(vovworld) - ການກໍ່ສ້າງຊົນນະບົດໃໝ່ ແມ່ນແຜນນະໂຍບາຍໃຫຍ່ຂອງລັດຫວຽດນາມ. ຜ່ານການຜັນຂະຫຍາຍເປັນເວລາ 3 ກວ່າປີ, ໂຄງການສາມາດບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ໃນວິວັດແຫ່ງການປະຕິບັດຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ພິເສດແມ່ນຈີນຕະນາການ ແລະ ວິທີເຮັດແບບເກົ່າ. ເພື່ອແກ້ໄຂການທ້າທາຍເຫຼົ່ານັ້ນ ຈຳເປັນຕ້ອງມີການປັບປຸງ ແລະ ມີວິທີສຳຜັດກັບຈຸດໝາຍກໍ່ສ້າງຊົນນະບົດໃໝ່ຢ່າງຖືກຕ້ອງ.
(ພາບປະກອບ ອິນເຕີແນດ)
ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຂອງລັດຫວຽດນາມ ແມ່ນແຜນນະໂຍບາຍໃຫຍ່ ແລະ ເໝາະສົມກັບຈິດໃຈຂອງປະຊາຊົນ, ດັ່ງນັ້ນຈຶ່ງແຜ່ຂະຫຍາຍໄປທົ່ວປະເທດ ແລະ ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ພາຍຫຼັງຜັນຂະຫຍາຍມາເປັນເວລາ 3 ປີ, ໂຄງການກໍ່ສ້າງຊົນນະບົດໃໝ່ ດ້ວຍ 19 ມາດຖານທີ່ເປັນພື້ນຖານ ໄດ້ສ້າງບາດກ້າວບຸກທະລຸໃນຂົງເຂດກະສີກຳ, ຊາວກະສີກອນ, ຊົນນະບົດຢູ່ຫວຽດນາມ. ມີຫຼາຍທ້ອງຖີ່ນໄດ້ພັດທະນາຕາມແຜນກຳນົດ, ມີອົງປະກອບໂຄງລ່າງທັນສະໄໝ, ການຜະລິດພັດທະນາ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງເທື່ອລະກ້າວ. ແຕ່ໃນວິວັດແຫ່ງການປະຕິບັດຍັງຄົງຄ້າງຫຼາຍບັນຫາ, ທີ່ຮຽກຮ້ອງຕ້ອງມີການປັບປຸງໃຫ້ເໝາະສົມ, ພິເສດແມ່ນວິທີການສຳຜັດກັບຈຸດໝາຍກໍ່ສ້າງຊົນນະບົດໃໝ່. ທ່ານ ຕັງມິງໂລກ, ຫົວໜ້າຫ້ອງການຄະນະຊີ້ນຳ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໃຫ້ຮູ້ວ່າ:
“ປະຈຸບັນ, ເບິ່ງລວມແລ້ວຄວາມຮູ້ຂອງພະນັກງານຮາກຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຍັງຈຳກັດຢູ່. ໃນໄລຍະຜ່ານມາສ່ວນຫຼາຍພຽງແຕ່ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຄວາມສາມາດຜະລິດ, ຫາກຍັງບໍ່ທັນເອົາໃຈໃສ່ພິເສດເຖິງບັນຫາອື່ນໆເຊັ່ນ: ກໍ່ສ້າງບັນດາກິດຈະກຳໃນໂຄງການ, ຮັກສາສິ່ງແວດລ້ອມ, ເສີມຂະຫຍາຍມູນເຊື້ອສີສັນວັດທະນະທຳທ້ອງຖີ່ນ…”.
ຈາກຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງໃນເບື້ອງຕົ້ນແຫ່ງການປະຕິບັດບັນດາມາດຖານກໍ່ສ້າງຊົນນະບົດໃໝ່, ມີຫຼາຍທ້ອງຖີ່ນໄດ້ຖອດຖອດບົດຮຽນໃນການປະຕິບັດ. ຕາແສງຕານຮົ່ງ, ເມືອງບາວີ່, ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖີ່ນຄືດັ່ງກ່າວ. ບົດຮຽນໃຫຍ່ກວ່າໝູ່ເຊິ່ງອຳນາດການປົກຄອງ ແລະ ປະຊາຊົນຕາແສງຕານຮົ່ງ ຖອດຖອນມາໄດ້ ນັ້ນແມ່ນຊ່ວຍໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຈຸດໝາຍຂອງບັນດາມາດຖານກໍ່ສ້າງຊົນນະບົດໃໝ່, ໃນນັ້ນສິ່ງສຳຄັນກວ່າໝູ່ແມ່ນລະດົມກຳລັງແຮງຂອງປະຊາຊົນ. ນັບແຕ່ມີ ໂຄງການກໍ່ສ້າງຊົນນະບົດໃໝ່, ຕາແສງໄດ້ປະຕິບັດມາດຖານທ້ອນໂຮມເນື້ອທີ່ດິນໃຫ້ເປັນທົ່ງນາໃຫຍ່, ສ້າງເງື່ອນໄຂນຳໃຊ້ກົນຈັກໃນການຜະລິດເຂົ້າ. ປະຊາຊົນໄດ້ປະກອບທີ່ດິນ 13.000 ຕາລາງແມັດ ເພື່ອເປີດກວ້າງລະບົບທາງຄົມມະນາຄົມໃນເຂດທົ່ງນາ ແລະ ເຂດຊົນນະບົດ. ມີຫຼາຍກິດຈະກຳໂຄງລ່າງໄດ້ຮັບການລົງທຶນ, ເຮັດໃຫ້ໂສມໜ້າຕາແສງໄດ້ຮັບການປ່ຽນໃໝ່. ພິເສດ, ຕາແສງໄດ້ມີກິດຈະກຳບຳບັດນ້ຳເປື້ອນໃນການຜະລິດກະສີກຳ, ປະຊາຊົນມີສະຕິເກັບຂີ້ເຫຍື່ອ, ຕັ້ງໜ້າເຂົ້າຮ່ວມຂະບວນການເຮັດອະນາໄມສິ່ງແວດລ້ອມໃນບ້ານຕາແສງ.
(ພາບປະກອບ ອິນເຕີແນດ)
ໃນໂຄງການກໍ່ສ້າງຊົນນະບົດໃໝ່, ມີຫຼາຍທ້ອງຖີ່ນໄດ້ໝູນໃຊ້ມາດຖານຕ່າງໆຢ່າງມີໄຫວພິບ, ມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ດັ່ງນັ້ນຈຶ່ງເສີມຂະຫຍາຍກຳລັງພາຍໃນຂອງທ້ອງຖີ່ນໃນການກໍ່ສ້າງຊົນນະບົດໃໝ່ຄື: ມີນະໂຍບາຍລະດົມປະຊາຊົນກໍ່ສ້າງໂຄງລ່າງຊົນນະບົດ, ນຳໃຊ້ວິທະຍາສາດ, ເຕັກນິກ, ກົນຈັກເຂົ້າໃນການຜະລິດເຂົ້າ, ມີນະໂຍບາຍຂະຫຍາຍຕະຫຼາດ, ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນກະເສດ… ເລື່ອງປັບປຸງຈຸດໝາຍກໍ່ສ້າງຊົນນະບົດໃໝ່ຢ່າງທັນການ ແລະ ຖືກທິດໄດ້ຊ່ວຍໃຫ້ຫຼາຍທ້ອງຖີ່ນບັນລຸໄດ້ຜົນງານສູງໃນການກໍ່ສ້າງຊົນນະບົດໃໝ່. ທ່ານ ຕັງມິງໂລກ, ຫົວໜ້າຫ້ອງການຄະນະຊີ້ນຳ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໃຫ້ຮູ້ວ່າ:
“ຈຸດພົ້ນເດັ່ນຂອງໂຄງການແມ່ນໃນປີ 2009 ມີ 82% ຈຳນວນຕາແສງບັນລຸໄດ້ 5/19 ມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ແຕ່ຮອດປີ 2013 ນີ້, ຄິດສະເລ່ຍແຕ່ລະຕາແສງບັນລຸໄດ້ 8/19 ມາດຖານ.ຄາດວ່າຮອດທ້າຍປີ 2013 ຈະມີປະມານ 300 ຕາແສງບັນລຸໄດ້ 19 ມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໂດຍພື້ນຖານ .”
ໜຶ່ງໃນບັນດາຜົນງານສຳຄັນໃນການໝູນໃຊ້ມາດຖານກໍ່ສ້າງຊົນນະບົດໃໝ່ຢ່າງມີໄຫວພິບ ໄດ້ສ້າງການປ່ຽນແປງວິທີການຜະລິດຢູ່ເຂດຊົນນະບົດໂດຍພື້ນຖານ. ໂຄງການກໍ່ສ້າງຊົນນະບົດໃໝ່ພຽງແຕ່ໄດ້ຮັບຜົນສຳເລັດ, ເມື່ອຊາວກະສີກອນເປັນເຈົ້າຂອງຊີວິດ ແລະ ເຂົ້າຮ່ວມຂະບວນວິວັດແຫ່ງການພັດທະນາຊົນນະບົດ, ດ້ວຍວິຖີຊີວິດໃໝ່, ກຳລັງການຜະລິດກະສີກຳໃຫມ່ ແລະ ວັດທະນະທຳທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດເທົ່ານັ້ນ.