(VOVWORLD) -ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມທີ່ຫາເກີດຂຶ້ນຫວ່າງແລ້ວນີ້ ໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງການຜະລິດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ເຖິງຢ່າງໃດກໍຕາມ, ຜ່ານເຫດໄພແຫ້ງແລ້ງ ແລະ ນໍ້າທະເລຊຶມຄັ້ງນີ້ ກໍຖອດຖອນໄດ້ບົດຮຽນ ແລະ ບັນດາວິທີເຮັດທີ່ລະອຽດ ເພື່ອໃຫ້ອໍານາດການປົກຄອງ ແລະ ປະຊາຊົນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຮັບມືກັບໄພທໍາມະຊາດ ໃນໄລຍະຈະມາເຖິງໄດ້ຢ່າງມີປະສິດທິຜົນ.
ການຜະລິດກະສິກໍາ ຍັງໄດ້ຮັບຖືວ່າ ແມ່ນຂົງເຂດເສດຖະກິດຈຸດສຸມຂອງເຂດ, ຕ້ອງສຸມໃສ່ພັດທະນາ, ສິ່ງດັ່ງກ່າວ ຮຽກຮ້ອງຕ້ອງມີບັນດາມາດຕະການພື້ນຖານ ເພື່ອຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊຶມຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເຊິ່ງເກີດຂ້ຶນທຸກໆປີ. ຕາມການສະຖິຕິແລ້ວ, ທົ່ວເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີເນື້ອທີ່ປູກຕົ້ນໄມ້ກິນໝາກເກືອບ 7000 ເຮັກຕາ, ເນື້ອທີ່ລ້ຽງສິນໃນນໍ້າ 8000 ເຮັກຕາ ຖືກເສຍຫາຍ ຈາກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ ຖ້າຫາກທຽບໃສ່ການເກີດໄພແຫ້ງແລ້ງ ແລະ ນໍ້າທະເລຊຶມໃນປີ 2016, ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມປີນີ້ ໄດ້ແກ່ຍາວເວລາກວ່າ ແຕ່ສົ່ງຜົນເສຍຫາຍໜ້ອຍກວ່າ. ໃນນັ້ນ, ລະດູປູກເຂົ້ານາແຊງຖືກເສຍຫາຍບໍ່ຮອດ 3% ເມື່ອທຽບໃສ່ເນື້ອທີ່ຫວ່ານກ້າທັງໝົດ. ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ ບັນດາມາດຕະການໂດຍທ້ອງຖິ່ນຕ່າງໆໃນເຂດໄດ້ຜັນຂະຫຍາຍຄື: ການປ່ຽນເວລາຫວ່ານກ້າຕາມທິດຫຼີກລ້ຽງໄລຍະນໍ້າທະເລຊຶມ, ຫັນປ່ຽນຜົນລະປູກ ແລະ ສັດລ້ຽງຕາມທິດເໝາະສົມກັບເງື່ອນໄຂຂອງໄພແຫ້ງແລ້ງ ແລະ ນໍ້າທະເລຊຶມນັ້ນ ແມ່ນເສີມຂະຫຍາຍໄດ້ປະສິດທິພາບ, ປະສິດທິຜົນ. ນອກຈາກນັ້ນ, ບັນດາມາດຕະການຄືການ ກໍ່ສ້າງ, ການປະຕິບັດໃຫ້ສໍາເລັດບັນດາກິດຈະກໍາຊົນລະປະທານເພື່ອຄວບຄຸມນໍ້າເຄັມ - ນໍ້າຈືດ ກໍ່ຊ່ວຍໃຫ້ຫຼຸດຜ່ອນຜົນເສຍຫາຍ ຈາກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມທີ່ເປັນເຫດກໍ່ຂຶ້ນໄດ້ ເຊັ່ນດຽວກັນ.
“ທີໜຶ່ງແມ່ນພວກເຮົາຮັບຮູ້ບັນດາສ່ິງທ້າທາຍດັ່ງກ່າວໄດ້ແຕ່ຫົວທີ. ພວກເຮົາໄດ້ປຶກສາຫາລືກ່ຽວກັບມາດຕະການເພື່ອຮັບມື ແລະ ປັບຕົວນັບແຕ່ທ້າຍປີ 2019. ສາຍເຫດທີ່ສອງແມ່ນ ພວກເຮົາໄດ້ຜັນຂະຫຍາຍມາດຕະການຢ່າງຄົບຊຸດ, 5 ກິດຈະກໍາກໍ່ສ້າງເພື່ອຂັງນໍ້າຈືດ - ນໍ້າທະເລໃນກິດຈະກໍາກໍ່ສ້າງລະຫວ່າງເຂດ. ທີສາມ, ພວກເຮົາໄດ້ໝູນໃຊ້ບັນດາມາດຕະການຍາດແຍ່ງເອົາແຫຼ່ງນໍ້າຈືດໄວກວ່າປົກກະຕິໜຶ່ງເດືອນ ແຕ່ສ່ິງສໍາຄັນທີ່ສຸດ ແມ່ນຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ, ພິເສດແມ່ນປະຊາຊົນ.”
ນີ້ແມ່ນໜຶ່ງໃນບັນດາແບບວິທີຫົດນໍ້າແບບປະຢັດ (ພາບ:VOV) |
ຕາມການສັງເກດຂອງບັນດາອົງການວິຊາສະເພາະ, ໃນໄລຍະຈະມາເຖິງ, ຍ້ອນຜົນກະທົບຈາກຍອດແມ່ນໍ້າຂອງ, ສະພາບການເກີດໄພແຫ້ງແລ້ງ, ນໍ້າທະເລຊຶມມີຄວາມສ່ຽງຈະເກີດຂຶ້ນອີກ. ໃນໄລຍະຈະມາເຖິງ, ຂົງເຂດຜະລິດກະສິກໍາຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຈະສືບຕໍ່ຢືນຢູ່ຕໍ່່ໜ້າສິ່ງທ້າທາຍຈາກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ. ທ່ານ ກາວວັນຈ້ອງ, ປະທານຄະນະກໍາມະການປະຊາຊົນ ແຂວງເບ້ນແຈ, ໃຫ້ຮູ້ວ່າ: ເພື່ອຊ່ວຍໃຫ້ການຜະລິດກະສິກໍາຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊຶມທີ່ເກີດຂຶ້ນທຸກໆປີນັ້ນ, ທາງແຂວງ ພວມກໍານົດທິດພັດທະນາຂະແໜງກະສິກໍາແບບຍາວນານ ເໝາະສົມກັບທັງສາມເຂດຊີວະພາບ: ນໍ້າຈືດ - ນໍ້າຈາງ - ນໍ້າເຄັມ. ທ່ານກ່າວວ່າ:
“ພັດທະນາກະສິກໍານັ້ນຕ້ອງໃຫ້ເໝາະສົມກັບທັງ 3 ເຂດຊີວະພາບ: ນໍ້າຈືດ - ນໍ້າຈາງຈືດ - ນໍ້າເຄັມ. ຕາມນັ້ນແລ້ວ, ສໍາລັບເຂດຊີວະພາບນໍ້າຈືດ ຕົ້ນຕໍແມ່ນສຸມໃສ່ພັດທະນາເປັນເຂດປູກຕົ້ນໄມ້ກິນໝາກໂດຍສະເພາະ ແລະ ທ່າແຮງຂອງເຂດ ສົມທົບກັບການລ້ຽງສິນໃນນໍ້າໃນນໍ້າຈືດ. ສ່ວນສໍາລັບເຂດຊີວະພາບນໍ້າຈາງນັ້ນ, ທາງແຂວງໄດ້ສົ່ງເສີມໃຫ້ປະຊາຊົນປູກໝາກພ້າວ, ຕົ້ນໄມ້ກິນໝາກ ສົມທົບກັບການປູກລ້ຽງສິນໃນນໍ້າ. ສໍາລັບເຂດຊີວະພາບນໍ້າເຄັມ ແມ່ນຂຸດຄົ້ນສິນໃນນໍ້າ ເພື່ອສ້າງເປັນ 3 ເຂດຊີວະພາບແບບຍືນຍົງ ນັ້ນກໍ່ແມ່ນການກໍານົດທິດທີ່ຖືກຕ້ອງ ແລະ ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດ.”
ຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ໃນໄລຍະເກີດໄພແຫ້ງແລ້ວ ແລະ ນໍ້າທະເລຊຶມໃນແຕ່ລະປີ, ແຫຼ່ງນໍ້ານໍາໃຊ້ໃຫ້ແກ່ການຜະລິດ ແລະ ດໍາເນີນທຸລະກິດແມ່ນບັນຫາສໍາຄັນທີ່ສຸດ. ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ເລແອັງຕ໊ວນ, ຮອງຫົວໜ້າສະຖາບັນຄົ້ນຄວ້າກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສັງກັດມະຫາວິທະຍາໄລເກິ່ນເທີ ແລ້ວ, ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມໄດ້ເກີດຂຶ້ນທຸກໆປີ ແລະ ມີການຜັນແປຢ່າງສັບສົນ, ຮຽກຮ້ອງໃຫ້ຂະແໜງກະສິກໍາຕ້ອງພັດທະນາຕາມທິດປັບຕົວໃຫ້ແທດເໝາະແບບຍາວນານ. ຕ້ອງຍູ້ແຮງບັນດາມາດຕະການຫົດນໍ້າແບບປະຢັດ, ສະສົມນໍ້າຢູ່ໃນໜອງ, ໃນອ່າງ, ເປັນເຈົ້າການໃນການສະສົມນໍ້າຝົນ ເພື່ອນໍາໃຊ້ໃນລະດູໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ.
ເຫັນດີຕໍ່ທັດສະນະດັ່ງກ່າວ, ທ່ານປະລິນຍາເອກ ດ່າວຈ້ອງຕື໊, ຜູ້ອໍານວຍການສູນພັດທະນາແຫຼ່ງຊັບພະຍາກອນນໍ້າແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຖືວ່າ: ເລື່ອງຄວບຄຸມແຫຼ່ງນໍ້າໄດ້ເປັນຢ່າງດີ ແມ່ນປັດໄຈແກ່ນສານເພື່ອໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ. ທ່ານ ຕື໊ ຖືວ່າ ໃນໄລຍະຍາວ, ການຜະລິດຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຄວນຫັນໄປສູ່ການສະດວກຕາມທໍາມະຊາດ, ເໝາະສົມກັບເງື່ອນໄຂທໍາມະຊາດ ແລະ ການຜັນແປຂອງແຫຼ່ງນໍ້າ, ດິນຟ້າອາກາດ. ການຫັນປ່ຽນຈາກການປູກເຂົ້າໄປສູ່ການປູກຕົ້ນໄມ້ຊະນິດອື່ນໆ ຢູ່ບາງທ້ອງຖິ່ນນັ້ນ ກໍ່ແມ່ນຕົວຢ່າງໜຶ່ງ. ທ່ານກ່າວວ່າ:
“ປັດຈຸບັນພວມມີທິດຫັນປ່ຽນ, ພິເສດແມ່ນ 8 ແຂວງແຄມທະເລ -ເຊິ່ງເປັນເຂດທີ່ມີຄວາມສ່ຽງຖືກໄພແຫ້ງແລ້ງ ແລະ ນໍ້າທະເລຊຶມຫຼາຍກວ່າໝູ່, ພວກເຮົາຕ້ອງຫັນໄປລ້ຽງສິນໃນນໍ້າ, ປູກຕົ້ນໄມ້ກິນໝາກ ແລະ ປູກຕົ້ນໄມ້ຊະນິດອື່ນໆທີ່ມີຄວາມທົນທານດີຕໍ່ໄພແຫ້ງແລ້ງ ແລະ ນໍ້າທະເລຊຶມເພື່ອພັດທະນາເສດຖະກິດ, ນັ້ນແມ່ນການກໍານົດທິດທີ່ດີ ເພື່ອນໍາໃຊ້ແຫຼ່ງນໍ້າໄດ້ຢ່າງມີປະສິດທິຜົນ”.
ຮູບແບບການປູກຕົ້ນໄມ້ກິນໝາກໃນເຮືອນຕາໜ່າງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: VOV) |
ການພັດທະນາກະສິກໍາ, ເປັນເຈົ້າການຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ, ຜະລິດຕາມທິດຍືນຍົງ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນທິດກ້າວເດີນທີ່ຈໍາເປັນຂອງທ້ອງຖິ່ນຕ່າງໆຢູ່ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ເພື່ອປະຕິບັດໄດ້ບັນດາມາດຕະການລະອຽດ, ຮຽກຮ້ອງໃຫ້ອໍານາດການປົກຄອງທ້ອງຖິ່ນ, ບັນດາຂະແໜງຮັບຜິດຊອບ ຕ້ອງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍທີ່ໄດ້ວາງອອກໃຫ້ເປັນຢ່າງດີ. ສ່ວນປະຊາຊົນ ກໍ່ຄວນເປັນເຈົ້າການອັບເດດຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສະພາບການຜະລິດ, ໝູນໃຊ້ບັນດາມາດຕະການວິທະຍາສາດເຕັກນິກ, ບັນດາມາດຕະການປູກຝັງແບບອັດສະລິຍະ ເພື່ອຮັກສາໝາກຜົນການອອກແຮງງານ ແລະ ຮັບປະກັນຊີວິດອີ່ມໜໍາສໍາລານສົມບູນພູນສຸກໃຫ້ແກ່ປະຊາຊົນ./.