ປັບປຸງມາດຕະຖານເພື່ອກໍ່ສ້າງຊົນນະບົດໃໝ່ໃຫ້ບັນລຸປະສິດທິຜົນກວ່າ

(vovworld) – ພາຍຫຼັງ​ 3 ປີ ​ແຫ່ງ​ການຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ນັ້ນ ​ໄດ້​ເຮັດ​ໃຫ້​ເຂດ​ຊົນນະບົດ​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ມີ​ການ​ປ່ຽນ​ແປງ. ​ແຕ່​ຜ່ານ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ຜັນ​ຂະຫຍາຍ ​ກໍ່ເຫັນ​ວ່າ​ມີ​ຫຼາຍ​ສິ່ງ​ບໍ່​ທັນ​ເໝາະ​ສົມ ​ເຮັດ​ໃຫ້​ກິດ​ຈະ​ກຳ​ຫຼາຍ​ແຫ່ງ​ບໍ່​ທັນ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​​ໄດ້ໝົດ​ເທື່ອ, ປະຊາຊົນ​ບໍ່​ທັນ​ໄດ້​ຮັບຜົນປະ​ໂຫຍ​ດຫຼາຍ​ຈາກ​ໂຄງການ. ດັ່ງ​ນັ້ນ​ຕ້ອງ​ປັບປຸງ​ມາດຕະຖານ​ຈຳນວນ​ໜຶ່ງ, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ປັບປຸງ​ວິທີ​ປະຕິບັດ ​ເພື່ອ​ເຮັດ​ໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ກວ່າ.

ປັບປຸງມາດຕະຖານເພື່ອກໍ່ສ້າງຊົນນະບົດໃໝ່ໃຫ້ບັນລຸປະສິດທິຜົນກວ່າ - ảnh 1
(ພາບ: .google.com.vn)

        ​ເດືອນ 4/2009 ທ່ານນາຍົກລັດຖະມົນຕີຫວຽດນາມ​ ໄດ້​ປະກາດ​ໃຊ້​ປະມວນ​ມາດຕະຖານ​ທີ່​ເປັນ​ພື້ນຖານ​ ເພື່ອ​ສ້າງ​ເນື້ອ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ປະມວນ​ມາດຕະຖານ​ລວມມີ 19 ມາດຕະຖານ​, ​ເຊິ່ງ​ກຳນົດຄາດໝາຍ​ລະອຽດ​​ສຳ​ລັບ​ແຕ່ລະ​ທ້ອງ​ຖີ່​ນ ​ເພື່ອ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່. ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ, ສິ່ງ​ທີ່​ເຫັນ​ໄດ້​ງ່າຍ​ທີ່​ສຸດ​ນັ້ນ​ແມ່ນ​ໂສມ​ໜ້າ​ຢູ່​ເຂດ​ຊົນນະບົດ​ຫຼາຍ​ແຫ່ງ​ໄດ້​ມີ​ການ​​ເຕີບ​ໂຕ, ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້​ຊັດ. ​ແຕ່​ຜ່ານ​ການ​ຜັນ​ຂະຫຍາຍ​​ໄດ້​ປະກົດ​ມີ​ຫຼາຍ​ສິ່ງ​ທີ່​​ບໍ່​ເໝາະ​ສົມ. ຕົວຢ່າງ​ຄື: ​ຕາ​ແສງ​ຊອງ​ເຟື້ອງ, ຢູ່​ຊານນະຄອນຮ່າ​ໂນ້ຍ ​ບັນລຸ​ໄດ້ 16/19 ມາດຕະຖານ, ​ໃນ​ນັ້ນ​ມີ​ເຖິງ 70% ຈຳນວນ​​ເສັ້ນທາງ​ຄົມມະນາຄົມ​ຢູ່​​ໃນເຂ​ດຊົນນະບົດ​ໂດ​ຍ​ປະຊາຊົນ​ເປັນ​ຜູ້​ປຶກສາ​ຫາລື, ບໍລິຈາກ​ເງິນ ​ແລະ ຕິດຕາມ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ, ​ແຕ່​ຄຽງ​ຂ້າງ​ນັ້ນ, ຮູບ​ແບບ​ກິດຈະກຳ​ຕະຫຼາດ ​ຫຼື​ຫໍ​ວັດທະນະທຳ​ຕາ​ແສງ​ພັດ​ບໍ່​ທັນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ. ຕະຫຼາດ​ທູ​ເກ​ວ໋ ຢູ່​ບໍລິ​ເວນ​ຕາ​ແສງ​ຊອງ​ເຟື້ອງ ​ໄດ້​ຮັບ​ການກໍ່ສ້າງ​ສຳ​ເລັດ​ນັບ​ແຕ່​ປີ​ກາຍ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ຈຳນວນຜູ້​ທີ່​ມາ​ຊື້​ຂາຍ​​ໃນ​ຕະຫຼາດ​​ຍັງ​ໜ້ອຍ​ຢູ່, ​ເພາະວ່າ​ປະຊາຊົນ​ເຄີຍ​ຈັດ​ຕະຫຼາດ​ຢູ່​ແຄມ​ທາງ, ​ເພື່ອ​ມີ​ຄວາມສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​, ຄ້າ​ຂາຍ. ປ້າ Nguyen Thi Hoi, ຜູ້​ຂາຍ​ເຄື່ອງ​ຢູ່​ທີ່​ນີ້, ​ໃຫ້​ຮູ້​ວ່າ:

        ”​ໃນ​ເບື້ອງ​ຕົ້ນ​ເຂົາ​ເຈົ້າ​​ໄດ້​ເຂົ້າມາ​ຂາຍ​ເຄື່ອງ​​ໃນ​ຕະຫຼາດ​ຢ່າງເປັນ​ລະບຽບ, ​ຕໍ່​ມາບໍ່​​ເຂົ້າ​ອີກ, ຫາກ​ຂາຍ​ເຄື່ອງ​ຕາມ​ເສັ້ນທາງ​ເຂົ້າ​ຕະຫຼາດ, ດັ່ງ​ນັ້ນ​ປະຊາຊົນ​ກໍ່​ບໍ່​ເຂົ້າ​ຊື້​ເຄື່ອງ​ໃນ​ຕະຫຼາດ​ອີກ”.

        ຫໍ​ວັດທະນະທຳ​ໃນ​ຕາ​ແສງ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ຖົງ ​ແລະ ສວຍ​ງາມ, ​ແຕ່​ຕາມ​ຜູ້​ຄຸ້ມຄອງ​ຢູ່​ທີ່​ນີ້​ແລ້ວ, ຫໍ​ວັດທະນະທຳ​ນີ້​ບໍ່​ເໝາະ​ສົມ​ກັບ​ຮີດຄອງ​ປະ​ເພນີ ກໍ່​ຄື​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ກະ​ສິກ​ອນ. ການ​ນຳ​ຕາ​ແສງ​ຊອງ​ເຟື້ອງ​ ຖື​ວ່າ: ຖ້າ​ຫາກ​ປະຊາຊົນ​ບໍ່​ເຂົ້າ​ຕະຫຼາດ​ ຫຼື​ບໍ່​ນຳ​ໃຊ້​ຫໍ​ວັດທະນະທຳ​ ມັນ​ຈະ​ເປັນ​ການ​ຟູມ​ເຟືອຍ. ທ່ານ Bui Van Duc, ປະທານ​ຕາ​ແສງ​ຊອງ​ເຟື້ອງ, ​ໃຫ້​ຮູ້​ວ່າ:

        ”ນີ້​ແມ່ນ​ຮູບ​ແບບ​ໃໝ່ ​ແລະ ​ໄລຍະ​ທຳ​ອິດ​ແຫ່ງ​ການ​ປະຕິບັດ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ​ ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ກໍ່​ຄື​ບົດບາດ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະຊາຊົນ. ບັນດາ​ກິດຈະກຳ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕ້ອງ​ໂດຍ​ປະຊາຊົນ​ເປັນ​ຜູ້​ປະຕິບັດ​ຈຶ່ງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໄດ້”

ປັບປຸງມາດຕະຖານເພື່ອກໍ່ສ້າງຊົນນະບົດໃໝ່ໃຫ້ບັນລຸປະສິດທິຜົນກວ່າ - ảnh 2

(ພາບ: .google.com.vn)

        ພາຍຫຼັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ 9000 ຕາ​ແສງ​ໃນ​ທົ່ວ​ປະ​ເທດ, ຫວ່າງ​ແລ້ວ​ນີ້​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​​ສະ​ເໜີ​ຕໍ່ນາຍົກລັດຖະມົນຕີປັບປຸງ 5 ມາດຕະຖານ​ຄື: ປັບປຸງ​ມາດຕະຖານ​ກ່ຽວ​ກັບ​ໂຄງ​ປະກອບ​ແຮງ​ງານ, ​ເພາະວ່າ​ຕາມ​ການ​ກຳນົດ​ກ່ອນ​ນີ້​ແລ້ວ, ຈຳ​ນວນ​​​ແຮງ​ງານ​ທີ່​ເຮັດ​ວຽກ​ງານ​ກະ​ສິກ​​ຳ​ໃນຕາ​ແສງ​ຊົນນະບົດ​ໃໝ່ກວມ​ບໍ​່ເກີນ 30%. ຖ້າ​ປະຕິບັດ​​ຄື​ແນວ​ນັ້ນ​ແມ່ນ​ບໍ່​ເໝາະ​ສົມ​ກັບ​ບັນດາ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ແລະ​ເຂດ​ປູກ​ຕົ້ນ​ໄມ້​ກະ​ສີ​ກຳ​ເປັນ​ຕົ້ນ. ດັ່ງ​ນັ້ນ​, ຄວນ​ຍົກ​ອອກ​ບັນດາ​ມາດ​ຕະການ​ອື່ນໆ ​ເພື່ອ​ສືບ​ຕໍ່​ຮັບ​ເອົາ​ຄວາມ​ເຫັນ​ຈາກ​ທ້ອງ​ຖີ່​ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ, ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີພິຈາລະ ນາ ​ແລະ ຕົກລົງ. ສຳ​ຫຼັບ​ມາດຕະຖານ​ດ້ານລາຍ​ຮັບ​ແລ້ວ, ຕາ​ແສງ​ໜຶ່ງ​ ທີ່​ບັນລຸ​ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ຕ້ອງ​ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ສູງ​ກວ່າ ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍທົ່ວ​ໄປ​ໃນ​ເຂດ​ຊົນນະບົດ​ຂອງ​ທົ່ວ​ປະ​ເທດ, ໝາຍ​ຄວາມ​ວ່າ​ສູງ​ກວ່າ​ລະດັບ 22 ລ້ານ​ດົ່ງ/ຄົນ/ປີ. ​ແຕ່​ນີ້​ພຽງ​ແຕ່​ແມ່ນ​ລະດັບ​ກຳນົດ​ລວມຂອງ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ, ສ່ວນ​​ແຕ່ລະ​ເຂດ​ກໍ່​ມີ​ລະດັບ​ສະ​ເພາະ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ Nguyen Dang Khoa ຖື​ວ່າ, ການ​ປັບປຸງ​ບັນດາ​ມາດຕະຖານ​ຄັ້ງ​ນີ້​​ແມ່ນ​ແນ​ໃສ່​ເຮັດ​ໃຫ້​ມັນ​ເໝາະ​ສົມ​ກວ່າ:

        ”ການ​ປັບປຸງ​ມາດຕະຖານ​​ຄັ້ງ​ນີ້​ບໍ່​ແມ່ນ​ເຮັດ​ໃຫ້​ຄວາມ​​ຕ້ອງການ​ຂອງ​ແຕ່​ລະ​ມາດຕະຖານຫຼຸດ​ລົງ, ຫາກ​ແມ່ນ​ການແກ້​ໄຂ​ສິ່ງ​ທີ່​ຕິດ​ຂັດ, ຄວາມ​ຫຍຸ້ງຍາກ, ສິ່ງ​ບໍ່​ທັນ​ເໝາະ​ສົມ.. ການ​ປັບປຸງ​ບໍ່​ສົ່ງ​ຜົນ​ສະທ້ອນ​ຫຼາຍ​ເຖິງ​ການ​ປະຕິບັດ​ຈຸດໝາຍ​ລວມຂອງ​ໂຄງການ”

        ບົດ​ຮຽນ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ບັນຫາ​ງົບປະມານໜູນ​ຊ່ວຍ​ຂອງ​ລັດ​ບໍ່​ມີ​ຄວາມ​ໝາຍ​ຕັດສິນ, ຫາກ​ຕົວ​ຈິງ​ຢູ່​ແຫ່ງ​ໃດ​​ເຮັດ​ວຽກ​ງານໂຄສະນາ​ໄດ້​ດີ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​​ທ້ອງ​ຖີ່​ນ​ໄດ້, ​ແມ່ນ​ຈະ​ນຳ​ມາ​ເຊິ່ງຜົນສຳ​ເລັດ. ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ເຂົາ​ເຈົ້າ​ຕ້ອງ​ເຫັນ​ໄດ້​ວ່າ​ຕົນ​ເອງ​ເຮັດ​ວຽກ​ນັ້ນ ​ແມ່ນ​ເພື່ອ​ຕົວ​ເອງ, ​ແລະ ​ເພື່ອ​ຄອບຄົວ​ຂອງ​ຕົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​​ເປັນກຳລັງ​ໜູນ, ​ແທດ​​ຈິງ, ມີ​ປະສິດທິ​ຜົນ ​ແລະ ສ້າງ​ການ​ພັດທະນາໃນ​​ເຂດກະ​ສິກຳ ​ແລະ ຊົນນະບົດ​ໄດ້​ຢ່າງ​ໝັ້ນຄົງ​.

ຕອບກັບ

ຂ່າວ/ບົດ​ອື່ນ