ປູກເຫັດ, ທິດທາງພັດທະນາການຜະລິດຢ່າງມີປະສິດທິຜົນ ຢູ່ກິມບາງ, ແຂວງຮ່ານາມ

(vovworldd) - ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ແຂວງຮ່າ​ນາມ ນັ້ນ​ແມ່ນ​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ການປູກ​ເ​ຫັດ​ແມ່ນ​ໜຶ່ງ​ໃນ 10 ແຜນຮ່າງ​ທີ່​ຂະ​ແໜງ​ກະ​ສິກຳ​ແຂວງ​ໄດ້​ຜັນ​ຂະ​ຫ​ຍາຍ ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ໃນເວ​ລາ​ຫວ່າງ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສ້າງ​ຄວາມ​ຮັ່ງ​ມີ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ.

ປູກເຫັດ, ທິດທາງພັດທະນາການຜະລິດຢ່າງມີປະສິດທິຜົນ ຢູ່ກິມບາງ, ແຂວງຮ່ານາມ - ảnh 1

ຊາວ​ກະ​ສີ​ກອນ​ແຂວງຮ່າ​ນາມ​ກັບ​ວຽກ​ງານ​ປູກ​ເຫັດ

(ພາບ: ອິນ​ເຕີ​ແນດ)

        ຄວາມ​ປະ​ທັບ​ໃຈ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ເມື່ອ​ມາ​ຢ້ຽມ​ຢາມ​ຄອບ​ຄົວ​ອ້ານ​ ດິນ​ຈີ​ຈູງ ຢູ່​ຕາ​ແສງຂາ​ຟອງ, ເມືອງ​ກິມ​ບາງ, ແຂວງ​ຮ່າ​ນາມ, ນັ້ນແມ່ນ​ໄດ້​ເຫັນຫູ​ໜູທີ່​ປົງ​ຂື້ນ​ເປັນ​ຈຳ​ນວນຫຼວງຫຼາຍ, ໃນ​ນັ້ນ​ມີ​ເຫັດ​ໃຫ​ຍ່​ເກືອບ​ເທົ່າ​ກັບ​ຝາ​ມື​.ໃກ້​ຈະ​ຮອດມື້​ເກັບ​ກ່ຽວ. ເມື່ອ​ເຫັນ​ສວນ​ເຫັດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະເກັບ​ກ່ຽວ, ມີຫຼາຍ​ຄົນ​ຈະ​ຄິດ​ວ່າ ຄອບ​ຄົວ​ອ້າຍ​ຕ້ອງ​ລົງ​ທຶນຫຼາຍ​ນັບ​ທັງ​ດ້ານ​ຊັບ​ສິນ ແລະ ເຫື່ອ​ແຮງ. ແຕ່​ອ້າຍ​ ຈູງ ໃຫ້​ຮູ້​ວ່າ: ເງິນ​ລົງ​ທຶນ​ໃຫ້​ແກ່​ການ​ປູກ​ເຫັດ​ແມ່ນ​ບໍ່ຫຼາຍ ແລະ ບໍ່​ໃຊ້​ເຫື່ອ​ແຮງ​ຫຼາຍ. ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ເງິນ 200.000 ດົ່ງ /ເນື້ອ​ທີ່​ປູກ​ເຫັດ 1 ຕາ​ລາງ​ແມັດຈາກ​ອຳ​ນາດ​ການ​ປົກ​ຄອງ​ແຂວງຮ່າ​ນາມ ແລະ ໄດ້​ຮັບ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ການປູກ​ເຫັດ​ຈາກ​ພະ​ນັກ​ງານ​ເຕັກ​ນິກ, ​ອ້າຍ​ຈູງ​ໄດ້ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປູກ​ເຫັດ. ໃນ​ເບື້ອງ​ຕົ້ນ, ແຕ່​ລະ​ເດືອນ​ຄອບ​ຄົວ​ອ້າຍ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກ​ເຫັດໄດ້​ແຕ່ 3 – 4 ລ້ານ​ດົ່ງ​.

        “ກອນນີ້, ເສດ​ຖະ​ກິດ​ຂອງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ແມ່ນ​ອີງ​ໃສ່​​ການ​ຜະ​ລິດກະ​ສີ​ກຳ​ເປັນ​ຕົ້ນ​ຕໍ່, ເຮັດ​ນາ​ພຽງ​ແຕ່​ພໍ​ກິນ​ເທົ່າ​ນັ້ນ, ຫາກ​ບໍ່​ມີ​ເງິນ​ສະ​ສົມ​ໄດ້, ປູກ​ເຫັດ​ແມ່ນ​ງ່າຍດາຍ, ຊາວ​ກະ​ສີ​ກອນ​ຜູ້​ໃດ​ກໍ່​ສາ​ມາດ​ເຮັດ​ໄດ້. ​ຮູບ​ແບບ​ປູກ​ເຫັດ​ຍັງ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ກະ​ສີ​ກອນໃນ​ເວ​ລາ​ຫວ່າງອີກ​ດ້ວຍ. ເມື່ອ​ທຽບ​ໃສ່​ເຮັດ​ນາ, ການ​ປູກ​ເຫັດ​​ທັງງ່າຍ ແລະ ສະ​ບາຍກວ່າ, ພຽງ​ແຕ່​ຫົດ​ນ້ຳ​ເທົ່າ​ນັ້ນ, ບໍ່​ຕ້ອງ​ໃສ່​ຝຸ່ນ​ຄື​ເຮັດ​ນາ”.

ປູກເຫັດ, ທິດທາງພັດທະນາການຜະລິດຢ່າງມີປະສິດທິຜົນ ຢູ່ກິມບາງ, ແຂວງຮ່ານາມ - ảnh 2

ການ​ປູກ​ເຫັດ​ຢູ່​ແຂວງຮ່າ​ນາມ​

(ພາບ: ອິນ​ເຕີ​ແນດ)

       

ໂຄງ​ການ​ພັດ​ທະ​ນາ​ການ​ປູກ​ເຫັດ​ໃນ​ແຂວງ​ຮ່າ​ນາມ ແມ່ນ​ໜຶ່ງ​ໃນ 10 ແຜນ​ຮ່າງ​ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ ເພື່ອ​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ພັດ​ທະ​ນາ​ການ​ຜະ​ລິດ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ກະ​ສີ​ກ່ອນ​ໃນ​ເວ​ລາ​ຫວ່າງ, ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ຕື່ມ​ອີກ. ທ່ານ ຈູ​ວັນ​ເຮີບ, ຮອງ​ຫົວ​ໜ້າ​ສະ​ຫະ​ກອນ​ກະ​ສີ​ກຳ​ຕາ​ແສງ​ຂາ​ຟອງ ໃຫ້​ຮູ້​ວ່າ: ປະ​ຊາ​ຊົນ​ສາ​ມາດ​ນຳ​ໃຊ້​ເດີ່ນ​ບ້ານ ຫຼື​ສ່ວນ​ໜຶ່ງ​ໃນ​ສວນ​​ກໍ່​ສາ​ມາດ​ປູກ​ເຫັດ​ໄດ້. ຄ່າ​ໃຊ້​ຈ່າຍ​ໃນ​ເບື້ອງ​ຕົ້ນ​ກໍ່​ບໍ່ຫຼາຍ, ພຽງ​ແຕ່​ມີ 10 ລ້ານ​ດົ່ງ​ກໍ່​ສາ​ມາດ​ປູກ​ເຫັດ​ໃນ​ເນື້ອ​ທີ່​ປະ​ມານ​ແຕ່ 60 – 70 ຕາ​ລາງ​ແມັດ​ໄດ້. ​ວັດຖຸ​ດິບ​ເພື່ອ​ປູກ​ເຫັດ​ແມ່ນ​ເຟືອງ, ​​ແກບ… ພາຍຫຼັງ 1 ເດືອນ ກໍ່ສາ​ມາດ​ເກັບ​ກູ້​ໄດ້. ລາ​ຄາ​ຂາຍ​ເຫັດ​ໃນ​ປະ​ຈຸ​ບັນ​ແມ່ນ​ເປັນ​ປົກ​ກະ​ຕິ. ເຫັດ ແລະ ​ເຫັດຫູ​ໜູ​ແຫ້ງ​​ມີລາ​ຄາ​ປະ​ມານ 100.000 ດົ່ງ/ກິ​ໂລກຼາມ. ເຫັດ​ບໍ່​ພຽງ​ແຕ່​ປູກ​ໃນ​ບໍ​ລິ​ເວນ​ເຮືອນ​ຢູ່​ເທົ່າ​ນັ້ນ, ຫາກ​ສາ​ມາດ​ປູກ​ຢູ່​ເຂດ​ນາ​ອີກ​ດ້ວຍ. ຖ້າ​ປຽບ​ທຽບ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ປູກ​ເຫັດ​ໄດ້​ສ້າງ​ລາຍ​ຮັບ​ສູງກວ່າ​ປູກ​ເຂົ້າ​ແຕ່ 3 – 4 ເທື່ອ. ທ່ານ​ຈູ​ວັນ​ເຮີບ ໃຫ້​ຮູ້​ວ່າ:

        “ພາຍຫຼັງ​ຜັນ​ຂະ​ຫ​ຍາຍ​ຮູບ​ແບບ​ປູກ​ເຫັດ, ປະ​ຊາ​ຊົນ​ຕາ​ແສງ​ຂາ​ຟອງ ​ໄດ້ສະ​ໜັບ​ສະ​ໜູນ​ທີ່​ສຸດ​. ປີນີ້, ພວກ​ຂ້າ​ພະ​ເຈົ້າ​​ສືບ​ຕໍ່ສະ​ເໜີ​​ເປີດ​ຊຸດ​ອົບ​ຮົມ​ດ້​ານ​ເຕັກ​ນິກ​ປູກ​ເຫັດໃຫ້​ພໍ່​ແມ່​ປະ​ຊາ​ຊົນ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ກວ່າ​ອີກ. ປະ​ຈຸ​ບັນ​ມີຫຼາຍ​ຄອບ​ຄົວ​ໄດ້​ຈົດ​ຊື່​ເຂົ້າ​ຮ່ວມ​ແລ້ວ ”.

ປູກເຫັດ, ທິດທາງພັດທະນາການຜະລິດຢ່າງມີປະສິດທິຜົນ ຢູ່ກິມບາງ, ແຂວງຮ່ານາມ - ảnh 3

​ພະ​ນັກ​ງານແນ​ນຳ​ວິ​ທີ​ປູກ​ເຫັດ

(ພາບ: ອິນ​ເຕີ​ແນດ)

       

ຈາກ​ຮູບ​ແບບນີ້, ໃນ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຂວງ​ຮ່າ​ນາມ ໄດ້ສຸມ​ໃສ່​ຜັນ​ຂະ​ຫ​ຍາຍ 10 ແຜນ​ຮ່າງ ເພື່ອ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ. ທ່ານ ຫງວຽນ​ແມ້ງ​ຮຸ່ງ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ​ຮ່າ​ນາມ ໃຫ້​ຮູ້​ວ່າ: ດ້ວຍ​ຮູບ​ແບບ​ປູກ​ເຫັດ​ນີ້, ປະ​ຈຸ​ບັນ​ທາງ​ພະ​ແນກ​ໄດ້​ເຊັນ​ສັນ​ຍາ​ກັບ​ບໍ​ລິສັດ​ ງອກ​ດົ້ງ ​ເພື່ອ​ໜູນ​ຊ່ວຍ​ທາງ​ດ້ານ​ເຕັກ​ນິກ, ສະ​ໜອງວັດ​ຖຸ​ດິບ ແລະ ຮັບ​ປະ​ກັນ​ສົ້ນ​ອອກ​ໃຫ້​ແກ່​ຊາວ​ກະ​ສີ​ກອນ. ປີ 2012, ຮ່າ​ນາມ ມີ 40 ຄອບ​ຄົວ​ປູກ​ເຫັດ, ດ້ວຍ​ເນື້ອ​ທີ່​ປະ​ມານ 36.000 ຕາ​ລາງ​ແມັດ, ປະ​ລິ​ມານ​ການ​ຜະ​ລິດ​ເຫັດ​ແມ່ນ 136 ໂຕນ, ບັນ​ລຸ​ມູນ​ຄ່າ 4 ຕື້​ກວ່າ​ດົ່ງ. ໃນ​ໄລ​ຍະ​ແຕ່​ປີ 2013 – 2015, ຈະ​ມີ 200 ກວ່າ​ຄອບ​ຄົວ​ປູກ​ເຫັດ, ດ້ວຍ​ປະ​ລິ​ມານ​ການ​ຜະ​ລິດ​ປະ​ມານ 380 ໂຕນ, ບັນ​ລຸ​ມູນ​ຄ່າ​ປະ​ມານ 12 ຕື້​ດົ່ງ. ທ່ານ ຫງວຽນ​ແມ້ງ​ຮຸ່ງ ໃຫ້​ຮູ້​ວ່າ:

        “ສະ​ເພາະ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຫັດ​ທີ່​ເປັນ​ອາ​ຫານ ແລະ ​ເປັນ​ວັດ​ຖຸການ​ຢາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ການ​ເຖິງ​ປີ 2015 ແລ້ວ, ທາງ​ແຂວງ​ກໍ່​ໄດ້​ສ້າງ​ກົນ​ໄກ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ເງິນ, ການ​ອົບ​ຮົມ, ແລະ ການ​ຮັບ​ປະ​ກັນ​ສົ້ນ​ອອກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ຢ່າງ​ລະ​ອຽດ. ປີ 2013, ຈະ​ຮັບ​ປະ​ກັນ​ແຫຼ່ງ​ທຶນ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໂຄງ​ການ​ປູກ​ເຫັດ ແນ​ໃສ່ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດ, ສ້າງ​ອາ​ຊີບ​ໃໝ່​ຕື່ມ​ອີກ ແລະ ສືບ​ຕໍ່​ຂະ​ຫ​ຍາຍ​​​ແຜນ​ຮ່າງນີ້​ຢ່າງ​ກວ້າງ​ຂວາງ​ໃນ​ທ້ອງ​ຖີ່ນ”.

        ຮູບ​ແບບ​ປູກ​ເຫັດ​ເປັນ​ອາ​ຫານ​ຢູ່​ຮ່າ​ນາມ ມີ​ທ່າ​ສະ​ດວກຫຼາຍ​ຢ່າງ ແລະ ສາ​ມາດ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ​ສຸດ, ຍ້ອນ​ເງິນ​ລົງ​ທຶນ​ໜ້ອຍ, ໄລ​ຍະ​ເວ​ລາ​ເກັບ​ກູ້​ສັ້ນ, ນຳ​ມາ​ເຊິ່ງ​ຜົນ​ກ​ຳ​ໄລ​ສູງ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທິດ​ທາງ​ພັດ​ທະ​ນາ ເພື່ອ​ໃຫ້​ຊາວ​ກະ​ສີ​ກອນ​ແຂວງ ຮ່າ​ນາມ​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ເທື່ອ​ລະ​ກ້າວ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ