(VOVWORLD) - ປະເພນີບູຊາຜູ້ກໍ່ຕັ້ງອາຊີບ ແມ່ນມູນເຊື້ອອັນດີງາມຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ, ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ກໍ່ຕັ້ງອາຊີບ, ສ້າງວຽກເຮັດງານທຳສ້າງອາຊີບໃຫ້ແກ່ປະຊາຊົນໃນບ້ານ. ການບູຊາຜູ້ກໍ່ຕັ້ງອາຊີບກໍ່ແມ່ນຄວາມປາດຖະຫນາຢາກໃຫ້ອາຊີບຫັດຖະກຳພັດທະນາ, ຊ່ວຍໃຫ້ປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ. ແຕ່ລະປີ ຢູ່ບັນດາໝູ່ບ້ານຫັດຖະກຳລ້ວນແຕ່ຈັດພິທີບູຊາຜູ້ກໍ່ຕັ້ງອາຊີບເພື່ອເຊີດຊູ, ສົມມະນາຄຸນຜູ້ກໍ່ຕັ້ງອາຊີບ.
ສາລາບ້ານກີມເງິນຢູ່ ຮ່າໂນ້ຍ |
ຜູ້ກໍ່ຕັ້ງອາຊີບ ບາງເທື່ອແມ່ນຄົນຜູ້ຫນຶ່ງຫລືເປັນກຸ່ມຄົນກໍ່ຕັ້ງຂຶ້ນແລະ ນຳໄປເຜີຍແຜ່ໃຫ້ປະຊາຊົນໃນບ້ານກ່ຽວກັບອາຊີບຫັດຖະກຳນັ້ນ. ເພາະສະນັ້ນຄົນລຸ້ນຫລັງຍາມໃດກໍ່ເຊີດຊູ, ບູຊາຜູ້ກໍ່ຕັ້ງອາຊີບ. ແລະຜູ້ກໍ່ຕັ້ງອາຊີບ ບາງເທື່ອກໍ່ມີຄວາມຈິງແທ້ໃນປະຫວັດສາດແຕ່ບາງເທື່ອກໍ່ມີມາຕາມການເລົ່າຂານຂອງປະຊາຊົນ.
ຫວຽດນາມມີໝູ່ບ້ານຫັດຖະກຳປະມານ 5.400ແຫ່ງ, ໃນນັ້ນມີ 2000 ແຫ່ງແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ. ບັນດາໝູ່ບ້ານຫັດຖະກຳຢູ່ຫວຽດນາມສ່ວນຫລາຍປະຊາຊົນລ້ວນແຕ່ບູຊາຜູ້ກໍ່ຕັ້ງອາຊີບ ເປັນຕົ້ນແມ່ນຢູ່ບັນດາໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ, ມີປະຫວັດຄວາມເປັນມາແຕ່ດົນນານແລ້ວ. ເຖິງຢ່າງໃດກໍຕາມ, ມີໝູ່ບ້ານຫັດຖະກຳຈຳນວນຫນ້ອຍໜຶ່ງຍ້ອນສະພາບການທາງດ້ານພາວະວິໄສ, ປະຫວັດສາດບໍ່ໄດ້ບັນທຶກ “ຕົ້ນກຳເນີດຂອງອາຊີບຫັດຖະກຳໄວ້” ສະນັ້ນປະຊາຊົນໃນບ້ານຈຶ່ງບໍ່ຮູ້ໄດ້ວ່າແມ່ນໃຜເປັນຜູ້ກໍ່ຕັ້ງອາຊີບຫັດຖະກຳເພື່ອມາບູຊາ. ຢູ່ບັນດາໝູ່ບ້ານຫັດຖະກຳຫວຽດນາມ, ປະຊາຊົນໃນບ້ານສາມາດສ້າງຕັ້ງແທ່ນບູຊາຜູ້ກໍ່ຕັ້ງອາຊີບໄວ້ຢູ່ໃນເຮືອນຂອງຕົນແຕ່ສ່ວນຫລາຍແມ່ນສ້າງຕັ້ງເປັນຫໍບູຊາ, ວິຫານ, ຫລືສາລາບ້ານເພືອບູຊາຜູ້ກໍ່ຕັ້ງອາຊີບໃຫ້ບ້ານຕົນ. ພິເສດຢູ່ ໝູ່ບ້ານຫລາຍແຫ່ງ, ຜູ້ກໍ່ຕັ້ງອາຊີບບາງຄົນໄດ້ຮັບການເຄົາລົບແລະແຕ່ງຕັ້ງເປັນເທວະດາຂອງບ້ານ. ປອຫງວຽນວີຂາຍ, ຮອງປະທານສະພາທີ່ປຶກສາສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມໃຫ້ຮູ້ວ່າ:
“ໝູ່ບ້ານຫັດຖະກຳແລະການບູຊາຜູ້ກໍ່ຕັ້ງອາຊີບ ແມ່ນມີການພົວພັນກັນຢ່າງແຫນ້ນແຟ້ນ. ເລື່ອງບູຊາຜູ້ກໍ່ຕັ້ງອາຊີບ ບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນຫາກຍັງມີຢູ່ຫລາຍປະເທດອີກດ້ວຍຄື: ຍີ່ປຸ່ນ, ຈີນ, ສເກົາຫລີ…ເລື່ອງບູຊາຜູ້ກໍ່ຕັ້ງອາຊີບ ຢູ່ ຫວຽດນາມແມ່ນມີຄວາມທີ່ເປັນເອກະລັກສະເພາະພິເສດນັ້ນແມ່ນ ໄດ້ ຕິດພັນກັບບັນດາງານບຸນ, ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງກຸ່ມອາຊີບທີ່ແຕກຕ່າງກັນເພື່ອພ້ອມກັນຢືນຢົງຄົງຕົວ ແລະ ພັດທະນາ.”
ຢູ່ ຫວຽດນາມ ຍັງບໍ່ທັນມີຕົວເລກສະຖິຕິໃດຊີໃຫ້ເຫັນວ່າປະຈຸບັນຜູ້ກໍ່ຕັ້ງອາຊີບຫັດຖະກຳມີຈັກຄົນແຕ່ຕາມການຄາດຄະເນແມ່ນປະມານ 130 ຄົນ. ຮ່າໂນ້ຍ ແມ່ນສະຖານທີ່ມີໝູ່ບ້ານຫັດຖະກຳຫລາຍກວ່າໝູ່ໃນທົ່ວປະເທດ. ທ່ານຫງວຽນດຶກໂຕ໊ລືວ, ນັກຄົ້ນຄ້ວາດ້ານປະຫວັດສາດ, ວັດທະນະທຳໃຫ້ຮູ້ວ່າ:
“ຢູ່ຫວຽດນາມເຈົ້າຊີວິດຮຸ່ງແລະລາຊີນີໄຕທຽນລັງທິຕຽວແມ່ນບັນພະບຸລຸດກໍ່ຕັ້ງອາຊີບ. ຫລັງຈາກນັ້ນມີຜູ້ກໍ່ຕັ້ງອາຊີບອື່ນອີກຄື: ຜູ້ກໍ່ຕັ້ງອາຊີບຫລອມທອງ, ຕີເຫລັກ, ອາຊີບຫັດຖະກຳ.. ສາລາບ້ານກີມເງິນຢູ່ ຮ່າໂນ້ຍ ແມ່ນບ່ອນບູຊາເຈົ້າຊີວິດຮຸ່ງ, ຊື່ງແມ່ນຜູ້ລິເລີ່ມຫລາຍຢ່າງໃນສະໄຫມບູຮານສອນໃຫ້ປະຊາຊົນຮູ້ຈັກວິທີປຸກສ້າງເຮືອນ, ເຮັດກະສິກຳແລະຂຽນຕົວຫນັງສື”
ການບູຊາຜູ້ກໍ່ຕັ້ງອາຊີບແມ່ນຮີດຄອງປະເພນີ, ແມ່ນພິທີກຳທີ່ສັກກະລະບູຊາຂອງຊາວບ້ານ. ແຕ່ລະປີພິທີບູຊາຜູ້ກໍ່ຕັ້ງອາຊີບເຄີຍຈັດຕັ້ງໃນວັນສະຫລອງວັນຄ້າຍວັນເກີດຫລືວັນເຖິງແກ່ມໍລະນະກຳຂອງຜູ້ກໍ່ຕັ້ງອາຊີບນັ້ນ, ຖ້າຫາກບໍ່ຮູ້ວັນເກີດຫລືວັນເຖິງແກ່ມໍລະນະກຳຂອງຜູ້ກໍ່ຕັ້ງອາຊີບນັ້ນ, ປະຊາຊົນໃນບ້ານກໍ່ຈະຈັດໃສ່ມື້ຈັດຕັ້ງວັນບຸນຂອງບ້ານ. ຊາວບ້ານເຊື່ອໝັ້ນວ່າການບູຊາຜູ້ກໍ່ຕັ້ງອາຊີບນັ້ນຈະປົກປ້ອງປະຊາຊົນໃນບ້ານອະນຸລັກຮັກສາແລະພັດທະນາອາຊີບຂອງຕົນ.
ທ່ານຫູວູງອກຄອຍ, ນາຍຄູ, ທັງເປັນນັກຄົ້ນຄ້ວາວັດທະນະທຳໃຫ້ຮູ້ວ່າ:
“ຄວາມກະຕັນຍູແມ່ນຕິດພັນກັບການບູຊາຜູ້ກໍ່ຕັ້ງອາຊີບ. ເລື່ອງບູຊາບັນດາຜູ້ກໍ່ຕັ້ງອາຊີບ ສະແດງວ່າແມ່ນ ພວກເຮົາສະແດງຄວາມຮູ້ບຸນຄຸນ, ຈາລຶກຄຸນງາມຄວາມດີຂອງຄົນລຸ້ນກອ່ນທີ່ໄດ້ກໍ່ຕັ້ງເປີດຊ່ອງທາງການທຳມາຫາກິນໃຫ້ແກ່ຕົນ. “
ປະຊາຊົນຫວຽດນາມມີຄຳສຸພາສິດທີ່ວ່າ “ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳ.ບັນດານັກສິລະປະການ, ນາຍຊ່າງມີຄວາມຜູກພັນກັບບ່ອນທີ່ຕົນກຳເນີດແລະໄດ້ຮຽນອາຊີບແຕ່ຍ້ອນສາຍເຫດຜົນໃດຫນຶ່ງນັ້ນຈຶ່ງເຮັດໃຫ້ເຂົາເຈົ້າຕ້ອງອອກຈາກບ້ານເກີດເມືອງນອນໄປດຳລົງຊີວິດຢູ່ບ່ອນອື່ນ ຍາມໃດເຂົາເຈົ້າ ກໍ່ມີສະຕິໃນການຮັກສາອາຊີບ ແລະ ຮີດຄອງປະເພນີບູຊາຜູ້ກໍ່ຕັ້ງອາຊີບຢູ່ບັນດາໝູ່ບ້ານຫັດຖະກຳ ຫວຽດນາມ ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນຂອງຊາວຫວຽດນາມ.