(vovworld) - ເຂດທົ່ງພຽງພາກເໜືອແມ່ນອູ່ອະລິຍະທຳແຫ່ງການປູກເຂົ້ານາທາມຂອງຊາວ ຫວຽດນາມ, ດັ່ງນັ້ນ, ແຫ່ງນີ້ຍັງຮັກສາບັນດາລັກສະນະທີ່ເປັນມູນເຊື້ອຂອງວັດທະນະທຳ ຫວຽດນາມ. ເຂດທົ່ງພຽງພາກເໜືອ ກໍ່ແມ່ນບ່ອນທີ່ພຸດທະສາສະໜາແຊກຊຶມເຂົ້າ ຫວຽດນາມ ເປັນຄັ້ງທຳອິດ. ຊາວ ຫວຽດນາມ ຖືພຸດທະສາສະໜາທັງມີຄວາມສັກສິດ ແລະ ທັງມີຄວາມໃກ້ຊິດສະໜິດສະໜົມກັບເຂົາເຈົ້າ, ດັ່ງນັ້ນ ໃນປະຫວັດສາດຍາວນານຂອງຊາດ, ວັດວາອາຮາມໄດ້ຮັບການກໍ່ສ້າງຢູ່ທົ່ວທຸກແຫ່ງ, ເກືອບຄືວ່າໝູ່ບ້ານໃດກໍ່ມີວັດບູຊາພະພຸດທະເຈົ້າ. ບົດຂຽນ “ວັດ ແລະ ວັດທະນະທຳໝູ່ບ້ານ” ຂອງ ໂຕຕ໋ວນ, ນັກຂ່າວ VOV.
ວັດ ແກວ ຢູ່ແຂວງ ທ໋າຍບີ່ງ
|
ໃນວິວັດແຫ່ງການສ້າງຕັ້ງໝູ່ບ້ານ ແລະ ນັບແຕ່ເມື່ອພຸດທະສາສະໜາໄດ້ແຊກຊຶມເຂົ້າ ຫວຽດນາມ (ສະຕະວັດທີ 3 ກ່ອນ ຄສ), ພ້ອມກັບບັນດາກິດຈະກຳທີ່ມີລັກສະນະເປັນສີສັນຂອງໝູ່ບ້ານຄື: ຕົ້ນໄຮ, ທ່ານ້ຳ, ເດີ່ນສາລາ, ເກືອບຄືວ່າຢູ່ໝູ່ບ້ານໃດກໍ່ມີວັດ. ວັດ ແລະ ສາລາບ້ານແມ່ນກິດຈະກຳເປັນຕົວແທນຂອງທັງໝູ່ບ້ານ. ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍາກຳສິລະປະເທົ່ານັ້ນ, ວັດຍັງເປັນສັນຍາລັກແຫ່ງຄວາມມຸ່ງມາດປາດຖະໜາຂອງປະຊາຊົນອີກດ້ວຍ. ພາຍຫຼັງບັນດາການເຄື່ອນໄຫວຟ້າວຟັ່ງດຸໝັ່ນຂະຫຍັນພຽນທຳມາຫາກິນແລ້ວ, ເມື່ອເຂົ້າໄປວັດ, ໃຜໆກໍ່ຮູ້ສຶກໄດ້ເຖິງຄວາມສະຫງົບ, ຄວາມສະຫວາດສະເຫວີຍໃນໃຈ. ວັດກໍ່ເປັນບ່ອນຈົດຈຳບັນດາອະນຸສອນຄາວເຍົາໄວ, ຊຸມວັນທີ່ໄດ້ໄປນຳແມ່, ນຳເອື້ອຍເຂົ້າວັດຮັບຟັງພະມະຫາອາຈານສັ່ງສອນກ່ຽວກັບຄຸນສົມບັດໃຫ້ເປັນຄົນຮູ້ຜູ້ດີໃນສັງຄົມ… ດັ້ງນັ້ນ, ເຖິງວ່າຈະໄປໃສກໍ່ຕາມ, ຮູບພາບວັດກໍ່ຝັງເລິກໃນດວງໃຈ, ອະນຸສອນຂອງບັນດາຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ໃນໝູ່ບ້ານ, ສະໜິດຕິດພັນກັບສຽງລະຄັງໃນວັດ.
ໃນຈິດໃຈຄວາມຮັບຮູ້ຂອງຊາວ ຫວຽດນາມ, ວັດ ຍັງສະແດງໃຫ້ເຫັນທິດສະດີປັດຊະຍາກ່ຽວກັບຊີວິດຂອງມະນຸດ ແລະ ນ້ຳໃຈໂອບອ້ອມອາລີ, ມີຄວາມປອງດອງໃນຊີວິດການເຫຼື້ອມໃສຂອງຊາດ. ວັດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນເຂດບ້ານນາ, ລົບລ້າງຄວາມແຕກໂຕ່ນກ່ຽວກັບຄວາມບໍ່ສະເໝີພາບໃນການດຳລົງຊີວິດວົງຄະນະຍາດຢູ່ໝູ່ບ້ານໃນເມື່ອກ່ອນ. ຖ້າຫາກວ່າກ່ອນນີ້, ສາລາເກືອບຄືວ່າພຽງແຕ່ສະຫງວນໃຫ້ແກ່ຜູ້ຊາຍ, ບັນດາຜູ້ອາຍຸສູງ, ເຈົ້າເສນາອາມາດປຶກສາຫາລື “ວຽກບ້ານວຽກເມືອງ”, ແມ່ຍິງບໍ່ໄດ້ເຂົ້າຮ່ວມ, ແຕ່ມາບັດນີ້ ວັດແມ່ນບ່ອນທີ່ສະຫງວນໃຫ້ແມ່ເຖົ້າ, ບັນດານາງສາວ ແລະ ເດັກນ້ອຍໄປນຳແມ່ເຖົ້າ, ນຳແມ່ເຂົ້າວັດ ເຊິ່ງມີຄຳທີ່ວ່າ: “ເດັກນ້ອຍມັກຫຼິ້ນຢູ່ເຮືອນ, ຜູ້ເຖົ້າມັກເຂົ້າວັດ”. ວັດໃນໝູ່ບ້ານເຄີຍໄດ້ຮັບການກໍ່ສ້າງຢູ່ສະຖານທີ່ສະຫງົບງຽບ, ອາດຈະແມ່ນແຈໝູ່ບ້ານ, ແຄມໝູ່ບ້ານ ຫຼື ໃຈກາງໝູ່ບ້ານ. ເຖິງວ່າໄດ້ຮັບການກໍ່ສ້າງຢູ່ບ່ອນໃດກໍ່ຕາມ ແຕ່ວັດຍັງມີຄວາມໃກ້ຊິດ, ສະໜິດສະໜົມ, ທັງເລິກລັບມະຫັດສະຈັນ, ທັງມີລັກສະນະຈິດວີນຍານໃນຊີວິດທາງດ້ານຈິດໃຈຂອງປະຊາຊົນຢູ່ເຂດບ້ານນາ. ດັ່ງນັ້ນ, ພ້ອມກັບສາລາ, ວັດກໍ່ແມ່ນສັນຍາລັກຂອງວັດທະນະທະໝູ່ບ້ານ, ແມ່ນກົກເຂົ້າເຫງົ້າກໍຂອງວັດທະນະທຳຂອງປະເທດຊາດ. ພະອາຈານໃຫຍ່ ທີກຕ໋ຽນດາດ, ເຈົ້າອະທິການວັດ ກື້ດາ, ຊານນະຄອນ ຮ້າໂນ້ຍ, ຖືວ່າ:
“ສາສະໜາພຸດໄດ້ເຂົ້າມາ ຫວຽດນາມ ນັບແຕ່ດົນນານແລ້ວ, ດັ່ງນັ້ນ, ຢູ່ບ່ອນໃດມີປະຊາຊົນ, ມີໝູ່ບ້ານ, ຢູ່ບ່ອນນັ້ນກໍ່ຈະມີວັດ ແລະ ວັດໄດ້ກາຍເປັນວັດທະນະທຳທີ່ຂາດບໍ່ໄດ້. ມີນັກກະວີໄດ້ເວົ້າວ່າ: “ຊາຍຄາຂອງວັດໄດ້ປົກປ້ອງຈິດໃຈຂອງຊາດ, ແບບແຜນການດຳລົງຊີວິດຂອງບັນພະບຸລຸດ”. ກໍ່ມີຄຳທີ່ວ່າ “ວັດວາອາຮາມ ແມ່ນສະຖານທີ່ສັກສິດທີ່ສຸດຊຸດຂອງຄຸ້ມບ້ານ”, ດັ່ງນັ້ນ, ວັດໄດ້ຮັບຖືວ່າແມ່ນສຸສານໃຫຍ່ຂອງທັງໝູ່ບ້ານ, ຂອງເຂດໜຶ່ງ. ວັດບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດດ້ານຈິດວີນຍານ, ການເຫຼື້ອມໃສເທົ່ານັ້ນ, ຫາກຍັງແມ່ນບ່ອນຝາກຝັງຄວາມເຊື່ອໝັ້ນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນໝູ່ບ້ານອີກດ້ວຍ. ພຸດທະສາສະໜາແມ່ນບ່ອນເກີດຄວາມເມັດຕາ, ກະລຸນາ ແລະ ພູມປັນຍາເປັນທິດເຍືອງທາງໃຫ້ຄົນເຮົາກ້າວເດີນໄປເຖິງ, ມຸ່ງມະນຸດເຖິງບັນດາສິ່ງທີ່ດີງາມ, ດັ່ງນັ້ນ, ວັດແມ່ນບ່ອນອີງທາງດ້ານຈິດວີນຍານ, ຈິດໃຈວັດທະນະທຳຂອງປະຊາຊົນ.”
ວັດ ໄທ່, ຮ່າໂນ້ຍ
|
ແຕ່ລະເທື່ອເມື່ອບຸນເຕັດວຽນມາ, ວັດຍັງເປັນສະຖານທີ່ເພື່ອໃຫ້ປະຊາຊົນທຸກຊັ້ນຄົນໃນບ້ານມາເພື່ອຖະຫວາຍທູບທຽນບູຊາພະພຸດທະເຈົ້າ ເພື່ອຂໍຄວາມຢູ່ເຢັນເປັນສຸກ. ໄປວັດໃນຕົ້ນປີໄດ້ກາຍເປັນຈຸດວັດທະນະທຳທີ່ດີງາມໃນຊີວິດທາງດ້ານຈິດໃຈຂອງປະຊາຊົນ, ທ່ານ ຫງວຽນຫືວແຄງ, ຊາວບ້ານ ນາ, ເມືອງ ຕຽນຢູ, ແຂວງ ບັກນີງ ເລົ່າສູ່ຟັງວ່າ:
“ຜູ້ເຖົ້າຜູ້ແກ່ມີຄວາມເບີກບານມ່ວນຊື່ນຫຼາຍ, ເມື່ອໄດ້ຍິນສຽງລະຄັງນັ້ນ, ແມ່ໄດ້ບອກຂ້າພະເຈົ້າ “ກິນເຂົ້າມ້ຽນພາເຂົ້າໄວ້ແດ່ ແມ່ຈະໄປວັດ”. ເມື່ອຮອດວັນເພັງ, ວັນທີ 1 ຂອງແຕ່ລະເດືອນ, ຜູ້ເຖົ້າຜູ້ແກ່ກໍ່ຈະໄປວັດເພື່ອສູດມົນ, ພາວະນາ”
ມີວັດຫຼາຍແຫ່ງ ບໍ່ພຽງແຕ່ບູຊາພະພຸດທະເຈົ້າເທົ່ານັ້ນ, ຫາກຍັງບູຊາເທວະດາ, ພະແມ່ອີກດ້ວຍ, ດັ່ງນັ້ນງານບຸນວັດ ແມ່ນການເຕົ້າໂຮມຄວາມປອງດອງເຫຼື້ອມໃສສາສະໜາ ແລະ ເປີດອົກເປີດໃຈຂອງຊາວ ຫວຽດນາມ. ສິ່ງສຳຄັນແມ່ນງານບຸນວັດ ເຄີຍໄດ້ຮັບການຈັດຕັ້ງພ້ອມກັນກັບວັນບຸນທີ່ເປັນມູນເຊື້ອຂອງໝູ່ບ້ານ. ພະອາຈານ ທີກທົງທືກ, ເຈົ້າອະທິການວັດບ້ານ ນາ, ເມືອງ ຢູຍຕຽນ, ແຂວງ ບັກນີງ, ໃຫ້ຮູ້ວ່າ:
“ວັດບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດທາງສາສະໜາໃຫ້ບັນດາສາສະນິກກະຊົນເທົ່ານັ້ນ, ຫາກແຕ່ລະປີ, ປະຊາຊົນໃນໝູ່ບ້ານເຄີຍໄປວັດໃນຍາມຕົ້ນປີໃໝ່ອີກດ້ວຍ. ພາຍຫຼັງທຳພິທີຢູ່ສາລາແລ້ວ, ປະຊາຊົນຈຶ່ງໄປວັດເພື່ອທຳພິທີບູຊາພະພຸດທະເຈົ້າອີກ”
ສິ່ງທີ່ສ້າງຄວາມປະທັບໃຈນັ້ນແມ່ນ, ໃນໂອກາດງານບຸນທີ່ເປັນປະເພນີຂອງໝູ່ບ້ານ ຍາມໃດກໍ່ແມ່ນການພົບປະລະຫວ່າງບັນດາພະອໍລະຫັນ, ເຊິ່ງແມ່ນບັນດາເຈົ້າຖິ່ນເຈົ້າຖານຂອງໝູ່ບ້ານໄດ້ຮັບການບູຊາໃນສາລາ, ພະແມ່ໄດ້ຮັບການບູຊາຢູ່ວັດ. ນັ້ນແມ່ນຈຸດທີ່ເປັນເອກະລັກສະເພາະຂອງພຸດທະສາສະໜາ ຫວຽດນາມ, ຂອງ ວັດທະນະທຳ ຫວຽດນາມ, ເພື່ອຈາກນັ້ນສາມາດກຳນົດທີ່ຕັ້ງຂອງວັດໃນປະຊາຄົມໝູ່ບ້ານ ຫວຽດນາມ. ໃນອະດີດ ແລະ ໃນປະຈຸບັນ, ວັດ ແມ່ນສະຖານທີ່ທີ່ມີຊີວິດຊີວາ, ຊ່ວຍໃຫ້ຫຼາຍລຸ້ນຄົນມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງ ຫວຽດນາມ ຕື່ມອີກ.