ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ແມ່​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເມືອງ ບວນ​ໂຮ່ ແຂວງ​ດັກ​ລັກ

(VOVWORLD) - ການຊຸກຍູ້ການດຳລົງຊີວິດແບບຍືນຍົງໃຫ້ຊາວກະສິກອນທຳການຜະລິດຂອບຂະໜາດນ້ອຍ, ພິເສດແມ່ນແມ່ຍິງ ແລະ ຊາວເຜົ່າສ່ວນໜ້ອຍ ແມ່ນເປົ້າໝາຍໂດຍໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ” ໄດ້ມຸ່ງໄປແຖິງ. ໂຄງການດັ່ງກ່າວ ໂດຍອົງການ CARE International ຢູ່ ຫວຽດນາມ ພ້ອມກັບບັນດາຄູ່ຮ່ວມມື ສົມທົບກັນຈັດຂຶ້ນ ພວມໄດ້ຮັບການຜັນຂະຫຍາຍຢູ່ເທດສະບານເມືອງ ບວນໂຮ່ ແຂວງດັກລັກ ຊື່ງໄດ້ໜູນຊ່ວຍແມ່ຍິງຊາວຊົນເຜົ່າສ່ວນໜ້ອຍ ສຳຜັດກັບບັນດາວິທີລ້ຽງສັດໃໝ່, ທຳການຜະລິດຕາມທິດຍືນຍົງ.
ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ແມ່​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເມືອງ ບວນ​ໂຮ່ ແຂວງ​ດັກ​ລັກ - ảnh 1

 ໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ” ໜູນຊ່ວຍດ້ານເຕັກນິກ, ລ້ຽງງົວ ແລະ ແບະ ໃຫ້ແກ່ເອື້ອຍນ້ອງ (ພາບ: VOV)

   ຄອບຄົວເອື້ອຍ H Rung Mlô ຢູ່ບ້ານ Ea Kjoh A, ຕາແສງ Ea Drông, ເທດສະບານເມືອງ ບວນໂຮ່ ແມ່ນຄອບຄົວທຸກຍາກຢູ່ທ້ອງຖິ່ນ. ບໍ່ມີທີ່ດິນເພື່ອທຳການຜະລິດ, ລາຍຮັບຈາກການໄປຮັບຈ້າງຕາມລະດູການແມ່ນຕ່ຳ ແລະ ບໍ່ເປັນປົກກະຕິ. ເອື້ອຍຕ້ອງທຳມາຫາກິນຜູ້ດຽວເພື່ອລ້ຽງລູກ 2 ຄົນຢ່າງຫຍຸ້ງຍາກລຳບາກ. ໂດຍເຫັນໄດ້ສະພາບການຫຍຸ້ງຍາກຂອງຄອບຄົວເອື້ອຍ, ທາງທ້ອງຖິ່ນໄດ້ໜູນຊ່ວຍງົວພັນໂຕໜຶ່ງ ແລະ ແບ້ ຄູ່ໜຶ່ງເພື່ອລ້ຽງ. ພ້ອມກັນນັ້ນ, ໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ”  ກໍໄດ້ແນະນຳເຕັກນິກການລ້ຽງສັດໃຫ້ເອື້ອຍ H Rung Mlô ອີກດ້ວຍ:

   ກ່ອນທີ່ຈະໄດ້ຮັບການໜູນຊ່ວຍງົວ ແລະ ແບ, ຂ້າພະເຈົ້າບໍ່ຮູ້ຈະເຮັດຫຍັງເພື່ອພັດທະນາເສດຖະກິດ ແຕ່ປັດຈຸບັນ, ຍ້ອນການລ້ຽງສັດກໍ່ມີລາຍຮັບຕື່ມອີກ. ຫວັງວ່າຂ້າພະເຈົ້າຈະມີເຫື່ອແຮງເພື່ອທຳມາຫາກິນ, ພັດທະນາການລ້ຽງສັດ ແລະ ມີເງື່ອນໄຂເພື່ອເອົາໃຈໃສ່ເບິ່ງແຍງລູກເຕົ້າ.

ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ແມ່​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເມືອງ ບວນ​ໂຮ່ ແຂວງ​ດັກ​ລັກ - ảnh 2

 ປຊຊ ເຂົ້າຮ່ວມຊຸດຝຶກອົບຮົມ ໃນ 3 ການເຄື່ອນໄຫວຕົ້ນຕໍຂອງໂຄງການ (ພາບ: VOV)

     ໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ”  ຊື່ງເອື້ອຍ H Rung Mlô ໄດ້ຮັບການໜູນຊ່ວຍ ແມ່ນການເຄື່ອນໄຫວ ໂດຍອົງການມະນຸດສະທຳຕ້ານການອຶດຫິວທຸກຍາກທົ່ວໂລກ ແລະ ກູ້ຊ່ວຍສຸກເສີນ (CARE International) ຢູ່ ຫວຽດນາມ ສົມທົບກັບສູນພັດທະນາວົງຄະນະຍາດ ແລະ ບັນດາຫົວໜ່ວຍອຸປະຖຳ ພວມຜັນຂະຫຍາຍຢູ່ ເທດສະບານເມືອງ ບວນໂຮ່ ແຂວງດັກລັກ. ນີ້ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາກະສິກຳ. ທ່ານນາງ ຫວຸ້ລານເຮືອງ ຜູ້ຄຸ້ມຄອງໂຄງການຂອງອົງການ CARE International ຢູ່ ຫວຽດນາມ ແນະນຳວ່າ:

   ທີໜຶ່ງແມ່ນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງການຍົກສູງຄວາມສາມາດກ່ຽວກັບການພັດທະນາຊິວິດການເປັນຢູ່. ທີສອງແມ່ນໜູນຊ່ວຍ ປຊຊ ຍົກສູງທັກສະກ່ຽວກັບການຄຸ້ມຄອງດ້ານການເງິນ ແລະ ສຳຜັດກັບບັນດາແຫຼ່ງທຶນຮັບໃຊ້ການຜະລິດ ແລະ ປັດໄຈສຳຄັນເພື່ອສາມາດພັດທະນາການດຳລົງຊີວິດແບບຍືນຍົງ ແມ່ນຕ້ອງສຳຜັດກັບຕະຫຼາດ ແລະ ຂາຍຜະລິດຕະພັນໄດ້.

   ໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ” ໄດ້ຮ່ວມເດີນທາງໂດຍກົງກັບແມ່ຍິງ ແລະ ຊາວຊົນເຜົ່າສ່ວນໜ້ອຍຢູ່ເທດສະບານເມືອງ ບວນໂຮ່ ຕາມຮູບແບບ “ແນະນຳໂດຍກົງ”. ໂຄງການກໍ່ໄດ້ຈັດບັນດາການເຄືື່ອນໄຫວພົບປະ, ສຳຜັດກັບບັນດາຫົວໜ່ວຍເກັບຊື້, ປຸງແຕ່ງເລິກ ເພື່ອຍົກສູງມູນຄ່າຂອງຜະລິດຕະພັນ ແລ້ວມຸ່ງໄປເຖິງການສ້າງບັນດາຜະລິດຕະພັນຕາມໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP).

      ໂດຍຜັນຂະຫຍາຍໃນເວລາ 2 ປີ (2023-2024), ໂຄງການດັ່ງກ່າວ ມຸ່ງໄປເຖິງການຊຸກຍູ້ການພັດທະນາການດຳລົງຊີວິດໃຫ້ແກ່ຄອບຄົວຊາວກະສິກອນ, ໂດຍສະເພາະແມ່ນແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ຕາແສງ Ea Drông ແລະ Cư Bao ເທດສະບານເມືອງ ບວນໂຮ່ ຊື່ງແມ່ນສອງຕາແສງເຮັດກະສິກຳເປັນຕົ້ນຕໍ ດ້ວຍ 80% ປະຊາກອນແມ່ນຊາວຊົນເຜົ່າສ່ວນໜ້ອຍ ເພືຶ່ອໃຫ້ເຂົາເຈົ້າມີຫຼາຍເງື່ອນໄຂເພື່ອລ້ຽງງົວ ແລະ ແບ້. ທ່ານ ຫວໍ້ວັນສື້ ຫົວໜ້າຫ້ອງການເສດຖະກິດ ເທດສະບານເມືອງ ບວນໂຮ່ ໃຫ້ຮູ້ວ່າ:

   ເງື່ອນໄຂທຳມະຊາດຂອງເທດສະບານເມືອງ ບວນໂຮ່ ເວົ້າລວມ ແລະ ສອງຕາແສງເວົ້າສະເພາະ ແມ່ນມີຄວາມສະດວກ ເພື່ອພັດທະນາການລ້ຽງງົວ ແລະ ແບ. ພິເສດ, ປະຈຸບັນ, ຂາຍແບ້ໃນຕະຫຼາດກໍໄດ້ລາຄາດີຫຼາຍ, ສົ້ນອອກເປັນປົກກະຕິ. ສະນັ້ນ, ການຜັນຂະຫຍາຍໂຄງການນີ້ ແມ່ນເໝາະສົມກັບສອງຕາແສງ. ອຳນາດການປົກຄອງທ້ອງຖິ່ນເຊື່ອໝັ້ນວ່າ ໂຄງການຈະຊ່ວຍຫັນປ່ຽນສະຕິຄວາມຮັບຮູ້ ກ່ຽວກັບການລ້ຽງສັດຂອງຊາວເຜົ່າສ່ວນໜ້ອຍ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງ ປຊຊ ແລະ ຈາກໂຄງການນີ້, ຈະແຜ່ຂະຫຍາຍອອກສູ່ວົງຄະນະຍາດຫຼາຍກ່ວາອີກ.

        ປະຈຸບັນ, ໃນທົ່ວເທດສະບານເມືອງ ບວນໂຮ່ ມີ ປຊຊ ກ່ວາ 113.000 ຄົນດ້ວຍ 22 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່, ໃນນັ້ນ, ປຊຊ ໄດ້ເຂົ້າຮ່ວມການເຄື່ອນໄຫວຜະລິດກະສິກຳ ໄດ້ກວມເອົາອັດຕາສ່ວນຫຼາຍ. ແຕ່ເຖິງແນວນັ້ນກໍ່ຕາມ, ການຜະລິດກະສິກຳໃນບໍລະເວນໃນຊຸມປີຜ່ານມາ ຍັງເຮັດຕາມຮູບແບບເກົ່າ, ກະແຈກກະຈາຍ, ບໍ່ມີຮູບແບບຮ່ວມສຳພັນເລິກ, ສ້າງບັນດາລະບົບຂະແໜງຕົ້ນຕໍ. ບັນດາການເຄື່ອນໄຫວໃນຂອບເຂດໂຄງການ “ບືນຕົວຂຶ້ນ-ພັດທະນາການດຳລົງຊີວິດແບບຍືນຍົງ”  ໄດ້ຜັນຂະຫຍາຍ ບໍ່ພຽງແຕ່ໄດ້ຊ່ວຍບຳລຸງສ້າງຄວາມສາມາດໃຫ້ແກ່ຊາວກະສິກອນເທົ່ານັ້ນ, ຫາກຍັງໄດ້ຍົກສູງສຽງເວົ້າຂອງແມ່ຍິງຊາວເຜົ່າສ່ວນໜ້ອຍອີກດ້ວຍ ແລະ ຊ່ວຍໃຫ້ເຂົາເຈົ້າ ຍົກສູງສຽງເວົ້າ, ບົດບາດ ແລະ ທີ່ຕັ້ງໃນບັນດາການຕັດສິນທີ່ກ່ຽວຂ້ອງ. ຄາດວ່າ, ພາຍຫຼັງ 2 ປີ, ໂຄງການດັ່ງກ່າວ ຈະປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ ປຊຊ ທ້ອງຖິ່ນປະມານ 15.000 ຄົນ ແລະ ຈະແຜ່ຂະຫຍາຍຫຼາຍຄຸນຄ່າໃຫ້ແກ່ວົງຄະນະຍາດ./.

           

ຕອບກັບ

ຂ່າວ/ບົດ​ອື່ນ