ຄືດັ່ງປະເພນີທີ່ໄດ້ສືບທອດກັນມາ, ເມື່ອຮອດບຸນປີໃໝ່ ຄອບຄົວອ້າຍ ຫງວຽນວັນຫອກ, ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ກໍພາກັນກັບເມືອບ້ານເພື່ອອວຍພອນພໍ່ແມ່, ຍາດຕິພີນ້ອງ, ກ່ອນອື່ນໝົດແມ່ນຕ້ອງເຂົ້າຫໍບູຊາວົງຕະກຸນ ຫງວຽນ ຂອງຕົນເສຍກ່ອນເພື່ອຈູດທູບທຽນຖະຫວາຍເຄື່ອງຂອງບູຊາບັນພະບຸລຸດໃນຊຸມມື້ຕົ້ນລະດູບານໃໝ່. ສຳລັບອ້າຍແລ້ວ, ນີ້ແມ່ນການຕອບບຸນແທນຄຸນ ແລະ ກໍແມ່ນວິທີເພື່ອຕັກເຕືອນຕົນເອງ ແລະ ບອກສອນລູກຫຼານບໍ່ໄດ້ລືມປະເພນີ ແລະ ຍາມໃດກໍຕ້ອງອວາຍເມືອຫາກົກເຄົ້າເຫງົ້າກໍ. ເຖິງວ່າຈະຄ້າງຄາກັບວຽກງານ ແລະ ການພົວພັນໃນສັງຄົມຄືແນວໃດກໍຕາມ, ປີໃດອ້າຍ ຫງວຽນວັນຫອກ ກໍ່ດຳເນີນພິທີດັ່ງກ່າວ. ຕາມອ້າຍແລ້ວ, ມູນເຊື້ອຂອງຄອບຄົວ ແລະ ວົງຕະກຸນແມ່ນພື້ນຖານເພື່ອສ້າງເປັນມູນເຊື້ອປະເພນີຂອງທ້ອງຖິ່ນ, ບ້ານ, ຕາແສງ. ຖ້າວົງຕະກຸນມີຄວາມເຕີບໃຫຍ່ເຂັ້ມແຂງ, ບ້ານ, ຕາແສງຈຶ່ງເຕີບໃຫຍ່ເຂັ້ມແຂງໄດ້. ສະນັ້ນ, ແຕ່ລະຄົນຄວນມີສະຕິ ແລະ ກັບເມືອບ້ານເກີດເມືອງນອນ ແລະ ຄອບຄົວ, ວົງຕະກຸນ ເມື່ອມີໂອກາດ, ພິເສດແມ່ນໃນໂອກາດບຸນປີໃໝ່ປະຈຳຊາດ.
“ຂ້າພະເຈົ້າຄິດວ່າ, ບຸນເຕັດແມ່ນໂອກາດດີທີ່ສຸດເພື່ອໃຫ້ພວກເຮົາກັບຄືນເມືອຢາມປູ່ຍ່າຕາຍາຍ, ກົກເຄົ້າເຫງົ້າກໍ. ນັ້ນແມ່ນໂອກາດເພື່ອໃຫ້ພວກເຮົາຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອປະເພນີຂອງວົງຕະກຸນ ກໍ່ຄືວັດທະນະທຳທ້ອງຖິ່ນບ່ອນທີ່ຕົນກຳເນີດ. ປະຈຸບັນ, ມີເງື່ອນໄຂທາງດ້ານເສດຖະກິດກວ່າ, ໃນໂອກາດບຸນເຕັດຊາວຫວຽດນາມ ບໍ່ພຽງແຕ່ກິນດື່ມເທົ່ານັ້ນ ຫາກຍັງລະຫຼິ້ນອີດດ້ວຍ. ຂ້າພະເຈົ້າຍັງເວົ້າກັບເມຍ, ລູກຂອງຕົນວ່າ ພວກເຮົາຄວນສະຫງວນເວລາກັບເມືອບ້ານເກີດເມືອງນອນ, ຈູດທູບທຽນຢູ່ຫໍບູຊາຂອງວົງຕະກຸນ ເພື່ອທັງຂໍໂຊກລາບ ທັງໃຫ້ລູກຫຼານມີສະຕິ ມີຄວາມຮູ້ກ່ຽວກັບວົງຕະກຸນ ແລະ ຄອບຄົວກວ່າ. ຢາກເຊື່ອມໂຍງເຂົ້າກັບຊີວິດຕົວຈິງນັ້ນ, ກ່ອນອື່ນໝົດຕ້ອງຮູ້ວ່າເຮົາແມ່ນໃຜ ແລະ ເຮົາກຳເນີດມາຈາກໃສ”.
ໃນ 2 ທົດສະວັດມໍ່ໆມານີ້, ທ່າອ່ຽງກັບເມືອຫາກົກເຄົ້າເງົ້າກໍ, ບັນດາການເຄື່ອນໄຫວໃນວົງຕະກຸນພວມໄດ້ຮັບການຟື້ນຟູ. ມີຫໍບູຊາວົງຕະກຸນຫຼາຍຫຼັງໄດ້ຮັບການບູລະນະປະຕິສັງຂອນ ຫຼື ກໍ່ສ້າງໃໝ່; ບັນດາບັນຊີວົງຕະກຸນໄດ້ຮັບການສະສົມ, ຮຽບຮຽງ, ແລະ ເຜີຍແຜ່ໃຫ້ບັນດາສະມາຊິກໃນວົງຕະກຸນຮັບຮູ້ຢ່າງກວ້າງຂວາງ; ບັນດາພິທີການບູຊາບັນພະບຸລຸດໄດ້ຮັບການປະຕິບັດຖືກຕາມປະເພນີ. ພິເສດແມ່ນການສ້າງຕັ້ງຄະນະບໍລິຫານວົງຕະກຸນ ເພື່ອເບິ່ງແຍງເຖິງການຮໍ່າຮຽນ, ສົ່ງເສີິມການຮ່ຳຮຽນ, ສຶກສາອົບຮົມມູນເຊື້ອປະເພນີໃຫ້ລູກຫຼານ. ສິ່ງດັ່ງກ່າວໄດ້ສ້າງເປັນຄຸນຄ່າທາງດ້ານຈິດໃຈ ແລະ ວັດຖຸໃຫ້ບັນດາສະມາຊິກໃນວົງຕະກຸນ, ກາຍເປັນການເຄື່ອນໄຫວເພື່ອຜົນປະໂຫຍດລວມໃຫ້ແກ່ວົງຕະກຸນ. ຕາມທ່ານ ຫງວຽນວັນຖື, ເຈົ້າວົງຕະກຸນ ຫງວຽນ ຢູ່ແຂວງ ຟຸ໋ທໍ້ ແລ້ວ, ໃນການດຳລົງຊີວິດປະຈຸບັນຍັງມີຄວາມເປັນຫ່ວງເປັນໄຍຫຼາຍຢ່າງ ແລະ ໃຜໆກໍ່ຕ້ອງອອກແຮງງານຢ່າງສຸດຂີດ. ເພາະສະນັ້ນ, ແຕ່ລະຄົນຕ້ອງເຮັດແນວໃດເພື່ອບັນເທົາຄວາມອິດເມື່ອຍ. ແລະ ບ້ານເກີດເມືອງນອນ, ຫໍບູຊາວົງຕະກຸນຈະເປັນສະຖານທີ່ແຫ່ງຈິດວິນຍານ, ໃກ້ຊິດສະໜິດສະໜົມທີ່ສຸດເພື່ອໃຫ້ເຂົາເຈົ້າກັບຄືນເມືອ. ທ່ານ ຫງວຽນວັນຖື ໃຫ້ຮູ້ວ່າ.
“ຂ້າພະເຈົ້າຢືນຢັນວ່າ, ສຳລັບຊາວຫວຽດນາມ, ສິ່ງທີ່ເຮັດໃຫ້ເຂົາເຈົ້າມີສະຕິກຸສົນ ແລະ ຄິດຫາກົກເຄົ້າເຫງົ້າກໍ ນັ້ນແມ່ນການເຊື່ອຖືບູຊາບັນພະບຸລຸດ, ກໍຄືວັດທະນະທຳວົງຕະກຸນ. ເມື່ອບູຊາບັນພະບຸລຸດ ຫຼື ເມື່ອບຸນເຕັດວຽນມາ, ເວລາຢືນຢູ່ຕໍ່ໜ້າແທ່ນບູຊາບັນພະບຸລຸດໃນຫໍບູຊາຂອງວົງຕະກຸນ, ໃຜໆກໍ່ຮູ້ສຶກໄດ້ສິ່ງທີ່ສັກສິດຂອງການພົວພັນໃນວົງຕະກຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະເອກອ້າງຖະນົງໃຈທີ່ສຸດ. ດັ່ງນັ້ນມີຫຼາຍຄົນໃນວົງຕະກຸນເມື່ອໄປປະຕິບັດງານຢູ່ຫ່າງໄກບໍ່ສາມາດກັບເມືອບ້ານເກີດເມືອງນອນໄດ້ກໍ່ສົ່ງເຄື່ອງຂອງມາເພື່ອບູຊາບັນພະບຸລຸດໃນໂອກາດບຸນເຕັດ”.
ໃນສະພາບພົວພັນແລກປ່ຽນວັດທະນະທຳຄືປະຈຸບັນ, ທ່າອ່ຽງຫຼົງລືມກົກເຄົ້າເຫງົ້າກໍພວມແມ່ນໄພອັນຕະລາຍ, ພິເສດແມ່ນສຳລັບລຸ້ນໜຸ່ມ, ເລື່ອງຟື້ນຟູວັດທະນະທຳວົງຕະກຸນຄືນໃໝ່ແມ່ນມີຄວາມໝາຍທີ່ສຸດ. ແທ່ນບູຊາໃນແຕລະຄອບຄົວ, ວົງຕະກຸນແມ່ນບ່ອນສຶກສາ, ສັ່ງສອນໃຫ້ລູກຫຼານໃນວົງຕະກຸນ, ໃນບ້ານໃຫ້ເປັນຄົນດີໃນສັງຄົມ. ຕາມອ້າຍ ຫງວຽນວັນຫອກ ແລ້ວ, ການເຄື່ອນໄຫວທັງໝົດໃນວົງຕະກຸນຈະເປັນການເຊື່ອມຕໍ່ ບັນດາສະມາຊິກໃນວົງຕະກຸນໃຫ້ມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນັບທັງທາງດ້ານວັດຖຸ ແລະ ຈິດໃຈ ເພື່ອຮັບປະກັນສະຖຽນລະພາບ ແລະ ພັດທະນາຊີວິດການເປັນຢູ່.
“ປະຊາຊົນຮັ່ງມີປະເທດຊາດຈຶ່ງເຂັ້ມແຂງໄດ້. ສະນັ້ນ, ປະຊາຊົນແຕ່ລະຄົນຄວນມີສະຕິທີ່ດີກ່ຽວກັບວົງຕະກຸນຂອງຕົນ, ຖ້າປະຕິບັດໄດ້ຄືແນວນັ້ນຈຶ່ງມີສະຕິທີ່ດີກ່ຽວກັບປະເທດຊາດ. ສະນັ້ນ, ເມື່ອເປັນສະມາຊິກໃນວົງຕະກຸນ, ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ວົງຕະກຸນຂອງຕົນ, ຕ້ອງຮູ້ບັນພະບຸລຸດຂອງຕົນແມ່ນໃຜ, ຕ້ອງເຄົາລົບບູຊາໃນມື້ໃດ, ວັນໃດ. ພິເສດ, ວັດທະນະທຳວົງຕະກຸນ, ການເຕົ້າໂຮມລູກຫຼານທຸກຄົນໃນບຸນເຕັດຈະແມ່ນພື້ນຖານເພື່ອໃຫ້ເຂົາເຈົ້າມີສະຕິກ່ຽວກັບປະເທດຊາດກວ່າ”.
ວັດທະນະທຳວົງຕະກຸນແມ່ນພື້ນຖານຂອງວັດທະນະທຳຊົນນະບົດຫວຽດນາມ. ບຸນເຕັດແມ່ນໂອກາດເຕົ້າໂຮມກັນ, ເຊີດຊູ ແລະ ສຶກສາອົບໂຮມວັດທະນະທຳວົງຕະກຸນໃນປະຊາຄົມ. ວັດທະນະທຳວົງຕະກຸນມີຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການດຳລົງຊີວິດ ເມື່ອມັນເປັນບ່ອນອີງທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນແນວຄິດຂອງແຕ່ລະຄົນ. ນັບພັນປີມານີ້, ວັດທະນະທຳວົງຕະກຸນແມ່ນປັດໃຈສ້າງເປັນວັດທະນະທຳໝູ່ບ້ານ, ປະກອບສ່ວນເຮັດໃຫ້ບັນດາຄຸນຄ່າວັດທະນະທຳຫວຽດນາມ ອຸດົມສົມບູນຂຶ້ນຕື່ມ.
ການຖະຫວາຍທູບທຽນຢູ່ຫໍບູຊາວົງຕະກຸນໃນໂອກາດບຸນປີໃໝ່ ແມ່ນສານວັດທະນະທຳຂອງບັນດາລູກຫຼານທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນເວົ້າສະເພາະ, ແລະຊາວຫວຽດນາມ ເວົ້າລວມ; ບ້ານຄົງຕົວປະເທດຊາດກໍ່ຄົງຕົວເຊັ່ນກັນ. ສະຕິກ່ຽວກັບກົກເຄົ້າເຫງົ້າກໍ, ແລະກວ້າງໄປກວ່ານັ້ນແມ່ນສະຕິກ່ຽວກັບປະເທດຊາດ ຍາມໃດກໍ່ຝັງເລິກໃນຈິດໃຈຂອງຊາວຫວຽດນາມ ແຕ່ລະຄົນ ໃນທຸກວັນນີ້.