທ້ວນບັກ. ຊີ້ນ​ແກະ​ແມ່ນ​ອາຫານ​ພິ​ເສດ​ທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ ​ແລະ ຜູ້​ຊົມ​ໃຊ້ພາຍ​ໃນ​ປະ​ເທດ. ນັບ​ແຕ່​ນີ້​ເຖິງ​ປີ 2020, ​ແຂວງ​ນິງທ້ວນ ກຳນົດ​ຍູ້​ແຮງ​ຂະ​ແໜງ​ລ້ຽງສັດ, ພັດທະນາ​ຕາມ​ຮູບ​ແບບ​ຟາ​ມ, ​ຂະໜາດ​ອຸ​ດສາ​ຫະກຳ ​ແລະ ​ເຄິ່ງອຸດສາຫະກຳ, ຍົກ​ສູງ​ຄຸນ​ນະພາ​ບຝູງ​ສັດລ້ຽງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ອຸດສາຫະກຳຜະລິ​ດປຸງ​ແຕ່ງ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ຂອງ​ອາຫານ, ຍູ້​ແຮງ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ. ​ໄລຍະ​ຈະ​ມາ​ເຖິງ, ນິງທ້ວນ ສ້າງ​ເຂດ​ປູກຝັງ, ຜະລິດ​ສະ​ເພາະ ດ້ວຍ​ຂະໜາດ​ໃຫຍ່, ຕິດ​ພັນ​ກັບ​ບັນດາ​ເຂດ​ລ້ຽງສັດ. ນິງທ້ວນ ຈະ​ສູ້​ຊົນ​ພັດທະນາ​ຝູງ​ສັດ​ລ້ຽງ​ແບບ​ລວມສູນ ດ້ວຍ​ງົວ 55.000 ​ໂຕ, ​ແບ້ 35.000 ​ໂຕ ​ແລະ ​ເກະ ປະມານ 60.000 ​ໂຕ. ທ່ານ ຟານ​ກວາງ​ຖື້ວ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ນິງທ້ວນ, ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຝູງ​ສັດລ້ຽງ​ແມ່ນ​ສຳຄັນ​ທີ່​ສຸດ, ຂະ​ແໜງ​ກະສິກຳ, ທ້ອງ​ຖີ່​ນ, ​ແຂວງ​ກໍ່​ຈະ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຂົນຂວາຍ, ​ແນະນຳ​ປະຊາຊົນ​ປູກ​ຫຍ້າ ຕິດ​ພັນ​ກັບ​ຫົວອາຫານ​ໃຫ້​ຝູງ​ສັດລ້ຽງ. ນີ້​ແມ່ນ​ບັນຫາ​ມີ​ຄວາມ​ໝາຍ​ຕັດສິນ. ຫວ່າງ​ແລ້ວ​ນີ້ ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ລັດ, ໂດຍອີງ​ໃສ່​ຂະໜາດ​ຂອງ​ຝູງ​ສັດລ້ຽງ, ປະຊາຊົນ​ໄດ້​ເປັນ​ເຈົ້າ​ການ​​ໃນ​ການ​ປູກ​ຫຍ້າ​ເພື່ອ​ໃຊ້​ເປັນ​ອາຫານ​ໃຫ້​ຝູງ​ສັດລ້ຽງ​. ນີ້​ແມ່ນ​ວິທີ​​ເຮັດດີ​ທີ່​ສຸດ“.

ນິງທ້ວນພັດທະນາການລ້ຽງສັດແບບຍືນຍົງ - ảnh 2

(ພາບປະກອບ)

        ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລ້ຽງ​ແກະ, ​ແບ້​ແບບ​ຍືນ​ຍົງ. ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແຂວງ​ນິງທ້ວນ ທັງ​ຜັນ​ຂະຫຍາຍ​ການ​ “​ແນະ​ນຳ​ດ້ານ​ພູມ​ສາດ​ໃຫ້ຜະລິດ​ຕະພັນ​ຊີ້ນ​ແກະ​ຂອງ​ນິງທ້ວນ“. ຜ່ານ​ນັ້ນ​ຈະ​ຊ່ວຍ​ຍົກ​ສູງມູນ​ຄ່າ​ເສດຖະກິດ​ໃຫ້​ຜະລິດ​ຕະພັນ​ພິ​ເສດ​ຂອງ​ແຂວງ, ພ້ອມ​ທັງ​ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຊີ້ນ​ແກະ ນິງທ້ວນ ​ໄປ​ຍັງ​ປະ​ເທດ​ຕ່າງໆ​ໃນ​ອະນາຄົດ. ດ້ວຍ​ເລື່ອງ​ໝູນ​ໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ທິດ​ທາງ​ຫັນປ່ຽນ​ຢ່າງ​ແຮງ​ຂອງ​ຂະ​ແໜງ​ລ້ຽງສັດ​ນັ້ນ, ​ໄດ້​ປະກອບສ່ວນ​ປັບປຸງ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ໂຄງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫຼາຍທ້ອງ​ຖີ່​ນ. ນັບ​ພັນ​ຄອບຄົວ​ຊາວ​ກະສິກອນ ​ໄດ້​ໜູນ​ຊ່ວຍ​ແຮງ​ງານ​ນັບ​ພັນ​ວັນ, ບໍລິຈາກ​ທີ່​ດິນ, ​ປະກອບເງິນ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ຜ່ານ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ 100% ຈຳນວນ​ຕາ​ແສງ​ຂອງ​ນິງທ້ວນ ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ​ວາງ​ແຜນ​ກຳນົດ. ​ໃນ​ປີ​ນີ້​ຈະ​ມີ 11 ຕາ​ແສງ​ບັນລຸ​ໄດ້ 19/19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ​ຫຼຸດ​ລົງ​ຢ່າງ​ແຮງ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເຂດ​ຊົນນະບົດ​ເພີ່ມ​ຂຶ້ນ​ຈາກ 11,95 ລ້ານ​ດົ່ງ/ຄົນ/ປີ 2011 ຂຶ້ນ​ເຖິງ​ເກືອບ 20 ລ້ານ​ດົ່ງ/ຄົນ/ປີ 2014. ມາ​ຮອດ​ປະຈຸ​ບັນ, ບັນດາ​ຕາ​ແສງ​ເກືອບ​ທັງ​ໝົດ​ບັນລຸ​ໄດ້​ມາດຖານ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ, 100% ຈຳນວນ​ຕາ​ແສງ ​ແລະ ບ້ານ​ໄດ້​ມີ​ໄຟຟ້າ​ຈາກ​ຕາໜ່່າງ​ໄຟຟ້າ​ແຫ່ງ​ຊາດ.

        ຈາກ​ການ​ກຳນົດ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ສະດວກ​ຂອງ​ທ້ອງ​ຖີ່​ນ​ໃນ​ການ​ພັດທະນາ​ການລ້ຽງສັດ ນຳ​ມາ​​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ, ຈາກ​ນັ້ນ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນີ້​ກໍ່​ແມ່ນ​ບົດຮຽນ​ເພື່ອ​ໃຫ້​ຫຼາຍ​ຕາ​ແສງ​ໃນ​ແຂວງ​ຮຳ່ຮຽນ​ເອົາ. ສິ່ງ​ດັ່ງກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ຖ້າ​ມີ​ວິທີ​ເຮັດ​ຢ່າງ​ເໝາະ​ສົມ, ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ນິງທ້ວນ ຈະສຳ​ເລັດ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ