(VOVWORLD) - ໂດຍຫ່າງຈາກນະຄອນຫລວງ ຮ່າໂນ້ຍ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 30 ກິໂລແມັດ, ໝູ່ບ້ານ ລົ້ງເທຶ້ອງ ຕາແສງ ດ້າຍດົ່ງ ເມືອງວັນເລິມ ແຂວງ ຮຶງອຽນ ໄດ້ຮູ້ຈັກເຖິງແມ່ນອາຊີບຫຼໍ່ທອງທີ່ເປັນມູນເຊື້ອ. ບັນດາຜະລິດຕະພັນຂອງໝູ່ບ້ານແມ່ນໄດ້ຫຼໍ່ ຢ່າງລະອຽດລະອໍ ແລະ ໄດ້ນຳໄປຂາຍຢູ່ຫລາຍແຂວງ ນະຄອນ ໃນທົ່ວປະເທດ.
ຕົ້ມທອງ (ພາບ:VOV) |
ຕາມການບັນທຶກໃນປຶ້ມປະຫວັດສາດແລ້ວ, ຜູ້ຖ່າຍທອດອາຊີບຫຼໍ່ ທອງ ໃຫ້ແກ່ປະຊາຊົນຕາແສງ ດ້າຍດົ່ງ ແມ່ນ ຂົງມິງຄົງ,… ສະໄຫມລາລະວົງ ຫລີ ໃນສັດຕະວັດທີ 12. ປະລາມາຈານ ຂົງມິງຄົງ ແມ່ນຜູ້ຊີ້ນຳການກໍ່ສ້າງຫລາຍກິດຈະກຳພຸດທະສາສະຫນາທີ່ມີຊື່ສຽງຢູ່ຫວຽດນາມ. ເພື່ອສະແດງຄວາມຮູ້ບຸນຄຸນ ຂົງມິງຄົງ ປະຊາຊົນຢູ່ທີ່ນີ້ໄດ້ເອົາທອງມາຫຼໍ່ຮູບປັ້ນເປັນບັນພະບູລຸດແລະ ໄຫວ້ບູຊາຕະຫລອດປີ.
ບັນຍາກາດບໍ່ມີຄວາມຟົດຟື້ນຄືຢູ່ໝູ່ບ້ານ ດ້າຍບ໊າຍ ແລະ ກໍ່ບໍ່ມີຊື່ສຽງ ຄືຢູ່ໝູ່ບ້ານ ຫງູສ໊າ, ບັນດາຜະລິດຕະພັນຫຼໍ່ທອງ ຂອງໝູ່ບ້ານ ລົ້ງເທຶ້ອງ ມີຂີດໝາຍ ແລະ ມີຊື່ສຽງສະເພາະ. ຊຸມປີ 1990 ຕາແສງ ດ້າຍດົ່ງ ມີ 4 ໝູ່ບ້ານຫຼໍ່ທອງ ລວມມີ: ວັນໂອ, ຊວັນຟາວ, ລົ້ງເທຶ້ອງ, ບຸ່ງດົງ. ເຖິງຢ່າງໃດກໍຕາມ ນາຍຊ່າງຢູ່ໝູ່ບ້ານ ລົ້ງເທຶ້ອງ ມີສີມືສູງກວ່າ ແລະ ຍັງຄົງຮັກສາອາຊີບໄວ້ຈົນເຖິງທຸກວັນນີ້. ລຸງ ເຢືອງວັນເຕິບ ນັກສິລະປະການຢູ່ໝູ່ ບ້ານ ລົ້ງເທຶ້ອງ ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າສືບທອດອາຊີບນີ້ ຈາກພໍ່. ເມື່ອມີ ອາຍຸ 10 ປີ ຂ້າພະເຈົ້າກໍ່ໄດ້ຮຽນອາຊີບນີ້ ແລ້ວ. ເກືອບຄືວ່າທຸກຄອບຄົວໃນບ້ານລ້ວນແຕ່ເຮັດອາຊີບນີ້. ຂັ້ນຕອນທຳອິດແມ່ນສ້າງແບບຮູບປັ້ນ. ນີ້ແມ່ນຂັ້ນຕອນຍາກທີ່ສຸດໃນການຫຼໍ່ຮູບປັ້ນທອງ. ຮູບປັ້ນສິລະປະ ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີຄວາມ ສຸດໃຈ. ຮູບປັ້ນແມ່ນຈິດວິນຍານ ສະນັ້ນ ເມື່ອຕົນເອງເຮັດວຽກດ້ວຍຄວາມຕັ້ງໃຈ ຮູບປັ້ນເຫລົ່ານັ້ນ ຈຶ່ງສະແດງອອກເຖິງຮູບຮ່າງ, ວາດຊົງທີ່ມີຄວາມປາບປຶ້ມໃຈ ແລະ ສວຍງາມ”
ກ່ອນນີ້ ໝູ່ບ້ານ ລົ້ງເທຶ້ອງ ເຄີຍຫຼໍ່ຮູບປັ້ນ, ລະຄັງ… ແຕ່ມາປະຈຸບັນ ປະຊາຊົນ ຜະລິດເຄື່ອງບູຊາເປັນສ່ວນຫລາຍ. ຜະລິດຕະພັນແຕ່ລະຢ່າງເມື່ອຜະລິດອອກແລ້ວ ຮຽກຮ້ອງຕ້ອງມີເຕັກນິກ, ຕ້ອງມີຄວາມລະອຽດລະອໍ, ອົດທົນ ແລະຮັກອາຊີບອີກ. ທ່ານ ເຢືອງວັນລອງ ນາຍຊ່າງໃນໝູ່ບ້ານໃຫ້ຮູ້ວ່າ:
“ຕ້ອງແມ່ນຜູ້ຮັກອາຊີບຢ່າງແທ້ຈິງ, ມີຄວາມສຸດໃຈຕໍ່ກັບອາຊີບ ເວລາຖອກທອງໃສ່ແບບ ຮູບປັ້ນຈຶ່ງມີຊີວິດຈິດໃຈ. ຖ້ານາຍຊ່າງມີຄວາມລະອຽດ, ເຮັດຢ່າງລະມັດລະວັງນັ້ນ ຈຶ່ງໄດ້ລວດລາຍ ຕາມແນວຄິດຂອງຕົນ.
ບາງຜະລິດຕະພັນທອງຂອງໝູ່ບ້ານລົ້ງເທຶ້ອງ (ພາບ:VOV) |
ນາຍຊ່າງຫຼໍ່ທອງ ເກັ່ງ ຕ້ອງມີຄວາມຊຳນານໃນ 5 ເຕັກນິກ ຊື່ງລວມມີ: ສ້າງຮ່າງ; ສ້າງແບບເພື່ອຫຼໍ່ຮູບປັ້ນ; ປະສົມທອງ, ຕົ້ມທອງ ແລະ ຢອດທອງ; ແກະຄວັດສະຫລັກໃສ່ດ້ານໜ້າຜະລິດຕະພັນ; ສຸດທ້າຍແມ່ນຂັດເງົາ. ໃນຈຳນວນ ຜະລິດຕະພັນຂອງໝູ່ບ້ານລົ້ງເທຶ້ອງນັ້ນ ຂັ້ນຕອນການຫຼໍ່ຮູບປັ້ນບູຊາແມ່ນເສຍເວລາ, ເຫື່ອແຮງຫລາຍທີ່ສຸດ. ຖ້າຫາກບໍ່ມີສີມືສູງ ແລະ ບໍ່ມີຈິນຕະນາການດ້ານສິລະປະ ແມ່ນບໍ່ສາມາດເຮັດໄດ້. ອ້າຍ ເຢືອງຫວຽດແບັກ ນາຍຊ່າງເກັ່ງໃນໝູ່ບ້ານ ແນະນຳວ່າ:
“ນີ້ແມ່ນບັນດາຜະລິດຕະພັນໂດຍຂ້າພະເຈົ້າເຮັດດ້ວຍຄວາມສຸດໃຈ. ບັນດາຮູບປັ້ນໄດ້ຫຼໍ່ດ້ວຍທອງເຫຼືອງ ແລະ ມີສີເກົ່າແກ່ແບບເຄື່ອງບູຮານ ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫລາດໃນປະຈຸບັນ. ຜະລິດຕະພັນທອງ ນີ້ເບິ່ງຕາມສີສັນແລ້ວ ຮູ້ສຶກວ່າ ມີອາຍຸແຕ່ 50 – 70ປີ ແຕ່ສຳລັບຂ້າພະເຈົ້າແລ້ວເຮັດພຽງແຕ່ ອາທິດດຽວເທົ່ານັ້ນ. ດ້ວຍຄວາມຮູ້ທີ່ໄດ້ຮ່ຳຮຽນມາ ບວກກັບຄວາມເຂົ້າໃຈຂອງຕົນຕໍ່ກັບອາຊີບທີ່ເປັນມູນເຊື້ອ ນັ້ນ ຕົນເອງໄດ້ ໝູນໃຊ້ເຕັກໂນໂລຊີໃຫມ່ເພື່ອຜະລິດໄດ້ເຄື່ອງທີ່ມີສີຄືແນວນີ້.”
ອາຊີບຫຼໍ່ທອງ ແມ່ນອາຊີບທີ່ມີຄວາມຫຍຸ້ງຍາກ ລຳບາກທີ່ສຸດ ແຕ່ປະຊາຊົນໃນໝູ່ບ້ານ ລົ້ງເທຶ້ອງ ຍາມໃດກໍ່ພະຍາຍາມຜ່ານຜ່າເພື່ອຮັກສາອາຊີບ. ອ້າຍ ເຢືອງວັນຫວຽນ ໃຫ້ຮູ້ວ່າ:
“ນອກຈາກບັນດາຄຸນຄ່າທີ່ເປັນມູນເຊື້ອແລ້ວ, ຜູ້ສືບທອດຕ້ອງເສີມຂະຫຍາຍອາຊີບນີ້. ໃນອະນາຄົດ ການພັດທະນາຍາມໃດກໍ່ມີການແກ້ງແຍ້ງ, ປະສົບກັບຄວາມຫຍຸ້ງຍາກ ແຕ່ການແກ້ງແຍ້ງນີ້ເອງເປັນສິ່ງທີ່ເຮັດໃຫ້ມີການພັດທະນາທີ່ດີກວ່າ. ອາຊີບຫຼໍ່ທອງ ທີ່ເປັນມູນເຊື້ອຍັງແມ່ນຈຸດວັດທະນະທຳນຳອີກ”
ປະຈຸບັນ ໝູ່ບ້ານ ລົ້ງເທຶ້ອງ ໄດ້ເປີດກວ້າງການຜະລິດ ແລະ ຈັດແບ່ງອາຊີບຢ່າງມີວິທະຍາສາດ ແລະ ເໝາະສົມ. ບັນດາຄອບຄົວຫຼໍ່ທອງ ໄດ້ມີການຮ່ວມສຳພັນນຳກັນ ສ້າງຕັ້ງບັນດາກຸ່ມຜະລິດສະເພາະ ຕາມແຕ່ລະຂັ້ນຕອນ, ແຕ່ລະປະເພດສິນຄ້າ. ຍ້ອນມີການຈັດຕັ້ງເປັນລະບົບຢ່າງສົມບູນຕາມຮູບແບບຕ່ອງໂສ້ການຜະລິດ, ອາຊີບຫຼໍ່ ທອງຂອງໝູ່ບ້ານ ຈຶ່ງນັບມື້ນັບພັດທະນາ. ຜະລິດຕະພັນຂອງໝູ່ບ້ານລົ້ງເທຶ້ອງ ໄດ້ມີຈຸດຢືນຢ່າງໝັ້ນຄົງໃນຕະຫລາດ. ນັກສິລະປະການລຸ້ນຕ່າງໆ, ນາຍຊ່າງຫນຸ່ມໃນໝູ່ບ້ານ ໄດ້ພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍສິ່ງຍອດຢ້ຽມຂອງ ຄົນລຸ້ນກ່ອນໄວ້.