(VOVWORLD) -ໂດຍນອນຢູ່ແຄມແມ່ນ້ຳເຫຍ້, ໝູ່ບ້ານ ກຶດ່າ ຂຶ້ນກັບຕາແສງ ກຶເຄ, ເມືອງແທງອວາຍ, ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 20 ກມ. ນີ້ແມ່ນໜຶ່ງໃນຈຳນວນໜ້ອຍບັນດາໝູ່ບ້ານມີທັງສະຖາປັດຕະຍະກຳ ຫວຽດນາມ ແລະ ຝລັ່ງ.
ໝູ່ບ້ານ ກຶດ່າ |
ກໍ່ເຊັ່ນດຽວກັບບັນດາໝູ່ບ້ານຢູ່ເຂດທົ່ງພຽງທາງພາກເໜືອຫວຽດນາມ. ກຶດ່າ ກໍ່ຍັງມີຕົ້ນໄຮ, ທ່ານ້ຳ, ເດີນສາລາ, ປະຕູໂຂງໝູ່ບ້ານທີ່ເກົ່າເກ່, ທຳມະດາລຽບງ່າຍ… ບັນດາຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານນີ້ແມ່ນ ບໍ່ພຽງແຕ່ມີເຮືອນສາມຫ້ອງ, ຫ້າຫ້ອງ, ແລະ ສະຖາປັດຕະຍະກຳຂອງເຮືອນທີ່ເປັນມູນເຊື້ອໃນເຂດບ້ານນາຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງມີວີນລາດ້ວຍສະຖາປັດຕະຍະກຳຂອງຝລັ່ງ ອີກດ້ວຍ. ທ່ານ ຫວູວັນບັ່ງ, ຄົນໃນໝູ່ບ້ານ ກຶດ່າ, ໃຫ້ຮູ້ວ່າ:
“ບັນດາເຮືອນບູຮານໄດ້ຮັບການກໍ່ສ້າງແຕ່ປີ 1890 ເຖິງ 1945. ກ່ອນປີ 1975, ໝູ່ບ້ານ ກຶດ່າ ຍັງຮັກສາເຮືອນເກົ່າ ກໍ່ຄືວິນລາທີ່ມີສະຖາປັດຕະຍະກຳ ຝລັ່ງໄວ້ໄດ້ປະມານ 100 ຫຼັງ. ແຕ່ມາຮອດປັດຈຸບັນຍັງເຫຼືອພຽງ 50 ຫຼັງເທົ່ານັ້ນ. ສະຖາປັດຕະຍະກຳຂອງເຮືອນທີ່ເປັນມູນເຊື້ອໃນເຂດທົ່ງພຽງທາງພາກເໜືອຢູ່ໝູ່ບ້ານ ກຶດ່າ ສ່ວນຫຼາຍແມ່ນເຮືອນ 5 ຫ້ອງ, ຫຼື ເຮືອນ 5 ຫ້ອງ ພ້ອມກັບ 2 ຫ້ອງສຳຮອງຢູ່ຂ້າງ“.
ໝູ່ບ້ານ ກຶດ່າ |
ໂຄງສ້າງຂອງໝູ່ບ້ານ ກຶດ່າ ແມ່ນກໍ່ສ້າງຕາມແບບສະຖາປັດຕະຍະກຳທີ່ເປັນມູນເຊື້ອຂອງໝູ່ບ້ານ ຫວຽດນາມ, ຕາມຮູບກະດູກປາ. ຈາກທາງໃຫຍ່ໃນໝູ່ບ້ານຈະມີບັນດາຮ່ອມທາງນ້ອຍພາໄປເຖິງຄຸ້ມບ້ານ. ບັນດາເຮືອນກໍ່ສ້າງຕາມແບບສະຖາປັດຕະຍະກຳເຂດບ້ານນາ ຫວຽດນາມ ຖືກປຸກສ້າງດ້ວຍໄມ້, ມຸງດິນຂໍຮູບຫົວເກີບ, ປະຕູ, ເສົາເຮືອນຄວັດສະຫຼັກລວດລາຍຢ່າງລະອຽດລະອໍ . ໃນຈຳນວນເຮືອນທີ່ເປັນມູນເຊື້ອ ແລະ ສ້າງຄວາມປະທັບໃຈທີ່ສຸດນັ້ນ ແມ່ນຕ້ອງເວົ້າເຖິງເຮືອນຂອງຄອບຄົວທ່ານ ຈິງເທ໋ສຸ່ງ. ນີ້ແມ່ນເຮືອນທີ່ໄດ້ຮັບການກໍ່ສ້າງມາເປັນເວລາຫຼາຍປີທີ່ສຸດໃນໝູ່ບ້ານ ແລະ ໄດ້ຮັບການອະນຸລັກຮັກສາຮູບເດີມໄວ້ເກືອບຄືເກົ່າ. ທ່ານ ຈິງເທ໋ຮຸ່ງ, ໃຫ້ຮູ້ວ່າ:
“ເຮືອນໄດ້ຮັບການປຸກສ້າງຂຶ້ນແຕ່ປີ 1874, ເຊິ່ງສ່ວນຫຼາຍແມ່ນເຮັດດ້ວຍໄມ້ກະດັດຊ້າງ, ດ້ວຍເນື້ອທີ່ 200 ຕາແມັດ, ເຮືອນປະກອບມີ 5 ຫ້ອງ ພ້ອມກັບ 2 ຫ້ອງນ້ອຍຢູ່ຂ້າງອີກ. ຂ້າພະເຈົ້າແມ່ນລຸ້ນທີ 4 ທີ່ຢູ່ໃນເຮືອນຫຼັງນີ້ແລ້ວ. ພວກເຮົາຍັງຄົງຮັກສາຮູບເດີມຂອງເຮືອນນີ້ໄວ້, ມີແຕ່ມຸງດິນຂໍຄືນໃໝ່ 10 ປີເທື່ອໜຶ່ງເທົ່ານັ້ນ“.
ໝູ່ບ້ານ ກຶດ່າ |
ນັກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານມີຄວາມປະທັບໃຈທີ່ສຸດຕໍ່ບັນດາເຮືອນທີ່ມີສະຖາປັດຕະຍະກຳແບບ ຝລັ່ງ. ໂດຍນອນໃນເຂດທີ່ມີຄວາມສະດວກໃນການພົວພັນຄ້າຂາຍ, ດັ່ງນັ້ນໃນເມື່ອກ່ອນ ກຶດ່າ ມີຊື່ສຽງເປັນສູນການຄ້າທີ່ຄຶກໂຄມໜາແໜ້ນ. ໄລຍະຈະເລີນຮຸ່ງເຮືອງທີ່ສຸດຂອງໝູ່ບ້ານແມ່ນຊຸມປີທ້າຍສະຕະວັດທີ 19 ເຖິງຕົ້ນສະຕະວັດທີ 20. ໄລຍະນັ້ນມີນັກທຸລະກິດຮັ່ງມີໃນໝູ່ບ້ານຫຼາຍຄົນໄດ້ກໍ່ສ້າງວີນລາສອງຊັ້ນຕາມແບບສະຖາປັດຕະຍະກຳຂອງ ຝລັ່ງ. ເຖິງວ່າໄດ້ຜ່ານໄລຍະນັບຮ້ອຍປີແລ້ວກໍ່ຕາມ, ແຕ່ວີນລາເຫຼົ່ານັ້ນຍັງຄົງຮັກສາຮູບເດີມໄວ້ໄດ້. ທ່ານ ຫງວຽນວັນບາວ, ຊາວບ້ານ ກຶດ່າ, ໃຫ້ຮູ້ວ່າ:
“ວີນລາຂອງຄອບຄົວຂ້າພະເຈົ້າໄດ້ຮັບການກໍ່ສ້າງມາເປັນເວລາ 100 ກວ່າປີແລ້ວ. ວີນລາກໍ່ສ້າງຕາມແບບສະຖາປັດຕະຍະກຳ ຝລັ່ງ ເຄີຍມີລະບຽງ ແລະ ລວດລາຍຕ່າງໆຢູ່ຊັ້ນສອງ, ມີເດີນນ້ອຍ. ດິນຈີ່, ຫີນອ່ອນ , ເຫຼັກກ້າ, ລະບຽງ… ລ້ວນແຕ່ນຳມາຈາກ ຝລັ່ງ. ນັກທ່ອງທ່ຽວຕ່າງປະເທດຄື ຝລັ່ງ, ອາເມລິກາ, ອັງກິດ ເຄີຍແວ່ຢາມເຮືອນຂອງຂ້າພະເຈົ້າ“.
ໝູ່ບ້ານ ກຶດ່າ |
ພິເສດ, ບັນດາປູຊະນີຍະສະຖານໃນໝູ່ບ້ານຄື: ສາລາ, ຫໍບູຊາ, ວັດວາອາຮາມ ລ້ວນແຕ່ໄດ້ຮັບການຮັບຮອງຈາກລັດວ່າ ແມ່ນປູຊະນີຍະສະຖານລະດັບຊາດ. ໃນສາລາ, ຫໍບູຊາ, ວັດວາອາຮາມຍັງຄົງຮັກສາວັດຖຸພັນ, ເຄື່ອງບູຊາອັນລ້ຳຄ່າຫຼາຍຢ່າງ, ທີ່ພິສູດໃຫ້ເຫັນໄລຍະວັດທະນະທຳ, ປະຫວັດສາດຂອງໝູ່ບ້ານ. ທ່ານ ຫວູວັນເທິນ, ຜູ້ມີອາຍຸສູງຢູ່ໝູ່ບ້ານ ກຶດ່າ, ເລົ່າສູ່ຟັງວ່າ:
“ກຶດ່າ ພວກຂ້າພະເຈົ້າແມ່ນໝູ່ບ້ານຢູ່ຊານນະຄອນຫຼວງທີ່ມີປະຫວັດຄວາມເປັນມາກວ່າ 400 ປີແລ້ວ. ພິເສດ ສາລາ, ຫໍບູຊາ, ວັດວາອາຮາມ ລ້ວນແຕ່ໄດ້ຮັບການຮັບຮອງຈາກລັດວ່າ ແມ່ນປູຊະນີຍະສະຖານລະດັບຊາດ. ເບິ່ງລວມແລ້ວ, ສາລາ, ຫໍບູຊາ, ວັດວາອາຮາມຍັງຄົງຮັກສາຮູບເດີມໄວ້ໄດ້. ວັດໄດ້ມີມາກ່ອນນີ້ປະມານ 300 ປີ, ສາລາ ແລະ ຫໍບູຊາກໍ່ມີມາກ່ອນນີ້ນັບ 200 ປີແລ້ວ. ໃນໝູ່ບ້ານຍັງມີນ້ຳສ້າງບູຮານແຫ່ງໜຶ່ງອີກ, ເຊິ່ງເອີ້ນວ່ານຳ້ສ້າງຖະຫວາຍບັງຄົມເຈົ້າຊີວິດ, ໃນເມື່ອກ່ອນນຳ້ສ້າງນີ້ມີຄວາມໄສ ແລະ ສະອາດທີ່ສຸດ“.
ໝູ່ບ້ານ ກຶດ່າ |
ພ້ອມກັບໝູ່ບ້ານ ເດື່ອງເລິມ, ດົງຫງາກ, ເອືອກເລ໋…, ກຶດ່າ ແມ່ນສະຖານທີ່ແຫ່ງໜຶ່ງທີ່ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ. ໝູ່ບ້ານ ກຶດ່າ ມີຄວາມສະຫງົບງຽບແຕ່ພັດສວຍງາມດັ່ງໃນຝັນ ດ້ວຍບັນດາສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ. ນີ້ແມ່ນໜຶ່ງໃນຈຳນວນໜ້ອຍບັນດາໝູ່ບ້ານຂອງນະຄອນຫຼວງ ຮ່າໂນ້ຍ ທີ່ຍັງຄົງອະນຸລັກຮັກສາຄວາມງານແບບດັ້ງເດີມຂອງເຂດບ້ານນາ ຫວຽດນາມ ທີ່ປະສານພ້ອມກັບ ສະຖາປັດຕະຍະກຳຂອງ ຝລັ່ງ ໄວ້ໄດ້.
ໝູ່ບ້ານ ກຶດ່າ |